ນະຄອນຫຼວງວຽງຈັນ

ຈາກ ວິກິພີເດຍ
ນະຄອນຫຼວງວຽງຈັນ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ນະຄອນຫຼວງວຽງຈັນ
ເມືອງເອກ ວຽງຈັນ
ISO 3166-2 LA-VTE
ຂໍ້ມູນສະຖິຕິ
ເນື້ອທີ່ 3,920 km²
ປະຊາກອນ 740,010 (2004 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 189 ຄົນ/km²
Vientiane Prefecture-Laos.svg

ນະຄອນຫຼວງວຽງຈັນ (ຂຽນຕາມເຄົ້າເດີມ: ນຄຣຫຼວງວຽງຈັນທນ໌ [໑]) ແມ່ນເມືອງຫຼວງຂອງປະເທດລາວ ອັນເປັນເມືອງໃຫຍ່ທີ່ສຸດຂອງປະເທດ. ຢູ່ທາງຕອນກາງຂອງປະເທດ. ມີເມືອງເອກແມ່ນຈັນທະບູລີ.​ ມີເຂດຕິດຕໍ່ເປັນຊາຍແດນນຳປະເທດໄທຫວ່າງວຽງຈັນກັບໜອງຄາຍຂອງປະເທດໄທ.

ປະຫວັດນະຄອນຫຼວງວຽງຈັນ[ດັດແກ້]

ນະຄອນວຽງຈັນສະໄໝອານາຈັກລາວລ້ານຊ້າງ[ດັດແກ້]

ພະ​ເຈົ້າຟ້າງຸ່ມທ້ອນໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນ ໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ​ແຕ່​ບໍ່​ ທັນ ​ມີກຳແພງ ເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນ ເຖິງ ປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະ ຄອນຊຽງທອງ (​ ເມືອງຫຼວງພະບາງ )​ ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງ ນີ້ :

  • ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້ 18 ປີ
  • ພະເຈົ້າສາມແສນໄທ (1372 -1417) ຜູ້​ຈັດ​ລະບຽບ​ການ ​ປົກຄອງລາວ​ຄື​ໃໝ່ (ປົກຄອງໄດ້ 45 ປີ)
  • ພະເຈົ້າລ້ານຄຳແດງ (1417-1428 ) ປົກຄອງໄດ້ 11 ປີ
  • ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
  • ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້ 42 ປີ
  • ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້ 5 ປີ
  • ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້ 10 ປີ
  • ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້ 3 ປີ
  • ພະເຈົ້າວິຊຸນນະລາດ (1500 -1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ.
  • ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້ 30ປີ.

ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພະ​ອົງ ​ໄດ້​ນຳພາກໍ່ສ້າງ​ ຣາຊະ​ວັງ, ຫໍພະ​ແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ​ພະຍາ​ວັດ ແລະ ວັດອຶ່ນໆ ໃນ ເຂດ ນອກ. ສ່ວນ ວັດສີສະເກດ ​ແຕ່​ກ່ອນ ​ແມ່ນ ວັດແສນ ໄດ້​ສ້າງໃ​ນ ປີ 1521, ວັດ​ໂພ​ນພະ​ເນົາ, ວັດ ໜອງ​ບອນ ​ກໍ່​ແມ່ນ ​ວັດທີ່​ເກົ່າ​ແກ່ ​ສ້າງກ່ອນ ປີ 1530.​ ພະອົງກໍ່ໄດ້ ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນ ເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ ຕັ້ງໂພນ ພິໄສ ໃຫ້ເປັນ ເມືອງຣາຊະທານີ ແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນ ພູນ ເມືອງ ​ທີ່​ໂພນ ​ພິ​ໄສ​ແລ້ວ ເພິ່ນ ຍັງ​ໄດ້​ສ້າງວັດ ທີ່ໜອງ​ຄາຍອີກ​. (ອີງຕາມ ຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).

