ແຂວງຈໍາປາສັກ

ຈາກ ວິກິພີເດຍ

ແຂວງຈໍາປາສັກ
ຂໍ້ມູນທັ່ວໄປ
ຊື່ພາສາລາວ ແຂວງຈໍາປາສັກ
ເມືອງເອກ ປາກເຊ
ISO 3166-2 LA-CH
ຂໍ້ມູນສະຖິຕິ
ເນື້ອທີ່ 15,415 km²
ປະຊາກອນ 575,600 (2004 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 24 ຄົນ/km²

ແຂວງຈຳປາສັກ (ອັງກິດ: Champasak) ເປ໊ນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໝັຍໂບລານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມໂບລານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກໂລກ ປາສາດຫິນວັດພູ

ໃນສະໝັຍກ່ອນປະເທດຝະລັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄືອເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳໂຂງ ແຕ່ຫຼັງຈາກຝະລັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍ້ຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກຈຳປາສັກໄປ 30 ກິໂລແມ້ດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳໂຂງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວມາກມາຍ ເຊ່ນ ນ້ຳຕົກຄອນພະເພັງ ນ້ຳຕົກຜາສ້ວມ ນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງຊ່ອງເມັກໄດ້ ແລະທາງໃຕ້ ຍັງສາມາດຂ້າມໄປກັມປູເຈຍທາງເວິນຄາມໄດ້ອີກດ້ວຍ

[ດັດແກ້] ການແບ່ງເຂດການປົກຄອງ

  1. 1601 ປາກເຊ (Pakse)
  2. 1602 ຊະນະສົມບູນ (Sanasomboon)
  3. 1603 ບາຈຽງຈະເລີນສຸກ (Ba Chiengchaleunsook)
  4. 1604 ປາກຊ່ອງ (Paksong)
  5. 1605 ປະທຸມພອນ (Pathoomphone)
  6. 1606 ໂພນທອງ (Phonthong)
  7. 1607 ຈຳປາສັກ (Champassak)
  8. 1608 ສຸຂຸມາ (Sukhuma)
  9. 1609 ມູນລະປະໂມກ (Moonlapamok)
  10. 1610 ໂຂງ (Khong)
ເຄື່ອງມືສ່ວນຕົວ