ຜາສາດຫີນວັດພູ

ຈາກ ວິກິພີເດຍ
ຜາສາດຫີນວັດພູ

ວັດພູ (ພາສາອັງກິດ: Vat Phou; ພາສາໄທ: ปราสาทหินวัดพู) ບູຮານສະຖານວັດຖຸ ຕັ້ງຢູ່ພາກໃຕ້ຂອງລາວ ທີ່ແຂວງຈຳປາສັກ ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບ ປະເທດກຳປູເຈຍ ຫ່າງ ຈາກອັງກໍວັດປະມານ 200 ກິໂລແມັດ ແລະ ປະມານ 1 ຊົ່ວໂມງ ໄປທາງລົດຈາກປາກເຊ. ວັດພູຈຳປາສັກ ໄດ້ຖຶກຮັບຮອງ ໃຫ້ເປັນມໍລະດົກໂລກ ຈາກອົງການ ຢູເນສໂກ (UNESCO). ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງ ທີ່ມີສິດເກົ່າແກ່ ຊຶ່ງເປັນ ອາຄານກົກເຄົ້າ ສ້າງຂື້ນໃນ ສັດຕະວັດທີ 6, ຈາກນັ້ນກໍ່ມີການຕໍ່ເຕີມຕາມຍຸກສະໄໝຕໍ່ມາ ຈົນມາເຖິງສັດຕະວັດທີ 15. ວັດພູ ເປັນບູຮານສະຖານທີ່ໄດ້ອິດທິພົນ ທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງ ຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ ຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນ ໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮິດ ຄອງ ຫຼື ການເຊື່ອຖື. ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດ ປະຈຸບັນ ຂອງວັດພູ ທີ່ເລີ່ມສ້າງມາແຕ່ ຈ.ສ 1000 ກໍ່ຄື: ສິລະປະຂອງຮິນດູ,ໂດຍມີການເຊື່ອ ຖືເທບພະເຈົ້າຂອງສາສະໜາອິນດູ ຈາກປະກົດການທຳມະຊາດພູເກົ້າ ຊຶ່ງເປັນຈຸດປະກາຍຫຼັກ ໃນການມາສ້າງວັດພູ. ສ່ວນປະ ກອບຂອງວັດມີຮູບຊົງໄຕຣມູມ, ເປັນລຳດັບ ຄືມີການຄິດໄລ່ທີ່ຊັດແຈ້ງເຊັ່ນ: ຮ່ອງນໍ້າ ທີ່ສົ່ງນໍ້າສັກສິດ ຍາວຢຽດອອກໄປເຖິງ 10 ກິໂລແມັດ ທີ່ສ້າງດ້ວຍຜູ້ຄົນ ໄດ້ອ້າງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດ ຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວ.ປັດໃຈ ອື່ນກ່ຽວກັບການມີອຳນາດແຊກແຊງ ລັດຖິອິນດູ ແລະ ການເລືອກສະຖານທີ່ສ້າງວັດພູ ແມ່ນເລືອກເອົາເສັ້ນຂະໜານທິດຕາ ເວັນອອກ-ຕາເວັນຕົກ ເປັນຫຼັກ,ເຊັ່ນດຽວກັນກັບຈອມພູເກົ້າ ຊຶ່ງປະກອບກັບປະກົດການທາງທຳມະຊາດ ຮ່ວມກັບແນວຄິດຂອງ ພຣະສີວະ ສາສະໜາອິນດູ. ການຖືຕາເວັນຂື້ນ ກໍ່ມີຄວາມກ່ຽວພັນກັບພຣະສີວະ, ດັ່ງນັ້ນມັນຈື່ງໄດ້ເກີດມີການເລືອກທິດທາງ ໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ. ຫຼັງຈາກຫຼາຍສັດຕະວັດ ຂອງການລີ້ຊ້ອນຢູ່ໃນຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ,ນັກສຳຫຼວດທາງຊາວຝຣັ່ງ, ທ່ານ ອອງ ຣີ ປາກມອງຈີເອ,ຈຶ່ງໄດ້ຄົ້ນພົບ ວັດພູຄືນອີກໃນປີ 1914. ຫຼັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້ ແລ້ວ,ອີກຄັ້ງໜື່ງ ແລະ ກໍ່ມິດ ງຽບຫາຍໄປ ໂດຍຄວາມບໍ່ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ. ຄວາມສົນໃຈໄດ້ກັບຄືນມາອີກເທື່ອໃໝ່ ໃນກາງປີ 1980 ເວລາທີ່ອົງ ການ ຢູ ເນັດສ ໂກ(UNESCO) ໄດ້ເລີ່ມຕົ້ນລົງໄປສຳຫຼວດ ດ້ານບູຮານສະຖານ ຂອງສະຖານທີ່ແຫ່ງນີ້.ການລົງສຳຫຼວດໃນ ເທື່ອນີ້ ໄດ້ນຳໄປສູ່ການຈົດບັນທຶກເຂົ້າ ເປັນມໍລະດົກພາຍໃຕ້ການຄຸ້ມຄອງຂອງ ກົດໝາຍວ່າດ້ວຍ ມໍລະດົກທີ່ໄດ້ສ້າງຂື້ນ, ຊຶ່ງມີ ເນື້ອໃນວ່າດ້ວຍການປົກປັກຮັກສາບູລະນະ ອະນຸຮັກສະຖານທີ່ນີ້ໄວ້ ໃນປີ 2001.

