ສະຕາບັກຊ໌

ຈາກ ວິກິພີເດຍ
ສະຕາບັກຊ໌ ຄໍເປີເຣຊັນ
ປະເພດບໍລິສັດ
ອຸດສາຫະກຳຮ້ານກາເຟ
ກາເຟ
ກໍ່ຕັ້ງ31 ມີນາ ປີ1971
(51 ປີກ່ອນ)
ຕະຫຼາດໄພເພຣນສ໌, ເອລລູອັອດເບ, ຊີແອດເທິລ,
ທຸງຊາດຂອງສະຫະລັດອາເມລິກາ ສະຫະລັດອາເມລິກາ
ຜູ້ກໍ່ຕັ້ງເຈີຣີ ບາລວິນ, ເຊບ ຊີເກິລ ແລະ ກຣໍດອນ ໂບວເກີ
ສຳນັກງານໃຫຍ່ຊີແອດເທິລ, ວໍຊິງຕັນ
ຈຳນວນທີ່ຕັ້ງ
27.984 ສາຂາ [1]
ບຸກຄະລາກອນຫຼັກ
ໂຮເວີດ ສລູດຊ໌ (ປະທານບໍລິສັດ ແລະ ຜູ້ບໍລິຫານ)
ເຄວິນ ຈອນສັນ (ປະທານບໍລິສັດ ແລະ ຫົວໜ້າຝ່າຍປະຕິບັດການ)
ຜະລິດຕະພັນກາເຟ
ນໍ້າປັ່ນ
ຊາ
ເບເກີຣີ
ແຊນວິດ
ບໍລິການກາເຟ
ລາຍໄດ້Increase 22.387 ຕື້ໂດລາສະຫະລັດ[2]
ລາຍໄດ້ຈາກການດຳເນີນງານ
Increase 4.135 ຕື້ໂດລາສະຫະລັດ[2]
ລາຍໄດ້ສຸດທິ
Increase2.885 ຕື້ໂດລາສະຫະລັດ
ສິນຊັບIncrease 14.366 ຕື້ໂດລາສະຫະລັດ[2]
ສ່ວນຂອງຜູ້ຖືຮຸ້ນDecrease 5.45 ຕື້ໂດລາສະຫະລັດ[2]
ພະນັກງານ
238,000 ຄົນ[3]
ບໍລິສັດໃນເຄືອສະຕາບັກຊ໌ຄອບຟີ
ເອທົສວໍເຕີ
ອີໂວລູຊັນເຟຣຊ
ເຮຍຣ໌ມິວສິກ
ລາບູລັງເບເກີຣີ
ຊີແອດເທິລສ໌ເບສຕ໌ຄອບຟີ
ທາໂຊ
ທີວານາ
ຕໍເຣຟາຊິໂອເນ ອີຕາເລຍ
ເວັບໄຊStarbucks.com

Starbucks.la

Starbucks Laos Page

ສະຕາບັກຊ໌ (ອັງກິດ: Starbucks) ເປັນຮ້ານກາເຟຈາກອາເມລິກາໃນເມືອງຊີແອດເທິລໃນລັດວໍຊິງຕັນ ໃນປີ ຄ.ສ. 1971 ໂດຍ ກຣໍດອນ ໂບວເກີ, ເຈີຣີ ບາລວິນ ແລະ ເຊບ ຊີເກິລ ໃນຊ່ວງຕອນເລີ່ມຕົ້ນ ໂລໂກ້ໄດ້ຖືກນໍາໃຊ້ເປັນໄຊເລັນ 2 ຫາງ ກໍ່ຕັ້ງໃນຖານະເປັນຮ້ານຂາຍຖົ່ວກາເຟຄົ້ວ ໃນປີ 1982 ສະຕາບັກຊ໌ມີສາຂາ 5 ສາຂາ ແລະ ໂຮເວີດ ສລູດສ໌ໄດ້ເຂົ້າຮ່ວມກິດຈະກໍານຳ ໂດຍການດູແລຂອງການຕະຫຼາດ ແລະ ການຂາຍຍ່ອຍ ເຊິ່ງພວກເຂົາໄດ້ແນະນຳໃຫ້ເປີດສະຕາບັກຊ໌ເປັນຮ້ານກາເຟ ແຕ່ຫຼາຍຄົນກໍບໍ່ເຊື່ອໃນວິໄສທັດຂອງລາວ ຕໍ່ມາສລູດສ໌ໄດ້ຂໍລາອອກຈາກບໍລິສັດ ໄປເປີດບາກາເຟຂອງຕົນເອງຊື່ ອິລ ຈີອໍຣ໌ເນລ ແລະ ຈຳໜ່າຍກາເຟຂອງສະຕາບັກຊ໌ ໃນປີ 1987 ສະຕາບັກຊ໌ປະເຊີນບັນຫາກັບຄວາມຫຍຸ້ງຍາກເນື່ອງຈາກບໍ່ສາມາດຄວບຄຸມຄຸນນະພາບຜະລິດຕະພັນໄດ້ ປີ ຄ.ສ 1988 ອິລ ຈີອໍຣ໌ເນລຈຶ່ງຊື້ທຸລະກິດຂາຍຍ່ອຍໄວ້ ແລະ ປ່ຽນຊື່ເປັນ ສະຕາບັກຊ໌ ຄໍເປີເຣຊັນ ແລະ ຈ້າງນັກບໍລິຫານມືອາຊີບເຂົ້າມາດູແລ ປີ 1992 ສະຕາບັກຊ໌ໄດ້ເຂົ້າຕະຫຼາດຫຸ້ນ ແລະ ໃນປີ 1996 ສະຕາບັກຊ໌ໄດ້ເປີດສາຂາທໍາອິດຢູ່ນອກອາເມລິກາເໜືອທີ່ໂຕກຽວ ປະເທດຍີ່ປຸ່ນ ປັດຈຸບັນຫຼາຍກວ່າ 1 ໃນ 3 ຂອງຮ້ານສະຕາບັກຊ໌ທັງໝົດຢູ່ໃນຕ່າງປະເທດ[4] ໂດຍສະເລ່ຍແລ້ວສະຕາບັກຊ໌ໄດ້ເປີດສາຂາໃໝ່ເພີ່ມມື້ລະ 2 ສາຂາໃນລະຫວ່າງປີ 1987 ແລະ 2007[5] ບໍລິສັດໄດ້ເລີ່ມ Caffe Starbucks ເປັນລະບົບການບໍລິການອອນໄລນ໌ໂດຍອີງໃສ່ເຄືອຂ່າຍຂອງ ເອໂອແອລ

ສັນຍາລັກຂອງສະຕາບັກຊ໌ຄັ້ງທຳອິດນັ້ນເປັນຮູບນາງເງືອກ ເຊິ່ງເປັນ ນາງເງືອກໄຊເລັນສອງຫາງ (Norse Siren) ໃນເທບນິຍາຍເພື່ອໃຫ້ນຶກເຖິງການຜະຈົນໄພຢູ່ໃນທ້ອງທະເລ ແລະ ດັດແກ້ຫຼາຍຄັ້ງ ແລະ ລ່າສຸດແມ່ນ ຄ.ສ. 2011 ໃນ​ວາ​ລະ​ຂອງ​ການ​ສະ​ເຫຼີມ​ສະ​ຫຼອງ​ຄົບຮອບ 40 ປິຂອງການດຳເນີນທຸລະກິດ

