ລັດຖະທຳມະນູນ

ຈາກ ວິກິພີເດຍ

ລັດຖະທຳມະນູນ (ຄຳເຄົ້າ: ຣັຖທັມນູນ[໑]) ແມ່ນກົດຫມາຍພື້ນຖານຂອງລັດ, ເຊິ່ງສະແດງເຖິງເຈດຈຳນົງຂອງຊົນຊັ້ນປົກຄອງ, ກຳນົດລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ຫຼັກການ ຫຼື ລະບົບສາຍໄຍການຈັດຕັ້ງຕ່າງໆ ແລະ ຫຼັກການເຄື່ອນໄຫວຂອງກົງຈັກລັດ. ລັດຖະທຳມະນູນຈະມີລັກສະນະເປັນກົດຫມາຍພື້ນຖານຂອງລັດ, ໂດຍມີການກຳນົດລະບົບຄວາມສຳພັນພາຍໃນສັງຄົມຢ່າງກວມລວມທີ່ສຸດ, ກົດຫມາຍຕ່າງໆທີ່ລັດຈະຮອງຮັບເອົາ ຫຼື ປະກາດໃຊ້ ແມ່ນຈະຕ້ອງມີຄວາມຖືກຕ້ອງສອດຄ່ອງຕາມລັດຖະທຳມະນູນ ເຊິ່ງຈະບໍ່ສາມາດຂັດຕໍ່ລັດຖະທຳມະນູນເປັນອັນຂາດ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.