Jump to content

ບາງກອກ

ຈາກ ວິກິພີເດຍ
ບາງກອກ

กรุงเทพมหานคร
ຮຽງຕາມເຂັມໂມງຈາກເທິງສຸດ: ວັດເບນຈະມະບໍພິດດຸສິດວະນາຣາມ, ແມ່ນ້ຳເຈົ້າພະຍາ, ເສົາຊິງຊ້າ, ວັດອະຣຸນຣາດຊະວະຣາຣາມ, ອະນຸສາວະລີປະຊາທິປະໄຕ, ຖະໜົນອະໂສກມົນຕີ ແລະ ພະທີ່ນັ່ງຈັກກີມະຫາປາສາດ
ທຸງຂອງບາງກອກ
ທຸງ
ກາຢ່າງເປັນທາງການຂອງບາງກອກ
ກາ
ຄຳຂວັນ: 
ກຸງເທບຯ ດຸດເທບສ້າງ ເມືອງສູນກາງການປົກຄອງ ວັດ ວັງ ງາມເຮືອງຮອງ ເມືອງຫຼວງຂອງປະເທດໄທ
ແຜນທີ່ປະເທດໄທເນ້ນບາງກອກ
ແຜນທີ່ປະເທດໄທເນ້ນບາງກອກ
ປະເທດໄທ ປະເທດໄທ
ພູມສາດ ພາກກາງ
ກໍ່ຕັ້ງ21 ເມສາ ຄ.ສ. 1782
ຍົກເປັນຈັງຫວັດຄ.ສ. 1865
ຈັດຮະບຽບເປັນນະຄອນ14 ທັນວາ ຄ.ສ. 1972
ຜູ້ກໍ່ຕັ້ງພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ
ສາລາວ່າການ173 ຖະຫນົນດິນສໍ ແຂວງເສົາຊິງຊ້າ ເຂດພະນະຄອນ ບາງກອກ 10200
ການປົກຄອງ
 • ປະເພດອົງກອນປົກຄອງສ່ວນທ້ອງຖິ່ນຮູບແບບພິເສດ
 • ໜ່ວຍງານກຸງເທບມະຫານະຄອນ
 • ຜູ້ວ່າລາຊະການຊັດຊາດ ສິດທິພັນ
 • ປະຫຼັດຂະຈິດ ຊັດຊະວານິດ
ພື້ນທີ່
 • ອົງກອນການປົກຄອງສ່ວນທ້ອງຖິ່ນຮູບແບບພິເສດ1,568.737 ຕລ.ກມ. (Bad rounding here610 ຕລ.ໄມລ໌)
 • ລວມຂອບ​ເຂດ​7,761.6 ຕລ.ກມ. (Bad rounding here3,000 ຕລ.ໄມລ໌)
ຄວາມສູງ1.5 ແມັດ (Bad rounding here4.9 ຟຸດ)
ປະຊາກອນ
 • ອົງກອນການປົກຄອງສ່ວນທ້ອງຖິ່ນຮູບແບບພິເສດ10,820,921 ຄົນ
 • ຄວາມໜາແໜ້ນ6,900 ຄົນ/ຕລ.ກມ. (18,000 ຄົນ/ຕລ.ໄມລ໌)
 • ລວມເຂດ15,624,700 ຄົນ
 • ຄວາມໜາແໜ້ນລວມຂອບເຂດ2,000 ຄົນ/ຕລ.ກມ. (5,200 ຄົນ/ຕລ.ໄມລ໌)
ເດມະນິມຊາວກຸງເທບ
ເຂດເວລາUTC+7 (ອິນດູຈີນ)
ລະຫັດໄປສະນີ10###
ລະຫັດພື້ນທີ່02
ໂທລະສັບ(+66) 0 2246 0301-3
ເວັບໄຊhttps://main.bangkok.go.th/

ນະຄອຣຫຼວງບາງກອກ (ໄທ:บางกอก) ຫຼື ກຣຸງເທພມະຫານະຄອຣ (ໄທ:กรุงเทพมหานคร) ແມ່ນນະຄອນຫຼວງແລະນະຄອນທີ່ມີປະຊາກອນຫຼາຍທີ່ສຸດຂອງປະເທດໄທ. ພື້ນທີ່ເມືອງຂະໜາດໃຫຍ່ທີ່ສຸດ ແລະ ແມ່ນເມືອງຫຼັກອັນມີປະຊາກອນຫຼາຍທີ່ສຸດຂອງປະເທດໄທ ເປັນສູນກາງການປົກຄອງ ການສຶກສາ ການຄົມມະນາຄົມຂົນສົ່ງ ການເງິນການທະນາຄານ ການພານິດ ການສື່ສານ ແລະຄວາມຈະເລີນຂອງປະເທດ ແມ່ນທີ່ມີຊື່ຍາວທີ່ສຸດໃນໂລກ ຕັ້ງຢູ່ບົນສາມລ່ຽມປາກແມ່ນ້ຳເຈົ້າພະຍາມີແມ່ນ້ຳເຈົ້າໄຫຼຜ່ານແລະແບ່ງເມືອງອອກເປັນ 2 ຝັ່ງ ຄື ຝັ່ງພະນະຄອນແລະຝັ່ງທົນບຸລີ ໂດຍບາງກອກມີພື້ນທີ່ທັງໝົດ 1,568 ຕາຮາງກິໂລແມັດ ມີປະຊາກອນຕາມຕາມທະບຽນລາສະດອນກວ່າຫ້າລ້ານຄົນເຮັດໃຫ້ບາງກອກເປັນເອກນະຄອນ ( primate city) ຈັດແລະສູນຊຸມຊົນອື່ນຂອງປະເທດໄທດ້ອຍຄວາມສຳຄັນລົງ ມີຜູ້ກ່າວວ່າ ບາງກອກເປັນ "ເອກນະຄອນທີ່ສຸດໃນໂລກ" ເພາະມີປະຊາກອນຫຼາຍກວ່ານະຄອນທີ່ມີປະຊາກອນຫຼາຍເປັນອັນດັບສອງເຖິງສີ່ຊາວເທົ່າ

