ປະເທດມຽນມາ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Myanmar)
ပြည်ထောင်စု သမ္မတ မြန်မာနိုင်ငံတော်
ສາທາລະນະລັດແຫ່ງສະຫະພາບມຽນມາ
ທຸງຊາດມຽນມາ ເຄື່ອງໝາຍຊາດ ມຽນມາ
ທຸງຊາດ ເຄື່ອງໝາຍຊາດ
ຄຳຂວັນ:
ເພງຊາດ: ຄາບາ ມາ ຈີ
ແຜນທີ່ສະແດງທີ່ຕັ້ງຂອງປະເທດມຽນມາ
ນະຄອນຫຼວງ ເນປິດໍ
19°45′N 96°6′E / 19.750°N 96.100°E / 19.750; 96.100
ເມືອງໃຫຍ່ສຸດ ຢ່າງກຸ້ງ (Rangoon)
ພາສາລັດຖະການ ພາສາພະມ້າ
ລັດຖະບານ ລະບອບປະທານປະເທດ
 - ປະທານປະເທດ ທ່ານ ເຕັງ ເສັງ
 - ຮອງປະທານປະເທດ ທ່ານ ຕຽນ ອອງ ມິນ
ຈາຍໝອກຄຳ(ຄົນໄທໃຫຍ່)
ການລວມຕົວ
 - ຣາຊະວົງປະກັນ 23 ທັນວາ ຄ.ສ 849 
 - ຣາຊະວົງຕອງອູ 16 ຕຸລາ ຄ.ສ 1510 
 - ຣາຊະວົງກອງບອງ 21 ມີນາ ຄ.ສ 1752 
 - ປະກາດເອກະລາດ 4 ມັງກອນ ຄ.ສ 1948 (ຈາກ ອັງກິດ
 - coup d'état 2 ມີນາ ຄ.ສ 1962 
ພື້ນທີ່
 - ທັງໝົດ
 
 - ພື້ນນ້ຳ(%)
 
676.578 ກມ.² (ອັນດັບທີ 40)
261.227 ໄມລ໌² 
3.06
ປະຊາກອນ
 - 2010ປະມານ
 - 1983

 - ປະຊາກອນ
 
60,280,000 (ອັນດັບທີ  24)
33,234,000

73/ກມ.² (ອັນດັບທີ 119)
191/ໄມລ໌² 
GDP (PPP)
 -ລວມ
 -ຕໍ່ປະຊາກອນ
2010ຄ່າປະມານ
$76.473 ຕື້ (ອັນດັບທີ 59)
$1,250 (ອັນດັບທີ )
HDI (2012) 0.498 (ອັນດັບທີ 149) – ຕ່ຳ
ສະກຸນເງິນ ຈຽດ (K) (MMK)
ເຂດເວລາ MST (UTC+6:30)
ລະຫັດອິນເຕີເນັດ .mm
ລະຫັດໂທລະສັບ +95
Burmese character k.svg ບົດຄວາມນີ້ມີອັກສອນພະມ້າປາກົດຢູ່ ທ່ານອາດເຫັນເຄື່ອງໝາຍຄຳຖາມຫຼືສັນຍາລັກອື່ນແທນຕົວອັກສອນ ຫາກຄອມພິວເຕີຂອງທ່ານບໍ່ສາມາດສະແດງຜົນອັກສອນພະມ້າໄດ້ຢ່າງຖືກຕ້ອງ

