ເມືອງຜົ້ງສາລີ

ຈາກ ວິກິພີເດຍ

ເມືອງຜົ້ງສາລີແມ່ນເປັນເມືອງເອກຂອງແຂວງຜົ້ງສາລີ ທີ່ນອນຢູ່ພາກເໜືອຂອງ ສ ປປ ລາວ ມີຊາຍແດນເມືອງຄື:

  • ທິດເໜືອຕິດກັບ ເມືອງ ຍອດອຸ
  • ທິດຕາເວັນອອກຕິດກັບ ຊາຍແດນຫວຽດ ແລະ ເມືອງ ສຳພັນ
  • ທິດໃຕ້ຕິດກັບເມືອງ ສຳພັນ ແລະ ເມືອງ ບູນໃຕ້
  • ທິດຕາເວັນຕົກຕິດກັບ ເມືອງ ບູນເໜືອ

ຜົ້ງສາລີ ເປັນເມືອງທີ່ເຕັມໄປດ້ວຍພູສູງສະລັບສັບຊ້ອນກັບ ເປັນເມືອງທີ່ມີອຸນຫະພຸມສະເລ່ຍ 20-30 ອົງສາ. ພື້ນທີ່ດັ່ງກ່າວເປັນການກິດຂວາງການທຳການກະສີກຳ ແລະ ມີຄວາມເປັນໄປໄດ້ຍາກໃນການທີ່ຈະຂະຫຍາຍຕົວເມືອງ. ດ້ານເສດຖະກິດ:

ການປະກອບອາຊີບຂອງຊາວເມືອງຜົ້ງສາລີສ່ວຍຫຼາຍແມ່ນການປູກພືດອຸດສະຫາກຳເຊັ່ນ: ການປູກຊາຂຽວ ແຕ່ຢ່າງໃດກໍ່ຕາມບັນຫາກໍ່ເກີດຂື້ນມາໃນການຫຼຸດລົງຂອງລາຄາໃບຊາເຮັດໃຫ້ມີຜົນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.