ພູພຽງບໍລະເວນ

ຈາກ ວິກິພີເດຍ

ພູພຽງບໍລະເວນມີເນື້ອທີ່ປະມານ 10.000ກມ2 ມີລະດັບສູງສະເລ່ຍ 1000 ມ ເປັນພູພຽງທີ່ປະກອບດ້ວຍດິນບາຊານ(Basalt)ເຊິ່ງເປັນດິນທີ່ມີຄວາມອຸດົມສົມບູນເໝາະແກ່ການປູກພືດຫຼາຍຊະນິດເປັນຕົ້ນແມ່ນພືດອຸດສາຫະກຳທີ່ໃຫ້ຄຸນນະພາບສູງເຊັ່ນ: ກາເຟ. ຕາມເສັ້ນທາງເລກທີ 13 ໃຕ້ ຈາກປາກເຊ-ປາກຊ່ອງ, ທ່ານສາມາດໄປທ່ຽວເລາະຊົມນໍ້າຕົກອີກຫຼາຍໆແຫ່ງໃນເຂດພູພຽງບໍລະເວນ ເຊິ່ງເປັນໜື່ງໃນບັນດາແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈ ຂອງແຂວງຈຳປາສັກ. ຈາກຕົວເມືອງປາກເຊ ໄປໄດ້ປະມານ 21 ກິໂລແມັດ ໃຫ້ລ້ຽວຊ້າຍທີ່ ຫຼັກ 21 ແລະ ມຸ່ງໜ້າໄປຕໍ່ອີກ 15 ກິໂລແມັດ, ກໍຈະໄປຮອດ ນໍ້າຕົກຕາດຜາສ້ວມ. ກັບຄືນມາທາງເກົ່າ ປາກເຊ-ປາກຊ່ອງ ໄປຕໍ່ໃຫ້ຮອດ ຫຼັກ 35 ກໍຈະໄດ້ພົບກັບ ນໍ້າຕົກຕາດອີ່ຕູ່. ບໍ່ໄກຈາກນີ້ໄປທີ່ຫຼັກ 38 ຈະມີໝູ່ບ້ານນ້ອຍ ເຊິ່ງຢູ່ທີ່ນັ້ນສາມາດໄປທ່ຽວເບິ່ງນໍ້າຕົກຕາດຟານ, ເຊິ່ງເປັນທີ່ຊ່າລືກັນວ່າເປັນນໍ້າຕົກຕາດທີ່ງາມທີ່ສຸດໃນແຂວງນີ້. ນອນພັກຄ້າງຄືນຢູ່ບັງກະໂລຂອງຕາດຟານຣີສອດຈັກໜື່ງຄືນກໍດີຈະໄດ້ມີເວລາຊື່ນຊົມທຳມະຊາດ, ເນື່ອງຈາກວ່າບັງກະໂລຕັ້ງຢູ່ຕາມເປີ້ນພູ ສາມາດເຫັນສາຍນໍ້າໄດ້ຢ່າງກວ້າງໄກ ແລະ ອາຍໝອກທີ່ໜ້າມະຫັດສະຈັນ. ເດີນທາງຕໍ່ໃນມື້ນັ້ນ ໄປຮອດເມືອງທ່າແຕງ ຈະເຫັນນໍ້າຕົກຕາດເລາະ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງແຂວງສາລະວັນ. ພູພຽງບໍລະເວນນັ້ນຖືວ່າໂດ່ງດັງ ແລະ ມີຊື່ສຽງທີ່ສຸດທາງດ້ານການຜະລິດກາເຟຂອງປະເທດ.