ມະຫາວິທະຍາໄລລຳບວກ ( Loughborough University) ຈັດວ່າບາງກອກວ່າເປັນນະຄອນລະດັບແອລຟາລົບ ບາງກອກຍັງເປັນທີ່ມີຕຶກລະຟ້າຫຼາຍທີ່ສຸດເປັນອັນດັບທີ 12 ຂອງໂລກ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ ພະບໍລົມມະຫາລາຊະວັງ ພະທີ່ນັ່ງວິມານເມກ ແລະວັດຕ່າງໆ ນອກຈາກນີ້ ຍັງມີແຫຼ່ງຊອບປິ້ງແລະຄ້າຂາຍທີ່ສຳຄັນ ເຊິ່ງດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໂດຍໃນປີ ຄ.ສ. 2012 ອົງກອນການທ່ອງທ່ຽວໂລກ (UNWTO) ໄດ້ຈັດອັບບາງກອກເປັນເມືອງທີ່ມີຄົນເຂົ້າ ເປັນອັນດັບ 10 ຂອງໂລກ ແລະອັນດັບ 2 ຊອງເອເຊຍ ໂດຍມີຄົນເດີນທາງຫຼາຍ 26.5 ລ້ານຄົນ ນອກຈາກນີ້ຈາກການຈັດອັນດັບການໃຊ້ຈ່າຍບັດເຄດິດມາສເຕີ້ກາດ ປະຈຳປີ ຄ.ສ. 2014 ບາງກອກມີການໃຊ້ຈ່າຍຜ່ານບັດເຄດິດຂອງນັກທ່ອງທ່ຽວເຖິງ 16.42 ລ້ານດອລລ່າ ເປັນອັນດັບສອງຂອງໂລກ ຮອງແຕ່ພຽງ[[ນະຄອນຫຼວ ລອນດອນ]] ສະຫະລາຊະອານາຈັກ

ບາງກອກແມ່ນເຂດປົກຄອງພິເສດຂອງປະເທດໄທ. ໂດຍບໍ່ໄດ້ມີສະຖານະເປັນຈັງຫວັດ, ເຊິ່ງຄຳວ່າ ບາງກອກ ນັ້ນ ຍັງໃຊ້ເປັນຄຳເອິ້ນສຳນັກງານປົກຄອງສ່ວນທ້ອງຖິ່ນຂອງບາງກອກອີກຕື່ມນຳ. ປັດຈຸບັນບາງກອກໃຊ້ວິທີການເລືອກຕັ້ງຜູ້ບໍລິຫານແບບການເລືອກຕັ້ງຜູ້ບໍລິຫານທ້ອງຖິ່ນໂດຍກົງ

ໃນສະໄໝອານາຈັກອະຍຸທະຍາ ບາງກອກຍັງເປັນ ພຽງສະຖານີການຄ້າຂະໜາດນ້ອຍຢູ່ທີ່ປາກແມ່ນ້ຳເຈົ້າພະຍາ ຕໍ່ມາມີຂະໜາດເພິ່ມຂຶ້ນ ແລະທີ່ຕັ້ງນະຄອນຫຼວງສອງແຫ່ງຄື ນະຄອນທົນບຸລີໃນປີ ຄ.ສ. 1768 ແລະນະຄອນລັດຕະນະໂກສິນ ໃນ ຄ.ສ. 1782 ບາງກອກແມ່ນຫົວໃຈຂອງການເຮັດໃຫ້ປະເທດສະຫຍາມທັນສະໄໝແລະແມ່ນເວທີກາງຂອງການຕໍ່ສູ້ທາງການເມືອງຂອງປະເທດຕະຫຼອດຄິດສະຕະວັດທີ 20 ນະຄອນເຕີບໂຕຢ່າງ ຣວດເຣັວແລະປັດຈຸບັນມີຜົນກະທົບສຳຄັນຕໍ່ການເມືອງ ເສດຖະກິດ ການສຶກສາ ສື່ແລະສົງຄົມສະໄໝໃໝ່ຂອງໄທ ໃນຊ່ວງທີ່ການລົງທຶນໃນອາຊີຮຸ່ງເຮືອງ ເຮັດໃຫ້ບໍລິສັດຂ້າມຊາດຈຳນວນຫຼາຍເຂົ້າມາຕັ້ງສຳນັກງານໃຫຍ່ພາກພື້ນໃນບາງກອກ ເຮັດໃຫ້ບາງກອກເປັນກຳລັງຫຼັກທາງການເງິນແລະທຸລະກິດໃນພາກພື້ນ ນອກຈາກນີ້ຍັງເປັນສູນກາງການຂົນສົ່ງແລະສາທາລະນະສຸກລະຫວ່າງປະເທດແລະກຳລັງເຕີບໂຕເປັນສູນກາງສິລະປະ ແຟຊັ່ນແລະການບັນເທີງໃນພາກພື້ນ ຢ່າງໃດກໍດີ ການເຕີບໂຕຢ່າງຣວດເຣັວຂອງບາງກອກຂສດການວາງຜັງເມືອງ ເຮັດລະບົບໂຄງສ້າງພື້ນຖານບໍ່ພຽງພໍ ຖະໜົນທີ່ຈຳກັດແລະການໃຊ້ລົດສ່ວນບຸກຄົນ ຢ່າງກວ້າງຂວາງສົ່ງຜົນໃຫ້ເກີດປັນຫາຈະລາຈອນແອອັດຊ້ຳເຮື້ອ.

