ຕາດຫ້ວຍຊາຍຂາວ

ຈາກ ວິກິພີເດຍ

ສະ­ຖານ­ທີ່​ທ່ອງ​ທ່ຽວ​ທຳມະ​ຊາດ ແລະ ວັດ­ທະ­ນະ­ທຳ​ໃນນະ­ຄອນ­ຫລວງ​ກໍ່​ມີ​ຫລາຍ​ບ່ອນ, ແຕ່​ຫາກ​ທ່ານ​ຢາກ​ໄປ​ທ່ຽວ​ກິນອາ­ກາດ​ແບບ​ສົດໆ​ເຂດ​ຊານ ເມືອງ​ໃນ​ວັນ​ພັກຂໍ​ແນະ­ນຳ​ສະ ຖານ​ທີ່​ເຫມາະ​ສົມ​ທີ່​ສຸດ​ໃນ​ຍາມຝົນ​ເຊັ່ນ​ນີ້​ກໍ່​ແມ່ນ​ຕາດ​ຫ້ວຍ​ຊາຍຂາວ ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່ສຳ­ຄັນ​ທາງ​ທຳ​ມະ​ຊາດ​ອີກ​ບ່ອນຫນຶ່ງ​ຢູ່​ໃນ​ເຂດ​ບ້ານ​ນາ​ຄາຍ ເມືອງ​ໄຊ​ທາ­ນີນະ­ຄອນ­ຫລວງ ເຮົາ​ນີ້​ເອງ, ເປັນ​ສະ­ຖານ­ທີ່​ພວມໄດ້​ຮັບ​ການ​ພັດ­ທະ­ນາ, ປົວ­ແປງໃຫ້​ເປັນ​ສະ­ຖານ­ທີ່­ພັກ­ຜ່ອນ​ຢ່ອນໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍໃນ ແລະ ຕ່າງ­ປະ­ເທດ, ແຕ່​ມັນເປັນ​ສະ­ຖານ­ທີ່​ໃຫມ່​ຍັງ​ບໍ່​ທັນເປັນ​ທີ່​ຮູ້­ຈັກ​ພໍ​ປານ­ໃດ.

ຕາດ​ຊາຍ​ຂາວ​ເປັນ​ຕາດ​ທີ່​ມີລັກ­ສະ­ນະ​ເນີນກະ­ແສ­ນ້ຳ​ໄຫລ ຕາມ​ພະ​ລານ​ຫີນ​ບໍ່​ແຮງ​ປານ­ໃດໃນ​ລະ­ດູ­ແລ້ງ ທ່ານ​ສາ­ມາດ​ລົງຫລິ້ນ​ນ້ຳ​ໄດ້​ຢ່າງ​ສະ­ບາຍ ແຕ່​ກໍ່ຕ້ອງ​ລະ­ວັງ​ເພາະ​ໄຄ​ຫີນ​ອາດ ເຮັດ​ໃຫ້​ທ່ານ​ພະ­ລາດ​ມື່ນ​ກໍ່​ເປັນ ໄດ້ນ້ຳ​ໄຫລ​ຈຸ້ມ​ກັນ​ເປັນ​ບາງບ່ອນ​ກະ­ທົບ​ໃສ່​ຫີນ​ເປັນ​ອາຍບວກ​ກັບ​ລົມ​ພັດ​ຜ່ານ​ມາ​ເປັນ​ໄລຍະ​ເຮັດ​ໃຫ້​ທ່ານ​ຮູ້­ສຶກ​ເຢັນ​ສະບາຍ​ໃນ​ຍາມ​ຮ້ອນ, ສ່ວນ​ຍາມຝົນ​ຈະ​ໄຫລ​ແຮງ ແລະ ໄວ​ເປັນພິ­ເສດ​ເພາະ​ມັນ​ເປັນ​ຄ້ອຍ​ລົງ, ສາຍ​ນ້ຳ​ຍູ­ທ່າງ​ຖີບ​ຕົວ ແລະ ເພີ່ມຄວາມ​ໄວ​ຂຶ້ນ​ຢ່າງ​ແຮງ, ແຕ່​ກໍ່​ມີໂງ່ນ​ຫີນ​ຫລາຍ​ຫນ່ວຍ​ທີ່​ທ່ານສາ­ມາດ​ນັ່ງ​ຊົມ​ໃກ້ໆ​ກັບ​ມັນ​ໄດ້ຕາມ ​ສະ­ບາຍ, ບາງ​ຄັ້ງ​ທ່ານ​ອາດຈະ​ເຫັນ​ຫມູ່​ປາ​ທີ່​ມີ​ຟຸ່ມ​ເຟືອຍຫລາຍ​ບ່ອນ​ເຫມາະ​ສຳ­ລັບ​ທີ່­ຢູ່ອາ­ໄສ​ຂອງ​ມັນ​ສະ­ຖານ­ທີ່​ແຫ່ງນີ້ ​ພວມ​ໄດ້​ຮັບ​ການ​ພັດ­ທະ­ນາຂອງ​ພະ­ແນກ­ການ​ທີ່​ກ່ຽວ­ຂ້ອງຮ່ວມ​ກັບ​ການ​ປົກ​ປັກ​ຮັກ­ສາ​ສິ່ງແວດ​ລ້ອມ​ຂອງ​ຊາວ­ບ້ານ​ໃນເຂດ​ນັ້ນ​ນັບ​ວ່າ​ເປັນ​ໂສມ​ຫນ້າໃຫມ່​ທີ່​ເຮັດ​ໃຫ້​ຜູ້​ຄົນ​ເລີ່ມ​ຮູ້­ຈັກກັບ​ສະ­ຖານ­ທີ່​ແຫ່ງ​ນີ້​ຫລາຍ​ຂຶ້ນ.

