ແຂວງຄຳມ່ວນ
|

ຄຳມ່ວນ (ອັງກິດ: Khammouan) ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ, ການບໍລິການຂົນສົ່ງ(Logistics) ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.
ປະຫວັດແຂວງຄຳມ່ວນ
[ດັດແກ້]ອານາຈັກຟູນັນ ແລະ ອານາຈັກເຈນລະ(ຂອມ)
[ດັດແກ້]ແຂວງຄຳມ່ວນມີຄວາມສຳຄັນທາງປະຫວັດສາດລາວ ໃນອະດີດປະມານ ຄ.ສ 5 ແຂວງຄຳມ່ວນເຄີີຍເປັນທີ່ຕັ້ງຂອງ ອານາຈັກຟູນັນ ແລະ ອານາຈັກເຈນລະ(ຂອມ) ເປັນທີ່ຮູ້ຈັກກັນໃນນາມ ເມືອງສີໂຄດຕະບູນ ຫຼື ສີໂຄຕະປູຣະ. ໃນສະໄໝຝຣັ່ງເຂົ້າມາຮຸກຮານລາວເຮົາ ເມືອງສີໂຄດຕະບູນ ຈຶ່ງໄດ້ຖືກປ່ຽນຊື່ເປັນເມືອງທ່າແຂກ ດ້ວຍເຫດນີ້ພາຍໃນເມືອງທ່າແຂກ ຈຶ່ງສາມາດພົບເຫັນອາຄານສະຖາປັດຕະຍະກຳ ແບບຝຣັ່ງ ຢັ້ງຢາຍຢູ່. ປັດຈຸບັນຊື່ເມືອງທ່າແຂກຈຶ່ງເປັນພຽງຊື່ເມືອງເອກຂອງແຂວງເທົ່ານັ້ນ. ເນື່ອງຈາກຊື່ເມືອງທ່າແຂກບໍ່ໄດ້ສະທ້ອນເຖິງຄວາມເປັນລາວຢ່າງພຽງພໍ.
ອານາຈັກສີໂຄດຕະບູນ ຫຼື ສີໂຄຕະປູຣະ.
[ດັດແກ້]ອານາຈັກລ້ານຊ້າງ
[ດັດແກ້]ຄຳຂັວນຂອງແຂວງ:
[ດັດແກ້]ພະທາດສີໂຄດຕະບອງງາມສະຫງ່າ ລໍາຜະຫຍາມະຫາໄຊ
ກໍາແພງໃຫຍ່ພູຄັນນາ ຜາຫີນໜາມໜໍ່
ບໍ່ໄຟຟ້ານໍ້າເທີນສອງ ກອງລໍ-ນາຕານນໍ້າລອດຖ້ຳ
ວິລະກຳ 21 ມີນາ 1946
ເຈົ້າແຂວງຄຳມ່ວນໃນອະດີດ
[ດັດແກ້]ທ່ານ ກຸວໍລະວົງ ປີ 1948 ທ່ານ ໂງ່ນ ຊະນະນິກອນ ປີ 1949 ທ່ານ ບຸນທັນ ຊົງວິໄລ ປີ 1951 ທ່ານ ນິດ ສິງຫາຣາດ ປີ 1953 ທ່ານ ອຸໄດ ສຸວັນນະວົງ ປີ 55 ທ່ານ ຄຳເລື່ອນ ບຸນຍະແສງ 57 ທ່ານ ນິດໜໍ່ຄຳ 60 ທ່ານ ນິດ ສິງຫາຣາດ 64 ທ່ານ ອຸໄດ ສຸວັນນະວົງ 68 ທ່ານ ສີສຸວັນ 70 ທ່ານ ຄຳເລື່ອນ ບຸນຍະແສງ 71 ທ່ານ ສຸທິລຶກ 72 ທ່ານ ບຸນລ້ຽງ ຈຸລາມະນີ 74 ທ່ານ ຄຳເພັດ ພູນສະຫວັດ 75 ທ່ານ ວັນທອງ ລິນຊົມພູ 75 ທ່ານ ຜາດີ ແກ້ວມະນີ 79 ທ່ານ ຄຳບານ ຈັນທະສອນ 86 ທ່ານ ອິນປົງ ໄຄ້ຍະວົງ 88 ທ່ານ ເຄນ ຜາລີວົງ ປີ 95 [1]
ລັກສະນະພູມສັນຖານ