ແຂວງ

[ດັດແກ້]
ແຜນທີ່ສະໄໝຄິດສະຕະວັດທີ່ 17 ໃນ Du Royaume de Siam ຂອງ ຊີມອງ ເດີ ລາ ລູແບ

ພື້ນທີ່ບໍລິເວນບາງກອກໃນປັດຈຸບັນ ເດີມແມ່ນທີ່ຕັ້ງເມືອງທົນບຸລີສີມະຫາສະໝຸດ ຊາວຕ່າງຊາດເອິ້ນກັນວ່າ "ບາງກອກ" ມາຕັັ້ງແຕ່ສະໄໝກຸງສີອະຍຸທະຍາ ມີຄວາມສຳຄັນເນື່ອງຈາກເປັນເສ້ນທາງອອກສູ່ທະເລແລະຕິດຕໍ່ຄ້າຂາຍກັບອານາຈັກຕ່າງໆ ເປັນໜ້າດ່ານຂົນສົ່ງຄອຍເບິ່ງແຍງເກັບພາສີກັບເຮືອສິນຄ້າທຸກລຳທີ່ຜ່ານເຂົ້າອອກ ສ່ວນບໍລິເວນປາກນ້ຳກົງອ່າວໄທເອິ້ນກັນວ່າ "ນິວອຳສະເຕີດຳ" ມີຊຸມຊົນໃຫຍ່ແລະໂກດັງຂອງຊາວຕ່າງປະເທດໄວ້ສຳລັບພັກສິນຄ້າ ປັດຈຸບັນຄືພື້ນທີ່ບໍລິເວນອຳເພີພະປະແດງ

ທີ່ມາຂອງຄຳວ່າ "ບາງກອກ" ນັ້ນ ມີຂໍ້ສັນນິດຖານວ່າອາດມາຈາກການທີ່ແມ່ນ້ຳເຈົ້າພະຍາຄົດຄ້ຽວໄປມາ ບາງແຫ່ງມີສະພາບເປັນ ເກາະເປັນໂຄກ ຈຶງເອິ້ນກັນວ່າ "ບາງເກາະ" ຫຼື "ບາງໂຄກ" ຫຼືບໍ່ກໍເປັນເພາະມີຕົ້ນໝາກ ກອກຢູ່ຫຼາຍ ຈຶງເອິ້ນວ່າ "ບາງມະກອກ" ມາຈາກວັດອາລຸນ ເຊິ່ງແມ່ນຊື່ເດີມດັງກ່າວແລະຕໍ່ມາກ່ອນຄຳລົງຈຶງເຫຼືອແຕ່ຄຳວ່າ "ບາງກອກ"

ຕໍ່ມາເມື່ອຮອດຄາວເສຍນະຄອນສີອະຍຸທະຍາໃນຄ.ສ. 1767 ຫຼັງການກອບກູ້ອິສະຫຼະພາບຈາກພະມ້າ ສົມເດັດພະເຈົ້າກຸງທົນບຸລີຊົງສະຖາປະນາເມືອງທົນບຸລີສີມະຫາສະໝຸດໃຫ້ເປັນລາຊະທານີແຫ່ງໃໝ່ ເມື່ອວັນທີ່ 3 ຕຸລາ ຄ.ສ. 1770 ເມື່ອສິ້ນລາຊະການສົມເດັດພະເຈົ້ານະຄອນທົນບຸລີ ໃນວັນທີ່ 6 ເມສາ ຄ.ສ. 1782 ສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ຂຶ້ນສະເຫວີຍລາຊະສົມບັດ ຊົງພະນາມວ່າ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ປະຖົມກະສັດແຫ່ງລາຊະວົງຈັກກີ ມີພະລາຊະດຳລິວ່າ ຟາກຕາເວັນອອກຂອງນະຄອນທົນບຸລີມີໄຊຍະພູມດີກວ່າຕາເວັນຕົກ ເພາະມີລຳນ້ຳເປັນຂອບເຂດຢູ່ກວ່າເຄິ່ງ ຫາກຂ້າສຶກຍົກມາຕິດຮອດຊານພະນະຄອນ ກໍຈະຕ່ອສູ້ປ້ອງກັນໄດ້ງ່າຍກວ່າຢູ່ຂ້າງຕາເວັນຕົກ ຈຶງໂປດເກົ້າໃຫ້ສ້າງນະຄອນລັດຕະນະໂກສິນຂຶ້ນທາງຝັ່ງຕາເວັນອອກຂອງແມ່ນ້ຳເຈົ້າພະຍາໃຫ້ເປັນລາຊະທານີແຫ່ງໃໝ່ ໂດຍສືບທອດສິລະປະກຳແລະສະຖາປັດຕະຍະກຳຈາກພະລາຊະວັງຫຼວງຂອງນະຄອນສີອະຍຸທະຍາ

