ວັດວິຊຸນນະຣາດ

ຈາກ ວິກິພີເດຍ

ເຖິງວ່າ ໃນຫລວງພະບາງ ຈະເປັນເມືອງທີ່ມີວັດຢູ່ຢ່າງຫລວງຫລາຍ ແຕ່ວັດທີ່ເບິ່ງແປກຕາທີ່ສຸດຕ້ອງຍົກໃຫ້ວັດນີ້ ດ້ວຍພະທາດຮູບຮ່າງໂຄ້ງມົນເໝືອນໝາກໂມ ໂດດເດັ່ນເບິ່ງເຫັນແຕ່ໄກ ແມ່ນພຽງແຕ່ນັ່ງລົດຜ່ານໄປຍັງຖະໜົນວິຊຸລົນລາດ. ຈະເຫັນພະທາດຮູບຊົງໝາກໂມຜ່າເຄິ່ງນີ້ສະດຸດຕາ ຈົນມີຊື່ເອີ້ນ ຂອງຊາວຫລວງພະບາງວ່າ “ວັດພະທາດໝາກໂມ” ແລະ ພະທາດຮູບຊົງແປກຕານີ້ເອງທີ່ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ຍົກໃຫ້ມີຄວາມສຳຄັນ ວັດພະທາດໝາກໂມ ເຄີຍເປັນທີ່ປະດິດສະຖານ ພະບາງ ຊຶ່ງໄດ້ອາລາດທະນາຂຶ້ນມາຈາກເມືອງວຽງຄຳ ມີປະທຸມເຈດີ ຫລື ພະທາດດອກບົວໃຫຍ່ ຊຶ່ງພະນາງພັນຕີຊຽງ ພະອັກຄະລະມະເຫສີຂອງພະເຈົ້າວິຊຸນະລາດໂປດ ໃຫ້ສ້າງຂຶ້ນໃນ ປີ ຄ.ສ.1864 ຫລັງຈາກສ້າງວັດສຳເລັດແລ້ວ ທີ່ມາຂອງຊື່ພະທາດໝາກໂມ ມາຈາກການທີ່ຊາວຫລວງພະບາງເຫັນຮູບຊົງຂອງພະທາດຄ້າຍໝາກໂມຜ່າເຄິ່ງ ຫລື ເປັນຊົງໂອຄວ່ຳຄ້າຍສະຖູບ ແບບຟອງນ້ຳ ທີ່ເມືອງສານຈີ ປະເທດອິນເດຍ ຍອດພະທາດມີລັກສະນະຄ້າຍລັດສະໝີແປວໄຟ ຂອງພະພຸດທະຮູບແບບລັງກາຫລື ສຸໂຂໄທ ບໍລິເວນມຸມຖານຊັ້ນກາງ ແລະ ຊັ້ນເທິງ ມີພະທາດທິດຊົງດອກບົວຈູມທັງສີ່ມຸມ ພະທາດໝາກໂມນີ້ເຄີຍຖືກ ບູລະນະປະຕິສັງຂອນມາແລ້ວ 2 ຄັ້ງຄື: ໃນປີ ຄ.ສ.1859 ລາຊະສະໄໝຂອງເຈົ້າມະຫາຊີວິດສັກກະລິນ (ຄຳສຸກ) ຊຶ່ງເປັນພະລາຊະບິດາ ຂອງເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ບູລະນະອີກເທື່ອໃນປີ ຄ.ສ.1914 ໃນລາຊະສະໄໝ ຂອງເຈົ້າມະຫາຊີວິດສີສະຫວ່າງວົງ ໃນການບູລະນະເທື່ອນີ້ໄດ້ມີການຄົ້ນພົບບູຮານສິລະປະວັດຖຸຫລວງຫລາຍຢ່າງ ເຊັ່ນ:ເຈດີຄຳ, ພະພຸດທະຮູບຫລໍ່ສຳລິດ, ພະພຸດທະຮູບຄຳ, ພະພຸດທະຮູບເງິນ ໂດຍສະເພາະພະພຸດທະຮູບທີ່ແກະສະຫລັກຈາກແກ້ວ ເຊັ່ນດຽວກັບພະແກ້ວມໍລະກົດ. ບູຮານວັດຖຸນີ້ໄດ້ນຳຖວາຍເຈົ້າມະຫາຊີວິດສີສະຫວ່າງວົງ ແລະ ເກັບຮັກສາໄວ້ໃນ ພະລາດຊະວັັງຫລວງພະບາງຈົນເຖິງປັດຈຸບັນ ຖັດມາທີ່ຕົວ ພຣະອຸໂປສົດ ຫລື ທີ່ເອີ້ນວ່າ “ສິມ” ສ້າງຂຶ້ນເພື່ອໃຊ້ເປັນທີ່ປະດິດສະຖານ ພະບາງ ຕົວອຸໂປສົດ ມີຮູບຊົງແບບອາຄານໄທລື້ສິບສອງປັນນາ ຈຸດເດັ່ນຢູ່ທີ່ສ່ວນຄໍຊັ້ນສອງຈະຍົກລະດັບສູງຂຶ້ນໄປ ສ່ວນເທິງຫລັງຄາປະດັບດ້ວຍ“ໂຫງ່” ຮູບພະຍານາກ 3 ຫົວ ເຄິ່ງກາງສັນຫລັງຄາມີຊໍ່ຟ້າ ເປັນຮູບປາສາດຍອດສັດນ້ອຍໆ ຫຼຸດລື່ນຫລາຍຊັ້ນປະດັບຢູ່ ປ່ອງຢ້ຽມອຸໂປສົດ ປະດັບດ້ວຍລູກຕິ່ງຂະໜາດໃຫຍ່ ບານປະຕູດ້ານໜ້າທັງ 3 ຊ່ອງ ແກະສະຫລັກລົງຮັກປິດທອງຮູບພະສິວະ, ພະວິດສະນຸ, ພະພົມແລະ ພະອິນ ຢ່າງສວຍງາມຕາມແບບສິລະປະຊຽງຂວາງ ພາຍໃນອຸໂປສົດ ມີພະປະທານຂະໜາດໃຫຍ່ ດ້ານຫລັງພະປະທານມີບູຮານວັດຖຸທີ່ເກັບລວບລວມຈາກວັດຮ້າງຕ່າງໆ ໃນຫລວງພະບາງ ເຊັ່ນ ພະພຸດທະຮູບສຳລິດໄມ້ຈຳຫລັກລວດລາຍຕ່າງໆ, ພະພຸດທະຮູບໄມ້ແກະສະຫລັກລົງຮັກປິດທອງສູງເທົ່າຄົນແທ້ຈຳນວນຫລວງຫລາຍ.