ປັດຈຸບັນສະຕາບັກຊ໌ມີສາຂາຫຼາຍກວ່າ 27,984 ສາຂາທັງຢູ່ໃນສະຫະລັດອາເມລິກາ ແລະ ໃນອີກ 73 ປະເທດ ໃນປີ ຄ.ສ. 2018 ປະເທດລາວມີຈຳນວນແຄ່ 1 ສາຂາ[1] ອາດີດປະທານບໍລິຫານ ໂຮເວີດ ສລູດຊ໌ (Howard Schultz)ປະກາດລາອອກເມື່ອເດືອນເມສາ 2017 ຜູ້ດຳລົງຕຳແໜ່ງປະທານບໍລິຫານປັດຈຸບັນແມ່ນ ເຄວິນ ຈອນສັນ (Kevin Johnson)[6]

ປະຫວັດ[ດັດແກ້]

ກໍ່ຕັ້ງ[ດັດແກ້]

ສະຕາບັກຊ໌ສາຂາທຳອິດກໍ່ຕັ້ງຂຶ້ນໃນຊີແອດເທິລ ລັດວໍຊິງຕັນ ໃນວັນທີ 31 ມີນາ ປີ 1971[7] ໂດຍ 3 ຜູ້ກໍ່ຕັ້ງທີ່ໄດ້ຮູ້ຈັກກັນໃນສະໃໝຮຽນມະຫາວິທະຍາໄລຊານຟຣານຊິສໂກ[8] ຄື ເຈີຣີ ບັລວິນ ເຊິ່ງພວກເຂົາເປັນອາຈານສອນພາສາອັງກິດ, ເຊບ ຊີ ເກິລ ອາຈານສອນປະຫວັດສາດ ແລະ ກຣໍດອນ ໂບວເກີ ນັກຂຽນ ໂດຍພວກເຂົາມີແຮງບັນດານໃຈໃນການຂາຍເມັດກາເຟທີ່ມີຄຸນນະພາບສູງ ແລະ ອຸປະກອນຄົ້ວກາເຟໂດຍ ອັນເຟຣດ ພີດທ໌ ຫຼັງຈາກທີ່ໄດ້ສອນພວກເຂົາກ່ຽວກັບການຄົ້ວເມັດກາເຟ[9] ບໍລິສັດໄດ້ນຳຊື່ຈາກໜັງສືໂມບິດິກ ຄື ສະຕາບັກຊ໌ (Starbuck) ຫຼັງຈາກຄິດຄົ້ນມາຫຼາຍຊື່ເຊັ່ນ "ຄາຣ໌ໂກ້ ເຮົາສ໌" (Cargo House) ແລະ "ພີຄວດ" (Pequod)[10] ໂບວເກີໄດ້ປຶກສາກັບເທີຣີ ເຮກເຣີ ເຊິ່ງພວກເຂົາກ່າວວ່າຕົວອັກສອນ "st" ນັ້ນເບິ່ງແຂງແຮງ ຜູ້ກໍ່ຕັ້ງໄດ້ມາຮ່ວມກັນຄິດຊື່ທີ່ຂຶ້ນຕົ້ນດ້ວຍ "st" ເຊິ່ງໄດ້ມີຄົນໜຶ່ງນຳແຜນທີ່ເໝືອງບໍ່ແຮ່ເກົ່າຂອງພູເຂົາແຄສເຄດ ແລະ ເຫັນຊື່ເມືອງໃນເໝືອງບໍ່ແຮ່ທີ່ຊື່ວ່າ "ສະຕາໂບ" (Starbo) ແລະ ໂບວເກີກໍໄດ້ຍົກຕົວລະຄອນ "ສະຕາບັກ" (Starbuck) ແລະ ກ່າວວ່າ ໂມບິດິກ ບໍ່ໄດ້ມີບົດເດັ່ນສຳລັບສະຕາບັກຊ໌ ແລະ ຊື່ຟັງເບິ່ງກົງກັບຄວາມຕ້ອງການຂອງເຮົາ[11]

ສະຕາບັກຂ໌ສະໂຕຣ໌ທີ່ 1912 ໄພເພຣຊ ເປັນສາຂາທີ 2 ຂອງອໍຣີຈີນອລສະຕາບັກຊ໌ ເຊິ່ງເຄີຍຢູ່ທີ່ 2000 ເສັ້ນທາງຕາເວັນຕົກ ຕັ້ງແຕ່ ປີ 1971 ຫາ ປີ 1976

ສະຕາບັກຊ໌ສະໂຕຣ໌ສາຂາທຳອິດຕັ້ງຂຶ້ນໃນຊີແອດເທິລ ທີ່ 2000 ເສັ້ນທາງຕາເວັນຕົກ ຕັ້ງແຕ່ ປີ 1971–1976 ແລະ ສາຂານີ້ໄດ້ຍ້າຍໄປຍັງ 1912 ໄພເພຣຊ ແລະ ບໍ່ໄດ້ມີການຍ້າຍອີກ[12] ໃນຊ່ວງນັ້ນ ທາງບໍລິສັດໄດ້ຈຳໜ່າຍພຽງເມັດກາເຟຄົ້ວເທົ່ານັ້ນ ຍັງບໍ່ໄດ້ຈຳໜ່າຍກາເຟສຳເລັດຮູບ[13] ເຊິ່ງກາເຟສຳເລັດຮູບທີ່ຢູ່ໃນຮ້ານເປັນພຽງແກ້ວທົດລອງເຊິ່ງແຈກຟຣີໃຫ້ກັບລູກຄ້າ ໂດຍປີທຳອິດພວກເຂົາໄດ້ຊື້ເມັດກາເຟຈາກພີດທ໌ ຫຼັງຈາກນັ້ນຈຶ່ງເລີ່ມຊື້ຈາກຊາວສວນໂດຍຕົງ

ຂະຫຍາຍຕົວ[ດັດແກ້]

ໃນປີ 1984 ເຈົ້າຂອງບໍລິສັດສະຕາບັກຊ໌ ນຳໂດຍເຈີຣີ ບັລວິນ ໄດ້ທຳການຊື້ ພີດທ໌ສ[14] ເຊິ່ງໃນຊ່ວງຍຸກ 80 ຍອດຂາຍຂອງກາເຟໃນສະຫະລັດອາເມລິກາຂ້ອນຂ້າງຊ້າ ແຕ່ຍອດຂາຍຂອງກາເຟຊະນິດພິເສດກັບເພີ່ມຂຶ້ນ 10% ຂອງຕະຫຼາດໃນປີ 1989 ທຽບກັບປີ 1983 ທີ່ 3%[15] ໃນປີ 1986 ບໍລິສັດໄດ້ເປີດຮ້ານແລ້ວເຖິງ 6 ສາຂາໃນຊີແອດເທິລ[15]ໂດຍມີສາຂາໜຶ່ງເລີ່ມທົດລອງຂາຍກາເຟເອສເປຣສໂຊ[16]

ຕໍ່ມາໃນປີ 1987 ຜູ້ບໍລິຫານໄດ້ຕັດສິນໃຈຂາຍສາຂາຂອງສະຕາບັກຊ໌ໃຫ້ກັບຜູ້ຈັດການສາຂາ[17] ໂຮເວີດ ຊູລສ໌ ໄດ້ປັບປຸງຮ້ານກາເຟ ອິລຈີອອດນາເລຄອຟຟີ ຂອງເຂົາເປັນສະຕາບັກຊ໌ ແລະ ເລີ່ມຕົ້ນທີ່ຈະຂະຫຍາຍສາຂາອອກໄປ ຕໍ່ມາໃນປີດຽວກັນ ສະຕາບັກຊ໌ໄດ້ຂະຫຍາຍສາຂາໄປຍັງນອກຊີແອດເທິລສາຂາທຳອິດ ທີ່ສະຖານີວໍເຕີຟຣອນ ທີ່ແວນຄູເວີ ໃນ ລັດບຣິຕິຊ ໂຄລໍາເບຍ ແລະ ຊິຄາໂກ ໃນລັດອິລລີນອຍ[18] ໃນປີ 1989 ໄດ້ມີຮ້ານເຖິງ 46 ສາຂາທັງໃນເຂດນໍຣທ໌ເວສ ແລະ ມິດເວສ ອີກທັງສາຕະບັກຊ໌ຍັງໄດ້ຂາຍກາເຟໄປເຖິງ 2,000,000 ປອນ (907,185 ກິ​ໂລກ​ຣາມ)