ພະອົງມີພະບໍລົມລາຊະໂອງການໃຫ້ພະຍາທຳມາທິກອນກັບພະຍາວິຈິດນາວີ ເປັນແມ່ກອງຄຸມຊ່າງແລະໄພ່ໄປວັດກະທີ່ດິນເພື່ອສ້າງພະນະຄອນໃໝ່ໃນວັນທີ່ 8 ເມສາ ຄ.ສ. 1782 ຊົງປະກອບພິທີຍົກເສົາຫຼັກເມືອງ ເມື່ອວັນອາທິດ ເດືອນ 6 ຂຶ້ນ 10 ຍ່ຳຣຸ່ງແລ້ວ 9 ບາດ (54 ນາທີ) ປີຂານ ຈ.ສ. 1144 ຈັດຕະວາສົກກົງກັບວັນທີ່ 21 ເມສາ ຄ.ສ. 1782 ເວລາ 6.54 ໂມງ[1] ແລະຊົງປະກອບພະລາຊະພິທີປາບດາພິເສກໃນວັນທີ່ 13 ມິຖຸນາ ຄ.ສ. 1782[1]

ຕໍ່ມາໃນລາຊະສະໄໝຂອງພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ຊົງປ່ຽນຊື່ພະນະຄອນຈາກ ບໍວອນລັດຕະນະໂກສິນ ເປັນ ອະມອນລັດຕະນະໂກສິນ ແລະມີຖານະໃນການປົກຄອງສ່ວນທ້ອງຖິ່ນເປັນ ຈັງຫວັດພະນະຄອນ[2]

ໃນລາຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ໂປດເກົ້າໃຫ້ຕັດຖະໜົນໃໝ່ຂຶ້ນ ຊົງດຳລິໃຫ້ຕັດຖະໜົນຈະເລີນກຸງເປັນຖະໜົນເສັ້ນທຳອິດໃນບາງກອກ ກໍ່ສ້າງເມື່ອວັນທີ່ 5 ກຸມພາ ຄ.ສ. 1861[3] ແລະປ່ຽນຮູບແບບຜັງເມືອງບາງກອກເສກເຊັ່ນອາລະຍະປະເທດເນື່ອງຈາກສະໄໝນັ້ນສະຫຍາມປະເທດຖືກຄຸກຄາມຈາກມະຫາອຳນາດເອີລົບ ແລະກົງຈຸດນີ້ແມ່ນນຶ່ງໃນຂໍ້ອ້າງທີ່ມະຫາອຳນາດນຳມາໃຊ້ເພື່ອແຊກແຊງແລະຄຸກຄາມສະຫຍາມປະເທດ ພາຍຫຼັງ ຕ່າງຊາດເອີລົບເອງໄດ້ຍອມຮັບນະຄອນຫຼວງບາງກອກວ່າເປັນນຶ່ງໃນເມືອງທີ່ມີຜັງເມືອງງົດງາມທີ່ສຸດໃນໂລກໃນສະໄໝນັ້ນ[4]

ຕໍ່ມາເມື່ອວັນທີ່ 21 ທັນວາ ຄ.ສ. 1971 ລັດຖະບານຈອມພົນຖະໜອມ ກິດຕິຂະຈອນໄດ້ຮວມ ຈັງຫວັດພະນະຄອນ ແລະ ຈັງຫວັດທົນບຸລີເຂົ້ານຳກັນເປັນ ນະຄອນຫຼວງກຸງເທບທົນບຸລີ[5] ແລະພາຍຫຼັງການປັບປຸງການປົກຄອງໃໝ່ເມື່ອວັນທີ່ 14 ທັນວາ ຄ.ສ. 1972 ຈຶງໄດ້ປ່ຽນຊື່ເປັນ ກຸງເທບມະຫາຄອນ ແຕ່ນິຍົມເອິ້ນກັນວ່າ ກຸງເທບ[6]

ໃນປີ ຄ.ສ. 2011 ນະຄອນຫຼວງບາງກອກໄດ້ຮັບການປະກາດຈາກອົງການການສຶກສາວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ ໃຫ້ເປັນເມືອງໜັງສືໂລກ ຫຼື World Book Capital ປະຈຳປີ ຄ.ສ. 2013[7] ນະຄອນຫຼວງບາງກອກຕິດອັນດັບທີ່ 102 ເມືອງນ່າຢູ່ໂລກ ຈັດອັນດັບໂດຍ The Economist Intelligence Unit.[8]

ຊື່ເມືອງ

[ດັດແກ້]
ນະຄອນຫຼວງບາງກອກ

ຄຳວ່າ ບາງກອກ ແປວ່າ " ฉบับที่ 31, ธันวาคม 2536]</ref> ມີຄວາມໝາຍວ່າ ພະນະຄອນອັນກວ້າງໃຫຍ່ ດຸດເທບນະຄອນ ເປັນທີ່ສະຖິດຂອງພະແກ້ວມໍລະກົດ ເປັນມະຫານະຄອນທີ່ບໍ່ມີໄຜຮົບຊະນະໄດ້ ມີຄວາມງາມອັນມັ່ນຄົງ ແລະຈະເລີນຍິ່ງ ເປັນນະຄອນຫຼວງທີ່ບໍລິບູນແກ້ວເກົ້າປະການນ່າລື່ນລົມຍິ່ງ ມີພະລາຊະນິເວດໃຫຍ່ໂຕຫຼາຍເປັນວິມານເທບທີ່ປະທັບຂອງພະລາຊາຜູ້ອະວະຕານລົງມາ ເຊິ່ງທ້າວສັກກະເທວະລາດພະລາຊະທານໃຫ້ພະວິດສະນຸກຳລົງມາເນລະມິດໄວ້[9]

ໂດຍນາມເດີມພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ໂປດເກົ້າພະລາຊະທານໃນຕອນທຳອິດນັ້ນ ໃຊ້ຊື່ວ່າ "ກຸງລັດຕະນະໂກສິນອິນທ໌ອະໂຍທະຍາ" ຕໍ່ມາໃນລາຊະສະໄໝພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວຊົງແກ້ນາມພະນະຄອນເປັນ "ກຸງເທບມະຫານະຄອນ ບໍວອນລັດຕະນະໂກສິນ ມະຫິນທະອະຍຸດທະຍາ" ຈົນຮອດລາຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຊົງປ່ຽນຄຳວ່າ ປ່ຽນຄຳວ່າ ມະຫິນທະອະຍຸດທະຍາ ໂດຍວິທີການສົນທິສັບເປັນ ມະຫິນທະລາຍຸດທະຍາ ແລະເຕີມສ້ອຍນາມຕໍ່ ທັງປ່ຽນການສະກົດຄຳ ສິນທ໌ ເປັນ ສິນທຣ໌ ຈົນເປັນທີ່ມາຂອງຊື່ເຕັມນະຄອນລັດຕະນະໂກສິນ ຂ້າງຕົ້ນ

ຊື່ທາງການຂອງກຸງເທບມະຫານະຄອນເມື່ອຖອດເປັນອັກສອນໂລມັງ ຄື "Krung Thep Maha Nakhon" ແຕ່ຄົນທົ່ວໄປນິຍົມທັບສັບຕາມຊື່ທີ່ຜູ້ເວົ້າພາສາອັງກິດເອິ້ນເມືອງນີ້ວ່າ "Bangkok" ເຊິ່ງມາຈາກຊື່ເດີມຂອງກຸງເທບມະຫານະຄອນ ຄື "ບາງກອກ"

ນະຄອນຫຼວງບາງກອກໄດ້ຊື່ວ່າເມືອງທີ່ຍາວທີ່ສຸດໃນໂລກບັນທຶກໄວ້ໃນກິນເນສບຸ໊ກ ແປຄວາມເປັນພາສາອັງກິດວ່າ "City of angels, great city of immortals, magnificent city of the nine gems, seat of the king, city of royal palaces, home of gods incarnate, erected by Visvakarman at Indra's behest."[10]

ຊື່ເຕັມຂອງບາງກອກ ເມື່ອຖອດເປັນອັກສອນໂລມັງ ຄື "Krungthepmahanakhon Amonrattanakosin Mahintharayutthaya Mahadilokphop Noppharatratchathaniburirom Udomratchaniwetmahasathan Amonphimanawatansathit Sakkathattiyawitsanukamprasit"[11] ເຊິ່ງເປັນຊື່ສະຖານທີ່ທີ່ຍາວທີ່ສຸດໃນໂລກແລະຈົດບັນທຶກໄວ້ໃນກິນເນສບຸກ[12] (169 ຕົວອັກສອນ) ຍາວກວ່າຊື່ພູເຂົາ "ຕາມາອູມາຕາວາກາຕັງກີຮັງກາໂກອາອູອາອູໂອຕາມາທີອາໂປກາອີເວນູອາກີຕານາຕາຮູ"("Taumatawhakatangihangakoauauotamateaturipukakapikimaungahoronukupokaiwhenuakitanatahu") (85 ຕົວອັກສອນ) ໃນນິວຊີແລນ ແລະຊື່ທະເລສາບ "ຊາກັອກກາກັອກມານຊາອັອກກາກັອກເຊົາບູນາກຸນກາມາອັກ" ("Chargoggagogg­manchauggagogg­chaubunagungamaugg") (45 ຕົວອັກສອນ) ໃນລັດແມສຊາຊູເຊສ ສະຫະລັດອາເມລິກາ

ສັນຍາລັກປະຈຳນະຄອນຫຼວງບາງກອກ

[ດັດແກ້]
  • ຄຳຂວັນຂອງນະຄອນຫຼວງບາງກອກ ເມືອງສູນກາງການປົກຄອງ ວັດ ວັງ ງາມເຮືອງຮອງ ເມືອງຫຼວງຂອງປະເທດໄທ ຫຼັງບາງກອກສະຫຼຸບຍອດຄະແນນໂຫວດຄຳຂວັນນະຄອນຫຼວງບາງກອກ ເມື່ອວັນທີ 14 ພຶດສະພາ ຄ.ສ. 2012
  • ຕົ້ນໄມ້ປະຈຳບາງກອກ ຄື ຕົ້ນໄຊຍ້ອຍໃບແຫຼມ ([Ficus benjamina] Error: {{Lang}}: text has italic markup (help))
  • ສັດນ້ຳປະຈຳບາງກອກ ຄື ປາກະໂຫ້ ([Catlocarpio siamensis] Error: {{Lang}}: text has italic markup (help))

ພູມິສາດ

[ດັດແກ້]

