ປ່າສົງ

ຈາກ ວິກິພີເດຍ

ປ່າສົງ ເປັນປາຕຶບປານກາງ ຫຼື ເຄິ່ງຕຶບເຊິ່ງມີຫຼາຍກວ່າໝູ່ຢູ່ປະເທດລາວ ຄື ກວມເອົາເນື້ອທີ່ເຄິ່ງໜຶ່ງຂອງເນື້ອທີ່ປ່າທັງໝົດ. ມີຢູ່ເກືອບທຸກໆແຂວງ ແຕ່ຫຼາຍກວ່າໝູ່ຢູ່ແຂວງຫຼວງນ້ຳທາ, ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ. ປ່າສົງເປັນປ່າທີ່ມີລັກສະນະເຊື່ອມຕໍ່ກັບ ໂຄກ ແລະ ປະກອບດ້ວຍໄມ້ຊະນິດຕ່າງໆເຊິ່ງມີທັງຊະນິດໃບຫຼົ່ນໃນລະດູແລ້ງ ແລະ ຊະນິດທີ່ມີໃບຂຽວຢູ່ຕະຫຼອດປີ, ບາງທ້ອງຖິ່ນກໍມີທັງໄມ້ປ້ອງປະປົນຢູ່. ດ້ວຍເຫດນີ້ ເພິ່ນຈຶ່ງມັກເອີ້ນວ່າ: ປ່າປະສົມ. ປ່າປະເພດນີ້ມີໄມ້ໃຫຍ່ເຊັ່ນ: ໄມ້ແຕ້ຂ່າ, ໄມ້ແດງ, ໄມ້ດູ່, ໄມ້ເປືອຍ... ພິເສດ ປ່າສົງເຂດຫ້ວຍຊາຍ, ປາກລາຍ ແລະ ຫຼວງພະບາງ ມີໄມ້ສັກກວມຈຳນວນຫຼວງຫຼາຍ.