ລາວ (ຊົນເຜົ່າ)

ຈາກ ວິກິພີເດຍ
ຊາວລາວ
ລາວ
ປະຊາກອນທັງໝົດ
ປ. 4 ລ້ານຄົນ
(ບໍ່ຮວມຊາວອີສານ)[lower-alpha 1][1]
ພູມິພາກທີມີປະຊາກອນຢ່າງສຳຄັນ
ທຸງຊາດຂອງປະເທດລາວ ລາວ      3,427,665[2]
ທຸງຊາດຂອງໄທ ໄທ222,432 (ບໍ່ຮວມ ຄົນອີສານ) (2010)[3]
ທຸງຊາດຂອງຝຣັ່ງ ຝຣັ່ງ200,000[4]
ທຸງຊາດຂອງສະຫະລັດອາເມລິກາ ສະຫະລັດອາເມລິກາ200,000 (2015)[5]
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍ23,000[lower-alpha 2][1]
ທຸງຊາດຂອງການາດາ ແຄນນາດາ24,580 (2016)[6]
ທຸງຊາດຂອງປະເທດມຽນມາ ມຽນມາ17,000[1]
ທຸງຊາດຂອງຫວຽດນາມ ຫວຽດນາມ17,532[7]
ທຸງຊາດຂອງເຢຍລະມັນ ເຢຍລະມັນ4,000[8]
ພາສາ
ລາວ
ສາສະໜາ
ພຸດທະສາສະນິກະຊົນ, ສາສະໜາ​ພື້ນ​ເມືອງ​ລາວ
ກຸ່ມຊາດພັນທີກ່ຽວຂ້ອງ
ຊາວໄທອື່ນໆ (ເຊັ່ນ ຊາວໄທດຳ, ຊາວອີສານ, ຊາວໄຕ່ ແລະ ອື່ນໆ)
ພະເຈົ້າເສດຖາທິລາດເປັນນຶ່ງໃນກະສັດເຊື້ອສາຍລາວ.

ຊາວລາວ ຫຼື ຊົນເຜົ່າລາວ (ອັງກິດ: Lao people, ຝຣັ່ງ: peuple Lao) ເປັນກຸ່ມຊົນເຜົ່າ ຫຼື ຊາຕິພັນກຸ່ມນຶ່ງເຊິ່ງມີຈຸດກຳເນີດຈາກອາຊີຕາເວັນອອກສຽງໃຕ້. ເປັນກຸ່ມຊາຕິພັນເຊິ່ງເວົ້າພາສາລາວ ຫຼື ມີເຊື້ອຊາດລາວຕັ້ງແຕ່ສະໄໝອານາຈັກລ້ານຊ້າງ. ສ່ວນຫຼາຍອາໄສຢູ່ໃນປະເທດລາວ ແລະອາໄສກະຈັດກະຈາຍຢູ່ໃນປະເທດທົ່ວໂລກ. ຊົນເຜົ່າລາວສ່ວນຫຼາຍນັບຖືສາສະໜາພຸດ.

ຄວາມເປັນມາ[ດັດແກ້]

ຊົນເຜົ່າລາວໃນອະດີດໄດ້ຍ້າຍມາຈາກຂົງເຂດຈີນໃຕ້ໃນປັດຈຸບັນມາກໍ່ຮ່າງສ້າງໂຕໃນບໍລິເວນປະເທດລາວປັດຈຸບັນ. ຍັງມີຫຼາຍຄົນມີຄວາມເຊື່ອວ່າຊົນເຜົ່າລາວເປັນລຸກຫຼານຂອງຂຸນບໍລົມ. ພໍຍ້າຍມາອາໄສໃນບ່ອນນີ້ກໍໄດ້ມີການກໍຕັ້ງອານາຈັກລ້ານຊ້າງ ເຊິ່ງກໍໄດ້ພັດທະນາມາເປັນປະເທດລາວປັດຈຸບັນ.