ພູມສາດ

[ດັດແກ້]
ບາງກອກຈາກພາບຖ່າຍດາວທຽມ

"ບາງກອກ" ມີພື້ນທີ່ 1,568 ຕາລາງກິໂລແມັດ ແມ່ນຈັງຫວັດທີ່ໃຫຍ່ທີ່ສຸດແມ່ນອັນດັບທີ 68 ຂອງໄທ ແມ່ນເມືອງກວ້າງທີ່ສຸດຂອງໂລກ ແມ່ນເມືອງທີ່ໃຫຍ່ເປັນອັນດັບທີ 73 ຂອງໂລກ ແລະແມ່ນນະຄອນຫຼວງທີ່ມີພື້ນທີ່ກວ້າງແມ່ນອັນດັບ 4 ຂອງພູມິພາກອາຊຽນ ດ້ວຍມີແມ່ນ້ຳເຈົ້າພະຍາເຊິ່ງທອດຕົວຍາວ 372 ກິໂລແມັດຜ່ານຈັງຫວັດ ເຮັດໃຫ້ບາງກອກແລະຈັງຫວັດໄກ້ຄຽງແມ່ນສ່ວນໜຶ່ງຂອງທີ່ຣາບລຸ່ມພາກກາງຕອນລຸ່ມຂອງປະເທດໄທ ເຊິ່ງເປັນພື້ນທີ່ອຸດົມສົມເໝາະແກ່ການເພາະປູກ ພື້ນທີ່ສ່ວນຫຼາຍໃນບາງກອກເປັນພື້ນທີ່ຣາບລຸ່ມ ຕັ້ງຢູ່ເທິງພື້ນທີ່ບໍລິເວນດິນດອນສາມຫຼ່ຽມປາກແມ່ນ້ຳ ເຊິ່ງເກີດຈາກຕະກອນນ້ຳພາ ມີລະດັບສູງຈາກລະດັບນ້ຳທະເລປານກາງປະມານ 1.50 -2 ແມັດ ໂດຍມີຄວາມລາດອຽງຈາກທິດເໜືອສູ່ອ່າວໄທທາງທິດໃຕ້ ແລະສະເພາະລຸ່ມແມ່ນ້ຳເຈົ້າພະຍາຕອນລຸ່ມຈະຢູ່ສູງກວ່າລະດັບນ້ຳທະເລບໍ່ເກີນ 1.50 ແມັດ ເຮັດໃຫ້ເກີດປັນຫານ້ຳທ່ວມບ່ອຍຄັ້ງໃນຊ່ວງລະດູມໍລະສຸມ

ອານາເຂດຕິດຕໍ່

[ດັດແກ້]

ບາງກອກມີອານາເຂດທາງບົກຕິດຕໍ່ກັບຈັງຫວັດສະໝຸດສາຄອນ ຈັງຫວັດນະຄອນປະຖົມ ຈັງຫວັດນົນທະບຸລີ ຈັງຫວັດປະທຸມທານີ ຈັງຫວັດສະເຊິງເຊົາ ແລະ ຈັງຫວັດສະໝຸດປາການ ສ່ວນອານາເຂດທາງທະເລອ່າວໄທຕອນໃນ ຕິດຕໍ່ກັບຈັງຫວັດເພັດຊະບຸລີ ຈັງຫວັດສະໝຸດສາຄອນ ຈັງຫວັດສະໝຸດປາການ ແລະຈັງຫວັດຊົນບຸລີ ໂດຍມີລາຍລະອຽດດັ່ງນີ້

  • ທິດເໜືອ ມີອານາເຂດຕິດຕໍ່ກັບ ຈັງຫວັດນົນທະບຸລີ ແລະ ຈັງຫວັດປະທຸມທານີ
  • ທິດຕາເວັນອອກ ມີອານາເຂດຕິດຕໍ່ກັບ ຈັງຫວັດສະເຊິງເຊົາ
  • ທິດໃຕ້ ມີອານາເຂດຕິດຕໍ່ກັບ ຈັງຫວັດສະໝຸດປາການ ແລະ ອ່າວໄທ (ສ່ວນທີ່ເປັນພື້ນທີ່ອ່າວໄທທີ່ເປັນທີ່ເດີມຂອງ ຈັງຫວັດທົນບຸລີ ປັດຈຸບັນ ເຂດບາງຂຸນທຽນ ເຊິ່ງມີອານາເຂດທາງທະເລຕິດຕໍ່ທາງອ່າວໄທກັບຈັງຫວັດສະໝຸດສາຄອນ ຈັງຫວັດເພັດຊະບຸລີ ຈັງຫວັດຊົນບຸລີ ແລະ ຈັງຫວັດສະໝຸດປາການ ຈດທີ່ຢູ່ໃຕ້ສຸດ ລະຕິຈູດ 13 ອົງສາ 13 ລິບດາ 00 ຟິລິບດາເໜືອ, ລອງຈິຈູດ 100 ອົງສາ 27 ລິບດາ 30 ຟິລິບດາຕາເວັນອອກ ເຊິ່ງແມ່ນການແບ່ງຕາມພະລາຊະບັນຍັດກຳໜົດເຂດຈັງຫວັດໃນຕອນໃນ ພ.ສ. 2502)
  • ທິດຕາເວັນຕົກ ມີອານາເຂດຕິດຕໍ່ກັບ ຈັງຫວັດສະໝຸດສາຄອນ ແລະ ຈັງຫວັດນະຄອນປະຖົມ

ສະຖານທີ່ສຳຄັນ

[ດັດແກ້]

ສູນ​ການ​ຄ້າ

[ດັດແກ້]