[ດັດແກ້]ແຂວງຄຳມ່ວນມີເນື້ອທີ່ທັງໝົດ 16,315 ກິໂລຕາແມັດ ພື້ນທີ່ສ່ວນໃຫຍ່ເປັນທົ່ງພຽງລຽບແຄມແມ່ນ້ຳຂອງ ເປັນທີ່ຕັ້ງຂອງພູຮາວກໍ ເຊິ່ງມີຄວາມສູງ 2,256 ແມັດ ແລະ ທາງທິດຕາເວັນອອກ ຍັງມີສາຍພູຫຼວງເຊິ່ງເປັນສາຍພູກັ້ນແດນລະຫວ່າງລາວ-ຫວຽດນາມ. ແຂວງຄຳມ່ວນມີປະຊາກອນປະມານ 455.669 ຄົນ, ຄວາມໜາແໜ້ນສະເລ່ຍປະມານ 27ຄົນ ຕໍ່ ກິໂລຕາແມັດ. ປະຊາກອນ
ທີ່ຕັ້ງ ແລະ ຊາຍແດນ
[ດັດແກ້]- ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
- ທິດຕາເວັນຕົກຕິດກັບ ແຂວງນະຄອນພະນົມ ຂອງ ຣາຊະອານາຈັກໄທ
- ທິດເໜືອຕິດກັບ ແຂວງບໍລິຄຳໄຊ
- ທິດໃຕ້ຕິດກັບ ແຂວງສະຫວັນນະເຂດ
ການແບ່ງເຂດການປົກຄອງ
[ດັດແກ້]ອັນດັບ | ລະຫັດ | ເມືອງ/ເທດສະບານ | ພົນລະເມືອງ | |
---|---|---|---|---|
1 | 1201 | ເມືອງທ່າແຂກ (Thakhek) | 102,753 | |
2 | 1202 | ເມືອງມະຫາໄຊ (Mahaxay) | 42,528 | |
3 | 1203 | ເມືອງໜອງບົກ (Nongbok) | 55,319 | |
4 | 1204 | ເມືອງຫີນບູນ (Hinboun) | 57,779 | |
5 | 1205 | ເມືອງຍົມມະລາດ (Nhommalath) | 38,132 | |
6 | 1206 | ເມືອງບົວລະພາ (Bualapha) | 37,575 | |
7 | 1207 | ເມືອງນາກາຍ (Nakai) | 30,717 | |
8 | 1208 | ເມືອງເຊບັ້ງໄຟ (Xebangfai) | 34,824 | |
9 | 1209 | ເມືອງໄຊບົວທອງ (Xaybuathong) | 30,391 | |
10 | 1210 | ເມືອງຄູນຄໍາ (Kounkham) | 26,123 |
ເສດຖະກິດ-ສັງຄົມ
[ດັດແກ້]ເສດຖະກິດ-ສັງຄົມ ຂອງແຂວງ ໄລຍະທີ່ຜ່ານມາຢູ່ໃນລະດັບ 6,05% ລວມຍອດຜະລິດຕະພັນປະມານ 24.452 ຕື້ກີບ, ສະເລ່ຍລາຍ ໄດ້ບຸກຄົນ ປະມານ 2.469 ໂດລາຕໍ່ຄົນຕໍ່ປີ (ສະເພາະປີ 2024). ຄາດວ່າ ຮອດ ທ້າຍປີ 2025 ຈະມີການປະເມີນ ກວດກາ ການນຳໃຊ້ທ່າແຮງ ແລະ ຈຸດສຸມໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍຈະສຸມໃສ່ບາງວຽກສຳຄັນ ຊຶ່ງນອກຈາກວຽກປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລ້ວ ໄດ້ສຸມໃສ່ການພັດທະນາພື້ນຖານ ໂຄງລ່າງກະສິກຳ ທີ່ຕິດພັນກັບໂຄງການໃຫຍ່ ຂອງລັດຖະບານ ເປັນຕົ້ນແມ່ນໂຄງ ການລຸ່ມເຮືອນຈັກນ້ຳເທີນ 2 ເພາະເຂດນີ້ ຈະມີຄວາມສາມາດ ເອົານ້ຳໄຫລເຂົ້ານາ ປະມານ 21.000 ເຮັກຕາ, ປີຜ່ານມານີ້ ໄດ້ທຶນສະໜັບສະໜູນ ຈາກທະນາຄານໂລກ ປະມານ 3.500.000 ໂດລາ ເພື່ອສຶກສາຂໍ້ມູນຄວາມເປັນໄປໄດ້ ໃນການອອກແບບ. ປະຈຸບັນໄດ້ປະກອບ ພະນັກງານທັງແຂວງ ແລະ ກະຊວງ ຄາດວ່າປີ 2014 ໃຫ້ສຳເລັດ. ໃນການ ສຶກສາອອກແບບ ແລະ ປີ 2015-2016 ແມ່ນເລີ່ມລົງມືກໍ່ສ້າງ, ສ່ວນຈຸດທີສອງແມ່ນຢູ່ເຂດລຸ່ມເຮືອນຈັກເທີນຫີນບູນ ເພາະຢູ່ຫີນບູນ ໄລຍະສອງນີ້ ຈະມີຄວາມ ສາມາດເອົານ້ຳລຸ່ມເຮືອນຈັກ ເຂົ້ານາໄດ້ປະມານເກືອບ 4.000 ເຮັກຕາ ຊຶ່ງທາງສະຖາບັນສຳຫລວດອອກແບບ ຂອງກະຊວງກະສິກຳ-ປ່າໄມ້ ໄດ້ສຳຫລວດແລ້ວ ແລະ ກໍໄດ້ຮັບ ທຶນສະໜັບສະໜູນ ຈາກບໍລິສັດ ໄຟຟ້າເທີນຫີນບູນ, ສຳລັບຈຸດທີສາມນັ້ນ ແມ່ນຈະສຸມໃສ່ພັດ ທະນາເຂດທົ່ງຮາບເຊບັ້ງໄຟ ເປັນຕົ້ນ ເມືອງໜອງບົກ, ເຊບັ້ງໄຟ ແລະ ເມືອງທ່າແຂກ ເພາະເຂດນີ້ ເປັນ ເຂດອູ່ເຂົ້າອູ່ປາ ປະຈຸບັນ ໄດ້ກວດກາຄືນບັນດາ ຊົນລະປະທານ ແລະ ໂຄງການອື່ນໆ ເພື່ອຈະມີການປັບປຸງ ແລະ ແກ້ໄຂ.
ການປູກໄມ້ອຸດສາຫະກຳ ໄມ້ວິກຂອງບໍລິສັດໂອຈິ ຍີ່ປຸ່ນ ໃນເນື້ອທີ່ປະມານ 20.000 ເຮັກຕາ, ກໍພວມເຕີບໃຫຍ່ຂະຫຍາຍຕົວ ຄາດວ່າປີ 2010 ຈະຜະລິດ ແລະ ເກັບກູ້ປະມານ 6 ແສນໂຕນ/ປີ ແລະ ຈະຕັ້ງໂຮງງານ ຢູ່ທ່າແຂກ ເພື່ອຈະບົດເປັນຝຸ່ນ ແລະ ສົ່ງຂາຍອອກຕ່າງປະເທດ, ຂະບວນການລ້ຽງສັດ ຂອງປະຊາຊົນເປັນ ຕົ້ນແມ່ນການລ້ຽງໝູ ສາມາດສົ່ງໝູອອກຂາຍ ໃນນະຄອນຫລວງວຽງຈັນມື້ໜຶ່ງປະມານ 300-350 ໂຕ, ຂະແໜງອຸດສາຫະກຳ ໄດ້ມີການລົງທຶນ ຂອງຕ່າງປະເທດ ເປັນຕົ້ນໂຄງການຂຸດຄົ້ນ ເກືອກາລີ ຢູ່ເຂດເມືອງໜອງບົກ, ເມືອງທ່າແຂກ ແລະ ເມືອງເຊບັ້ງໄຟ ຊຶ່ງມີຈຳນວນ 3 ບໍລິສັດ, ໃນນັ້ນ ມີບໍລິສັດ ຈາກ ສສຫວຽດນາມ 1 ບໍລິສັດ, ອີກ 2 ບໍລິສັດ ຈາກ ສປຈີນ, ປະຈຸບັນ ໄດ້ດຳເນີນການຂຸດ ຄົ້ນແລ້ວ 1 ບໍລິສັດ ຜົນໄດ້ຮັບປີໜຶ່ງປະມານ 1 ແສນໂຕນ, ສ່ວນບໍລິສັດທີ 2 ຄາດວ່າຈະສ້າງໂຮງງານຂຶ້ນ ໃນປີ 2012-2013, ການຜະລິດຊີມັງ ໄດ້ດຳ ເນີນປົກກະຕິປະມານ 8 ແສນກວ່າໂຕນ/ປີ, ແຕ່ດ້ານຕະຫລາດຮອງຮັບ ແມ່ນຍັງບໍ່ສາມາດ ຕອບສະໜອງໄດ້ ຢ່າງເຕັມສ່ວນ, ໄປຄຽງຄູ່ກັນນັັ້ນ ດ້ານວຽກງານການທ່ອງທ່ຽວ, ການບໍລິການ ປະຈຸບັນ ໄດ້ສຸມໃສ່ການພັດທະນາຢູ່ ເມືອງທ່າແຂກ ໃຫ້ເປັນເມືອງທ່ອງທ່ຽວ ໃນຕົ້ນປີ 2010 ແລະ ຈະມີໂຄງການພັດທະນາເສດຖະກິດ ເອີ້ນວ່າ: ເຂດເສດຖະກິດພິເສດ ຢູ່ເຂດສົ້ນຂົວຂ້າມແມ່ນ້ຳຂອງ ຄຳມ່ວນ-ນະຄອນພະນົມ, ຕາມທີ່ລັດຖະບານ ໄດ້ຕົກລົງ ໂດຍຈະເລີ່ມປະຕິບັດໃນທ້າຍປີ 2010 ຫຼື ຕົ້ນປີ 2011.
