ພູພຽງເມືອງພວນ

ຈາກ ວິກິພີເດຍ

ພູພຽງເມືອງພວນຕັ້ງຢູ່ລະຫວ່າງພູເບ້ຍ, ພູເລີຍ ແລະ ທ່ົງບ້ານບານເມືອງຄຳ. ພູພຽງນີ້ມີເນື້ອທີ່ປະມານ 2000 ກິໂລຕາແມັດ ແລະ ມີຄວາມສູງສະເລ່ຍ ແຕ່ 1200 - 1400 ແມັດ. ເຂດພາກກາງຂອງພູດັ່ງກ່າວ ເປັນເຂດທົ່ງຫຍ້າອັນກວ້າງໃຫຍ່ ແລະ ມີພື້ນທີ່ຮາບພຽງດີ ເຊິ່ງແມ່ນເຂດນີ້ເອງທີ່ເຮົາເອີ້ນວ່າ ທົ່ງໄຫຫີນ. ພູພຽງເມືອງພວນເປັນບ່ອນກຳເນີດຂອງແມ່ນ້ຳຫຼາຍສາຍ ເຊັ່ນ: ນ້ຳງຽບ, ນ້ຳງື່ມ, ນ້ຳຊັນ, ນ້ຳເນີນ, ນ້ຳມັດ, ນ້ຳໂມ້ ຯລຯ