ໃ​ນເວລາ​ຟື້ນຟູຖະໜົນເຊ​ດຖາ​ທິລາດ​ໃນ ວັ​ນທີ 17 ມັງກອນ ປີ 2007 ​ໄດ້​ຄົ້ນພົບຫີນ​ສີ​ລາ​ເລກ ​ແລະ ​ໃບ​ເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອ ວັດ​ສີ​ເມືອງ ປະມານ 60 ແມັດ, ກົມມໍລະດົກ​ຂອງກະຊວງຖະ​ແຫຼ​ງຂ່າວ ​ແລະ ວັດທະນະທຳ ແລະ ​ຊ່ຽວຊານ ​ຕ່າງປະ​ເທດ​ໄດ້ ພິສູດ​ເບິ່ງ​ແລ້ວ​​​ເຫັນ ວ່າ​ ແມ່ນເສົາ​ຫຼັກ​ເມືອງ ທີ່​ໄດ້ຝັງ​ໄວ້​ແຕ່ ປີ ຄສ 1540 ສະ​ໄໝພະ​ເຈົ້າ​ໂພທິ​ສະ​ລາດ ຍັງມີ​ຊີວິດຢູ່ພຸ້ນ​, ສະນັ້ນ ລັດຖະບານ ​ ສປປລາວ​ ຈຶ່ງ​​ໄດ້ຕົກລົງ​ສ້າງ ​ຫໍ​ໄຫ້ວ​ ໃສ່​ສະຖານທີ່​ແຫ່ງ ນີ້ ​​. ຕໍ່​ມາໃນ ​ວັນທີ 29 ທັນວາ ປີ 2009 ກໍ່​ໄດ້ຄົ້ນ​ພົບອີກ 2 ກຸ່ມຫີ​ນ ໃບ​ເສມາ ຢູ່ໃກ້ໆ​ກຸ່​ມທີ່​ໄດ້​ຄົ້ນ​ພົບ​ມາກອ່ນ​​ແລ້ວ ຈຶ່ງ​ ຢືນ ຢັ​ນວ່າ ​ແມ່ນສະຖາ​ນ ທີ່ເສົາ​ຫຼັກ​ເມືອງ​ແທ້. ໃນປີ 1560 ພະ​ເຈົ້າ​ໄຊ​ເຊດ​ຖາ​ທິລາດ ໄດ້ຍ້າຍ​​ເມືອງຫຼວງຂອງອານາຈັກລາວ ລ້ານຊ້າງມາຕັ້ງ ຢູ່ ນະ ຄອນວຽງຈັນ ພ້ອມ​ທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ,

ສັງ​ລວມ: ມາຮອດນີ້ ຈິ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນ ໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກ່ວາ 800 ປີ ແລ້ວ ແລະ ການພັດທະ ນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະມ້າ, ມອນ, ຈີນ ​ແລະ ສະຫຍາມ ​ມາຕະຫຼອດ. ແຕ່ສິ່ງສຳຄັນທາງ ດ້ານຊີ ວິດຈິດໃຈຂອງ ຊາວວຽງຈັນ ແມ່ນ ຖືສາສະໜາພຸດເປັນຫຼັກ ປົນເປ​ກັບຮີດຄອງປະ​ເພີ​ນຂອງ​ພາມ, ແຕ່​ຄົນ​ລາວ ມີສິນທຳປະຈຳໃຈ, ມີນິດໃສ ອ່ອນ ຫວານ , ຈິດ​​ໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮາ​ນໃຜ, ຢູ່ໃນສິນກິນ ໃນທຳແທ້ ດັ່ງຈະສັງເກດເຫັນ ໄດ້ ແຕ່ລະດ້ານ ດັ່ງຕໍ່ໄປ ນີ້ :

ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກ​ຂອງ​ລາວ​ແຕ່​ໃດ​ມາ.

ການສ້າງ​ຜັງເມືອງ​ : ເມືອງ​ວຽງ​ຈັນ ​ແຕ່​ສະ​ໄໝ​ສີ​ໂຄດ​ຕະບອງມາ ​ແມ່ນ​ກວມ​ເອົາ​ທັງ​ຝັ່ງ​ຂວາ ​ຂອງ​ແມ່ນ້ຳຂອງ​ ນຳ​ດ້ວຍ. ສະຖານ​ທີ່ກ້ອງ​ ປາກ​ປ່າ​ ສັກນັ້ນແມ່ນ ທີ່​ຕັ້ງຂອງມະ​ເຫ​ສັກຫຼັກ​ເມືອງ​ມາ​ແຕ່​ກ່ອນ ເພາະວ່າກ່ອ​ນຈະ​ຊ່ວງ​ເຮືອອອກ​ພັ​ນສາທຸກໆ​ປີ ເພິ່ນຕ້ອງ​ມາ​ຄາລະວະ​ບູຊາ ບ່ອນ ​ສັກສິດ​ແຫ່ງ ນີ້ກ່ອນ , ​​ແຕ່​ສະ​ໄໝອານາຈັກ​ລາວ​ລ້າ​ນຊ້າງ ມາຣາຊະ​ວັງ ​ແມ່ນ ສະຖາ​ນທີ່ ຫໍຄຳ​ດຽວ ນີ້.