ແລະ ເຖິງເວລາທີ່ຈະເຮັດການສະເໜີຂາຍຫຸ້ນໃໝ່ແກ່ປະຊາຊົນທົ່ວໄປຄັ້ງທຳອິດ ໃນຕະຫຼາດຫຼັກຊັບໃນເດືອນມິຖຸນາ ປີ 1992 ເຊິ່ງໃນຂະນະນັ້ນມີຮ້ານເຖິງ 140 ສາຂາ ແລະ ລາຍໄດ້ 73.5 ລ້ານໂດລາສະຫະລັດ ເພີ່ມຂຶ້ນຈາກ 1.3 ລ້ານໂດລາສະຫະລັດໃນປີ 1987 ໂດຍບໍລິສັດມີມູນຄ່າທາງການຕະຫຼາດ 271 ລ້ານໂດລາສະຫະລັດໃນຕອນນັ້ນ ໂດຍຫຸ້ນ 12% ຂອງບໍລິສັດໄດ້ຖືກຂາຍ ແລະ ເພີ່ມຂຶ້ນໂດຍປະມານ 25 ລ້ານໂດລາສະຫະລັດ ເຊິ່ງເພີ່ມຕາມຮ້ານຄ້າ ທີ່ເພີ່ມຂຶ້ນສອງເທົ່າໃນສອງປີຖັດມາ[19] ໃນເດືອນກັນຍາ ປີ 1992 ສະຕາບັກຊ໌ໄດ້ຮັບມູນຄ່າຫຼາຍຂຶ້ນ 70% ແລະ ມີກຳໄລຕໍ່ຫຸ້ນເພີ່ມຂຶ້ນຫຼາຍກວ່າ 100 ເທົ່າຈາກປີກ່ອນ[13]

ໃນເດືອນກໍລະກົດ ປີ 2013 ຫຼາຍກວ່າ 10% ຂອງການຊື້ສິນຄ້າໃນຮ້ານຈາກອຸປະກອນໂທລະສັບມືຖືໂດຍຜ່ານແອັບພິເຄຊັນສະຕາບັກຊ໌[20] ໂດຍບໍລິສັດໄດ້ເຮັດໂປຣໂມຊັນ "ທະວີດອາຄອບຟີ" (Tweet-a-Coffee) ເພື່ອສົ່ງເສີມການຊື້ຜ່ານໂທລະສັບມືຖືໃນເດືອນຕຸລາ ປີ 2013 ໃນໂອກາດນີ້ ໂປຣໂມຊັນທີ່ໃຊ້ທະວິດເຕີ ເຊິ່ງລູກຄ້າມີໂອກາດທີ່ຈະໄດ້ຮັບບັດຂອງຂວັນມູນຄ່າ 5 ໂດລາ ສໍາລັບໝູ່ເພື່ອນຢູ່ໃນເມນຊັນ "@tweetacoffee" ແລະ ໝູ່ທີ່ແທັກໃນທະວິດ ໂດຍໄດ້ກວດສອບກ່ຽວກັບແຄມເປນນີ້ ໂດຍວັນທີ 6 ທັນວາ ປີ 2013 ໄດ້ລາຍງານວ່າ ມີ 27,000 ຄົນເຂົ້າຮ່ວມແຄມເປນນີ້ ແລະ ມີຍອດຂື້ເຖິງ 180,000 ໂດລາສະຫະລັດໃນວັນດຽວກັນ[21][22]

ຕະຫຼາດໃໝ່[ດັດແກ້]

ສາຂາທຳອິດຂອງສະຕາບັກຊ໌ທີ່ຕັ້ງຢູ່ນອກອາເມລິກາເໜືອຕັ້ງຢູ່ທີ່ ໂຕກຽວ ປະເທດຍີ່ປຸ່ນ ໃນປີ 1996[23] ຕໍ່ມາໄດ້ເຂົ້າເຮັດຕະຫຼາດໃນສະຫະຣາຊອານາຈັກ ໃນປີ 1998 ດ້ວຍ ມູນຄ່າ 83 ລ້ານໂດລາສະຫະລັດ[24] ດ້ວຍຮ້ານ 56 ສາຂາ ແລະ ປັບປຸງຮ້ານພາຍໃຕ້ຊື່ ສະຕາບັກຊ໌ ຕໍ່ມາໃຮເດືອນກັນຍາ ປີ 2002 ສະຕາບັກຊ໌ໄດ້ເປີດສາຂາທຳອິດໃນອາເມລິກາລາຕິນ ທີ່ເມັກຊິໂກຊິຕີ ເຊິ່ງໃນຂະນະນີ້ມີຫຼາຍກວ່າ 500 ສາຂາໃນປະເທດເມັກຊິໂກ ອີກທັງຍັງມີແຜນການຂະຫຍາຍເປັນ 850 ສາຂາໃນປີ 2018[25]

ໃນປີ 1999 ສະຕາບັກຊ໌ໄດ້ທົດລອງຕະຫຼາດໃໝ່ດ້ວຍການເປີດຮ້ານອາຫານໃນຊານຟຣານຊິສໂກເບ ເຊິ່ງຮ້ານມີຊື່ວ່າ "ເສີເຄເດຍ" (Circadia)[26] ເຊິ່ງອານາຄົດຈະມີການປ່ຽນເປັນສະຕາບັກຊ໌ ຄາເຟ່

ຕໍ່ມາໃນເດືອນຕຸລາ ປີ 2002 ສະຕາບັກຊ໌ໄດ້ກໍ່ຕັ້ງບໍລິສັດຄ້າຂາຍກາເຟໃນໂລຊານ ປະເທດສະວິດເຊີແລນດ໌ ເພື່ອຊື້ເມັດກາເຟຂຽວ ເຊິ່ງທຸລະກິດອື່ນ ເຊັ່ນ ຮ້ານກາເຟ ຍັງຄົງຈັດການຈາກຊີແອດເທິລໂດຍກົງ[27]

ໃນເດືອນເມສາ ປີ 2003 ສະຕາບັກຊ໌ໄດ້ຊື້ ຊີແອດເທິລສ໌ເບສຄອບຟີ ແລະ ໂທເຣຟາຊີໂອເນ ອີຕາເລຍ ຈາກ ເອເອັບຊີເອັນເຕີໄພຣຊ໌ ດ້ວຍມູນຄ່າ 72 ລ້ານໂດລາສະຫະລັດ ເຊິ່ງເຮັດໃຫ້ມີຮ້ານສະຕາບັກຊ໌ເພີ່ມ 150 ສາຂາ ແຕ່ຕາມລາຍງານຂອງຊີແອດເທິລໂພດສ໌-ອິນເທລິເຈນເຊີ ກ່າວວ່າເຮັດໃຫ້ທຸລະກິດຄ້າສົ່ງມີສັນຍານທີ່ດີຂຶ້ນ[28] ຕໍ່ມາໃນເດືອນກັນຍາ ປີ 2006 ດາຍດຣິສຄອບຟີ ໄດ້ຢືນຢັນທີ່ຈະຂາຍບໍລິສັດ ແລະ ຮ້ານຄ້າທັງໝົດໃຫ້ກັບສະຕາບັກຊ໌ ລວມທັງສາຂາຂອງຮ້ານຄອບຟີພີເພິລ ໃນລັດອໍຣີຈອນດ້ວຍ ເຮັດໃຫ້ຕໍ່ມາມີການປ່ຽນຮ້ານຄ້າທັງໝົດເປັນສະຕາບັກຊ໌ ຍົກເວັ້ນຮ້ານຄອບຟີພີເພິລສະໜາມບິນນານາຊາດພອດແລນ[29]