ຜາສາດຫິນວັດພູ ແບ່ງອອກເປັນ 3 ສ່ວນຄື: ປາສາດຊັ້ນລຸ່ມ ຊາກຂອງບາລາຍສ່ວນໜ້າແຄມບໍ່ນ້ຳ ສ້າງຂຶ້ນມາໃໝ່ສະໄໝເຈົ້າບຸນອຸ້ມ ໃນປີ ຄ.ສ1960 ໃຊ້ສະເດັດໃນພິທີສົງນ້ຳ ແລະ ຊົມປະເພນີແຂ່ງເຮືອ ເຊື່ອມຕໍ່ທາງເດີນຂະໜາບດ້ວຍເສົານາງລຽງ ລານດ້ານໜ້າຈະມີພໍ່ຄ້າແມ່ຄ້າ ນຳເອົາດອກໄມ້ທູບທຽນມາຈຳໜ່າຍ ສ່ວນໂຄປຸລະຊັ້ນນອກ ມີບາລາຍຕັ້ງຢູ່ຄຽງຂ້າງກັນ ເປັນມຸມມະຫາຊົນ ສຳລັບຖ່າຍຮູບຂອງນັກທ່ອງທ່ຽວ ແລະ ເປັນພາບປະຊາສຳພັນຂອງປາສາດຫິນວັດພູແຫ່ງນີ້ ປະຈຸບັນຢູ່ລະຫວ່າງການບູລະນະ ຊາວບ້ານຈະຮຽກບາລາຍ 2 ຫລັງນີ້ວ່າ “ໂຮງທ້າວ” ແລະ “ໂຮງນາງ” ເປັນເໝືອນກັບຜາສາດໃນເມືອງພະນະຄອນທຸກແຫ່ງ ໃຊ້ສຳລັບເຮັດຄວາມສະອາດຊຳລະລ້າງຮ່າງກາຍກ່ອນຂຶ້ນໄປບູຊາເທວະສະຖານ ຜາສາດຊັ້ນກາງ ດ້ານໜ້າຂອງໂຄປຸລະຊັ້ນກາງ ມີຮູບແກະສະຫລັກເທວະຮູບຖືກະບອງ ຊາວບ້ານນ້ຳຜ້າເຫລືອງມາຫົ່ມ ແລະ ກາງສັດ ສະທ້ອນຄວາມເຊື່ອທາງຮິນດູ ເບິ່ງທີ່ມີອິດທິພົນຕໍ່ພຸດທະສາດສະຫນາ ຂອງລາວ ຍ່າງຂຶ້ນຂັ້ນໄດສູງຊັນແຄບໆ ຕ້ອງໃຊ້ມື ແລະ ຕີນປີນ ຕາມຄວາມເຊື່ອຂອງຂອມ ທີ່ຕ້ອງການສະແດງໃຫ້ຜູ້ໄປນະມັດການສະແດງຄວາມເຄົາລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ ສອງຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ຊຶ່ງເປັນດອກໄມ້ປະຈຳຊາດລາວ ປາສາດຊັ້ນເທິງ ເມື່ອຜ່ານທະວານບານເຖິງໂຄປຸລະຊັ້ນໃນ ທາງຂຶ້ນມີເທວະຮູບຕັ້ງຢູ່ ຍ່າງຂຶ້ນຖານຫີນຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມຫມາຍເຖິງສະຫວັນທັງ 7 ຈົນເຖິງປາສາດປະທານສ່ວນເທິງສຸດ ລັກສະນະພາຍນອກຂອງປາສາດເກົ່າແກ່ ສ່ວນໜ້າ ແລະ ສ່ວນຍອດພັງທະລາຍລົງມາ ມີຫລັງຄາສັງກະສີມຸງແທນ ສ່ວນທີ່ຍັງມີຄວາມສົມບູນຄື ທັບຫລັງ ແກະສະຫລັກເປັນຮູບພະອິນ ຊົງຊ້າງເອລາວັນ 3 ສຽນ ດ້ານຂ້າງເປັນຮູບກິນນະລີ ແລະພະວິລຸນປະທັບພະຍາຄຸດ ວິຈິດສວຍງາມ ຕາມເສົາປະດັບກອບປະຕູທັງ 2 ຂ້າງມີຮູບແກະສະຫລັກຂອງທ້າວົດຕຸໂລກບານ ເຫມືອນດັ່ງຍືນພິທັກປິ່ນປົວປາສາດ ແລະ ຮູບແກະສະຫລັກນາງອັບສາ ທີ່ກອບທາງດ້ານຕະເວັນອອກ ບໍລິເວນປ່ອງຢ້ຽມແກະສະຫລັກເປັນລູກໝາກວົດ ດ້ານໃນຂອງຜາສາດປະດິດສະຖານພະພຸດທະຮູບສຳລິດຂະໜາດໃຫຍ່ ມີໂຕະໝູ່ບູຊາແບບຊາວພຸດ ຕັ້ງຢູ່ດ້ານໜ້າ ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ ສະຫລັກເປັນຮູບເເຂ້ ແລະ ຊ້າງຕາມຕຳນານມູຣະຕິ.