ປ່າໄມ້
ປ່າໄມ້ ກໍໄດ້ຮັບການເອົາໃຈໃສ່ຢ່າງຕັ້ງຫນ້າ ມາເຖິງປະຈຸບັນ ມີເນື້ອທີ່ປູກໄມ້ ທັງຫມົດ 167.000 ກວ່າເຮັກຕາ. ການມອບດິນ-ມອບປ່າ ໃຫ້ປະຊາຊົນຄຸ້ມຄອງ ໄດ້ສຳເລັດ ໄປແລ້ວ ໃນຂອບເຂດ 6.510 ບ້ານ, ມີເນື້ອທີ່ຜະລິດກະສິກຳ 1.920.150 ເຮັກຕາ, ເນື້ອທີ່ປ່າ ໄມ້ 3.640.117 ເຮັກຕາ. ມາຮອດປີ 2005 ໄດ້ມີການຢຸດຕິການຖ່າງປ່າເຮັດໄຮ່ໂດຍພື້ນຖານ. ພ້ອມນັ້ນກໍໄດ້ມີີການຄຸ້ມຄອງ ແລະ ຈັດສັນປ່າໄມ້ຄືນໃຫມ່ໄດ້ທັງຫມົດ 10.611.416 ເຮັກຕາ, ໃນນັ້ນມີປ່າສະຫງວນແຫ່ງຊາດ 20 ແຫ່ງ, ມີເນື້ອທີ່ 3.156.100 ເຮັກຕາ, ກວມເອົາ 25% ຂອງ ເນື້ອທີ່ປ່າໄມ້ມີຢູ່ປະຈຸບັນ,ປ່າສະຫງວນຂອງແຂວງ 118 ແຫ່ງ, ມີເນື້ອທີ່ 2.906.580 ເຮັກຕາ, ປ່າປ້ອງກັນ 494 ແຫ່ງ ມີເນື້ອທີ່ 2.164.485 ເຮັກຕາ, ປ່າຜະລິດ 456 ແຫ່ງ ມີເນື້ອທີ່ 2.348.631 ເຮັກຕາ, ປ່າຟື້ນຟູ 164 ແຫ່ງ, ມີເນື້ອທີ່ 181.920 ເຮັກຕາ.
ນອກຈາກນີ້ແລ້ວ ກະຊວງກະສິກຳປ່າໄມ້ ຍັງໄດ້ຍາດແຍ່ງການຊ່ວຍເຫລືອລ້າ ແລະ ກູ້ຢືມທຶນຈາກຕ່າງປະເທດ ເພື່ອພັດທະນາຂະແຫນງການຂອງຕົນ ຊຶ່ງປະຈຸບັນມີທັງຫມົດ 73 ໂຄງການ, ໃນນັ້ນມີໂຄງການຊ່ວຍເຫລືອລ້າ 63 ໂຄງການ ມູນຄ່າ 111.000.000 ກວ່າໂດລາ ແລະ ໂຄງການກູ້ຢືມ 10 ໂຄງການ ມູນຄ່າ 108.000.000 ກວ່າໂດລາ