ມຽນມາ ຫຼື ພະມ້າ (ອັງກິດ: Myanmar, ພະມ້າ: မြန်မာ ເມຍໝ້າ) ມີຊື່ທາງການວ່າ ສາທາລະນະລັດແຫ່ງສະຫະພາບມຽນມາ ຫຼື ສາທາລະນະລັດແຫ່ງສະຫະພາບພະມ້າ (ອັງກິດ: Republic of the Union of Myanmar; ພະມ້າ: ပြည်ထောင်စု သမ္မတ မြန်မာနိုင်ငံတော် [pjìdà̀uɴzṵ θà̀ɴməda̯ mjəmà nàiɴŋàɴdɔ̀] ປີ່ເດົ່າງ໌ຊຸ ຕຳມະດະ ມຍະໝ້າ ໄໜ້ຫງັ້ນດໍ່) ແມ່ນລັດເອກະລາດໃນອາຊີຕາເວັນອອກສຽງໃຕ້. ມີພົມແດນຕິດກັບອິນເດຍ ບັງກະລາເທດ ຈີນ ລາວ ແລະໄທ. ໜຶ່ງໃນສາມຂອງພົມແດນພະມ້າທີ່ມີຄວາມຍາວ 1,930 ກິໂລແມັດເປັນແນວຊາຍຝັ່ງຕາມອ່າວເບງກອນແລະທະເລອັນດາມັນ ດ້ວຍພື້ນທີ່ 676,578 ຕາລາງກິໂລແມັດ. ປະເທດມຽນມາແມ່ນປະເທດທີ່ໃຫຍ່ເປັນອັນດັບທີ 40 ຂອງໂລກ ແລະໃຫຍ່ເປັນອັນດັບທີ 2 ໃນອາຊີຕາເວັນອອກສຽງໃຕ້. ມຽນມາຍັງເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 24 ຂອງໂລກ ໂດຍມີປະຊາກອນກວ່າ 60.28 ລ້ານຄົນ. ນັບແຕ່ໄດ້ຮັບເອກະລາດໃນ ຄ.ສ. 1948 ປະເທດມຽນມາຜະເຊີນກັບໜຶ່ງໃນສົງຄາມກາງເມືອງທີ່ຍືດເຍື້ອທີ່ສຸດທ່າມກາງກຸ່ມຊາຕິພັນທີ່ມີຢູ່ຫຼາຍຫຼວງເຊິ່ງຍັງແກ້ບໍ່ຕົກ. ຕັ້ງແຕ່ ຄ.ສ. 1962 ຫາ 2011 ປະເທດມຽນມາຢູ່ພາຍໃຕ້ລະບອບຜະເດັດການທະຫານ. ຄະນະຜູ້ຍຶດອຳນາດການປົກຄອງຖືກຍຸບຢ່າງເປັນທາງການໃນ ຄ.ສ. 2011 ຫຼັງການເລືອກຕັ້ງທົ່ວໄປໃນ ຄ.ສ. 2010 ແລະມີການຕັ້ງລັດຖະບານພົນລະເຮືອນໃນນາມແທນ ແຕ່ທະຫານຍັງມີອິດທິພົນຢູ່ຫຼາຍ.