ສະຖາປັດຕະຍະກຳ : ​ໃນເມື່ອ​ກ່ອນນັ້ນບໍ່​ທັນມີ​ຄັນ​ຄູນ້ຳຂອງ​ຈຶ່ງ​ຖ້ວມ​ເມືອງ​ວຽງ​ຈັນ​ເລື້ອຍໆ ເປັ​ນໄລຍະ 20 ຫາ 50 ປີ ສະນັ້ນ ​ເຮືອນ ​ຂອງ​ຊາວ​ວຽງ​ ຈັນ ​ຈຶ່ງ​ແມ່ນ ​ເຮືອ​ນທີ່​ມີ​ກ້ອງ​ລ່າງ​ສູງກ່ວາ​ແຫ່ງ​ອື່ນໆ ​ເພື່ອ​ອາ​ໄສ​ຢູ່ໃນເວລາ​ນ້ຳຖ້ວມ, ​ເປັນເຮືອນຫຼັງບໍ່ໃຫຍ່​ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະ ຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງ​ໃຊ້ເພື່ອມ້ຽນ ເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ​ເປັນ ​ຄອກ​ສັດ, ຕັ້ງກີ່ ຫຼື ເຕົາຫຼໍ່). ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກ ພ້າວ, ກົກໝາກ, ເຄືອພູ ແລະ ມີສວນ ຄົວອີກ.

Buddha Park

ເຄື່ອງ​ໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ ເຮັດດ້ວຍທອງສຳລິດ, ພ້າ, ຂວານ ທີ່​ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ ​ເຮັດດ້ວຍ ເຫຼັກກ້າ.

ອຸປະກອກໍ່ສ້າງ​ເຮືອ​ຊານນັ້ນ : ຈະ​ເລີ່​ມຈາກ ໄມ້ປ່ອງ, ຫຍ້າຄາ​ໄປ​ຫາ​ໄມ້​ເນື້ອ​ແຂງ, ​ແລ້ວ​ດິ​ນເຜົາ (ດິນຈີ່ ດິນຂໍ). ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ) ຊຶ່ງເຫັນຢູ່ຕາມພື້ນວັດ​ ແລະ ທາດເກົ່າ: ວັດສີເມືອງ, ວັດ​ອິນແປງ, ວັດ​ໜອງ​ບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນ ປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ​ແລະ ຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).

ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ. ສ່ວ​ນສິ​ລະ​ປະ​ຂອງ​ຄົນ ລາວນັ້ນ​ແມ່ນ ການຄວັດ ລາຍໃສ່ໄມ້​, ຫຼໍ່​ພະ, ຄ້ອງ, ​ລະຄັງ ດ້ວຍ​ທອງ, ເຮັດ​ເຄື່ອງ​ເອ້ຍ້ອງ ​​ແລະ ເຄື່ອງ​ໃຊ້​ສອຍ ດ້ວຍທອງສຳລິດ ​ແລະ ​ດິນເຜົາ​, ແຕ້ມຮູ​ບ​ສີ ໃສ່​ ຝາ​ວັດ ແລະ ໃຊ້ນ້ຳກ້ຽງເປັນສີທາ​ພື້ນ .

ການຂົນສົ່ງ : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ​ສົ່ງ ທາງບົກ ແມ່ນ ໃຊ້​ເສັ້ນທາງ ຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ​ໄປຫາກັນ ເປັນ ທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງ ອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາ ຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນ ໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.

ພົລະເມືອງ : ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນ ໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິ ຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່​ໃນ ​ເມືອງ​ຈັນທະ​ບູລີ.

Vientiane avenue
Buddha sculptures at Pha That Luang
Haw Phra Kaew or Temple of the Emerald Buddha

ນະຄອນວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ[ດັດແກ້]

ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີ ການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍ ໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”. ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື: ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ ​ແລະ ລ້ານ​ຊ້າງ. ດ້ານ​ໜຶ່ງ​ຊຽງ​ທອງ ກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະ ບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ.

ໄລຍະ 333 ປີ ຂອງ​ອານາຈັກ​ລ້ານ​ຊ້າງ​ເອກະລາດເອກະ​ພາບ :

- ພາຍຫລັງ​ທີ່​ຍ້າຍ​ຣາຊະທານີ​ມາ​ຕັ້ງ​ຢູ່​ວຽງ​ຈັນ (1560) ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ​ໄດ້​ສືບຕໍ່​ຜັນ​ຂະຫຍາຍ​ພາລະກິດ​ຂອງ​ເຈົ້າຟ້າ​ງຸຸ່ມ​ເພື່​ອ​ສ້າງ​ຄວາມສາມັກຄີ ​ແລະ ສະຕິ​ເປັນ​ເອກະ​ພາບ​ຂອງ​ຊາດ ໂດຍ​ສ້າງ​ກິດຈະກຳ​ຕ່າງໆ​ຄື:

+ ສ້າງ​ທາດຫລວງ​ກວມ​ເອົາ​ທາດ​ອົງ​ເກົ່າ, ສ້າງ​ວັດ​ວາ​ອາ​ຮາມ​ໃໝ່​ຫລາຍ​ບ່ອນ, ເອົາ​ສາສະໜາ​ພຸດ​ເປັນໃຈ​ກາງ​ໃນ​ການ​ສ້າງ​ສະຕິຊາດ​ເປັນ​ເອກະ​ພາບ.

