ຫາດສາ

ຈາກ ວິກິພີເດຍ

ຫາດສາ ເປັນບ້ານນ້ອຍໆ ທີ່ຢູ່ຕິດແມ່ນ້ຳອູ ທີ່ໄຫລຈາກຕອນເໜືອສຸດຂອງປະເທດລາວ ທາງຕອນໃຕ້ຂອງຈີນ ໄຫລຜ່ານຫາດສາ ແລະ ຜ່ານໄປຍັງເມືອງຂວາ, ເມືອງງອຍ, ໜອງຂຽວ ແລະ ໄຫລໄປລົງແມ່ນ້ຳຂອງ ທີ່ບໍລິເວນຖ້ຳປາກອູ ທີ່ຫລວງພະບາງ ຫາດສາເປັນຫມູ່ບ້ານສຳຄັນ ໃນອະດີດ ເພາະການເດີນທາງ ໃນສະໄໝກ່ອນຕ້ອງອາໄສທາງນ້ຳເປັນຫລັກ ແລະ ຂຶ້ນຕໍ່ໄປເຖິງ ແຂວງຜົ້ງສາລີ ອາໄສທາງນ້ຳເປັນຫລັກ. ຫາດສາຢູ່ຫ່າງຈາກເມືອງຜົ້ງສາລີ 20 ກິໂລແມັດ ຊຶ່ງຈາກເມືອງຂວາ ຈະຂີ່ລົດຕໍ່ໄປຫລວງພະບາງ ອຸດົມໄຊ ກໍໄດ້ ຫລື ຈະຂີ່ເຮືອຕໍ່ໄປເມືອງງອຍ ໄປຫລວງພະບາງກໍໄດ້