ອະນຸສອນສະຖານປະທານ ໄກສອນ ພົມວິຫານ

ຈາກ ວິກິພີເດຍ

ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຕັ້ງຢູ່ຫ່າງຈາກທ່າເຮືອທ່າດ່ານປະມານ 1 ກິໂລແມັດ,ອະນຸສອນສະຖານ ຂອງທ່ານປະທານ ໄກສອນ ພົມວິຫານ ອະດີດປະທານປະເທດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຜູ້ລ່ວງລັບໄປແລ້ວ ແລະ ເປັນທີ່ເຄົາລົບຮັກຂອງປວງຊົນລາວທັງຊາດຢ່າງຍິ່ງ ເພາະເມື່ອຕອນທີ່ ທ່ານຍັງມີຊີວິດຢູ່ ທ່ານໄດ້ສ້າງຄຸນປະໂຫຍດຢ່າງມະຫາສານໃຫ້ແກ່ປະເທດລາວ ແລະ ປະຊາຊົນລາວ ໂດຍທ່ານໄດ້ເປັນຜູ້ນຳພາປະຊາຊົນລຸກຮືຂື້ນຕໍ່ສູ້ ຕ້ານພວກລ່າເມືອງຂື້ນທັງແບບເກົ່າ ແລະ ແບບໃໝ່ ໃນທີ່ສຸດເພິ່ນກໍໄດ້ນຳພາປະຊາຊົນລາວກອບກູ້ເອກະລາດຂອງຊາດລາວໄດ້ສຳເລັດ ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຄ.ສ 1975.ໃນປັດຈຸບັນນີ້ປະຊາຊົນຊາວແຂວງບໍ່ແກ້ວນິຍົມໄປກາບໄຫວ້ອະນຸສອນສະຖານຂອງເພິ່ນຢ່າງຫຼວງຫຼາຍ.