+ ສ້າງ​ລາຊະ​ວັງ​ໃໝ່​ເພື່​ອ​ເສີມ​ປາລະມີ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ປະຊາຊົນ.

+ ​ໄດ້​ປະຕິບັດ​ນະໂຍບາຍ ສັນຕິພາບ ​ແລະ ມິດຕະພາບ ກັບ​ປະເທດ​ໃກ້​ຄຽງ​ເປັນຕົ້ນ​ແມ່ນ​ກັບ​ອະ​ຍຸດ​ທະ​ຍາ ​ໂດຍ​ໄດ້​ຮ່ວມ​ກັນ​ສ້າງ​ທາດ​ສີ​ສອງ​ຮັກ ຢູ່ເມືອງ​ດ່ານ​ຊ້າຍ ​ແຂວງ​ເລີຍ​ຂອງ​ໄທ ​ໃນ​ປະຈຸ​ບັນ (​ແຕ່​ກ່ອນ​ເປັນ​ດິນ​ຂອງ​ລາວ ), ​ເພື່ອ​ເປັນ​ສັນຍະ​ລັກ​ແຫ່ງ​ສັນຕິພາບ ແລະ ມິດຕະພາບ​ຕໍ່​ກັນ ​ແນໃສ່ ຕ້ານສັດຕູ​ຮ່ວມ​ກັນ​ຄື ພະມ້າ​ທີ່​ພວມ​ແຜ່​ອຳນາດ​ເຂົ້າ​ສູ່​ລ້ານ​ຊ້າງ ​ແລະ ອະ​ຍຸດ​ທະ​ຍາ​ໃນ​ເວລາ​ນັ້ນ.

+ ໄດ້​ນຳພາ​ປະຊາຊົນ​ຕ້ານ​ການ​ລ່ວງ​ລ້ຳ​ດິນແດນ ຂອງ​ພະມ້າ​ສອງ​ຄັ້ງ ​ເຊິ່ງ​ທັງ​ສອງ​ຄັ້ງ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ. ພ້ອມ​ກັນ​ນັ້ນ​ເຈົ້າ​ໄຊ​ຍະ​ເສດ​ຖາທິ​ລາດ ຍັງ​ໄດ້​ນຳ​ທັບ​ໄປ​ຕີ​ພະມ້າ ທີ່​ເຂົ້າ​ມາຕີ​ອະ​ຍຸດ​ທະ​ຍາ ( ​ໄທ ) ຢູ່​ເມືອງ​ພິດ​ສະ​ນຸ​ໂລກ.

+ ​ ໄດ້​ນຳ​ກຳລັງ​ລົງ​ໄປ​ປາບ​ຂະ​ບວນ​ການ​ລຸກ​ຮື ຂຶ້ນ​ຂອງ​ຊາວນາ ​ຢູ່​ພາກ​ໃຕ້​ລາວ (ແຂວງ​ອັດ​ຕະ​ປື ) ​ແລະ ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ນັ້ນ. ຈົນ​ເຖິງ​ປັດຈຸ​ບັນ ​ການເສຍ​ຊີວິດ​ຂອງ​ເພີ່ນ​ກໍ​ຍັງ​ເປັນ​ປິດສະໜາ​ຢູ່.

+ ວິລະ​ກຳ​ຂອງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ມູນເຊື້ອຂອງ​ຊາດ: “ ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ ​ແລະ ສະຕິຊາດເອກະ​ພາບ ”, ພະ​ອົງ​ເປັນ​ກະສັດ​ລາວ​ອົງ​ໜຶ່ງ​ທີ່​ມີ​ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ກ້າຫານ​ນຳພາ​ປົກ​ປັກ​ຮັກສາ ​ແລະ ສ້າງ​ປະເທດ​ຊາດ, ​ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ

ໃຫ້​ແກ່​ຄົນ​ລາວ​ຮຸ່ນ​ປັດຈຸ​ບັນ​ໄດ້​ສືບ​ທອດ ​ແລະ ຮ່ຳຮຽນ​ເອົາ​ເຊັ່ນ:

- ການ​ສ້າງ​ສຳພັນ​ທະ​ໄມຕີ​ກັບ​ປະເທດ​ໃກ້​ຄຽງ ທີ່​ມີ​ສັດຕູ​ໂຕ​ດຽວ​ກັນ​ເພື່LSWinErrອ​ສະແດງ​ເຈດ​ຈຳນົງ​ເປັນ​ມິດ​ກັບ​ເພື່ອນບ້ານ​ໃກ້LSWinErrຄຽງ.