ການກະສິກໍາ
[ດັດແກ້]#ໃນລະດູການຜະລິດເຂົ້ານາແຊງສົກປີ 2024 – 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າ 14,186 ເຮັກຕາ , ຄາດຄະເນຜົນຜະລິດ 78,896 ໂຕນ . ໃນນີ້ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ , ຄາດຄະເນຜົນຜະລິດ 25,840 ໂຕນ ; ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ , ຄາດຄະເນຜົນຜະລິດ 53,056 ໂຕນ . ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 11,865 ເຮັກຕາ (ຫຼຸດແຜນການປີທີ່ວາງໄວ້ 2,321 ເຮັກຕາ ) ຫຼື ເທົ່າກັບ 84 % ຂອງເນື້ອທີ່ແຜນການທັງໝົດ . ໃນນັ້ນນາຫວ່ານປະຕິບັດໄດ້ 5,570 ເຮັກຕາ , ນາດໍາປະຕິບັດໄດ້ 6,295 ເຮັກຕາ, ເນື້ອທີ່ປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ 3,880 ເຮັກຕາ ( ຫຼຸດແຜນການທີ່ວາງໄວ້ 816 ເຮັກຕາ ) ຫຼື ເທົ່າກັບ 82.62 % ຂອງເນື້ອທີ່ແຜນການ ແລະ ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ 7,985 ເຮັກຕາ ( ຫຼຸດແຜນການທີ່ວາງໄວ້ 1,505 ຮັກຕາ ) ຫຼື ເທົ່າກັບ 84.14 % ຂອງເນື້ອທີ່ແຜນການ . ມາຮອດປະຈຸບັນທົ່ວແຂວງສາມາດເກັບກ່ຽວເຂົ້ານາແຊງໄດ້ແລ້ວ 6,191 ເຮັກຕາ ເທົ່າກັບ 52,18 % ຂອງເນື້ອທີ່ເກັບກ່ຽວຕົວຈິງໃນທົ່ວແຂວງ . ໃນນັ້ນເຂົ້າທີ່ເປັນສະບຽງອາຫານເກັບກ່ຽວກັບໄດ້ແລ້ວ 2,030 ເຮັກຕາ ເທົ່າກັບ 52.32 % ; ເຂົ້າທີ່ເປັນສິນຄ້າເກັບກ່ຽວໄດ້ແລ້ວ 4,161 ເຮັກຕາ ເທົ່າກັບ 52.11 % ເຊິ່ງໃນການເກັບກ່ຽວເຂົ້າສ່ວນຫຼາຍແມ່ນນໍາໃຊ້ກົນຈັກເຂົ້າໃນການຜະລິດ . ສ່ວນວ່າສາຍເຫດທີ່ພາໃຫ້ເນື້ອທີ່ການປູກເຂົ້າບໍ່ໄດ້ຕາມແຜນການທີ່ວາງໄວ້ນັ້ນຍ້ອນລະບົບນໍ້າບໍ່ທົ່ວເຖິງເຊິ່ງເກີດມາຈາກການເປ້ເພຂອງລະບົບຫົວງານຊົນລະປະທານ ສະນັ້ນຈິ່ງເຮັດໃຫ້ເນື້ອທີ່ການປູກເຂົ້າຫຼຸດລົງ. ຄາດວ່າການເກັບກ່ຽວເຂົ້ານາແຊງຈະໃຫ້ສໍາເລັດ 100% ໃນທ້າຍເດືອນພຶດສະພາ 2025.