ໃນເດືອນສິງຫາ ປີ 2003 ສະຕາບັກຊ໌ ໄດ້ເປີດສາຂາທໍາອິດໃນອາເມລິກາໃຕ້ ຕັ້ງຢູ່ໃນລິມາ ປະເທດເປຣູ[30]

ໃນປິ 2007 ບໍລິສັດໄດ້ເປີດສາຂາທໍາອິດໃນປະເທດລັດເຊຍ ເຊິ່ງເປັນ 10 ປີຫຼັງຈາກໄດ້ຈົດທະບຽນການຄ້າທີ່ນີ້[31]

ຕໍ່ມາໃນເດືອນມີນາ ປີ 2008 ພວກເຂົາເຈົ້າໄດ້ຊື້ບໍລິສັດຜູ້ຜະລິດເຄື່ອງຄົ້ວກາເຟ ແລະ ທົດສອບການຜະລິດກາເຟສົດທີ່ຮ້ານສະຕາບັກຊ໌ໃນຊີແອດເທິລ, ແຄລິຟໍເນຍ, ນິວຢອກ ແລະ ບອສຕັນ[32]

ກຣາຟສະແດງການເຕີບໂຕຂອງສະຕາບັກຊ໌ ປໍ 1971 ຈົນເຖິງ ປີ 2011[18]

ຕົ້ນປີ 2008 ສະຕາບັກຊ໌ໄດ້ເປີດເວັບໄຊຄອມມູນິຕີ "ມາຍສະຕາບັກຊ໌ໄອເດຍ" ເພື່ອເກັບຂໍ້ສົງໄສ ແລະ ຄວາມຄິດເຫັນຈາກລູກຄ້າ ເຊິ່ງຜູ້ໃຊ້ສາມາດສະແດງຄວາມຄິດເຫັນ ແລະ ໂຫວດໄດ້ເຊິ່ງໃຫ້ບໍລິການ ເຊລຟຣົຊ໌ດັອດຄອມ[33]

ໃນເດືອນພຶດສະພາ ປີ 2008 ໄດ້ມີການເປີດຕົວບັດສະຕາບັກຊ໌ (ປ່ຽນຈາກບັດຂອງຂວັນ) ເຊິ່ງນຳສະເໜີການໃຊ້ວາຍຟາຍຟຣີພາຍໃນຮ້ານ, ການບໍ່ຄິດຄ່າຖົ່ວນົມເຫຼືອງ ແລະ ໄຊຣັບ ລວມໄປເຖິງກາເຟ, ກາເຟເຢັນ ແລະ ຊາ ສາມາດເຕີມຟຣີໄດ້[34] ຕໍ່ມາໃນປີ 2009 ສະຕາບັກຊ໌ໄດ້ເລີ່ມທົດສອບແອັບພິເຄຊັນເທິງມືຖືຂອງບັດສະຕາບັກຊ໌ ເຊິ່ງຈະເກັບມູນຄ່າຂອງບັດເພື່ອນຳມາຊື້ສິນຄ້າພາຍໃນຮ້ານ[35] ສະຕາບັກຊ໌ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 11 ມັງກອນ ປີ 2011

ໃນວັນທີ 14 ພະຈິກ ປີ 2012 ສະຕາບັກຊ໌ໄດ້ເຮັດການຢື່ນຊື້ ທີວານາ ໃນລາຄາ 620 ລ້ານໂດລາສະຫະລັດ[36] ແລະຂໍ້ສະເໜີດັ່ງກ່າວໄດ້ສຳເລັດໃນວັນທີ 31 ທັນວາ ປີ 2012[37]

ໃນວັນທີ 1 ກຸມພາ ປີ 2013 ສະຕາບັກຊ໌ໄດ້ເປີດສາຂາທຳອິດໃນເມືອງໂຮ່ຈິມິນ ປະເທດຫວຽດນາມ[38][39][40] ແລະ ປະກາດວ່າຈະເປີດສາຂາໃນປະເທດໂຄລົມເບຍ ໃນປາຍເດືອນສິງຫາ ປີ 2013 ​ໃນ​ກອງ​ປະຊຸມ​ທີ່​ໂກໂບຕາ ເຊິ່ງປະທານບໍລິສັດໄດ້ກ່າວວ່າ "ສະຕາບັກຊ໌ເຄົາລົບ ແລະ ຊົມຊອບປະເພນີຂອງກາເຟໃນປະເທດໂຄລົມເບຍ"[41]

ເດືອນສິງຫາ ປີ 2014 ສະຕາບັກຊ໌ ໄດ້ເປີດສາຂາທໍາອິດໃນວິລລິມເບີຣ໌ກ ໃນບຣູກລິນ ເຊິ່ງສາຂານີ້ເປັນໜຶ່ງໃນ 30 ສາຂາຂອງສະຕາບັກຊ໌ທີ່ວາງຂາຍເບຍ ແລະ ວາຍ (ເຫຼົ້າແວງ).[42]

ໃນເດືອນກັນຍາ ປີ 2014 ໄດ້ມີການເປີດເຜີຍວ່າສະຕາບັກຊ໌ຈະໄດ້ຫຸ້ນອີກ 60.5% ໃນຮ້ານສະຕາບັກຊ໌ປະເທດຍີ່ປຸ່ນ ເຊິ່ງຍັງບໍ່ໄດ້ເປັນເຈົ້າຂອງ ທີ່ລາຄາ 913.5 ລ້ານໂດລາສະຫະລັດ[43]

ເດືອນສິງຫາ ປີ 2015 ສະຕາບັກຊ໌ໄດ້ຢືນຢັນທີ່ຈະເປີດສາຂາໃນ ປະເທດກຳປູເຈຍ ເຊິ່ງເປັນສາຂາໃນປະເທດທີ່ 16 ຂອງພາກພື້ນອາຊີ-ປາຊີຟິກ ໂດຍຮ້ານທຳອິດຈະຕັ້ງທີ່ພະນົມເປັນ ໃນປາຍປີ ປີ 2015[44]

ໃນເດືອນກຸມພາ ປີ 2016 ສະຕາບັກຊ໌ໄດ້ຢືນຢັນທີ່ຈະເຮັດຕະຫຼາດໃນປະເທດອີຕາລີ ເຊິ່ງເປັນປະເທດທີ 24 ໃນທະວີບເອີຣົບ ເຊິ່ງຈະເປີດສາຂາທໍາອິດໃນມິລານ ພາຍໃນປີ 2017[45] ໃນເດືອນສິງຫາ ຟລັກສ໌ ພອຣດ໌ ບໍລິສັດສະຕາດອັບ ໄດ້ເປີດຕົວ "ຊີ" (Qi) ເຊິ່ງເປັນເຄື່ອງສາກແບັດເຕີຣີ ໂດຍເລືອກທີ່ຈະໃຊ້ໃນຮ້ານທີ່ປະເທດເຢຍລະມັນ[46]