- ການ​ປັບປຸງ​ບໍລິຫານ​ປະເທດ​ຊາດ​ບ້ານ​ເມືອງ.

- ການ​ນຳພາ​ສ້າງ​ເສດຖະກິດ ​ແລະ ວັດທະນະທຳ ( ດ້ານ​ວັດຖຸ ​ແລະ ດ້ານ​ຈິດໃຈ ).

- ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ​ດ້ວຍ​ວິທີ​ເຮັດ​ສົງຄາມ​ປະຊາຊົນ ( ຕີ​ກັບ​ສັກ​ດີ​ນາ​ພະມ້າ ).

- ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ.

ພາຍຫລັງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ສິ້ນ​ພະ​ຊົນ, ​ອານາຈັກ​ລ້ານ​ຊ້າງ​ເກີດ​ຄວາມ​ສັບສົນ ພວກ​ຂຸນ​ນາງ​ຍາດ​ຊີງ​ກັນ​​LSWinErrຂຶ້LSWinErrນ​ກຳ​ອຳນາດ, ຄວາມ​ສາມັກຄີ ພາຍ​ໃນ​ຖືກ​ແຕກ​ແຍກ ແລະ ມີ​ການ​ປ່ຽນແປງ​ຜູ້​ນຳ​​ຂຶ້ນ​ປົກຄອງ​ຢູ່​ເລື້ອຍໆ ​ເຮັດ​ໃຫ້​ພາຍ​ໃນ​ບໍ່​ມີ​ກຳລັງ​ແຮງ​ເປັນ​ເຫດ ​ໃຫ້​ພະມ້າ​ຍົກ​ທັບ​ເຂົ້າ​ມາຕີ​ລາວ ເປັນ​ຄັ້ງ​ທີ 3 ​ແລະ ​ໃນ​ທີ່​ສຸດ​ລາວ​ກໍ່​ຕົກ​ເປັນ​ເມືອງ​ສ່ວຍ​ຂອງ​ພະມ້າ​ເປັນ​ເວລາ 24 ປີ. ​ເຊິ່ງ​ເປັນ​ສະໄໝ​ທີ່​ອານາຈັກ​ລ້ານ​ຊ້າງ​ຕົກ​ສູ່​ຄວາມ​ມືດ​ມົນ ​ແລະ ຫງ່ວມເຫງົາ.ນະຄອນວຽງ​ຈັນ ສະໄໝ​ເຈົ້າ​​ໄຊ​ເສດ​ຖາ​ທິລາດ ນະຄອນຫຼວງ​ວຽງ​ຈັນ ມີ​ອາຍຸ ຄົບຮອບ 450 ປີ (1560-2010) ນະຄອນ​ຊຽງ​ທອງ ​ເປັນ​ເມືອງ​ເອກ​ຂອງ​ອານາຈັກ​ລ້ານ​ຊ້າງ​ມາ​ໄດ້ 207 ປີ ຈິ່ງ​ມີ ການ​ປ່ຽນແປງ​, ​ເມື່ອ​ປີ 1560 ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ກະສັດ​ອົງ​ທີ 10 ຂອງ​ອານາຈັກ​ລ້ານ​ຊ້າງ ​ໄດ້​ຍ້າຍ​ຣາຊະທານີ​ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ ​ໂດຍ ໃສ່​​ຊື່ວ່າ “ ຈັນທະ​ບູ​ລີ ສີ​ສັດຕະ​ນາ​ຄະ​ນະຫຸດ​ອຸ​ຕະມະ​ຣາຊະ​ທານີ ”. ການ​ຍົກຍ້າຍ​ລາຊະທານີ ຈາກ​ຊຽງ​ທອງ​ມາ​ຢູ່​ວຽງ​ຈັນ​ແມ່ນ​ດ້ວຍ​ເຫດຜົນຄື: ຊຽງທອງ​ຢູ່​ໃກ້​ກັບ​ເສັ້ນທາງ​ຜ່ານ​ໄປ​ມາ ຂອງ​ພວກ​ສັກ​ດີ​ນາ​ພະມ້າ(ມຽນ​ມ່າ ​ໃນ​ປັດຈຸ​ບັນ) ເຊິ່ງ​ຍາມ​ນັ້ນ ​ໄດ້​ແຜ່​ອິດ​ທິ​ພົນ​ມາ​ທາງ​ສະຫຍາມ, ລ້ານ​ນາ ​ແລະ ລ້ານ​ຊ້າງ. ດ້ານ​ໜຶ່ງ​ຊຽງ​ທອງ ກໍ​ເປັນ​ເຂດ​ຄັບແຄບ​ບໍ່​ສາມາດ​ຂະຫຍາຍ​ບ່ອນ​ທຳ​ມາ​ຫາ​ກິນ ​ໃຫ້​ປະຊາຊົນ​ໄດ້, ສ່ວນ​ວຽງ​ຈັນ​ດ້ານ​ທີ່​ຕັ້ງ​ກໍ​ແມ່ນ​ຢູ່​ໃຈ ກາງຂອງປະເທດ​ຊາດ (ເໜືອ-ໃຕ້;ຕາເວັນ​ອອກ-ຕາເວັນຕົກ) ​ແລະ ​ເປັນ​ເຂດ​ທີ່​ມີ​​ທົ່ງ​ພຽງ​ອຸດົມສົມບູນ​ໄປ​ດ້ວຍ​ເຂົ້າ​ປາ​ອາຫານ ​ແລະ ບ່ອນ​ທຳມາຫາ​ກິນ​ກໍ່​ກວ້າງຂວາງ.