ນັກ​ທ່ອງ​ທ່ຽວ ແລະຜູ້​ຄົນສ່ວນ​ຫລາຍ​ຈະ​ໃຫ້​ຄວາມ​ສົນ­ໃຈເປັນ​ພິ­ເສດ​ໃນ​ທຸກໆ​ຍາມ​ຫລາຍກວ່າ​ຫມູ່​ກໍ່​ແມ່ນ​ຍາມ​ບຸນ​ປະ­ເພ­ນີທາງ​ສາ­ສະ­ຫນາ, ບຸນ​ສຳ­ຄັນຂອງ​ຊາດ​ເຊັ່ນ: ບຸນ​ອອກ​ພັນ​ສາ, ບຸນ­ປີ­ໃຫມ່ ແລະ ອື່ນໆ ຜູ້​ຄົນ​ເປັນຈຳ­ນວນ​ຫລວງ­ຫລາຍ​ຈະ​ມາຫລິ້ນ​ໃນ​ຕາດ​ແຫ່ງ​ນີ້​ສ່ວນ​ໃຫຍ່ແມ່ນ​ຖື​ອຸ­ປະ­ກອນ​ຮັບ​ໃຊ້​ເຂົ້າ​ໃນການ​ເດີນ​ປ່າ, ຫລິ້ນ​ນ້ຳ​ຈົນ­ກະ­ທັ້ງຮອດ​ປູ​ສາດ​ກິນ​ເຂົ້າ​ສາ­ມັກ­ຄີ ຕາມ​ຮົ່ມ​ໄມ້, ພະ​ລານ​ຫີນ​ຟາກເບື້ອງ​ເທິງ​ໃນ​ແຄມ​ປ່າ​ເພາະ​ຈະມີ​ຫຍ້າ​ແຝດ, ກົກ​ສາມ​ສາ​ເປັນຮົ່ມ​ໃຫ້​ທ່ານ​ພັກ­ຜ່ອນ​ໄດ້​ຢ່າງສະ­ບາຍ, ຕົ້ນ­ໄມ້​ຫລາຍ​ຊະ­ນິດຢືນ​ລຽນ​ກັນ​ລ້າຍ​ຊ້າຍ​ຄື​ກັນ​ກັບທະ­ ຫານ​ຍາມ​ເຝົ້າ​ຕາດ​ນີ້​ແຫລະ! ຖ້າ​ຫາກ​ທ່ານ​ໄດ້​ໄປ​ສະ­ຖານ­ທີ່ແຫ່ງ​ນີ້​ໃນ​ຕອນ​ກັບ​ກໍ່​ມາ​ແວ່​ວັດພະ​ບາດ​ແອວ​ຂັນ​ອີກ​ນັບ​ວ່າ​ເປັນການ​ທ່ຽວ​ທີ່​ກຸ້ມ​ຄ່າ.

ພິ­ເສດ​ສຸດ​ກໍ່​ແມ່ນ​ວັນ​ພັກເສົາŒອາ­ທິດ​ໃນ​ຍາມ​ໃດ​ກໍ່​ແລ້ວ ແຕ່ສະ­ຖານ­ທີ່​ແຫ່ງ​ນີ້​ແມ່ນ​ເຫມາະສົມ​ທີ່​ສຸດ​ໃນ​ການ​ພັກ­ຜ່ອນ​ນ້ຳ​ດັ່ງກ່າວ​ສືບ​ເນື່ອງ​ມາ​ຈາກ​ສາຍ­ພູຜ່ານ​ພູ­ເຂົາ​ຄວາຍ​ລົງ​ມາ​ຫາ​ບ້ານ ນາ​ຄາຍ ເມືອງ​ໄຊ​ທາ­ນີ, ສະ­ຖານທີ່​ດັ່ງ­ກ່າວ​ແມ່ນ​ເດີນ­ທາງ​ຕາມວັດ​ພະ​ບາດ​ແອວ​ຂັນເຊິ່ງ​ຫ່າງຈາກ​ເສັ້ນ­ທາງ​ເລກ​ທີ 13 ໃຕ້ລ້ຽວ​ຊ້າຍ​ເຂົ້າ​ໄປ​ທາງ​ທ່າ​ງ່ອນປະ­ມານ 10 ກວ່າ​ກິ­ໂລ­ແມັດເປັນ ເສັ້ນ­ທາງ​ດິນ​ແດງ​ທີ່​ຍັງ​ບໍ່​ທັນ​ໄດ້ຮັບ​ການ​ບຸ­ລະ­ນະ​ເທື່ອ.