ໃນເດືອນກັນຍາ ປີ 2016 ສະຕາບັກຊ໌ໄດ້ເປີດຕົວຊີຣີ "ອັບສະແຕນເດີສ໌" (Upstanders) ເຊິ່ງໄດ້ຮັບແຮງບັນດານໃຈຈາກຊາວອາເມຣິກັນກ່ຽວກັບຄວາມເມດຕາ, ຄວາມເປັນພົນລະເມືອງ ແລະ ຄວາມສຸພາບ ຊີຣີຈະມີໃຫ້ເປັນພອດແຄສ, ຄຳພູດ ແລະ ວິດີໂອ ໂດຍຈະອອກອາກາດທາງແອັບພລິເຄຊັນ, ອອນໄລນ໌ ແລະ ດິຈິທັລເນັດເວີກຂອງຮ້ານ[47]

ສາຂາ[ດັດແກ້]

ຈຳນວນສາຂາ[ດັດແກ້]

[1][48]

ທະວີບອາຟຣິກາ
ທະວີບອາເມລິກາເໜືອ
ທະວີບໂອເຊຍເນຍ
ທະວີບອາເມຣິກາໃຕ້
ທະວີບອາຊີ
ທະວີບເອີຣົບ

ໃນປີ ຄ.ສ. 2008 ສະຕາບັກຊ໌ໄດ້ຂະຫຍາຍສາຂາເພີ່ມໃນອາເຈນຕິນາ, ແບນຊິກ, ບຣາຊິລ, ບຸນກາຣີ, ສາທາລະນະລັດເຊັກ ແລະ ປອກຕຸຍການ[18]

ມັນຍັງຂະຫຍາຍສາຂາໄປຍັງສະແກນນີເນເວຍໃນປະເທດໂປແລນ ໃນເດືອນເມສາ ຄ.ສ. 2009 ອີກທັງຂະຫຍາຍສາຂາໃນຍູເທຣກຕ໌ ປະເທດເນເທີແລນ ແລະ ສະໜາມບິນ ສະຕັອກໂຮມ ອາລັນດາ ທີ່ປະເທດສະວີເດັນ ໃນເດືອນຕຸລາປີດຽວກັນ[49]

ໃນປີ 2010 ໄດ້ຂະຫຍາຍສາຂາໄປຍັງຕະຫຼາດໃໝ່ ເຊິ່ງ​ໃນ​ເດືອນ​ພຶດ​ສະ​ພາ​ ໂຮງແຮມເຊາເທຼີນຊັນ ໃນປະເທດອາຟຣິກາໃຕ້ໄດ້ປະກາດວ່າພວກເຂົາໄດ້ເຊັນສັນຍາກັບສະຕາບັກຊ໌ໃນການເປີດຮ້ານຂາຍກາເຟໃນໂຮງແຮມເຊາເທຼີນຊັນ ແລະ ໂຮງແຮມສົງກາສັນ ເຊິ່ງເຮັດໃຫ້ສະຕາບັກຊ໌ສາມາດເປີດຮ້ານໄດ້ທັນໃນການແຂ່ງຂັນຟຸດບອນໂລກ 2010 ທີ່ປະເທດອາຟຣິກາໃຕ້[50] ຕໍ່ມາໃນເດືອນມິຖຸນາ ສະຕາບັກຊ໌ໄດ້ເປີດຮ້ານທຳອິດໃນບູດາເປສ ປະເທດຮັງກາຣີ ແລະ ໃນເດືອນພະຈິກ ໄດ້ເປີດສາຂາໃນອາເມລິກາກາວ ຕັ້ງຢູ່ໃນຊານ ຊາວາດໍ ເມືອງຫຼວງຂອງປະເທດເອລຊາວາດໍ [51]

ຕໍ່ມາໃນເດືອນທັນວາ ປີ 2010 ສະຕາບັກຊ໌ໄດ້ເປີດຕົວສາຂາທຳອິດ ທີ່ຕັ້ງຢູ່ເທິງທະເລ ໃນຄວາມຮ່ວມ​ມື​ກັບ​ຣໍຢອລຄາຣິບບຽນອິນເຕີເນຊັນແນລ ເຊິ່ງໄດ້ເປີດຮ້ານຢູ່ເທິງເຮືອເອັມເອສ ອັລລົວອັອຟເດິຊີຣີສ໌ ເຊິ່ງເປັນເຮືອກຳປັ່ນລຳທີສອງຂອງບໍລິສັດ ແລະ​ ເຮືອກຳ​ປັ່ນ​ໃຫຍ່​ອັນ​ດັບ​ສອງ​ໃນ​ໂລກ[52]

ສະຕາບັກຊ໌ສາຂາໃນປະເທດລາວ ແລະ ຂອງທີ່ລະນຶກ[ດັດແກ້]

ການກ້າວເຂົ້າມາປະເທດລາວຂອງ ສະຕາບັກຊ໌ ເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງບໍລິສັດ ສຳລັບການເຕີບໂຕຢ່າງຕໍ່ເນື່ອງ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼ້າສຸດວັນທີ 3 ເດືອນພະຈິກ 2022, ເພື່ອເປັນສ່ວນໜື່ງໃນການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງ ສະຕາບັກຊ໌ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້, ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ Maxim’s Caterers ຈຳກັດ, ໄດ້ເປີດຕົວຮ້ານສາຂາທຳອິດ ໃນປະເທດລາວຢ່າງເປັນທາງການ, ເຊິ່ງປະເທດລາວເປັນປະເທດທີ 15 ໃນຂົງເຂດອາຊີ-ປາຊີຟິກ ແລະ ເປັນປະເທດທີ 84 ສຳລັບ ສະຕາບັກຊ໌ ໃນທົ່ວໂລກ, ໂດຍຮ້ານດັ່ງກ່າວແມ່ນຕັ້ງຢູ່ທີ່ ນະຄອນຫຼວງວຽງຈັນ.



ການເຂົ້າມາປະເທດລາວຂອງ ສະຕາບັກຊ໌ ຖືເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງ ສະຕາບັກຊ໌ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງ ໃນທົ່ວທະວີບອາຊີ ກັບຮ້ານກາເຟທີ່ມີຫຼາຍກວ່າ 12,000 ສາຂາໃນທົ່ວພາກພື້ນ ທ່ານນາງ Emmy Kan, ຮອງປະທານອາວຸໂສ ແລະ ປະທານບໍລິຫານ ສະຕາບັກຊ໌ ອາຊີປາຊີຟິກ ກ່າວວ່າ: “ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະເຮັດໃຫ້ເປົ້າໝາຍທີ່ວາງໄວ້ສູງ ຕໍ່ກັບການເປີດຮ້ານສາຂາທຳອິດໃນປະເທດລາວນັ້ນ ປະສົບຜົນສຳເລັດ.” ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ: “ການທີ່ໄດ້ດຳເນີນກິດຈະການ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ຕະຫຼອດໄລຍະກວ່າ 25 ປີ ຜ່ານມານີ້, ພວກເຮົາຮູ້ສຶກເປັນກຽດທີ່ຈະໄດ້ຕ້ອນຮັບ ພະນັກງານໃໝ່ຫຼ້າສຸດຂອງເຮົາໃນປະເທດລາວ ເພື່ອຮ່ວມສ້າງ ປະສົບການສະຕາບັກຊ໌ ທີ່ຫາທີ່ປຽບບໍ່ໄດ້ ໃຫ້ກັບລູກຄ້າໃນທ້ອງຖິ່ນ ຜ່ານການອອກແບບຮ້ານທີ່ເປັນເອກະລັກ, ເຄື່ອງດື່ມທີ່ຊົງດ້ວຍມື, ປະສົບການກາເຟທີ່ຮອບດ້ານ, ຕະຫຼອດເຖິງບັນຍາກາດທີ່ອົບອຸ່ນ.” ຮ້ານ ສະຕາບັກຊ໌ ໃນປະເທດລາວຈະຖືກບໍລິຫານໂດຍ ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນຫຸ້ນສ່ວນທີ່ໄດ້ຮັບອະນຸຍາດ ແລະ ເປັນບໍລິສັດໃນເຄືອຂອງ Maxim’s Caterers ຈຳກັດ. ຜ່ານ ບໍລິສັດ Coffee Concepts ຈຳກັດ, ແບຣນ ສະຕາບັກຊ໌ ໄດ້ດຳເນີນກິດຈະການຫຼາຍກວ່າ 900 ສາຂາ ໃນ ຮົງກົງ ແລະ ມາເກົາ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ປະເທດໄທ.