ໄລຍະ 333 ປີ ຂອງ​ອານາຈັກ​ລ້ານ​ຊ້າງ​ເອກະລາດເອກະ​ພາບ :

- ພາຍຫລັງ​ທີ່​ຍ້າຍ​ຣາຊະທານີ​ມາ​ຕັ້ງ​ຢູ່​ວຽງ​ຈັນ (1560) ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ​ໄດ້​ສືບຕໍ່​ຜັນ​ຂະຫຍາຍ​ພາລະກິດ​ຂອງ​ເຈົ້າຟ້າ​ງຸຸ່ມ​ເພື່​ອ​ສ້າງ​ຄວາມສາມັກຄີ ​ແລະ ສະຕິ​ເປັນ​ເອກະ​ພາບ​ຂອງ​ຊາດ ໂດຍ​ສ້າງ​ກິດຈະກຳ​ຕ່າງໆ​ຄື:

+ ສ້າງ​ທາດຫລວງ​ກວມ​ເອົາ​ທາດ​ອົງ​ເກົ່າ, ສ້າງ​ວັດ​ວາ​ອາ​ຮາມ​ໃໝ່​ຫລາຍ​ບ່ອນ, ເອົາ​ສາສະໜາ​ພຸດ​ເປັນໃຈ​ກາງ​ໃນ​ການ​ສ້າງ​ສະຕິຊາດ​ເປັນ​ເອກະ​ພາບ.

+ ສ້າງ​ລາຊະ​ວັງ​ໃໝ່​ເພື່​ອ​ເສີມ​ປາລະມີ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ປະຊາຊົນ.

+ ​ໄດ້​ປະຕິບັດ​ນະໂຍບາຍ ສັນຕິພາບ ​ແລະ ມິດຕະພາບ ກັບ​ປະເທດ​ໃກ້​ຄຽງ​ເປັນຕົ້ນ​ແມ່ນ​ກັບ​ອະ​ຍຸດ​ທະ​ຍາ ​ໂດຍ​ໄດ້​ຮ່ວມ​ກັນ​ສ້າງ​ທາດ​ສີ​ສອງ​ຮັກ ຢູ່ເມືອງ​ດ່ານ​ຊ້າຍ ​ແຂວງ​ເລີຍ​ຂອງ​ໄທ ​ໃນ​ປະຈຸ​ບັນ (​ແຕ່​ກ່ອນ​ເປັນ​ດິນ​ຂອງ​ລາວ ), ​ເພື່ອ​ເປັນ​ສັນຍະ​ລັກ​ແຫ່ງ​ສັນຕິພາບ ແລະ ມິດຕະພາບ​ຕໍ່​ກັນ ​ແນໃສ່ ຕ້ານສັດຕູ​ຮ່ວມ​ກັນ​ຄື ພະມ້າ​ທີ່​ພວມ​ແຜ່​ອຳນາດ​ເຂົ້າ​ສູ່​ລ້ານ​ຊ້າງ ​ແລະ ອະ​ຍຸດ​ທະ​ຍາ​ໃນ​ເວລາ​ນັ້ນ.

