ທາດດຳ

ຈາກ ວິກິພີເດຍ

ທາດດຳ ເປັນໄລຍະເວລາຫຼາຍສິບປີແລ້ວເປັນສີດຳຢູ່ຢ່າງນັ້ນ, ບໍ່ມີໃຜໄປປົວໄປແປງ ບໍ່ມີໃຜທາສີ ຄົນລາວສ່ວນໜຶ່ງກັບມາຈາກໄທ ເພື່ອມາສ້າງວຽງຈັນ ກໍບໍ່ໄດ້ທຳການກໍ່ສ້າງ ແລະ ບູລະນະສ້ອມແປງ ເພາະເປັນທີ່ດິນຂອງຄົນຝຣັ່ງ ຊືບັກໂຕໂລນີ(ຖະໜົນເສັ້ນນັ້ນຈຶ່ງມີຊື່ນັ້ນ) ພາຍລຸນມາຝຣັ່ງກໍຂາຍທີ່ດິນນັ້ນໃຫ້ສະຖານທູດອາເມຣີກາ ແຕ່ຄົນລາວຂະນະນັ້ນ ຂໍຮ້ອງບໍ່ໃຫ້ຂາຍດິນທີ່ເປັນສ່ວນພຣະທາດໃຫ້ແກ່ອາເມຣິກາ ທາດດຳນຶ່ງຢູ່ໃນເຂດສາທາລະນະ ຢ່າງໃດກໍຕາມເປັນເວລາຫຼາຍກວ່າຮ້ອຍປີ ທີ່ບໍ່ມີການບັນທຶກໄວ້ກ່ຽວກັບພຣະທາດດຳນັ້ນ ຄົນທັງຫຼາຍເຫັນວ່າມີສີດຳ ກໍພາກັນເອີ້ນວ່າທາດດຳມາຮອດບັດນີ້ ທີ່ຈຶງແລ້ວທາດດຳ ແລະ ບໍລິເວນໂດຍຮອບແຕ່ຖະໜົນລ້ານຊ້າງ ຖະໜົນເສດຖາ ແລະ ຫ້ອງການຕຳຫຼວດທາດດຳ ແລະ ສະຖານທູດອາເມຣິກາລ້ວນແຕ່ແມ່ນບໍລິເວນວັດ ທີ່ມີຊື່ວ່າ "ວັດພຣະຣາດຊະນັດດາ" ທີ່ພຣະເຈົ້າໄຊເສດຖາທິລາດ ສ້າງອຸທິດໃຫ້ຫຼານສາວຂອງພຣະອົງ, ຂໍ້ທີ່ບັນດາທ່ານທີ່ຢູໃນບໍຣິເວນນັ້ນຄວນຄຳນືງຄື ຫາກມີວັດຕ້ອງມີສີມ ສິມສ່ວນໃຫຍ່ມັກຈະສ້າງໄວ້ດ້ານຂ້າງ ແລະດ້ານຫຼັງຂອງສິມ ສະນັ້ນການປຸກເຮືອນຫຼືສ້າງອາຄານຄວນລະວັງ ຢ່າງໃຫ້ກວມສີມ ທິດໃດທີ່ຄວນຈະເປັນທີຕັ້ງຂອງສີນັ້ນ ຄື ໑ ທິດຕາເວັນອອກ ເພາະການສ້າງສິມມັກປິ່ນໜ້າໄປຕາເວັນອອກ ເໝືອນວັດເພັຍວັດ, ວັດຊຽງຍືນ, ວັນອົງຕື້, ອິນແປງ, ວັດມີໄຊ ແລະ ວັດຊຽງຍືນ ຫາກເປັນເຊັ່ນນັ້ນສີມ ກໍຄວນຢູ່ຂ້າງທາດດຳໄປທາງຖະໜົນລ້ານຊ້າງ ເພາະທາດ ຫຼື ພະທາດຈະຢູ່ດ້ານຫຼັງຂອງສີມສະເໝີ ຫຼືບໍດັ່ງນັ້ນສີກໍຈະປີ່ນໜ້າລົງນ້ຳຂອງ ເຊັ່ນວັດສີສະເກດ ວັດທາດຫຼວງໃຕ້, ວັດທາດຫຼວງເໜືອ ແລະ ວັດໂພນໄຊ, ດຽວນີ້ບໍ່ມີໃຜເອົາໃຈມໃສ່ເບິ່ງແຍງ ຖ້າເປັນເຊັ່ນນັ້ນ ກໍບໍ່ເຫິງດອກພະທາດແຫ່ງຈະເພພັງລົງ(ເພາະບໍ່ມີຫຍັງໝັ້ນຄົງເລີຍແມ່ນແຕ່ຢ່າງໜຶ່ງ)ເວົ້າເຖິງທາດດຳ ກໍບໍ່ເວັ້ນທີ່ຈະກ່າວເຖິງທາດຂາວ. ທາດຂາວນັ້ນກໍຢູ່ວັດທາດຂາວນັ້ນແລ ແຕ່ບໍ່ໄດ້ມີການທາສີ ກໍກາຍເປັນສີດຳໄປແລ້ວດີແຕ່ມີການເອີ້ນວ່າທາດຂາວມາກ່ອນ ເຖິງວ່າດຳກໍເອີ້ນວ່າຂາວມາຮອດບັດນີ້.