ເຂດບ້ານເຈັກ

ຈາກ ວິກິພີເດຍ

ເຂດບ້ານເຈັກ "ບ້ານຈີນເກົ່າສະໄຕລ໌ເອີລົບ" ເຂດບ້ານເຈັກທອດຕົວຍາວ ຢູ່ລະຫວ່າງຖະໜົນສີສະຫວ່າງວົງ ເປັນຍ່ານການຄ້າເກົ່າແກ່ຂອງເມືອງຫລວງພະບາງ ທີ່ເອີ້ນວ່າບ້ານເຈັກ ເນື່ອງຈາກວ່າ ສະໄໝກ່ອນເປັນຍ່ານຮ້ານຄ້າ ແລະ ທີ່ຢູ່ອາໄສຂອງຄົນເຊື້ອສາຍຈີນ(ເຈັກ) ຕຶກແຖວໃນລະແວກນີ້ມີລັກສະນະ ເປັນຫ້ອງແຖວແບບຈີນ ແຕ່ປະດັບຕົກແຕ່ງລວດລາຍຄ້າຍແບບເອີລົບຈົນກາຍເປັນເອກະລັກສະເພາະຕົວ ອາຄານສ່ວນໃຫຍ່ສ້າງໃນສະໄໝພະເຈົ້າສີສະຫວ່າງວົງ ໂດຍຜູ້ເປັນກຳລັງສຳຄັນໃນການປັບປຸງພັດທະນາເມືອງຫລວງພະບາງ ກໍຄືເຈົ້າອຸປະຣາດບຸນຄົງ ກ່າວໄດ້ວ່າ ສະພາບຜັງເມືອງຫລວງພະບາງໃນປະຈຸບັນ ລວມທັງອາຄານບ່ອນເຮັດວຽກຂອງລັດສ່ວນຫລາຍ ຊຶ່ງກໍ່ສ້າງດ້ວຍສະຖາປັດຕະຍະກຳປະສົມເອີລົບນັ້ນ ເກີດຂຶ້ນໃນສະໄໝນັ້ນ. ປະຈຸບັນ ຕຶກແຖວສອງຂ້າງທາງ ຍ່ານບ້ານເຈັກປັບປຸງເປັນຮ້ານຂາຍເຄື່ອງທີ່ລະລືກ, ຮ້ານອິນເຕີເນັດ, ຮ້ານກິນດື່ມ ແລະ ຮ້ານອາຫານສາກົນ ລວມທັງແຫລ່ງ ທີ່ພັກລາຄາຍ່ອມເຍົາ ສຳລັບນັກເດິນທາງປະເພດແບກເປ້ດ້ວຍ ຊຶ່ງສ່ວນຫລາຍຢູ່ດ້ານຫລັງຕຶກແຖວອາຄານພານິດ ຂອງບ້ານເຈັກ ບໍລິເວນນີ້ຈຶ່ງເປັນແຫລ່ງຊຸມນຸມຂອງນັກທ່ອງທ່ຽວຕະຫລອດທັງກາງເວັນ ແລະ ກາງຄືນ.