+ ໄດ້​ນຳພາ​ປະຊາຊົນ​ຕ້ານ​ການ​ລ່ວງ​ລ້ຳ​ດິນແດນ ຂອງ​ພະມ້າ​ສອງ​ຄັ້ງ ​ເຊິ່ງ​ທັງ​ສອງ​ຄັ້ງ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ໄຊຊະນະ. ພ້ອມ​ກັນ​ນັ້ນ​ເຈົ້າ​ໄຊ​ຍະ​ເສດ​ຖາທິ​ລາດ ຍັງ​ໄດ້​ນຳ​ທັບ​ໄປ​ຕີ​ພະມ້າ ທີ່​ເຂົ້າ​ມາຕີ​ອະ​ຍຸດ​ທະ​ຍາ ( ​ໄທ ) ຢູ່​ເມືອງ​ພິດ​ສະ​ນຸ​ໂລກ.

+ ​ ໄດ້​ນຳ​ກຳລັງ​ລົງ​ໄປ​ປາບ​ຂະ​ບວນ​ການ​ລຸກ​ຮື ຂຶ້ນ​ຂອງ​ຊາວນາ ​ຢູ່​ພາກ​ໃຕ້​ລາວ (ແຂວງ​ອັດ​ຕະ​ປື ) ​ແລະ ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ນັ້ນ. ຈົນ​ເຖິງ​ປັດຈຸ​ບັນ ​ການເສຍ​ຊີວິດ​ຂອງ​ເພີ່ນ​ກໍ​ຍັງ​ເປັນ​ປິດສະໜາ​ຢູ່.

+ ວິລະ​ກຳ​ຂອງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ມູນເຊື້ອຂອງ​ຊາດ: “ ມູນເຊື້ອ​ແຫ່ງ​ຄວາມ​ສາມັກຄີ ​ແລະ ສະຕິຊາດເອກະ​ພາບ ”, ພະ​ອົງ​ເປັນ​ກະສັດ​ລາວ​ອົງ​ໜຶ່ງ​ທີ່​ມີ​ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ກ້າຫານ​ນຳພາ​ປົກ​ປັກ​ຮັກສາ ​ແລະ ສ້າງ​ປະເທດ​ຊາດ, ​ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ

ໃຫ້​ແກ່​ຄົນ​ລາວ​ຮຸ່ນ​ປັດຈຸ​ບັນ​ໄດ້​ສືບ​ທອດ ​ແລະ ຮ່ຳຮຽນ​ເອົາ​ເຊັ່ນ:

- ການ​ສ້າງ​ສຳພັນ​ທະ​ໄມຕີ​ກັບ​ປະເທດ​ໃກ້​ຄຽງ ທີ່​ມີ​ສັດຕູ​ໂຕ​ດຽວ​ກັນ​ເພື່LSWinErrອ​ສະແດງ​ເຈດ​ຈຳນົງ​ເປັນ​ມິດ​ກັບ​ເພື່ອນບ້ານ​ໃກ້LSWinErrຄຽງ.

- ການ​ປັບປຸງ​ບໍລິຫານ​ປະເທດ​ຊາດ​ບ້ານ​ເມືອງ.

- ການ​ນຳພາ​ສ້າງ​ເສດຖະກິດ ​ແລະ ວັດທະນະທຳ ( ດ້ານ​ວັດຖຸ ​ແລະ ດ້ານ​ຈິດໃຈ ).

- ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ​ດ້ວຍ​ວິທີ​ເຮັດ​ສົງຄາມ​ປະຊາຊົນ ( ຕີ​ກັບ​ສັກ​ດີ​ນາ​ພະມ້າ ).

- ການ​ເສີມ​ສ້າງ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ.

ພາຍຫລັງ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິ​ລາດ ສິ້ນ​ພະ​ຊົນ, ​ອານາຈັກ​ລ້ານ​ຊ້າງ​ເກີດ​ຄວາມ​ສັບສົນ ພວກ​ຂຸນ​ນາງ​ຍາດ​ຊີງ​ກັນ​​LSWinErrຂຶ້LSWinErrນ​ກຳ​ອຳນາດ, ຄວາມ​ສາມັກຄີ ພາຍ​ໃນ​ຖືກ​ແຕກ​ແຍກ ແລະ ມີ​ການ​ປ່ຽນແປງ​ຜູ້​ນຳ​​ຂຶ້ນ​ປົກຄອງ​ຢູ່​ເລື້ອຍໆ ​ເຮັດ​ໃຫ້​ພາຍ​ໃນ​ບໍ່​ມີ​ກຳລັງ​ແຮງ​ເປັນ​ເຫດ ​ໃຫ້​ພະມ້າ​ຍົກ​ທັບ​ເຂົ້າ​ມາຕີ​ລາວ ເປັນ​ຄັ້ງ​ທີ 3 ​ແລະ ​ໃນ​ທີ່​ສຸດ​ລາວ​ກໍ່​ຕົກ​ເປັນ​ເມືອງ​ສ່ວຍ​ຂອງ​ພະມ້າ​ເປັນ​ເວລາ 24 ປີ. ​ເຊິ່ງ​ເປັນ​ສະໄໝ​ທີ່​ອານາຈັກ​ລ້ານ​ຊ້າງ​ຕົກ​ສູ່​ຄວາມ​ມືດ​ມົນ ​ແລະ ຫງ່ວມເຫງົາ.