ອາລະຍະທຳຊ່ວງຕົ້ນຂອງປະເທດພະມ້າມີນະຄອນລັດປະຍູທີ່ເວົ້າພາສາຕະກູນທິເບດ-ພະມ້າໃນພະມ້າຕອນເທິງ ແລະລາຊະອານາຈັກມອນໃນພະມ້າຕອນລຸ່ມ ໃນຄິດສະຕະວັດທີ 9 ຊາວພະມ້າໄດ້ເຂົ້າຄອບຄອງບໍລິເວນລຸ່ມແມ່ນ້ຳອິຣະວະດີຕອນເທິງ ແລະສະຖາປະນາລາຊະອານາຈັກພຸກາມໃນຊ່ວງຄິດທົດສະວັດທີ 1050 ພາສາແລະວັດທະນະທຳພະມ້າພ້ອມດ້ວຍສາສະໜາພຸດນິການເຖຣະວາດຄ່ອຍໆ ຄອບງຳໃນປະເທດ ອານາຈັກພຸກາມລົ່ມສະຫຼາຍເພາະການບຸກຄອງຂອງມອງໂກລແລະລັດຫຼາຍລັດເກີດຂຶ້ນ ໃນຄິດສະຕະວັດທີ 16 ລາຊະວົງຕອງອູສ້າງເອກະພາບອີກຄັ້ງ ແລະຊ່ວງສັ້ນໆ ເປັນຈັກກະວັດໃຫຍ່ສຸດໃນປະຫວັດສາດອາຊີຕາເວັນອອກສຽງໃຕ້[໑] ຕົ້ນສະຕະວັດທີ 19 ລາຊະວົງຄອງບອງໄດ້ປົກຄອງພື້ນທີ່ປະເທດພະມ້າແລະຄວບຄຸມມະນີປຸຣະແລະອັດສັມໃນຊ່ວງສັ້ນໆ ດ້ວຍ ອັງກິດພິຊິດພະມ້າຫຼັງສົງຄາມອັງກິດ-ພະມ້າທັງສາມຄັ້ງໃນຄິດສະຕະວັດທີ 19 ແລະປະເທດກາຍເປັນອານານິຄົມບິຕິດ ປະເທດພະມ້າໄດ້ຮັບເອກະລາດໃນ ຄ.ສ. 1948 ຊ່ວງປົກຄອງແບບຊາດປະຊາທິປະໄຕ ແລະຫຼັງລັດຖະປະຫານໃນ ຄ.ສ. 1962 ເປັນການປົກຄອງແບບຜະເດັດການທະຫານ ແມ້ນຜະເດັດການທະຫານສິ້ນສຸດລົງຢ່າງເປັນທາງການໃນ ຄ.ສ. 2011 ແຕ່ຜູ້ນຳພັກການເມືອງສ່ວນໃຫຍ່ຍັງເປັນອະດີດນາຍທະຫານ

ປະເທດພະມ້າຢູ່ພາຍໃຕ້ການຕໍ່ສູ້ຊາດພັນທີ່ຮຸນແຮງ ກຸ່ມຊາດພັນມາກມາຍຂອງພະມ້າກ່ຽວກັບສົງຄາມກາງເມືອງທີ່ດຳເນິນຍາວທີ່ສຸດສົງຄາມໜຶ່ງຂອງໂລກ ລະຫວ່າງຊ່ວງນີ້ ສະຫະປະຊາຊາດແລະອີກຫຼາຍອົງການລາຍງານລະເມີດສິດທິມະນຸດສະຍະຊົນຢ່າງຕໍ່ເນື່ອງພາຍໃນປະເທດ[໒][໓][໔] ໃນ ຄ.ສ. 2011 ມີການຍຸບຄະນະທະຫານຜູ້ຍຶດອຳນາດການປົກຄອງຢ່າງເປັນທາງການຫຼັງການເລືອກຕັ້ງທົ່ວໄປ ຄ.ສ. 2010 ແລະມີການຕັ້ງລັດຖະບານໃນນາມພົນລະເຮືອນ ແຕ່ອະດີດຜູ້ນຳທະຫານຍັງມີອຳນາດພາຍໃນປະເທດ ກອງທັບພະມ້າດຳເນິນການສະລະການຄວບຄຸມລັດຖະບານ ລວມເຖິງການປ່ອຍຕົວອອງ ຊານ ຊູຈີແລະນັກໂທດທາງການເມືອງ ມີການປັບປຸງສິດທິມະນຸດສະຍະຊົນແລະຄວາມສັມພັນລະຫວ່າງປະເທດ ຈົນນຳໄປສູ່ການຜ່ອນປົນການລົງໂທດທາງການຄ້າແລະເສດຖະກິດອື່ນໆ[໕][໖] ແຕ່ຍັງມີການວິຈານການປະຕິບັດຕໍ່ຊຸມຊົນກຸ່ມນ້ອຍໂຣຮິງຍາຂອງລັດຖະບານແລະການສະໜອງຕໍ່ການປະທະກັນທາງສາສະໜາ[໗][໘][໙]

ປະເທດພະມ້າອຸດົມດ້ວຍຫຍົກ ອັນຍະມະນີ ນ້ຳມັນ ແກ໊ສທຳມະຊາດແລະຊັບພະຍາກອນແຣ່ອື່ນໆ ໃນ ຄ.ສ. 2013 ຈີດີພີ (ລາຄາຕະຫຼາດ) ຢູ່ທີ່ 56,700 ລ້ານດອລລາຣ໌ສະຫະລັດ ແລະຈີດີພີ (ອຳນາດຊື້) ຢູ່ທີ່ 221,500 ລ້ານດອລລາຣ໌ສະຫະລັດ[໑໐] ຊ່ອງວ່າງຮາຍໄດ້ຂອງປະເທດພະມ້າກວ້າງທີ່ສຸດປະເທດໜຶ່ງໃນໂລກ ເພາະເສດຖະກິດສັດສ່ວນໃຫຍ່ຖືກຜູ້ສະໜັບສະໜຸນອະດີດລັດຖະບານທະຫານຄວບຄຸມ[໑໑][໑໒] ໃນ ຄ.ສ. 2014 ຈາກດັດຊະນີການພັດທະນາມະນຸດ (HDI) ປະເທດພະມ້າມີລະດັບການພັດທະນາມະນຸດຕ່ຳ ໂດຍຈັດອັນດັບຢູ່ທີ່ 148 ຈາກ 188 ປະເທດ[໑໓]

ປະຫວັດສາດ[ແກ້ໄຂ]

ປະຫວັດສາດຂອງພະມ້ານັ້ນມີຄວາມຍາວນານແລະຊັບຊ້ອນ ມີປະຊາຊົນຫຼາຍເຜົ່າພັນເຄີຍອາໄສຢູ່ໃນດິນແດນແຫ່ງນີ້ ເຜົ່າພັນເກົ່າແກ່ທີ່ສຸດທີ່ປາກົດໄດ້ແກ່ຊາວມອນ ຕໍ່ມາຮາວພຸດສະຕະວັດທີ 13 ຊາວພະມ້າໄດ້ອົບພະຍົບລົງມາຈາກບໍລິເວນພົມແດນລະຫວ່າງຈີນແລະທິເບດ ເຂົ້າສູ່ທີ່ຣາບລຸ່ມແມ່ນ້ຳອິຣະວະດີ ແລະໄດ້ກາຍເປັນຊົນເຜົ່າເປັນຊົນເຜົ່າສ່ວນໃຫຍ່ທີ່ປົກຄອງປະເທດໃນເວລາຕໍ່ມາ ຄວາມຊັບຊ້ອນຂອງປະຫວັດສາດພະມ້າບໍ່ໄດ້ເກີດຂຶ້ນຈາກກຸ່ມຊົນທີ່ອາໄສຢູ່ໃນດິນແດນພະມ້າເທົ່ານັ້ນ ແຕ່ເກີດຈາກຄວາມສັມພັນກັບເພື່ອນບ້ານໄດ້ແກ່ ຈີນ ອິນເດຍ ບັງກະລາເທດ ລາວ ແລະໄທ

ມອນ[ແກ້ໄຂ]

ມະນຸດໄດ້ເຂົ້າມາອາໄສຢູ່ໃນດິນແດນຂອງປະເທດພະມ້າເມື່ອຮາວ 11,000 ປີມາແລ້ວ ແຕ່ມະນຸດທີ່ສາມາດສ້າງອາລະຍະທຳຂຶ້ນເປັນເອກະລັກຂອຝຕົນໄດກໍຄືຊາວມອນ ຊາວມອນໄດ້ອົບພະຍົບເຂົ້າມາອາໄສຢູ່ໃນດິນແດນແຫ່ງນີ້ເມື່ອຮາວ 2,400 ປີກ່ອນພຸດທະການ ແລະສະຖາປະນາອານາຈັກສຸທຳວະດີ ອັນເປັນອານາຈັກແຫ່ງທຳອິດຂຶ້ນໃນຮາວພຸດສະຕະວັດທີ 2 ນະ ບໍລິເວນໄກ້ເມືອງທ່າຕອນ (Thaton) ຊາວມອນໄດ້ຮັບອິດທິພົນຂອງສາສະໜາພຸດຜ່ານທາງອິນເດຍໃນຮາວພຸດສະຕະວັດທີ 2 ເຊິ່ງເຊື່ອວ່າມາຈາກການເຜີຍແຜ່ພະພຸດທະສາສະໜາໃນລັດຊະສະໄໝຂອງພະເຈົ້າອະໂສກມະຫາລາດ ບັນທຶກຂອງຊາວມອນສ່ວນໃຫຍ່ຖືກທຳລາຍໃນລະຫວ່າງສົງຄາມ ວັດທະນະທຳຂອງຊາວມອນເກີດຂຶ້ນຈາກການຜະສົມເອົາວັດທະນະທຳຈາກອິນເດຍເຂົ້າກັບວັດທະນະທຳອັນເປັນເອກະລັກຂອງຕົນເອງຈົນກາຍເປັນວັດທະນະທຳລັກສະນະລູກຜະສົມ ໃນຮາວພຸດສະຕະວັດທີ 14 ຊາວມອນໄດ້ເຂົ້າຄອບຄອງແລະມີອິດທິພົນໃນດິນແດນຕອນໃຕ້ຂອງພະມ້າ

ປະຍູ[ແກ້ໄຂ]

ຊາວປະຍູເຂົ້າມາອາໄສຢູ່ໃນດິນແດນປະເທດພະມ້າຕັ້ງແຕ່ຮາວພຸດສະຕະວັດທີ 4 ແລະໄດ້ສະຖາປະນານະຄອນລັດຂຶ້ນຫຼາຍແຫ່ງ ເຊັ່ນທີ່ ພິນນາຄາ (Binnaka) ມອງກະໂມ້ (Mongamo) ອານາຈັກສີກະເສດ (Sri Ksetra) ເປຍທະໂນມະໂຍ (Peikthanomyo) ແລະຮະລີນຈີ (Halingyi) ໃນຊ່ວງເວລາດັງກ່າວ ດິນແດນພະມ້າເປັນສ່ວນໜຶ່ງຂອງເສັ້ນທາງການຄ້າລະຫວ່າງຈີນກັບອິນເດຍ ຈາກເອກະສານຂອງຈີນພົບວ່າ ມີເມືອງຢູ່ພາຍໃຕ້ອຳນາດປົກຄອງຂອງຊາວປະຍູ 18 ເມືອງ ແລະຊາວປະຍູເປັນຊົນເຜົ່າທີ່ຮັກສະຫງົບ ບໍ່ປາກົດວ່າມີສົງຄາມເກີດຂຶ້ນລະຫວ່າງຊົນເຜົ່າປະຍູ ຂໍ້ຂັດແຍ້ງມັກຍຸດຕິດ້ວຍການຄັດເລືອກຕົວແທນໃຫ້ເຂົ້າປະລອງຄວາມສາມາດກັນ ຊາວປະຍູສວມໃສ່ເຄື່ອງແຕ່ງກາຍທີ່ເຮັດຈາກຝ້າຍ ອາດຊະຍາກອນມັກຖືກລົງໂທດດ້ວຍການໂບຍຫຼືຈຳຂັງ ເວັ້ນແຕ່ໄດ້ກະທຳຄວາມຜິດອັນຮ້າຍແຮງຈຶ່ງຕ້ອງໂທດປະຫານຊີວິດ ຊາວປະຍູນັບຖືພະພຸດທະສາສະໜານິກາຍເຖຣະວາດ ເດັກໆ ໄດ້ຮັບການສຶກສາທີ່ວັດຕັ້ງແຕ່ອາຍຸ 7 ຂວບຈົນເຖິງ 20 ປີ

ນະຄອນລັດຂອງຊາວປະຍູບໍ່ເຄີຍຮວມຕົວເປັນອັນໜຶ່ງອັນດຽວກັນ ແຕ່ນະຄອນລັດຂະໜາດໃຫຍ່ມັກມີອິດທິພົນເໜືອນະຄອນລັດຂະໜາດນ້ອຍເຊິ່ງສະແດງອອກໂດຍການສົ່ງເຄື່ອງບັນນາການໃຫ້ ນະຄອນລັດທີ່ມີອິດທິພົນຫຼາຍທີ່ສູດໄດ້ແກ່ສີກະເສດ ເຊິ່ງມີຫຼັກຖານເຊື່ອໄດ້ວ່າ ເປັນເມືອງໂບຮານທີ່ມີຂະໜາດໃຫຍ່ທີ່ສຸດໃນປະເທດພະມ້າ ບໍ່ປາກົດຫຼັກຖານວ່າອານາຈັກສີກະເສດຖືກສະຖາປະນາຂຶ້ນເມື່ອໃດ ແຕ່ມີການກ່າວເຖິງໃນພົງສາວະດານວ່າມີການປ່ຽນລາຊະວົງເກີດຂຶ້ນໃນປີພຸດສັກກະຫຼາດ 637 ເຊິ່ງສະແດງໃຫ້ເຫັນວ່າອານາຈັກສີກະເສດຕ້ອງໄດ້ຮັບການສະຖາປະນາຂຶ້ນກ່ອນໜ້ານັ້ນ ມີຄວາມຊັດເຈນວ່າ ອານາຈັກສີກະເສດຖືກລະທິ້ງໄປໃນປີພຸດສັກກະຫຼາດ 1199 ເພື່ອອົບພະຍົບຍ້າຍຂຶ້ນໄປສະຖາປະນານະຄອນຫຼວງໃໝ່ທາງຕອນເໜືອ ແຕ່ຍັງບໍ່ຊາບຢ່າງແນ່ຊັດວ່າເມືອງດັງກ່າວຄືເມືອງໃດ ນັກປະຫວັດສາດບາງທ່ານເຊື່ອວ່າເມືອງດັງກ່າວຄືເມືອງຮະລີນຈີ ຢ່າງໃດກໍຕາມເມືອງດັງກ່າວຖືກຮຸກຮານຈາກອານາຈັກນ່ານເຈົ້າໃນຮາວພຸດສະຕະວັດທີ 15 ຈາກກະບໍ່ປາກົດຫຼັກຖານກ່າວເຖິງຊາວປະຍູອີກ

ອານາຈັກພຸກາມ[ແກ້ໄຂ]

ເບິ່ງບົດຄວາມຫຼັກທີ່ ອານາຈັກພຸກາມ
ແຜນທີ່ທະວີບອາຊີໃນ ຄ.ສ. 1200 ສະແດງເຖິງຂອບເຂດອານາຈັກຕ່າງໆ (ພຸກາມຢູ່ໄກ້ກັບເລກທີ່ 34 ທາງຂວາ)

ชาวพม่าเป็นชนเผ่าจากทางตอนเหนือที่ค่อย ๆ อพยพแทรกซึมเข้ามาสั่งสมอิทธิพลในดินแดนประเทศพม่าทีละน้อย กระทั่งปีพุทธศักราช 1392 จึงมีหลักฐานถึงอาณาจักรอันทรงอำนาจซึ่งมีศูนย์กลางอยู่ที่เมือง "พุกาม" (Pagan) โดยได้เข้ามาแทนที่ภาวะสุญญากาศทางอำนาจภายหลังจากการเสื่อมสลายไปของอาณาจักรชาวปยู อาณาจักรของชาวพุกามแต่แรกนั้นมิได้เติบโตขึ้นอย่างเป็นอันหนึ่งอันเดียวกัน กระทั่งในรัชสมัยของพระเจ้าอโนรธา (พ.ศ. 1587–1620) พระองค์จึงสามารถรวบรวมแผ่นดินพม่าให้เป็นอันหนึ่งอันเดียวกันสำเร็จ และเมื่อพระองค์ทรงตีเมืองท่าตอนของชาวมอญได้ในปีพุทธศักราช 1600 อาณาจักรพุกามก็กลายเป็นอาณาจักรที่เข้มแข็งที่สุดในดินแดนพม่า อาณาจักรพุกามมีความเข้มแข็งเพิ่มมากขึ้นในรัชสมัยของพระเจ้าจานสิตา (พ.ศ. 1624–1655) และพระเจ้าอลองสิธู (พ.ศ. 1655–1710) ทำให้ในช่วงปลายพุทธศตวรรษที่ 17 ดินแดนในคาบสมุทรสุวรรณภูมิเกือบทั้งหมดถูกครอบครองโดยอาณาจักรเพียงสองแห่ง คืออาณาจักรเขมรและอาณาจักรพุกาม

อำนาจของอาณาจักรพุกามค่อย ๆ เสื่อมลง ด้วยเหตุผลหลักสองประการ ส่วนหนึ่งจากการถูกเข้าครอบงำโดยของคณะสงฆ์ผู้มีอำนาจ และอีกส่วนหนึ่งจากการรุกรานของจักรวรรดิมองโกลที่เข้ามาทางตอนเหนือ พระเจ้านรสีหบดี (ครองราชย์ พ.ศ. 1779–1830) ได้ทรงนำทัพสู่ยุนนานเพื่อยับยั้งการขยายอำนาจของมองโกล แต่เมื่อพระองค์แพ้สงครามที่งาซองจาน (Ngasaunggyan) ในปีพุทธศักราช 1820 ทัพของอาณาจักรพุกามก็ระส่ำระสายเกือบทั้งหมด พระเจ้านรสีหบดีถูกพระราชโอรสปลงพระชนม์ในปีพุทธศักราช 1830 กลายเป็นตัวเร่งที่ทำให้อาณาจักรมองโกลตัดสินใจรุกรานอาณาจักรพุกามในปีเดียวกันนั้น ภายหลังสงครามครั้งนี้ อาณาจักรมองโกลก็สามารถเข้าครอบครองดินแดนของอาณาจักรพุกามได้ทั้งหมด ราชวงศ์พุกามสิ้นสุดลงเมื่อมองโกลได้แต่งตั้งรัฐบาลหุ่นขึ้นบริหารดินแดนพม่าในปีพุทธศักราช 1832

  1. Lieberman, p. 152
  2. "Burma". Human Rights Watch. ສືບຄົ້ນເມືອ 6 July 2013. 
  3. "Myanmar Human Rights". Amnesty International USA. ສືບຄົ້ນເມືອ 6 July 2013. 
  4. "World Report 2012: Burma". Human Rights Watch. Archived from the original on 30 June 2013. ສືບຄົ້ນເມືອ 6 July 2013. 
  5. Madhani, Aamer. "Obama administration eases Burma sanctions before visit", 16 November 2012
  6. "European Union Suspends Most Myanmar Sanctions", 23 April 2012
  7. Greenwood, Faine (27 May 2013). "The 8 Stages of Genocide Against Burma's Rohingya | UN DispatchUN Dispatch". Undispatch.com. ສືບຄົ້ນເມືອ 13 April 2014. 
  8. "EU welcomes "measured" Myanmar response to rioting", Retuer, 11 June 2012
  9. "Q&A: Communal violence in Burma", BBC. ຮຽກຂໍ້ມູນວັນທີ 14 October 2013
  10. Cite error: Invalid <ref> tag; no text was provided for refs named imf2
  11. Eleven Media. "Income Gap 'world's widest'", The Nation, 4 September 2013. ຮຽກຂໍ້ມູນວັນທີ 15 September 2014
  12. McCornac, Dennis. "Income inequality in Burma", Democratic Voice of Burma, 22 October 2013. ຮຽກຂໍ້ມູນວັນທີ 15 September 2014
  13. "2015 Human Development Report Summary". United Nations Development Programme. 2015. p. 210.  Unknown parameter |access-date= ignored (|accessdate= suggested) (help)