ທ່ານ Michael Wu, ປະທານກຳມະການ ແລະ ກຳມະການຜູ້ຈັດການກຸ່ມບໍລິສັດ Maxim ຮົງກົງ, ໄດ້ກ່າວວ່າ: “ເພື່ອເປັນການສະເຫຼີມສະຫຼອງຮ້ານສາຂາທຳອິດໃນປະເທດລາວ, ພວກເຮົາໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງມອບປະສົບການທີ່ດີທີ່ສຸດໃຫ້ກັບບັນດາພະນັກງານໃໝ່ ລວມເຖິງລູກຄ້າ ໃນປະເທດລາວ.” ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມວ່າ: “ພວກເຮົາຍັງຫວັງວ່າຈະສາມາດສ້າງໂອກາດທີ່ມີຄຸນຄ່າ ໃຫ້ກັບບັນດາພະນັກງານ ແລະ ສົ່ງເສີມເຊື່ອມຕໍ່ສາຍສຳພັນລະຫວ່າງພະນັກງານ ແລະ ລູກຄ້າ ໃນຂະນະທີ່ພວກເຮົາສືບຕໍ່ເຕີບໂຕໃນປະເທດລາວ.”

ດ້ວຍປະຫວັດສາດອັນຍາວນານໃນການຜະລິດກາເຟທີ່ເປັນທີ່ຮູ້ຈັກກັນດີ, ປະເທດລາວເປັນປະເທດໜຶ່ງທີ່ມີວັດທະນະທຳກາເຟທີ່ຄຶກຄື້ນ. ຮ້ານແຫ່ງໃໝ່ນີ້ປະກອບສ່ວນເຂົ້າໃນວັດທະນະທຳກາເຟທີ່ຄຶກຄື້ນດ້ວຍການມອບປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍ ຄຽງຄູ່ໄປກັບເຄື່ອງດື່ມທີ່ມີເອກະລັກສະເພາະຂອງ ສະຕາບັກຊ໌. ດ້ວຍແຮງບັນດານໃຈຈາກລວດລາຍທີ່ເປັນຊັ້ນ ແລະ ຄວາມສົມດຸນຂອງສະຖາປັດຕະຍະກຳລາວ, ຮ້ານແຫ່ງນີ້ໄດ້ຖືກອອກແບບມາເພື່ອນຳເອົາປະສົບການກາເຟ ແລະ ມໍລະດົກຂອງແບຣນພວກເຮົາໃຫ້ປະກົດຜົນເປັນຈິງ.

ລວດລາຍຂອງບ່ອນເປີດປະຕູທີ່ເຮັດດ້ວຍມື ຖືກອອກແບບມາເພື່ອຕ້ອນຮັບລູກຄ້າ ດ້ວຍສຳຜັດທີ່ແທ້ຈິງຕັ້ງແຕ່ຊ່ວງເວລາທຳອິດທີ່ກ້າວເຂົ້າມາໃນຮ້ານ. ເພດານທັງໝົດແມ່ນເຮັດດ້ວຍກະເບື້ອງໄມ້ທີ່ມີລັກສະນະຄືກັບນາງເງືອກ ເພື່ອໃຫ້ເຂົ້າກັບສັນຍາລັກຂອງແບຣນ ແລະ ສະຖາປັດຕະຍະກຳຂອງເຄຫາສະຖານບູຮານໃນປະເທດລາວ. ເພດານຖືກປະດັບດ້ວຍຫັດຖະກຳໄມ້ແບບບູຮານ ທີ່ໄດ້ຮັບແຮງບັນດານໃຈມາຈາກຕົ້ນກາເຟ ແລະ ທິວທັດທຳມະຊາດໃນປະເທດ, ສ້າງເປັນ Third Place ຫຼື ສະຖານທີ່ທີສາມ ເຊິ່ງເປັນອີກສະຖານທີ່ໜຶ່ງທີ່ໃຫ້ຄວາມອົບອຸ່ນໜ້າຢູ່ ແລະ ບັນຍາກາດທີ່ຄຸ້ນເຄີຍສຳລັບລູກຄ້າ.

ຮ້ານແຫ່ງນີ້ຖືກສ້າງຂຶ້ນຈາກແນວທາງຂອງ ສະຕາບັກຊ໌ ເພື່ອສົ່ງມອບ ປະສົບການສະຕາບັກຊ໌ ໃຫ້ກັບພະນັກງານ ແລະ ລູກຄ້າດ້ວຍວິທີທີ່ຕິດພັນກັບທ້ອງຖິ່ນ, ພ້ອມເຊີດຊູມໍລະດົກ ແລະ ຄວາມສວຍສົດງົດງາມຂອງສິລະປະພື້ນເມືອງລາວເຮົາ. ດ້ວຍການຮ່ວມມືກັບສິລະປິນໃນທ້ອງຖິ່ນ, ຈຶ່ງເກີດມີພາບວາດທີ່ແຕ້ມດ້ວຍມືຂອງນາງເງືອກທີ່ກຳລັງຖືພວງກາເຟພ້ອມແນມໄປຂ້າງໜ້າຢ່າງກ້າຫານ. ບາກາເຟ ຕັ້ງຢູ່ບໍລິເວນໃຈກາງຂອງຮ້ານ, ເນື່ອງຈາກການເຊື່ອມຕໍ່ສາຍສຳພັນກັບລູກຄ້າຖືເປັນຫົວໃຈຫຼັກ ຂອງປະສົບການດັ່ງກ່າວ.

ປະຈຸບັນ ສະຕາບັກຊ໌ ດຳເນີນກິດຈະການຢູ່ຫຼາຍກວ່າ 10,000 ສາຂາ ແລະ ມີພະນັກງານຜູ້ທີ່ພູມໃຈ ສວມໃສ່ຜ້າກັນເປື້ອນສີຂຽວ ຢູ່ຫຼາຍກວ່າ 149,000 ຄົນ ໃນຂົງເຂດອາຊີ, ລວມທັງ ປະເທດຈີນ ແລະ ຍີ່ປຸ່ນ.