ນະຄອນວຽງຈັນສະໄໝເຈົ້າສຸລິຍະວົງສາ ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນ ເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

Wattay Intl Airport Vientiane Laos.jpg

]

+ ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ.

+ ​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

+ ​​ ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642 -1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນ ດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະ ທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ ອັ​ນ ດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ ວັດທະ ນະທຳ, ​ເປັ​ນໄລຍະ​ ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ຣາຊະ​ທາຍາດ (ພໍ່ຕາ​ຍລູກຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື ​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ 3 ອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກລ້ານຊ້າງຫລວງ​ພະ​ບາງ ​ແລະ ອານາລ້ານຊ້າງຈັກ​ຈຳປາ​ສັກ.

Patuxai 57.jpg

ນະຄອນວຽງຈັນສະໄໝເຈົ້າສຸລິຍະວົງສາ[ດັດແກ້]

ສະ​ໄໝ​ຣາຊະກາ​ນຂອງເຈົ້າ​ສຸລິຍະ​ວົງສາ, ປີ ພ.ສ 2183 (ຄ.ສ 1631) ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນ ເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

+ ​ ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫລັກ​ ໃ​ນການ ​ປົກ​ຄອງ​ບ້ານ​ເມືອງ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາຊະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ລູກ​ຊາຍ​ ຂອງ​ເພິ່ນ​ເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ເມຍ​ທະຫາ​ນອົງຄະລັກ​ຂອງ​ເພິ່ນ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ກາ​ນສຶກສາ ຂະ ຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍມາ​ເປັ​ນພາສາ​ລາວ.

+ ​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ຊຶ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

+ ​​ ໄດ້​ຜູກ​ມິດ​ໄມຕີ​ກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ ໂຮ​ນລັງ ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642 -1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ ງາມ, ຫໍ​ປະສາດ​ລາຊະ​ວັງ ສະ ຫງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນ ດີ​ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍ ​ບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະ ທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

ສັງ​ລວມ​ແລ້ວ​ຕະຫລອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລະ​ຍິວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ​ຢູ່​ໃນ​ຄວາມ​ສະຫງົບ​ປາສະຈາກ​ເສິກ​ທາງ​ເໜືອ ​ເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ ນິທານ​ພື້ນ​ເມືອງ ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ ອັ​ນ ດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປະຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ດ້າ​ນຮີດຄອງ​ ວັດທະ ນະທຳ, ​ເປັ​ນໄລຍະ​ ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ ໃນ​ປີ 1695 ພາຍຫລັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫລັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ໜຶ່ງ ​ເຊິ່ງສາຍ​ເຫດ​ແມ່ນຍ້ອນ ຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ໜຶ່ງ ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ຣາຊະ​ທາຍາດ (ພໍ່ຕາ​ຍລູກຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ໜຶ່ງ​ຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື ​ແຍກ​ຕົວ​ເປັນ​ອິດສະຫລະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ 3 ອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກລ້ານຊ້າງຫລວງ​ພະ​ບາງ ​ແລະ ອານາລ້ານຊ້າງຈັກ​ຈຳປາ​ສັກ.

Thanaleng Train Station

ບັນດາເມືອງ[ດັດແກ້]

  1. ເມືອງຈັນທະບູລີ (1-01)
  2. ເມືອງຫາດຊາຍຟອງ (1-07)
  3. ເມືອງປາກງື່ມ (1-09)
  4. ເມືອງນາຊາຍທອງ (1-05)
  5. ເມືອງສັງທອງ (1-08)
  6. ເມືອງສີໂຄດຕະບອງ (1-02)
  7. ເມືອງສີສັດຕະນາກ (1-04)
  8. ເມືອງໄຊເສດຖາ (1-03)
  9. ເມືອງໄຊທານີ (1-06)

ປະຊາກອນ[ດັດແກ້]

ສະຖານທີ່ທ່ອງທ່ຽວ[ດັດແກ້]

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

ເວັບໄຊອື່ນ[ດັດແກ້]