ທ່າແຂກ

ຈາກ ວິກິພີເດຍ
THAKHEK

ທ່າແຂກ
ເມືອງ ທ່າແຂກ
ໃຈກາງເມືອງທ່າແຂກ
ໃຈກາງເມືອງທ່າແຂກ
ພິກັດ: 17°24′N 104°48′E / 17.400°N 104.800°E / 17.400; 104.800
ປະເທດລາວ
ແຂວງແຂວງຄຳມ່ວນ
ເມືອງເມືອງທ່າແຂກ
ປະຊາກອນ
 • ທັງໝົດ85,000[1] ຄົນ
ເຂດເວລາUTC+7 (ICT)

ເມືອງທ່າແຂກເປັນເມືອງເອກຂອງ ແຂວງຄຳມວ່ນ ມີພົນລະເມຶອງປະມານ 70.000 ຄົນ ເປັນເມືອງທີ່ຕັ້ງຢູ່ຕາມແຄມ ແມ່ນ້ຳຂອງ ປະຊາຊົນສ່ວນຫຼາຍມີອາຊີບ ເຮັດການກະເສດ,ຄ້າຂາຍແລະເປັນພະນັກງານລັດຖະກອນ. ເມືອງທ່າແຂກຫ່າງຈາກ ນະຄອນຫລວງວຽງຈັນ ປະມານ 335 ກິໂລແມັດ. ເມືອງທ່າແຂກທິດຕາເວັນຕົກຕິດກັບແມ່ນ້ຳຂອງເຊິ່ງກົງກັນຂ້າມກັນກັບແຂວງ ນະຄອນພະນົມ ປະເທດໄທ ທິດຕາເວັນອອກຕິດກັບ ເມືອງໄຊບົວທອງ,ທິດໃຕ້ຕິດກັບ ເມືອງໜອງບົກ ແລະທິດເໜືອຕິດກັບ ເມືອງຫີນບູນ.



Photo

ປະຫວັດສາດໂດຍຫຍໍ້ ປະກົດຊື່ ເມືອງ ທ່າແຂກ ແຕ່ກ່ອນໄດ້ເອີ້ນວ່າເມືອງທ່າ(ນ້ຳ) ພໍຄົນຈາກພາກເໜືອຫລັງໄຫຼກັນລົງໄປຫລາຍຂື້ນ,ຜູ້ນັ້ນກໍແຂກ,ຜູ້ນີ້ກໍແຂກ ກໍເລີຍກາຍເປັນເມືອງທ່າແຂກຈົນເຖິງປັດຈຸບັນ.


ບ້ານທີ່ຂື້ນກັບເມືອງທ່າແຂກ ບ້ານທ່າແຂກເໜືອ ບ້ານທ່າແຂກກາງ ບ້ານທ່າແຂກໃຕ້ ບ້ານເລົ່າໂພໄຊ ບ້ານເລົ່າໂພຄຳ ບ້ານດອນເຄື່ອນຊ້າງ ບ້ານໜອງບົວເງິນ ບ້ານໜອງບົວຄຳ ບ້ານປາກດົງ ປ້ານນາບວບ ບ້ານຈອມແຈ້ງ ບ້ານຄຳອ່າງ ບ້ານປາກຊິມັງ ບ້ານເມືອງເກົ່າ ບ້ານມວ່ງສຸມ ບ້ານດອນມະໄຫຼ ບ້ານຈອມທອງ ບ້ານສົມສະນຸກ ບ້ານຈອມເພັດ ບ້ານຈອມແກ້ວ ບ້ານຫວ້ຍນາງລີ້ ບ້ານນາເມືອງ ແລະຍັງຫລາຍບ້ານ...


ສະຖານທີ່ທອ່ງທຽ່ວທີ່ສຳຄັນໃນຕົວເມືອງ ວັດທາດເມືອງເກົ່າ ວັດກາງ ວັດນາໂບ ວັດຫວ້ຍນາງລີ້ ວັດນາເມືອງ ວັດຈອມທອງ ຂົວມິດຕະພາບລາວໄທແຫ່ງທີສາມ

ຂົວມິດຕະພາບແຫ່ງທີ3ລາວໄທ ຫລື ທ່າແຂກ ຫາ ນະຄອນພະນົມໄດ້ໄຂຂື້ນໃນວັນທີ 11/11/2011.

  1. "Main Cities by Population in Laos". Worldometers. Retrieved 15 April 2020.