ຂອງທີ່ລະນຶກຈາກສະຕາບັກຊ໌[ດັດແກ້]

ສິນຄ້າຂອງແຖມທີ່ລະນຶກຈະໄດ້ດັ່ງນີ້:

•ຊື້ຈອກສະຕາບັກຊ໌ຈະໄດ້ດັ່ງນີ້:
•ລູກຄ້າ 100 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການຈະໄດ້ຮັບ ຕຸກກະຕາໝີບາຣີສຕ້າທ່ານລະ 1 ໂຕ
•ລູກຄ້າ 100 ທ່ານ ຕໍ່ໄປ ຈະໄດ້ຮັບຈອກວຽງຈັນ (14 oz.) ທ່ານລະ 1 ຈອກ
•ລູກຄ້າ 100 ທ່ານສຸດທ້າຍຈະໄດ້ຮັບຈອກນໍ້າ Reusable ລາຍພິເສດ ທ່ານລະ 1 ຈອກ

ແລ້ວພົບກັນທີ່ສະຕາບັກຊ໌ສາຂາສູນການຄ້າພາກຊັນ! ວັນທີ: 03 ພະຈິກ 2022 ເວລາ: 13:30 ໂມງ ສະຖານທີ່ຕັ້ງຢູ່: ສູນການຄ້າ ພາກຊັນ ລາວ, 011 ຖະໜົນ ຄູວຽງ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສ.ປ.ປ ລາວ. ເບີໂທລະສັບ: 020 5724 1552 Google Location: https://goo.gl/maps/xbKwyimNPj7hftNJ9

ເງື່ອນໄຂ:

  • ຊື້ເຄື່ອງດື່ມຂະໜາດ Grande ຫຼື Venti ຈາກ Starbucks Parkson
  • ສະຫງວນສິດຮັບເຄື່ອງທີ່ລະນຶກໜຶ່ງປີ້ຕໍ່ໜຶ່ງສິດ
  • ສະເພາະວັນທີ 03 ພະຈິກ 2022 ເທົ່ານັ້ນ
  • ບໍລິສັດ ຄອບຟີ້ ຄອນເຊັບສ໌ (ລາວ) ຈໍາກັດ ຜູ້ດຽວ ສະຫງວນສິດໃນການປ່ຽນແປງເງື່ອນໄຂຕ່າງໆໂດຍບໍ່ຕ້ອງແຈ້ງລ່ວງໜ້າ.


ຕິດຕາມເຟຈໄດ້ທີ່: Facebook: Starbucks Laos
https://www.facebook.com/starbuckslaos

ການໂຄສະນາ[ດັດແກ້]

ໂລໂກ້[ດັດແກ້]

ໃນປີ 2006 ວາເລີຣີ ໂອເນລ ໄດ້ໂຄສະນາຜ້າຜູ້ຍິງຂອງສະຕາບັກຊ໌ເວົ້າວ່າໂລໂກ້ຂອງບໍລິສັດແມ່ນຮູບນາງເງືອກທີ່ມີສອງຫາງ ຫຼື ໄຊເລັນ (siren) ທີ່ເປັນທີ່ຮູ້ຈັກໃນຕຳນານກຣີກ[53] ໂລໂກ້ໄດ້ມີການປ່ຽນແປງເລື້ອຍໆມາ ໃນເວີຊັນທຳອິດນັ້ນ[54] ໄຊເລັນມີລັກສະນະເປືອຍອົກ ແລະ ເຫັນຫາງທັງສອງໄດ້ຢ່າງຊັດເຈນ[55] ຮູບນັ້ນມີລັກສະນະຫຍາບ ແລະ ຄ້າຍກັບເມລູຊີນ (melusine)[56] ບໍລິສັດກ່າວວ່າຮູບນີ້ນຳມາຈາກຮູບພິມແກະດ້ວຍໄມ້ຂອງຊາວໂນສ ເຖິງແມ່ນວ່ານັກວິຊາການຈະໂຕ້ຖຽງວ່າເອົາມາຈາກ ແມ່ພິມໄມ້ຂອງ J.E. Cirlot ໃນໜັງສື Dictionary of Symbols ໃນສັດຕະວັດທີ່ 15[57][58]

ໃນເວີຊັນທີ່ສອງທີໃຊ້ໃນຊ່ງປີ 1987-1992 ໜ້າອົກຂອງນາງຖືກປິດດ້ວຍຜົມແຕ່ສະດືຍັງສາມາດເບິ່ງເຫັນໄດ້[59] ຫາງປາບາງສ່ວນໄດ້ຖືກຕັດອອກ ແລະ ສີຫຼັກຖືກເປັນຈາກສີນໍ້າຕານມາເປັນສີຂຽວ ຄືກັບສີມະຫາວິທະຍາໄລຂອງຜູ້ກໍ່ຕັ້ງທັງສາມ ມະຫາວິທະຍາໄລ ຊານ ຟຣານຊິສໂກ[60][61] ໃນເວີຊັນທີສາມທີ່ໃຊ້ລະຫວ່າງປີ 1992 ເຖິງ 2011 ທັງສາຍສະດື ຫຼື ໜ້າອົກຂອງນາງບໍ່ສາມາດເຫັນໄດ້ເລີນ ມີພຽງແຕ່ຮ່ອງຮອຍຂອງຫາງປາເທົ່ານັ້ນ

ອ້າງອີງ[ດັດແກ້]

  1. 1.0 1.1 1.2 "Loxcel Starbucks Map". Starbucks. April 17, 2018. Archived from the original on 2015-09-28. Retrieved April 17, 2018. Cite error: Invalid <ref> tag; name "loxcel" defined multiple times with different content
  2. 2.0 2.1 2.2 2.3 "Starbucks financial report 2017". NASDAQ.
  3. "Starbucks", May 2013. ຮຽກຂໍ້ມູນວັນທີ February 21, 2014
  4. "Company Profile" (PDF). Starbucks Coffee Company. February 2008. Archived from the original (PDF) on October 15, 2009. Retrieved May 13, 2009. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  5. "5 Things You Didn't Know: Starbucks | The Best Article Every Day". Bspcn.com. December 10, 2007. Archived from the original on June 27, 2009. Retrieved May 9, 2014. {{cite web}}: Unknown parameter |dead-url= ignored (|url-status= suggested) (help)
  6. "How Starbucks Can Guarantee Its CEO Transition Succeeds". Fast Company. April 3, 2017. Retrieved 2017-04-11.
  7. Starbucks "1st and Pike" Archived 2021-04-19 at the Wayback Machine, "Starbucks", 2016
  8. Time Out (2011). Time Out Guide San Francisco. Time Out Guides. ISBN 978-1-84670-220-4. Retrieved April 9, 2013.
  9. Pendergrast, pp. 252–53
  10. "How Starbucks got its name - Seattle's Big Blog". Seattle Post-Intelligencer. Archived from the original on 2015-10-06. Retrieved October 21, 2015.
  11. Melissa Allison. "Starbucks co-founder talks about early days, launching Redhook and Seattle Weekly, too", Business and Technology, March 9, 2008
  12. Stephen Brewer; Constance Brissenden; Anita Carmin (September 26, 2012). DK Eyewitness Travel Guide: Pacific Northwest. Dorling Kindersley. pp. 135–. ISBN 978-1-4053-7081-3. Retrieved November 12, 2012.
  13. 13.0 13.1 Linda Dono Reeves. "Coffee firm's plans to go national are percolating", USA Today, September 8, 1992
  14. "Starbucks Corporation." Student Resources. N.p., n.d. Web. March 13, 2013.
  15. 15.0 15.1 Mark Robichaux. "Boom in Fancy Coffee Pits Big Marketers, Little Firms", The Wall Street Journal, November 6, 1989
  16. Florence Fabricant. "Americans Wake Up and Smell the Coffee", The New York Times, September 2, 1992
  17. "Archived copy" (PDF). Archived from the original (PDF) on September 6, 2015. Retrieved 2016-10-27. {{cite web}}: Unknown parameter |deadurl= ignored (|url-status= suggested) (help)CS1 maint: archived copy as title (link)
  18. 18.0 18.1 18.2 "Forty years young: A history of Starbucks", The Daily Telegraph, May 11, 2011. ຮຽກຂໍ້ມູນວັນທີ November 13, 2012
  19. "Interest brews for Starbucks Coffee retailer makes stock offering amid latest java craze", The Globe and Mail, June 17, 1992
  20. "Mobile Payment At U.S. Starbucks Locations Crosses 10% As More Stores Get Wireless Charging".
  21. Saif Ajani (December 5, 2013). "Starbucks' @Tweetacoffee Campaign Generated $180,000 in Sales, HUGE Long-term Benefits". Keyhole. Keyhole. Archived from the original on December 15, 2013. Retrieved December 24, 2013. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  22. Todd Wasserman (December 6, 2013). "Starbucks 'Tweet-a-Coffee' Campaign Prompted $180,000 in Purchases". Mashable. Mashable. Retrieved December 7, 2013.
  23. Szabo, Liz. "Launching Starbucks In Japan -- First Of 15 Stores To Open", The Seattle Times, July 29, 1996. ຮຽກຂໍ້ມູນວັນທີ October 19, 2012
  24. "McDonalds Corp Betting That Coffee Is Britains Cup of Tea", March 1999. ຮຽກຂໍ້ມູນວັນທີ August 6, 2009
  25. Miguel Ángel Pallares Gómez (March 29, 2016). "Starbucks sigue como prioridad para Alsea". El Universal. El Universal. Retrieved September 22, 2016.
  26. Tice, Carol. "Starbucks still seeking a rhythm for Circadia", Puget Sound Business Journal, October 15, 1999. ຮຽກຂໍ້ມູນວັນທີ May 13, 2009
  27. "Starbucks establishes coffee trading company in Switzerland", October 17, 2002. ຮຽກຂໍ້ມູນວັນທີ November 12, 2012
  28. Christine Frey. "A grande deal for Starbucks", Seattle Post-Intelligencer, April 16, 2003. ຮຽກຂໍ້ມູນວັນທີ December 1, 2012
  29. Hirsch, Jerry. "Diedrich to Sell Cafes to Rival", Los Angeles Times, September 15, 2006. ຮຽກຂໍ້ມູນວັນທີ May 13, 2009
  30. "Starbucks enters South America through Peru", Puget Sound Business Journal, August 19, 2003
  31. Kramer, Andrew. "After long dispute, a Russian Starbucks", The New York Times, September 7, 2007. ຮຽກຂໍ້ມູນວັນທີ April 18, 2009
  32. Schwaner-Albright, Oliver. "Tasting the Future of Starbucks Coffee From a New Machine", The New York Times, March 26, 2008. ຮຽກຂໍ້ມູນວັນທີ April 1, 2010
  33. Schofield, Jack. "Starbucks lets customers have their say", The Guardian, March 24, 2008. ຮຽກຂໍ້ມູນວັນທີ March 18, 2009
  34. "Card Rewards". Starbucks.com. Retrieved October 24, 2010.
  35. Roark, Marc (2014). "Payment Systems, Consumer Tragedy, and Ineffective Remedies". St. Johns Law Review. 86: Forthcoming. Retrieved March 4, 2014.
  36. Lisa Baertlein. "Starbucks to buy Teavana in another step beyond coffee", November 14, 2012. ຮຽກຂໍ້ມູນວັນທີ November 14, 2012
  37. Melissa Allison. "Starbucks closes Teavana deal", The Seattle Times, December 31, 2012. ຮຽກຂໍ້ມູນວັນທີ March 1, 2013
  38. "STARBUCKS TO OPEN 1ST VIETNAM CAFE", Associated Press. ຮຽກຂໍ້ມູນວັນທີ January 3, 2013
  39. "Starbucks, McDonald's go Vietnam". Investvine. Retrieved January 14, 2013.
  40. "Starbucks opens first store in coffee-loving Vietnam". Archived from the original on November 3, 2014. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  41. AAP. "Starbucks to open first cafe in Colombia", August 28, 2013. ຮຽກຂໍ້ມູນວັນທີ August 28, 2013
  42. Thirsty NYC (August 19, 2014). "New Starbucks in Williamsburg to Serve Alcohol". Thirsty NYC. Archived from the original on 2014-08-22. Retrieved August 21, 2014.
  43. "Starbucks buying full control of Japan unit for $914 million" (Press release). Reuters. September 23, 2014. Archived from the original on 2014-09-24. Retrieved 2017-02-22.
  44. "Starbucks Announces Plans to Bring its Unique Coffeehouse Experience to the Vibrant Cambodian Market". Starbucks Newsroom. 26 August 2015.
  45. "Starbucks to Open Stores in Italy". Starbucks Newsroom. 28 February 2016.
  46. Brown, Peter. "Wireless Charging Pads Come to Starbucks", Electronics 360, 26 August 2016
  47. Sarah Perez. "Starbucks debuts its own original content series, "Upstanders," featuring video and podcasts", TechCrunch, 7 September 2016
  48. [1] Archived ມີຖຸນາ 18, 2015 at the Wayback Machine
  49. "Starbucks Coffee Company – press release (in Swedish)". Cision Wire. Archived from the original on 2012-07-23. Retrieved October 21, 2009.
  50. "Cuppa Starbucks for the Cup". Times Live. Archived from the original on 2010-06-04. Retrieved May 31, 2010.
  51. "Starbucks Newsroom: Starbucks Celebrates First Store Opening in El Salvador". News.starbucks.com. Archived from the original on December 9, 2010. Retrieved July 7, 2011. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  52. Puget Sound Business Journal by Eric Engleman. "First ‘Starbucks at Sea’ to debut - Puget Sound Business Journal", Bizjournals.com, October 27, 2010. ຮຽກຂໍ້ມູນວັນທີ November 17, 2012
  53. "The Insider: Principal roasts Starbucks over steamy retro logo", Seattle Post-Intelligencer, September 11, 2006. ຮຽກຂໍ້ມູນວັນທີ May 23, 2007
  54. Schultz, Howard; Dori Jones Yang (1997). Pour Your Heart Into It: How Starbucks Built a Company One Cup at a Time. New York: Hyperion. ISBN 0-7868-6315-3.
  55. Pendergrast, p. 253
  56. Rippin, Ann (2007). "Space, place and the colonies: re-reading the Starbucks' story". Critical perspectives on international business. Emerald Group Publishing. 3 (2): 136–149. doi:10.1108/17422040710744944. ISSN 1742-2043. Archived from the original on 2009-08-11. Retrieved 2018-04-17.
  57. Carl Pyrdum, "The Other Starbucks Mermaid Cover-Up", Got Medieval, August 31, 2010 (accessed March 1, 2015)
  58. Christopher Shea, "Medieval Scholar Hot on Trail of Starbucks Logo Cover-Up", Wall Street Journal Ideas Market January 31, 2011 (accessed March 1, 2015)
  59. Robert Klara, How a Topless Mermaid Made the Starbucks Cup an Icon, Ad Week, September 29, 2014, (accessed March 1, 2015)
  60. Allison, Melissa. "Starbucks co-founder talks about early days, launching Redhook and Seattle Weekly". Seattletimes.nwsource.com. Retrieved May 9, 2014.
  61. Larimore, Rachael (October 24, 2013). "Starbucks business strategy: How CEO Howard Schultz conquered the world". Slate.com. Retrieved May 9, 2014.

ແຫຼ່ງຂໍ້ມູນອື່ນ[ດັດແກ້]

Commons:Category
Commons ມີພາບກ່ຽວກັບ:
ສະຕາບັກຊ໌