ໜອງຟ້າ

ຈາກ ວິກິພີເດຍ

ຫນອງ​ຟ້າ ເປັນ​ແຫລ່ງ​ທ່ອງທ່ຽວ​ທີ່​ມີ​ຊື່​ສຽງ ແລະ ໄດ້​ຮັບຄວາມ​ສົນ­ໃຈ​ຈາກ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດອັນ​ເນື່ອງ​ມາ​ຈາກ​ຄວາມ​ສວຍງາມ​ນີ້​ເອງ ຈິ່ງ​ເຮັດ​ໃຫ້​ຜູ້​ຄົນ​ສົນ ໃຈ​ຕໍ່​ແຫລ່ງ​ທ່ອງ​ທ່ຽວ​ແຫ່ງ​ນີ້ຫລາຍ​ຂຶ້ນ ເຊິ່ງ​ຕັ້ງ​ຢູ່​ບໍ­ລິ­ເວນ​ວັງຕັດຫ່າງ​ຈາກ​ເທດ­ສະ­ບານ​ເມືອງສາ­ມັກ­ຄີ​ໄຊ ປະ­ມານ 60 ກິ​ໂລແມັດ ຫນອງ​ຟ້າ​ເກີດ​ມາ​ຈາກສາຍ​ນ້ຳ​ເຊ​ຂະ​ຫມານໄຫລ​ມາ ປະ­ສົມ​ກັບ​ນ້ຳ​ເຊ​ກອງຢູ່​ບໍ­ລິ­ເວນ ທ່າ​ຂ້າມ​ເຮືອ​ໄປ​ເມືອງ​ພູ​ວົງສະ­ຖານ­ທີ່​ບ່ອນ​ນັ້ນ​ເປັນ​ສາຍ​ນ້ຳທີ່​ລ່ອງ​ລົງ​ໃສ່​ປະ­ເທດ​ກຳ­ປູ­ເຈຍຫນອງ​ຟ້າ​ເກີດ​ຂຶ້ນ ແລະ ຢູ່​ລະຫວ່າງ​ກາງ​ຫົວ​ພູ​ຈຸ້ມ​ເຂົ້າ​ຫາ​ກັນ ຈາກ​ເສັ້ນ­ທາງ 18B ລະ­ຫວ່າງ ກິ­ໂລ­ແມັດ 100 ເຂົ້າ​ໄປ​ປະ­ມານ 64 ກິ­ໂລ­ແມັດ ໄປ​ເຖິງ​ບໍ­ລິ­ເວນຫນອງ​ຟ້າ​ຖື​ວ່າ​ເປັນ​ຫນອງ​ນ້ຳ​ທີ່ໃຫຍ່​ມີ​ນ້ຳ​ສີ­ຟ້າ​ຕະ­ຫລອດ​ປີ​ມີຄວາມ​ກວ້າງ​ປະ­ມານ 1 ກິ​ໂລແມັດ ສ່ວນ​ຄວາມ​ເລິກ​ຍັງ​ບໍ່​ທັນຮູ້​ເທື່ອ.

ແຕ່​ຈາກ​ການ​ສັນ­ນິ­ຖານ​ວ່າ: ຫນອງ​ຟ້າອາດ​ເກີດ​ຈາກ​ພູ​ໄຟ ລະ­ເບີດ​ຂຶ້ນ​ເມື່ອ​ຫລາຍ​ພັນ​ປີກ່ອນ​ຈົນ​ເກີດ​ເປັນ​ປ່ອງ​ພູ­ເຂົາ​ໄຟຂະ­ຫນາດ​ໃຫຍ່​ກາຍ​ມາ​ເປັນຫນອງ​ຟ້າ​ໃຫ້​ພວກ​ເຮົາ​ເຫັນ​ໃນປະ­ຈຸ​ບັນ​ນີ້ ຊາວ­ບ້ານ​ໃຫ້​ຄວາມເຊື່ອ​ຖື​ວ່າ​ມີ​ແສງ​ໄຟ​ທີ່​ສົ່ງ​ແສງຂຶ້ນ​ມາ​ຈາກ​ພື້ນ​ນ້ຳ​ໃນ​ຍາມ​ວັນສິນ ຫລື ມີ​ນ້ຳ​ປູນ​ສີ­ຂາວ​ຂຶ້ນ​ມາຫນ້າ­ນ້ຳ, ແຕ່​ພິ­ເສດ​ໄປ​ກວ່າ​ນັ້ນໃນ​ຫນອງ​ແຫ່ງ​ນີ້​ມີ​ພຽງ​ແຕ່​ປາ­ຄໍ່ ກັ້ງຊະ­ນິດ​ດຽວ​ເທົ່າ​ນັ້ນ, ຖ້າຫາກ​ທ່ານ​ໃດ​ສົນ­ໃຈ​ຢາກ​ໄປ​ສຶກສາ​ຕົວ​ຈິງ​ກໍ່​ສາ­ມາດ​ໄປ​ຊົມ​ໄດ້ດ້ວຍ​ຕົວ​ເອງ ເຊິ່ງ​ພາກ­ສ່ວນກ່ຽວ­ຂ້ອງ​ກໍ່​ພ້ອມ​ທີ່​ຈະ​ໃຫ້​ຂໍ້​ມູນ-ຂ່າວ­ສານ​ກ່ຽວ​ກັບ​ສະ­ຖານ­ທີ່ທ່ອງ​ທ່ຽວ​ໃນ​ເຂດ​ເຫລົ່າ​ນີ້. ເຊິ່ງຕັ້ງຢູ່ ເມືອງ ຊານໄຊ ແຂວງ ອັດຕະປື ນີ້ເອງ