ເຂດເສດຖະກິດພິເສດຄອນພະເພັງ

ຈາກ ວິກິພີເດຍ

ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພັງ ທີ່​ຕັ້ງ​ຢູ່​ໃນ​ເຂດ​ເມືອງ​ໂຂງ ​ແຂວງ​ຈໍາປາ​ສັກ ​​ມີ​​ບໍລິ​ເວນ​ກວ້າງ​ເຖິງ 39,000 ​ເຮັກ​ຕາ ​ໂດຍ​ທາງ​ການ​ແຂວງ​ຈໍາ​ປາ​ສັກ​ ໄດ້​ຈັດ​ແບ່ງ​ພື້ນ​ທີ່​ອອກ​ເປັນ 5 ​ເຂດ​ຄື ​ພື້ນ​ທີ່​​ອ້ອມ​ນໍ້າຕົກ​ຄອນ​ພະ​ເພງ ຈະ​ຖືກ​ພັດທະນາ​ໃຫ້​ເປັນ​ເຂດ​ຮອງ​ຮັບ​ ການທ່ອງທ່ຽວ​ ແລະ ​ທຸລະ​ກິດ​ທີ່​ກ່ຽວຂ້ອງ​ກັບ ​ການທ່ອງທ່ຽວ​ ໂດຍ​ສະ​ເພາະ ​ແລະ​ ໂຮງ​ແຮມ, ຣີສອດ, ບ້ານ​ພັກ​ຕາກ​ອາກາດ ​ແລະ ​ສວນສາທາລະນະ​ທີ່ຢູ່​ພາຍ​​ໃນ​ເຂດ​ສວນ​ປ່າ​ ຫລື​ ເຂດ​ອຸດທິຍານ​ແຫ່ງ​ຊາດ.

ສ່ວນ​ນອກ​ນັ້ນ ກໍ​ຈະ​ເປັນ​ເຂດ​ສູນ​ການ​ຄ້າ​ປອດ​ພາສີ ສະໝາ​ມບິນ​ຮອງ​ຮັບ​ ທັງ​ເຮືອບິນ​ສ່ວນ​ຕົວ ​ແລະ ​ເຮືອບິນ​ໂດຍສານ ສະໜາມ​ກ໊ອບ ລະດັບ​ມາດຕະຖານ​ສາກົນ ​ແລະ ​ສູນ​ບໍລິການ​ທາງ​ທຸລະ​ກິດ ​ຢ່າງ​ຄົບ​ວົງ​ຈອນ​ທີ່​ຈະ​ມີ ຕະຫລາດ​ການ​ຄ້າ​ເສລີ ​ເປັນ​ສ່ວນ​ປະ​ກອບ​ທີ່​ສໍາຄັນ​ອີກ​ດ້ວຍ. ​​ ກຸ່ມ​ນັກທຸລະກິດ​ຈາກ​ຈີນ, ​ເກົາຫລີ​ໃຕ້ ​ແລະ ​ມາ​ເລ​​ເຊຍ ​ລວມ​ເຖິງ ນັກທຸລະກິດ​ໃນ​ລາວ​ເອງ​ ​ໄດ້​ພາກັນ​ສະ​ແດງ​ຄວາມ​ຕັ້ງ​ໃຈ ​ທີ່​ຈະ​ເຂົ້າ​​ໄປ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພ​ະ​ເພັງ​ ດັ່ງ​ກ່າວ​ນີ້​ແລ້ວ 4 ບໍລິສັດ​ດ້ວຍ​ກັນ ​ແລະ ​ໃນ​ເມື່ອ​ວ່າ​ລັດຖະບານ​ລາວ​ ໄດ້​ອະນຸມັດ​ແຜນການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພ​ັງ ຢ່າງ​ເປັນ​ທາງ​ການ​ແລ້ວ​ນັ້ນ ຈຶ່ງ​ເຊື່ອ​ວ່າ​ບັນດາ​ບໍລິສັດ​ຕ່າງ​ຊາດ ​ຈະ​ພາກັນຫລັ່ງ​​ໄຫ​ລ​ເຂົ້າ​ໄປ​ລົງທຶນ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພັງ ​ດັ່ງ​ກ່າວ​ນີ້​ເພີ່ມ​ຫລາຍ​ຂຶນຢ່າງ​ຕໍ່​ເນື່ອງ.