ເອສເປຣສໂຊ

ຈາກ ວິກິພີເດຍ
ກາເຟເອສເປຣສໂຊ

ເອສເປຣສໂຊ (ອິຕາລີ: espresso) ແມ່ນກາເຟທີ່ມີລົດແກ່ແລະເຂັ້ມ ມີວິທີການຊົງໂດຍໃຊ້ແຮງອັດໄອນ້ຳຫຼືນ້ຳຮ້ອນຜ່ານເມັດກາເຟທີ່ຂົ້ວບົດລະອຽດ. ທີ່ມາຂອງຊື່ ເອສເປຣສໂຊ ມາຈາກຄຳພາສາອິຕາລີ "espresso" ແປວ່າ ເລັ່ງດ່ວນ.

ເອສເປຣສໂຊແມ່ນກາເຟທີ່ນິຍົມຫຼາຍທີ່ສຸດໃນແຖບປະເທດເອີຣົບຕອນໃຕ້ ໂດຍສະເພາະໃນປະເທດອິຕາລີ ເຊິ່ງການສັ່ງກາເຟຫຼື "ຄັບແຟ" ([caffè] Error: {{Lang}}: text has italic markup (help)) ໃນຮ້ານໂດຍທົ່ວໄປກໍແມ່ນສັ່ງເອສເປຣສໂຊ.