ພັກປະຊາຊົນປະຕິວັດລາວ

ຈາກ ວິກິພີເດຍ
ພັກປະຊາຊົນປະຕິວັດລາວ
ເລຂາທິການໃຫຍ່ພັກ ທ່ານ ທອງລຸນ ສີສຸລິດ
ສ້າງຕັ້ງ 22 ມີນາ 1955
ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ
ໜັງສືພິມ ໜັງສືພິມປະຊາຊົນ
ສະມາຄົມຊາວໜຸ່ມ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
ຈຳນວນສະມາຊິກ (1991) 60,000
ແນວຄິດ ທິດສະດີການເມືອງມາກ-ເລນິນ
ກຸ່ມລະດັບຊາດ ລາວ
ສີພັກ ສີແດງ

ພັກປະຊາຊົນປະຕິວັດລາວ (ຝຣັ່ງ: Parti révolutionnaire populaire lao; ອັງກິດ: Lao People's Revolutionary Party, ອັກສອນຢໍ້: LPRP) ແມ່ນພັກຄອມມູນິດທີ່ກຳອຳນາດໃນສປປ ລາວ, ມີຕົ້ນກຳເນິດມາຈາກພັກກອມມູນິດອີນດູຈີນ ເຊິ່ງເລີ່ມກໍ່ຕັ້ງເມື່ອປີ 1930, ຈົນສະຫຼາຍຕົວໄປໃນປີ 1951 ທາງພັກອິນດູຈີນໄດ້ຕົກລົງໃຫ້ທັງ3 ປະເທດ ຫວຽດນາມ, ກຳປູເຈຍ, ລາວ, ສາມາດສ້າງພັກຂອງຕົນເອງຂື້ນໄດ້ ເພື່ອໃຫ້ແທດເໝາະກັບການນຳພາຂອງແຕ່ລະປະເທດ. ດັ່ງນັ້ນ ພັກປະຊາຊົນປະຕິວັດລາວຈຶ່ງສ້າງຕັ້ງຂື້ນເມື່ອວັນທີ່ 22 ມີນາ 1955 ໂດຍເປັນອົງການແກນນຳຂອງ ແນວລາວຮັກຊາດ ຫຼືຂະບວນການປະເທດລາວ(ປັດຈຸບັນແມ່ນ ແນວລາວສ້າງຊາດ) ເດີມມີຊື່ວ່າ ພັກປະຊາຊົນລາວ, ສາມາດຍຶດອຳນາດໃນທົ່ວປະເທດ ແລະປະກາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄົນທຳອິດແມ່ນ ສະຫາຍ ໄກສອນ ພົມວິຫານ ທີ່ດຳລົງຕຳແໜ່ງຕັ້ງແຕ່ປີ 1955 ຈົນເສຍຊີວິດເມື່ອປີ 1992. ເລຂາທິການໃຫຍ່ພັກຄົນຕໍ່ມາແມ່ນ ສະຫາຍ ຄຳໄຕ ສີພັນດອນ ຈົນຣອດປີ 2006,ຕໍ່ມາ 2006 - 2016 ແມ່ນ ທ່ານ ຈູມມະລີ ໄຊຍະສອນ ແລະ ຕໍ່ມາ 2016-2021 ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແມ່ນສະຫາຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດຄົນທີ່ 6 ແລະປັດຈຸບັນນັບແຕ່ວັນທີ່15 ມັງກອນ 2021 ກອງປະຊຸມໃຫຍ່ສມັຍທີ່ XI ໄດ້ຮັບຮອງເອົາທ່ານທອງລຸນ ສີສຸລິດນາຍກລັດຖະມົນຕີຄົນທີ່ 17 ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຄົນປັດຈຸບັນ