ອັນຍະມະນີ

ຈາກ ວິກິພີເດຍ

ອັນຍະມະນີ ຫຼື ແກ້ວປະເສີດ ແມ່ນມວນຂອງແຂງທີ່ປະກອບໄປດ້ວຍແຮ່ຊະນິດດຽວກັນ ຫຼື ຫຼາຍຊະນິດລວມຕົວກັນຢູ່ຕາມທຳມະຊາດ ໂດຍປະກອບຂື້ນຈາກສານອີນຊີ ຫຼື ອະນິນຊີກໍວ່າໄດ້.ເນື່ອງຈາກອົງປະກອບຂອງເປືອກໂລກສ່ວນໃຫຍ່ເປັນສານ ປະກອບ ຊີລີກອນໄດອ໊ອກໄຊ. ດັ່ງນັ້ນເປືອກໂລກສ່ວນໃຫຍ່ມັກເປັນແຮ່ຕະກູນ ຊີລີເກດ.ນອກຈາກນັ້ນຍັງມີແຮ່ຕະກູນ ຄາບອນເນດ ເນື່ອງຈາກບັນຍາກາດໂລກໃນອະດີດສ່ວນໃຫຍ່ເປັນ ຄາບອນໄດອ໊ອກໄຊ ນ້ຳຝົນໄດ້ລະລາຍຄາບອນໄດອ໊ອກໄຊເທິງຊັ້ນບັນຍາກາດມາສະສົມເທິງພື້ນດິນ ແລະ ມະຫາສະໝຸດສິ່ງທີ່ມີຊີວິດອາໄສ ທາດຄາບອນ ສ້າງທາດອາຫານ ແລະ ຮ່າງກາຍ.ແພຣນຕອນ ບາງຊະນິດອາໄສ ຊີລີກາດ ສ້າງເປືອກ ເມື່ອຕາຍທັບທົມກັນເປັນຕະກອນ ຫີນສ່ວນໃຫຍ່ເທິງເປືອກໂລກຈຶ່ງປະກອບດ້ວຍແຮ່ທາດຕ່າງໆ.

ຄຸນສົມບັດຂອງອັນຍະມະນີ

  • ທົນທານ
  • ສວຍງາມ
  • ຫາຍາກ
  • ທຳຄວາມສະອາດຍາກ

ຫີນສີຊະນິດຕ່າງໆ

  • ອຳພັນ
  • ອະເມທຣີນ
  • ແອມະຊໍໄນຕ໌
  • ອະເມທິສຕ໌
  • ໄຂ່ມຸກ
  • ອາເກຕ
  • ບຣູເລດອາເກຕ
  • ມອສອາເກຕ
  • ອະເລັກຊານໄດຣຕ໌

ອັນຍະມະນີປະຈຳວັນເກີດ

  • ວັນອາທິດ:ເພັດສີແດງ
  • ວັນຈັນ:ໄຂ່ມຸກສີຄຳ ແລະ ເພັດສີເຫຼືອງ
  • ວັນອັງຄານ:ເພັດສີບົວ,ໄຂ່ມຸກສີບົວ
  • ວັນພຸດ:ຫຍົກ,ມໍລະກົດ
  • ວັນພະຫັດ:ເພັດສີສົ້ມ
  • ວັນສຸກ:ໄພລິນ
  • ວັນເສົາ:ຫຍົກສີດຳ,ສີນິນ.