ຫ້າງ ໃນບາງກອກ

ຫ້າງ ເຊນທັນເວິລ ຫ້າງ ສະຫຍາມພາລາກອນ ຫ້າງ ເທອມິນັລຍີ່ສິບເອດ ຫ້າງ ເຊນທັນລາດພ້າວ ຫ້າງ ເຊນທັນເວດເກດ ຫ້າງ ສະຫຍາມເຊນເຕ້ອ ຫ້າງ ເຊນທັນປິ່ນເກ້າ ຫ້າງ ເດອະມອນບາງແຄ ຫ້າງ ຊີຄອນ ຫ້າງ ແຟຊັ່ນໄອແລນ ແລະອື່ນໆ ບາງກອກມີຫ້າງຫຼາຍ

ສະໜາມບິນ

[ດັດແກ້]

ອື່ນ​ໆ

[ດັດແກ້]

ການເດີນທາງ

[ດັດແກ້]
  • ສະໜາມບິນຫຼັກ ແມ່ນ ສະໜາມບິນສຸວັນນະພູມ ເປັນສະໜາມບິນທີ່ໃຫຍ່ໂຕທີ່ສຸດ.
  • ສະໜາມບິນຮອງ ແມ່ນ ສະໜາມບິນດອນເມືອງ ເປັນ​ສະ​ໜາມ​ບິນ​ພາຍ​ໃນ​ປະ​ເທດ.
  • ທາງ​ພິ​ເສດ ຫຼື ທາງດ່ວນ ມີຢູ່ທົ່ວໄປ ເຊ່ນ ທາງ​ພິ​ເສດ​ສະ​ເຫຼິມ​ມະ​ຫາ​ນະ​ຄອນ, ທາງ​​ພິ​ເສດ​ສີ​ຣັດ ຯ​ລຯ.
  • ລົດໄຟຟ້າ ມີຫຼາຍ​ສາຍ ເຊ່ນ ລົດ​ໄຟເທິງຟ້າບີ​ທີ​ເອ​ສ, ລົດ​ໄຟ​ຟ້າ​ສາຍ​ສີ​ນ້ຳ​ເງິນ, ລົດ​ໄຟ​ຟ້າ​ສາຍ​ສີ​ມ່ວງ, ລົດ​ໄຟ​ຟ້າ​ແອ​ປອດ​ລິ້ງ ຯ​ລຯ.

ການປົກຄອງ

[ດັດແກ້]
ກາປະຈຳຈັງຫວັດພະນະຄອນ

ບອງກອກມີລັກສະໜະເປັນເຂດການປົກຄອງພິເສດຕາມພະລາດຊະບັນຍັດ. ລະບຽບບໍລິຫານລາດຊະການບາງກອກ ຄ.ສ. 1985 ກຳໜົດໃຫ້ບາງກອກແມ່ນທະບວງການເມືອງ. ມີຖານະເປັນລາດຊະການບໍລິຫານສ່ວນທ້ອງຖິ່ນນະຄອນຫຼວງ. ມີ ຜູ້ວ່າລາຊະການບາງກອກ ມາແຕ່ ການເລືອກຕັ້ງ ແລະເປັນຜູ້ຮັບຜິດຊອບໃນການບໍລິຫານວຽກ ຢູ່ໃນຕຳແໜ່ງຕາມວາລະເທື່ອລະ 4 ປີ ນັບແຕ່ມື້ເລືອກຕັ້ງ. ການດຳເນີນວຽກມີສະພາບາງກອກອັນໄດ້ຮັບເລືອກຕັ້ງໂດຍກົງເຮັດວຽກຮ່ວມນຳ

ຜູ້ວ່າລາຊະການບາງກອກຄົນປັດຈຸບັນ ຄື ມ.ລ.ວ.ສຸຂຸມພັນ ບໍລິພັດ ແລະ ປະຫຼັດບາງກອກປັດຈຸບັນ ຄື ນາຍຈະເລີນລັດ ຊູຕິການ

ການປົກຄອງ 50 ເຂດ

[ດັດແກ້]

50 ເຂດທັງໝົດໃນບາງກອກ

  1. ເຂດພະນະຄອນ
  2. ເຂດດຸສິດ
  3. ເຂດໜອງຈອກ
  4. ເຂດບາງຮັກ
  5. ເຂດບາງເຂນ
  6. ເຂດບາງກະປິ
  7. ເຂດປະທຸມວັນ
  8. ເຂດປ້ອມປາບສັດຕູພ່າຍ
  9. ເຂດພະຂະໂໜງ
  10. ເຂດມີນບຸລີ
  11. ເຂດລາດກະບັງ
  12. ເຂດຍານນາວາ
  13. ເຂດສັມພັນທະວົງ
  14. ເຂດພະຍາໄທ
  15. ເຂດທົນບຸລີ
  16. ເຂດບາງກອກໃຫຍ່
  17. ເຂດຫ້ວຍຂວາງ
  18. ເຂດຄອງສານ
  19. ເຂດຕະລິ່ງຊັນ
  20. ເຂດບາງກອກນ້ອຍ
  21. ເຂດບາງຂຸນທຽນ
  22. ເຂດພາສີຈະເລີນ
  23. ເຂດໜອງແຂມ
  24. ເຂດລາຊະບູລະນະ
  25. ເຂດບາງພັດ
  1. ເຂດດິນແດງ
  2. ເຂດບຶງກຸ່ມ
  3. ເຂດສາທອນ
  4. ເຂດບາງຊື່
  5. ເຂດຈະຕຸຈັກ
  6. ເຂດບາງຄໍແຫຼມ
  7. ເຂດປະເວດ
  8. ເຂດຄອງເຕີຍ
  9. ເຂດສວນຫຼວງ
  10. ເຂດຈອມທອງ
  11. ເຂດດອນເມືອງ
  12. ເຂດລາຊະເທວີ
  13. ເຂດລາດພ້າວ
  14. ເຂດວັດທະນາ
  15. ເຂດບາງແຄ
  16. ເຂດຫຼັກສີ່
  17. ເຂດສາຍໄໝ
  18. ເຂດຄັນນາຍາວ
  19. ເຂດສະພານສູງ
  20. ເຂດວັງທອງຫຼາງ
  21. ເຂດຄອງສາມວາ
  22. ເຂດບາງນາ
  23. ເຂດທະວີວັດທະນາ
  24. ເຂດທຸ່ງຄຸ
  25. ເຂດບາງບອນ

