ກາເຟ
ກາເຟ (ອັງກິດ: coffee, ຝຣັ່ງ: café) ແມ່ນເຄື່ອງດື່ມທີ່ເຮັດແຕ່ມະເລັດ ເຊິ່ງໄດ້ແຕ່ຕົ້ນກາເຟ ຫຼືນິຍົມເອີ້ນວ່າ ເມັດກາເຟ ຂົ້ວ. ມີການປູກຕົ້ນກາເຟໃນຫຼາຍກວ່າ 70 ປະເທດທົ່ວໂລກ. ກາເຟຂຽວ(ກາເຟຍັງບໍ່ກາຍການຂົ້ວ) ແມ່ນໜຶ່ງໃນສິນຄ້າທາງການກະເສດ ເຊິ່ງມີການຊື້ຂາຍກັນຫຼາຍທີ່ສຸດໃນໂລກ. ກາເຟມີສ່ວນປະກອບຂອງຄາຟີອີນ ເຮັດໃຫ້ມັນມີສັບພະຄຸນຊູກຳລັງໃນມະນຸດ. ປັດຈຸບັນ ກາເຟແມ່ນເຄື່ອງດື່ມເຊິ່ງໄດ້ຮັບຄວາມນິຍົມທີ່ສຸດໃນໂລກ.[1]
ແມ່ນທີ່ເຊື່ອກັນວ່າສັບພະຄຸນຊູກຳລັງຈາກມະເລັດຂອງຕົ້ນກາເຟນັ້ນຖືກພໍ້ເປັນເທື່ອທຳອິດໃນເຢເມນ ແຖບອາລະເບຍ ແລະທາງຕະເວັນອອກສຽງເໜືອຂອງເອທິໂອເປຍ ແລະການປູກຕົ້ນກາເຟໃນສະໄໝທຳອິດໄດ້ແພ່ຂະຫຍາຍໃນໂລກອາຫຼັບ. ຫຼັກຖານບັນທຶກວ່າການດື່ມກາເຟໄດ້ປາກົດຂຶ້ນຮາວກາງຄິດສັດຕະວັດທີ່ 15 ອັນແມ່ນຫຼັກຖານເຊິ່ງເຊື່ອຖືໄດ້ ແລະເກົ່າແກ່ທີ່ສຸດ. ຖືກພໍ້ໃນວິຫານຊູຟີ ໃນເຢເມນ ແຖບອາລະເບຍ ແຕ່ໂລກມຸດສະລິມ. ກາເຟໄດ້ແພ່ຂະຫຍາຍໄປຍັງທະວີບເອີລົບ ອິນໂດນີເຊຍ ແລະທະວີບອະເມລິກາ. ໃນລະຫວ່າງທີ່ກາເຟເລີ່ມເດີນທາງແຕ່ທະວີບອະເມລິກາເໜືອແລະຕະເວັນອອກກາງສູ່ທະວີບເອີລົບ ກາເຟໄດ້ຖືກສົ່ງກາຍໄປຍັງຊິຊິລີແລະອິຕາລີໃນຕອນກົກຄິດສັດຕະວັດທີ່ 17, ແຕ່ນັ້ນກາຍຕຸລະກີໄປຍັງກີດ ຮັງກາລີ ແລະອອດເຕຍໃນຕອນປາຍຄິດສັດຕະວັດທີ່ 17. ຈາກອິຕາລີແລະອອດເຕຍ ກາເຟໄດ້ແພ່ຂະຫຍາຍໄປຍັງສ່ວນທີ່ເຫຼືອຂອງທະວິບເອີລົບ. ກາເຟໄດ້ເຂົ້າມາມີບົດບາດສຳຄັນໃນສັງຄົມຫຼາຍບ່ອນຕະຫຼອດປະວັດສາດ. ໃນແອຟິກາແລະເຢເມນ ມັນຖືກໃຊ້ຮ່ວມນຳພິທີກຳທາງສາດສະໜາ. ຜົນທີ່ຕາມມາແມ່ນ ສາດສະນະຈັກເອທີໂອເປຍ ໄດ້ສັ່ງຫ້າມການບໍລິໂພກກາເຟຕະຫຼອກການ. ຈົນຮອດລັດຊະສະໄໝຂອງຈັກກະພັດເມເນລິກທີ່ 2. ມັນຍັງໄດ້ຖືກຫ້າມໃນຈັກກະວັດອອດໂຕມັນລະຫວ່າງຄິດສັດຕະວັດທີ່ 17 ເນື່ອງຈາກສາເຫດທາງການເມືອງ ແລະ ມີສ່ວນກ່ຽວພັນນຳກິດຈະກຳທາງການເມືອງຫົວຮຸນແຮງໃນທະວີບເອີລົບ.
ເບິ່ງຕື່ມ[ດັດແກ້]
ອ້າງອີງ[ດັດແກ້]
- ↑ Oder, Tom (June 9, 2015). "How coffee changed the world". Mother Nature Network. Narrative Content Group, 31/10/2018.
ເຄື່ອງດື່ມ | |
---|---|
ນ້ຳດື່ມ | ນ້ຳແຮ່ທາດ · ນ້ຳກ້ອນ · ນ້ຳສະໂລ່ |
ນົມ | ນົມສົ້ມ · ນົມຊົງ · ນ້ຳເຕົ້າຮູ້ · ນົມແບ້ |
ນ້ຳຜັກ-ໝາກໄມ້ | ນ້ຳສາລີ · ນ້ຳໝາກພ້າວ · ນ້ຳບົວ · ນ້ຳໝາກກ້ຽງ · ນ້ຳໝາກນັດ · ນ້ຳໝາກເລັ່ນ · ນ້ຳໝາກນາວ ນ້ຳໝາກໂມ · ນ້ຳເກັກຮວຍ · ນ້ຳໝາກປົ່ມ · ນ້ຳບ໋ວຍ · ນ້ຳສົ້ມພໍດີ · ນ້ຳໝາກຂາມ · ນ້ຳໝາກອະງຸ່ນ ນ້ຳກະລົດ · ນ້ຳໝາກມ່ວງ · ນ້ຳໝາກລີ້ນຈີ່ ແລະອີກຫຼາຍຫຼວງ. |
ນ້ຳອັດລົມ | ລູດເບຍ · ໂຊດາ |
ຊາ-ກາເຟ | ຊາຂຽວ · ຊານົມ · ຊາໝາກນາວ · ກາເຟນົມເຢັນ · ໂອຫຼ້ຽງ |
ເຄື່ອງດື່ມມຶນເມົາ | ເຫຼົ້າ · ແວງ · ແວງດຳ · ແວງຂາວ · ເບຍ · ເບຍດຳ |