ຈຳປາສັກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ເມືອງຈຳປາສັກ)
ຈຳປາສັກ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ຈຳປາສັກ
ເມືອງເອກ ປາກເຊ
ISO 3166-2 LA-CH
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 15 415 km²
ພົນລະເມືອງ​ 733,582(2018) ຄົນ

ແຂວງຈຳປາສັກ (ອັງກິດ: Champasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໄໝບູຮານ ເປັນທີ່ຕັ້ງຂອງອານາຈັກລ້ານຊ້າງຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງຜາສາດຫີນວັດພູ ເຊິ່ງເປັນມໍລະດົກໂລກແຫ່ງທີສອງຂອງລາວ.

ໃນສະໄໝກ່ອນປະເທດຝຣັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄືເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝຣັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍຍ້າຍເມືອງເອກໄປທີ່ເມືອງປາກເຊ ເຊິ່ງຢູ່ທາງເໜືອຈາກເມືອງຈຳປາສັກໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວຫຼວງຫຼາຍ ເຊັ່ນ ນ້ຳຕົກຄອນພະເພັງ ນ້ຳຕົກຜາສ້ວມ ນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງຊ່ອງເມັກໄດ້ ແລະທາງໃຕ້ ຍັງສາມາດຂ້າມໄປກຳປູເຈຍທາງເວີນຄາມໄດ້ອີກດ້ວຍ.

ເມືອງຈຳປາສັກ: ຢູ່ຖັດຈາກເມືອງປາກເຊ ລົງມາທາງໃຕ້ຕາມເສັ້ນທາງເລກທີ 13 ໃຕ້ ໄລຍະທາງປະມານ 30 ກິໂລແມັດ ມາເຖິງທ່າເຮືອ ບ້ານມ່ວງ ເພື່ອຕໍ່ບັກ ຂ້າມຝັ່ງມາຍັງເມືອງຈຳປາສັກ ໃນອະດີດເມືອງຈຳປາສັກແຫ່ງນີ້ເຄີຍຖືກໃຊ້ເປັນສູນກາງການປົກຄອງຂອງແຂວງ ເປັນທີ່ປະທັບ ຂອງພະຣາຊະວົງ ໃນສະໄໝກ່ອນການປ່ຽນແປງການປົກຄອງ ປະຈຸບັນເຫລືອພຽງພະຕຳໜັກ 2 ຫລັງ ຕັ້ງຢູ່ທາງທິດໃຕ້ຂອງເມືອງ ຄື: ວັງຂອງເຈົ້າຣາຊະດະໄນ (ພໍ່ຂອງເຈົ້າບຸນອຸ້ມ) ເປັນຕຶກເກົ່າແກ່ສະໄໝອານານິຄົມຢູ່ກົງກັນຂ້າມກັບ ເຮືອນພັກສຸຈິຕາ. ສ່ວນວັງເຈົ້າບຸນອ້ອມ (ນ້ອງຊາຍຂອງເຈົ້າບຸນອຸ້ມ) ເປັນຕຶກສີຂາວ 2 ຊັ້ນ ແຕ່ເມື່ອຝຣັ່ງ ຕັ້ງເມືອງຫລວງເອກຢູ່ທີ່ປາກເຊ ເມືອງຈຳປາສັກຈຶ່ງກາຍເປັນເມືອງແຄມນ້ຳຂອງ ທີ່ງຽບສະຫງົບ ມີບ່ອນເຮັດວຽກ ເປັນສູນກາງຕັ້ງຢູ່ເທິງຖະໜົນລາດຢາງສາຍດຽວໃນເມືອງ ສ່ວນຖະໜົນສາຍອື່ນໆ ໂດຍສ່ວນຫຼາຍເປັນທາງດິນແດງ ສອງຂ້າງທາງຂອງຖະໜົນຮົ່ມ ໄປດ້ວຍໄມ້ນ້ອຍໃຫຍ່.

ການແບ່ງເຂດການປົກຄອງ[ດັດແກ້]

  1. ປາກເຊ (Pakse)
  2. ຊະນະສົມບູນ (Sanasomboun)
  3. ບາຈຽງຈະເລີນສຸກ (Ba Chiengchaleunsouk)
  4. ປາກຊ່ອງ (Paksong)
  5. ປະທຸມພອນ (Pathoumphone)
  6. ໂພນທອງ (Phonthong)
  7. ຈຳປາສັກ (Champassak)
  8. ສຸຂຸມາ (Soukhouma)
  9. ມູນລະປະໂມກ (Meunlapamok)
  10. ໂຂງ (Khong)

ສະຖານທີ່ທ່ອງທ່ຽວ[ດັດແກ້]