ວັດໝື່ນນາຊົມພູອາຣາມ

ຈາກ ວິກິພີເດຍ

ພຣະອຸໂປສົດສ້າງຂຶ້ນໃນປີ ຄ.ສ 1533 ໃນສະໄໝພຣະເຈົ້າໂພທິສະລາດ ຕໍ່ມາບູລະນະອີກຫລາຍເທື່ອ ຈົນເປັນດັ່ງທີ່ເຫັນໃນປະຈຸບັນ ມີລັກສະນະສິລະປະແບບຫລວງພະບາງທົ່ວໄປ ດ້ານຂ້າງມີພະທາດອົງໃຫຍ່ຮູບສີ່ຫລ່ຽມຫຍໍ້ມຸມ ມີຫໍອູບມຸງຢູ່ບໍ່ໄກ ທີ່ຝາດ້ານນອກມີຮູບປັ້ນສັດ ເຮັດຈາກດິນເຜົາສີລ້ອມຮອບ.