- ໃນລະດູການຜະລິດພືດລະດູແລ້ງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,527 ເຮັກຕາ,ຄາດຄະເນຜົນຜະລິດ 56,914 ໂຕນ . ໃນນັ້ນແຜນການປູກພືດເພື່ອເປັນສະບຽງອາຫານ 3,773 ເຮັກຕາ , ຄາດຄະເນຜົນຜະລິດ 19,906 ໂຕນ ; ແຜນການປູກພືດເພື່ອເປັນສິນຄ້າ 6,754 ເຮັກຕາ , ຄາດຄະເນຜົນຜະລິດ 37,008 ໂຕນ
ຜ່ານການຈັດຕັ້ງປະຕິບັດຕົວຈິງແຜນການປູກພືດລວມປະຕິບັດໄດ້ 10,506 ເຮັກຕາ ເທົ່າກັບ 99.80% ຂອງເນື້ອທີ່ແຜນການທັງໝົດ . ໃນນັ້ນເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ 3,683 ເຮັກຕາ ທຽບໃສ່ແຜນການຫຼຸດ 90 ເຮັກຕາ ຫຼື ເທົ່າກັບ 97.61 %, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ 6,823 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ລື່ນຄາດໝາຍ 69 ເຮັກຕາ ຫຼື ເທົ່າກັບ 101.02 % . ມາຮອດປະຈຸບັນສາມາດເກັບກ່ຽວຜົນຜະລິດ ( ພືດລວມ ) ໄດ້ແລ້ວ 7,515 ເຮັກຕາ ເທົ່າກັບ 71.53 % . ໃນນັ້ນພືດທີ່ເປັນສະບຽງອາຫານເກັບກູ້ໄດ້ແລ້ວ 2,696 ເຮັກຕາ ເທົ່າກັບ 73.20 % , ພືດທີ່ເປັນສິນຄ້າເກັບກູ້ໄດ້ແລ້ວ 4,819 ເຮັກຕາ ເທົ່າກັບ 70.64 % ຄາດວ່າການເກັບກ່ຽວຜົນຜະລິດຈະໃຫ້ສໍາເລັດ 100 %ໃນຕົ້ນເດືອນມີຖຸນາ 2025 . ສ່ວນວ່າເມືອງທີ່ມີເນື້ອທີ່ແຜນການປູກພືດລະດູແລ້ງຫຼາຍກວ່າໝູ່ແມ່ນເມືອງທ່າແຂກ , ເມືອງໜອງບົກ ແລະ ເມືອງຫີນບູນຕາມລໍາດັບ .