 ແຜນທີ່

ສະຖາບັນການສຶກສາໃນບາງກອກ

[ດັດແກ້]

ມະຫາວິທະຍາໄລໃນບາງກອກ

[ດັດແກ້]

ມະຫາວິທະຍາໄລທຳມະສາດ

ຈຸລາລົງກອນມະຫາວິທະຍາໄລ

ມະຫາວິທະຍາໄລສີນະຄະຣິນ​ວິ​ໂຣດ ປະ​ສານ​ມິດ

ມະຫາວິທະຍາໄລກະເສດສາດ

ມະຫາວິທະຍທາໄລສິລະປາກອນ

ມະຫາວິທະຍາໄລມະຫິດົນ

ມະຫາວິທະຍາໄລຣັງສິດ

ມະຫາວິທະຍາໄລເຕັກໂນໂລຊີພະຈອມເກຼ​ົ້າພະນະຄອນເຫນືອ

ສະຖາບັນເຕັກໂນໂລຊີພະຈອມເກຼົ້າເ​ຈົ້າຄຸນທະຫານລາດກະບັງ

ໂຮງຮຽນໃນບາງກອກ

[ດັດແກ້]
  • ໂຮງຮຽນ ພຣຕພິທຍພຍັຕ
  • ໂຮງຮຽນ ສາມເສນວິທທະຍາລັຍ
  • ໂຮງຮຽນ ອັສສັມຊັນສຶກສາ
  • ໂຮງຮຽນ ກຸງເທພຄິສຕຽນ
  • ແລະອື່ນໆ ບາງກອກມີໂຮງຮຽນຫຼາຍ

ການສຶກສາຂອງໄທ ມີອັນດັບທີ່ດີ ອັນດັບ 4 ຂອງອາຊຽນ ອັນດັບ 37 ຂອງໂລກ

ອ້າງອິງ

[ດັດແກ້]
  1. 1.0 1.1 พระราชทานนามพระนครตามที่ได้กล่าวไว้ข้างต้นแล้ว https://web.archive.org/web/20080821022318/http://city.bangkok.go.th/th/bangkok-history.php ความเป็นมากรุงเทพฯ]
  2. ศิลปากร,กรม, กองจดหมายเหตุแห่งชาติ, จดหมายเหตุการณ์อนุรักษ์กรุงรัตนโกสินทร์ (กรุงเทพฯ : สหประชาพาณิชย์, ๒๕๒๕), หน้า ๓๓.
  3. "Archive copy". Archived from the original on 2012-05-15. Retrieved 2016-11-18.{{cite web}}: CS1 maint: archived copy as title (link)
  4. รายการ 100 ปี ไกลบ้าน ตามรอยพระพุทธเจ้าหลวง และ รายการพินิจนคร, สถานีโทรทัศน์ไทยพีบีเอส
  5. "ประกาศของคณะปฏิวัติ ฉบับที่ ๒๔" (PDF). ราชกิจจานุเบกษา (in Thai). ๘๘ (๑๔๔ ก): ๘๑๖-๘๑๙. ๒๑ ธันวาคม ๒๕๑๔. Archived from the original (PDF) on 2011-04-25. Retrieved 2016-11-18. {{cite journal}}: Check date values in: |date= (help)CS1 maint: unrecognized language (link)
  6. "ประกาศของคณะปฏิวัติ ฉบับที่ ๑๖๘" (PDF). ราชกิจจานุเบกษา (in Thai). ๘๙ (๙๓ ก ฉบับพิเศษ): ๑๘๗-๒๐๑. ๑๗ มิถุนายน ๒๕๑๕. {{cite journal}}: Check date values in: |date= (help)CS1 maint: unrecognized language (link)
  7. "Archive copy". Archived from the original on 2012-06-25. Retrieved 2016-11-18.{{cite web}}: CS1 maint: archived copy as title (link)
  8. "Archive copy". Archived from the original on 2021-07-27. Retrieved 2016-11-18.{{cite web}}: CS1 maint: archived copy as title (link)
  9. "ความเป็นมากรุงเทพฯ โดยกรุงเทพมหานคร". Archived from the original on 2007-10-26. Retrieved 2007-10-26.
  10. Royal Institute Newsletter. Royal Institute. 3 (31). December 1993. {{cite journal}}: Missing or empty |title= (help) Reproduced in "กรุงเทพมหานคร" (in Thai). Retrieved 12 September 2012. {{cite web}}: Unknown parameter |trans_title= ignored (|trans-title= suggested) (help)CS1 maint: unrecognized language (link)
  11. Cite error: Invalid <ref> tag; no text was provided for refs named royin
  12. Bangkok Post, "Maori claims world's longest place name", 1 September 2006.

ບັນນານຸກົມ

[ດັດແກ້]