ແຂວງໄຊຍະບູລີ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ໄຊຍະບູລີ)
ແຂວງໄຊຍະບູລີ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງໄຊຍະບູລີ
ເມືອງເອກ ໄຊຍະບູລີ
ISO 3166-2 LA-XA
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 16,389 km²
ພົນລະເມືອງ​ 360,195 (2008 ຄາດຄະເນ) ຄົນ

ປະຫວັດແຂວງໄຊຍະບູລີ[ດັດແກ້]

ລັກສະນະພູມສັນຖານ[ດັດແກ້]

ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂວງອຸດົມໄຊ ມາຍັງແຂວງຫລວງພະບາງ ຈາກຫລວງພະບາງ ແມ່ນ້ຳຂອງໄຫລ ຕໍ່ໄປຍັງແຂວງໄຊຍະບູລີ ແຂວງທີ່ອາດຈະບໍ່ໂດດເດັ່ນໃນເລື່ອງການທ່ອງທ່ຽວຫລາຍເທົ່າໃດ ຖ້າທຽບກັບເມືອງຫລວງພະບາງ ແລະ ນະຄອນວຽງຈັນ ແຕ່ໃນອະນາຄົດອາດໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຫາກຖະໜົນທີ່ເຊື່ອມຕໍ່ແຂວງນ່ານ ເຂົ້າສູ່ແຂວງໄຊຍະບຸລີຕັດຜ່ານໄປຍັງຫລວງພະບາງ ໄຊຍະບູລີ ເມືອງແຫ່ງປ່າໄມ້ທີ່ອຸດົມສົມບູນ ແລະ ທຳມະຊາດອັນສວຍງາມ ຕັ້ງຢູ່ເທິງພູເຂົາ ແລະ ທົ່ງພຽງ ມີເຂດແດນຕິດກັບໄທຍາວ 647 ກິໂລແມັດ. ປະຊາກອນມີ 8 ເຜົາ ເຊັ່ນ: ເຜົ່າລາວ, ມົ້ງ, ກຶມມຸ ໄທດຳ, ລື້,ຢວນ,ອີມຽນ ເຜົ່າໄປຣ. ທາງຕະເວັນອອກຕິດກັບຝັ່ງແມ່ນ້ຳຂອງ ຈະເຫັນຍອດພູເຂົາທີ່ເບິ່ງໄກໆ ຈະເໝືອນຊ້າງກຳລັງຍ່າງ ຈຶ່ງໄດ້ຊື່ວ່າ ຜາຊ້າງ ສ່ວນທາງທິດຕະເວັນຕົກຂອງຕົວເມືອງເປັນທີ່ຕັ້ງຂອງປ່າສະຫງວນແຫ່ງຊາດນ້ຳປຸ້ຍ ຖັດມາທາງຕອນໃຕ້ໃກ້ຊາຍແດນມີ ນ້ຳຕົກໃຫ້ທ່ຽວຊົມ ໄດ້ແກ່ ນ້ຳຕົກເຮືອນຄຳ ນ້ຳຕົກຕາດເຫືອງ ແຕ່ຍັງບໍ່ມີຖະໜົນເຂົ້າເຖິງ ສ່ວນນ້ຳຕົກທີ່ມີຖະໜົນເຂົ້າເຖິງໄດ້ແກ່ ນ້ຳຕົກຕາດເຈົ້າ ສູງປະມານ 30 ແມັດ ການເດິນທາງສະດວກ ຢູ່ໃກ້ຕົວເມືອງ ຫ່າງຈາກທ່າເຮືອປະມານ 1 ກິໂລແມັດ ຊາວບ້ານສ່ວນໃຫຍ່ນິຍົມມາທ່ຽວພັກຜ່ອນຊຶ່ງເຈົ້າຊີວິດສີສະຫວ່າງວົງໂປດໃຫ້ສ້າງຂຶ້ນ.

ທີ່ຕັ້ງ[ດັດແກ້]

  • ຕິດກັບ ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ທາງທິດເໜືອ
  • ຕິດກັບ ແຂວງເລີຍ ປະເທດໄທ ທາງທິດໃຕ້
  • ຕິດກັບ ແຂວງຫລວງພະບາງ ແລະ ແຂວງວຽງຈັນ ທາງທິດຕາເວັນອອກ
  • ຕິດກັບ ແຂວງນ່ານ, ອຸດຕະຣະດິດ, ພະເຍົາ, ຊຽງຣາຍ,ພິດສະນຸໂລກ ປະເທດໄທ ທາງທິດຕາເວັນຕົກ

ບັນດາເມືອງ[ດັດແກ້]

  1. ເມືອງບໍ່ແຕນ (8-09)
  2. ເມືອງຫົງສາ (8-03)
  3. ເມືອງແກ່ນທ້າວ (8-08)
  4. ເມືອງຄອບ (8-02)
  5. ເມືອງເງິນ (8-04)
  6. ເມືອງປາກລາຍ (8-07)
  7. ເມືອງພຽງ (8-06)
  8. ເມືອງທົ່ງມີໄຊ (8-10)
  9. ໄຊຍະບູລີ (8-01)
  10. ເມືອງຊຽງຮ່ອນ (8-05)
  11. ເມືອງໄຊສະຖານ (8-11)

ສະຖານທີ່ທ່ອງທ່ຽວ[ດັດແກ້]

ົ+ ເພື່ອນເບຍ ຄາລາໂອເກະ ເມືອງປາກລາຍ

  • ( ຕາດຂຽວ )
  • ບູນກອງເຂົ້າໃຫຍ່ ເມຶືອງພງງ

+ (ຫ້ວຍນໍ້າໃສເມືອງໄຊຍະບູລີ

ເວັບໄຊອື່ນ[ດັດແກ້]