ພາສາລາວ[ດັດແກ້]

ເບິ່ງຕື່ມຢູ່ ພາສາລາວ

ພາສາລາວແມ່ນພາສາໄຕພາສານຶ່ງ. ເປັນພາສາທີ່ມີວັນນະຍຸດ ຈັດຢູ່ໃນຕະກູນພາສາໄທ-ກະໄດ (Tai-Kadai languages). ຄຳສັບມີຮາກເຫງົ້າຈາກຫຼາຍບ່ອນ ເຊັ່ນ ພາສາລາວບູຮານ ຫຼືເອີ້ນວ່າ ພາສາໄຕ (Proto-Tai), ພາສາຂະເໝນບຸຮານ, ພາສາປາລີ-ສັນສະກິດ (ຜ່ານພຸດທະສາສະໜາ) ແລະໃນປັດຈຸບັນກໍມີຄຳສັບຈາກພາສາຝະລັ່ງ (ແຕ່ສະໄໝປະເທດລາວເປັນຫົວເມືອງຝະລັ່ງ) ແລະພາສາອັງກິດອີກນຳ.

ສາສະໜາ[ດັດແກ້]

ຊົນເຜົ່າລາວສ່ວນຫຼາຍແຕ່ປະຖົມບູຮານແມ່ນນັບຖືຜີ,ນັບຖືຜີສາງນາງໄມ້ປະສົມປະສານກັບສາສະໜາພຸດ.ເຊິ່ງເອີ້ນວ່າ ຜີປູ່ຍ່າຕາຍາຍ,ຜີເຮືອນ ຜີໄຮ່ຜີນາ ຕ່າງໆ ຫລັງຈາກອິທິພົນຂອງສາດສະໜາພຸດແຜ່ລາມລົງມາໃນອາຊີ ຄົນລາວຈື່ງເລີ້ມມີການເຊື້ອຖືສາດສະໜາພຸດນັບມືນັບຫລາຍຂື້ນ ຈົນເຖິ່ງປັດຈຸບັນຄົນລາວສ່ວນໃຫ່ຍແມ່ນຖືສາສະໜາພຸດເປັນຫຼັກ.

ອາຫານລາວ[ດັດແກ້]

ລາບເປັນອາຫານລາວທີ່ມີຊື່ສຽງທົ່ວໂລກ.
ເບິ່ງຕື່ມຢູ່ ອາຫານລາວ

ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.

ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.

ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້[9][10][11] ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ[12] ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.


ອ້າງອີງ[ດັດແກ້]

  1. 1.0 1.1 1.2 Hattaway, Paul, ed. (2004). Lao. Peoples of the Buddhist World. William Carey Library. p. 149.
  2. "Results of Population and Housing Census 2015" (PDF). Lao Statistics Bureau. Retrieved 1 May 2020.
  3. Vapattanawong, Patama. "ຄົນຕ່າງປະເທດໃນໄທມີໃຜແດ່? (Foreigners in Thailand)" (PDF). Institute for Population and Social Research - Mahidol University. Archived from the original (PDF) on ເມສາ 12, 2019. Retrieved June 30, 2017.
  4. "Présentation du Laos" [Presentation of Laos] (in ຝຣັ່ງ). France: French Ministry of Foreign Affairs. 2017. Retrieved 14 July 2017.
  5. "U.S. Immigrant Population by Country of Birth, 2000-Present" (XLSX). migrationpolicy.org. Retrieved February 14, 2017.
  6. Statistics Canada. "Immigration and Ethnocultural Diversity Highlight Tables". Retrieved 1 June 2016.
  7. "Report on Results of the 2019 Census". General Statistics Office of Vietnam. Retrieved 1 May 2020.
  8. https://www.migrationpolicy.org/programs/data-hub/charts/immigrant-and-emigrant-populations-country-origin-and-destination. {{cite web}}: Missing or empty |title= (help)
  9. Locations - ::WELCOME TO:: LAOWINHOTEL - Vientiane (Laos)
  10. รวมทริปท่องเที่ยวเวียงจันทน์ ลาว - BlogGang.com
  11. "คนลาว" ....เรียบง่ายแต่มีความสุข
  12. Just Another Beer? Not to Those in Laos - NYTimes.com

ແຫຼ່ງຂໍ້ມູນອື່ນ[ດັດແກ້]

ລິງຄ໌ພາຍນອກ[ດັດແກ້]


Cite error: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found