ມະຫາສະໝຸດ

ຈາກ ວິກິພີເດຍ
ແຜນທີ່ບັນດາມະຫາສະໝຸດໃນໂລກ. ໂດຍທົ່ວໄປ ຈະຖືວ່າມີ 5 ມະຫາສະໝຸດ : ມະຫາສະໝຸດປາຊີຟິກ, ມະຫາສະໝຸດອັດລັງຕິກ, ມະຫາສະໝຸດອິນເດຍ, ມະຫາສະໝຸດອາກຕິກ, ແລະ ມະຫາສະໝຸດໃຕ້.

ມະຫາສະໝຸດ (ຄຳເຄົ້າ: ມະຫາສມຸທຣ໌) ແມ່ນ ນໍ້າເຄັມສ່ວນຫຼັກ(ໃຫຍ່) ທີ່ກວມເອົາເກືອບ 70% ຂອງເນື້ອທີ່ຜິວໂລກ. ໂດຍທົ່ວໄປ ບັນດານໍ້າເຄັມນີ້ ຈະຖືກແບ່ງອອກເປັນ 5 ມະຫາສະໝຸດ ແລະ ທະເລທີ່ນ້ອຍກວ່າອີກ. ຫຼາຍກວ່າເຄິ່ງໜຶ່ງ ຂອງ ມະຫາສະໝຸດຈະມີຄວາມເລິກ ຫຼາຍກວ່າ 3,000 ແມັດ. ອັດຕາຄວາມເຄັມ ຂອງ ມະຫາສະໝຸດ ໂດຍສະເຫຼ່ຍ ຈະຢູ່ໃນລະດັບ ປະມານ 35 ppt (3.5%), ສຳຫຼັບ ທະເລ ແມ່ນ ປະມານ 31 ຫາ 38 ppt.

ແຫຼ່ງຂ້ໍມູນອື່ນ[ດັດແກ້]

Commons:Category
Commons:Category
Commons ມີພາບກ່ຽວກັບ:
ມະຫາສະໝຸດ