ອຸດສາຫະກໍາໜັກ
[ດັດແກ້]+ເຂດນິຄົມອຸດສາຫະກຳເສດຖະກິດໝູນວຽນຂອງບໍລິສັດລາວຄາຍຢວນບໍ່ແຮ່ຈຳກັດຜູ້ດຽວ ຕັ້ງຢູ່ບ້ານນາມະລາດ ເມືອງທ່າແຂກ ແຂວງຄຳມ່ວນ, ມີການຄົມມະນາຄົມຂົນສົ່ງທີ່ສະດວກ ເຊິ່ງເຂດຂຸດຄົ້ນບໍ່ແຮ່ແມ່ນນອນຢູ່ໃນຈຸດທີ່ຕັ້ງສຳຄັນ ຂອງເສັ້ນທາງຫຼວງເລກທີ 13 ໃຕ້, ນິຄົມອຸດສາຫະກຳ ມີເນື້ອທີ່ທັງໝົດ 1,000 ເຮັກຕາ, ໄດ້ຮັບການພັດທະນາແລ້ວປະມານ 300 ເຮັກຕາ ສ່ວນທີ່ເຫຼືອ 700 ເຮັກຕາ ຄາດວ່າຈະສ້າງສຳເລັດໃນອີກ 3-5 ປີຕໍ່ໜ້າ, ໂຄງການສະເໜີໃນເຂດນິຄົມອຸດສາຫະກຳ ນັບແຕ່ປີ 2025-2028 ມີການລົງທຶນທີ່ວາງແຜນໄວ້ປະມານ 1 ຕື້ໂດລາສະຫະລັດ ເຊິ່ງປະກອບມີ ໂຄງການກໍ່ສ້າງປຸ໋ຍໂປຕາສ: ການຜະລິດ ໂປຕາສຊຽມ ຄຼໍໄລ (potassium chloride) ທີ່ມີກຳລັງການຜະລິດ 1 ລ້ານໂຕ່ນຕໍ່ປີ (ເພີ່ມອີກ 1 ຫຼັງ), ກໍ່ສ້າງໂຄງການຜະລິດຕະພັນເສີມຈາກປຸ໋ຍໂປຕາສ: ຜະລິດຕະພັນໂປຕາສຊຽມ ຊູນເຟດ (potassium sulfate) ກຳລັງການຜະລິດ 50,000 ໂຕ່ນຕໍ່ປີ ແລະ ຜະລິດຕະພັນແຄວຊຽມຄຼໍໄລ (calcium chloride) ກຳລັງການຜະລິດ 20,000 ໂຕ່ນຕໍ່ປີ, ກໍ່ສ້າງໂຄງການທີ່ບໍ່ແມ່ນຜະລິດຕະພັນໂປຕາສ: ຜະລິດຕະພັນເສີມຈາກໂຊດຽມ bromide ທີ່ເປັນຜະລິດຕະພັນສານໜ່ວງໄຟໂບຼມມິນ 10,000 ໂຕ່ນຕໍ່ປີ, ໂຄງການກໍ່ສ້າງພະລັງງານໃໝ່: ກໍ່ສ້າງພະລັງງານແສງອາທິດ 50 MW ນອກນີ້ ຍັງຈະສ້າງສິ່ງອຳນວຍຄວາມສະດວກ ເພື່ອສະໜັບສະໜູນບັນດາໂຄງການກ່ຽວຂ້ອງ ລວມເຖິງສູນລວມການຄ້າຄາຍຢວນ, ພາຍຫຼັງກໍ່ສ້າງໂຄງການສຳເລັດ ເຂດນິຄົມອຸດສາຫະກຳທັງໝົດຈະສ້າງວຽກເຮັດງານທຳໃນທ້ອງຖິ່ນຫຼາຍກວ່າ 30,000 ຕໍາແໜ່ງ ແລະ ຈະມີການມອບພັນທະ ພາສີ-ອາກອນ ໃຫ້ແກ່ລັດຖະບານ 100 ລ້ານໂດລາສະຫະລັດ ໃນແຕ່ລະປີ.
+ເຂດນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ຫລື ນິຄົມອຸດສາຫະກຳອາຊີ-ໂປຕາສສາກົນ ເປັນນິຄົມອຸດສາຫະກຳຮູບແບບຕ່ອງໂສ້, ເປັນໂຄງການທຳອິດຂອງ ສປ ຈີນ ທີ່ ລັດຖະບານ ກໍຄື ແຂວງຄຳມ່ວນ ຮ່ວມກັບ ອາຊີ-ໂປຕາສ ສາກົນ ກໍ່ສ້າງ ແລະ ຜັກດັນ, ເປັນການຈັດຕັ້ງປະຕິບັດຕົວຈິງທີ່ສໍາຄັນຂອງຍຸດທະສາດ “ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົວເອງ”. ອາຊີ-ໂປຕາສ ສາກົນ ອາໄສຄວາມຊຳນານໃນອຸດສາຫະກຳຝຸ່ນໂປຕາສໃນເປົ້າໝາຍການສ້າງນິຄົມອຸດສາຫະກຳທັນສະໄໝ ແລະ ເປັນຜູ້ທຳອິດໃນການພັດທະນາອຸດສາຫະກຳຝຸ່ນໂປຕາສ ແລະ ອະໂປຕາສ ໄປພ້ອມກັນ, ນໍາໃຊ້ຊັບພະຍາກອນ ຈາກສິ່ງເສດເຫລືອໃນການຜະລິດຝຸ່ນໂປຕາສ ໃຫ້ເກີດປະ ໂຫຍດສູງສຸດ ກໍ່ໃຫ້ເປັນຜະລິດຕະພັນໃໝ່ ແລະ ມູນຄ່າເພີ່ມທາງເສດຖະກິດຕື່ມ ໂດຍຜ່ານການດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ເຕົ້າໂຮມຂອງເຕັກໂນໂລຊີທີ່ທັນສະໄໝໃນທົ່ວໂລກ ເພື່ອບັນລຸການຍົກລະດັບ ແລະ ເພີ່ມປະສິດທິພາບອຸດສາຫະກຳໄປພ້ອມກັນ, ສ້າງການພັດທະນາລວມກຸ່ມຂອງອຸດສາຫະກຳທັນສະໄໝ, ສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ. ບັນດາໂຄງການລົງທຶນຢູ່ໃນເຂດນິຄົມ ອັດສະລິຍະ ອາຊີ-ໂປຕາສ ສາກົນ ທີ່ເປີດການຜະລິດ ແລະ ການຂະຫຍາຍກຳລັງການຜະລິດໄລຍະທີ 1 ປະກອບມີ: ໂຄງການຂຸດຄົ້ນ ແລະ ປຸງແຕ່ງຝຸ່ນໂປຕາສ. ໃນນັ້ນ, ມີໂຄງການ ຜະລິດຄືນໃໝ່ດ້ວຍເຕັກໂນໂລຊີການພິມ 3D ໄລຍະທີ 1; ໂຄງການຜະລິດສານໜ່ວງໄຟ ໄລຍະທີ 1 (ໂຄງການລົງເລິກປຸງແຕ່ງ ໂບຣມມິນ) ຂະໜາດ 36.000 ໂຕນຕໍ່ປີ; ໂຄງການໂບຣມິນ ພາກຂະຫຍາຍ 50.000 ໂຕນຕໍ່ປີ; ໂຄງການ ຄລໍອານຄາໄລ ພາກຂະຫຍາຍ 100.000 ໂຕນຕໍ່ປີ ແລະ ໂຄງການຂຸດຄົ້ນ ແລະ ປຸງແຕ່ງຫີນປູນ (ຫີນໂດໂລໄມ) 600.000 ໂຕນ.ໂອກາດດັ່ງກ່າວ, ທ່ານ ເຈິ່ງໂຢວເຢ່ ຄະນະບໍລິຫານງານ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ອາຊິ-ໂປຕາສ ສາກົນ ລົງທຶນ (ກວາງໂຈວ) ຮຸ້ນສ່ວນ ຈຳກັດ ໄດ້ໃຫ້ຮູ້ວ່າ: ບັນດາໂຄງການລົງທຶນດັ່ງກ່າວ, ລ້ວນແຕ່ເປັນໂຄງການທຳອິດທີ່ມີຂະໜາດໃຫຍ່ໃນ ສປປ ລາວ, ບັນດາໂຄງການເຫລົ່ານີ້ ຖ້າເລີ່ມການຜະລິດທັງໝົດຈະບັນລຸມູນຄ່າຜະລິດຕະພັນ 500 ລ້ານໂດລາສະຫະລັດ/ປີ. ບັນດາໂຄງການໃນວິສາຫະກິດເມື່ອເລີ່ມການຜະລິດແລ້ວ ເປັນການສະເເດງໃຫ້ເຫັນວ່າໂຄງການໃນຕ່ອງໂສ້ອຸດສາຫະກຳເຄມີໂບຣມິນ, ຕ່ອງໂສ້ອຸດສາຫະກຳເກືອເຄມີ, ການເຊື່ອມໂຍງເຕັກໂນໂລຊີສູງ ແລະ ຕ່ອງໂສ້ອຸດສາຫະກຳອະໂປຕາສອື່ນໆ ໄດ້ຫັນປ່ຽນຈາກການວາງແຜນໄປສູ່ການປະຕິບັດຕົວຈິງ. ຢ່າງໃດກໍຕາມ, ພາຍຫລັງນະໂຍບາຍນິຄົມອຸດສາຫະກຳໄດ້ຮັບອະນຸມັດ ບັນດາໂຄງການໃນນິຄົມອຸດສາຫະກຳ ແລະ ໂຄງການອື່ນໆບັນລຸການຜະລິດ ແລະ ຂະຫຍາຍກຳລັງການຜະລິດເປັນໄລຍະທີ 2 ແລະ ໄລຍະທີ 3. ນີ້ບໍ່ພຽງແຕ່ເປັນກຳລັງແຮງໃນການສະໜອງຜະລິດຕະພັນໃນທ້ອງຖິ່ນຂອງ ສປປ ລາວ, ແຕ່ຍັງສາມາດສົ່ງອອກສິນຄ້າສູ່ຕະຫລາດສາກົນທີ່ກວ້າງຂວາງຂຶ້ນອີກ, ຊຸກຍູ້ປະເທດລາວ ສ້າງຮູບແບບອຸດສາຫະກຳໃໝ່ທີ່ສາມາດສ້າງລາຍຮັບຈາກການສົ່ງອອກສິນຄ້າ ແລະ ທົດແທນການນໍາເຂົ້າ ໃນບາດກ້າວຕໍ່ໄປ. ນິຄົມອຸດສາຫະກຳ ຈະດຶງດູດບັນດາວິສາຫະກິດທີ່ມີຄຸນນະພາບສູງໃນຕ່ອງໂສ້ອຸດສາຫະກຳ, ສ້າງເປັນໂຄງການຕົວແບບລະດັບຊາດ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ພະລັງງານ
[ດັດແກ້]ການເງິນການທະນາຄານ
[ດັດແກ້]ທຸລະກິດການທ່ອງທ່ຽວ
[ດັດແກ້]ທຸລະກິດໂຮງແຮມ
[ດັດແກ້]ການຄົມມະນາຄົມ
[ດັດແກ້]+ ການຂົນສົ່ງທາງບົກ
[ດັດແກ້]- ທາງເລກທີ 13 (R13): ທາງເລກທີ 13 (R13) ເປັນເສັ້ນທາງຫຼວງທີ່ສຳຄັນໃນລາວ ທີ່ຜ່ານແຂວງຄຳມ່ວນ ໂດຍເຊື່ອມຕໍ່ພາກເໜືອຂອງລາວຜ່ານແຂວງຄຳມ່ວນ ແລະ ໄປຈົບທີ່ແຂວງພາກໃຕ້. ເສັ້ນທາງນີ້ມີບົດບາດສຳຄັນໃນການຂົນສົ່ງ ແລະ ເສີມຂະຫຍາຍເສດຖະກິດ-ສັງຄົມໃນທົ່ວປະເທດຂອງລາວ.
- ທາງເລກທີ 12 (R12): ທາງເລກທີ 12 (R12) ເປັນເສັ້ນທາງສາຍຫຼວງທີ່ມີຄວາມສຳຄັນໃນການເຊື່ອມຕໍ່ ປະເທດໄທ - ລາວ - ຫວຽດນາມ ໂດຍຜ່ານ ແຂວງຄຳມ່ວນ ແລະ ເປັນສ່ວນໜຶ່ງຂອງ ເສັ້ນທາງເສດຖະກິດຕາເວັນອອກ-ຕາເວັນຕົກ (East-West Economic Corridor - EWEC).
- ທາງເລກທີ 8 (R8): ທາງເລກທີ 8 (R8) ເປັນເສັ້ນທາງສາຍຫຼວງທີ່ມີຄວາມສຳຄັນໃນການເຊື່ອມຕໍ່ ປະເທດໄທ, ສປປ ລາວ, ແລະ ຫວຽດນາມ ຜ່ານ ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໂດຍສິ້ນສຸດຢູ່ ດ່ານນໍ້າພາວ (Cầu Treo) ຊາຍແດນຫວຽດນາມ.
- ທາງດ່ວນທ່າແຂກ-ດ່ານຈໍຫລໍ:
- ທາງດ່ວນວຽງຈັນ-ປາກເຊ:
- ດ່ານຊາຍແດນສາກົນ-ສະຖານີຂົນສົ່ງສິນຄ້າທ່າບົກທ່າແຂກ(Thakhek Dry Port):
+ ການຂົນສົ່ງທາງເຮືອ
[ດັດແກ້]ການຂົນສົ່ງທາງເຮືອໃນແຂວງຄໍາມ່ວນ ແມ່ນສ່ວນຫນຶ່ງທີ່ສໍາຄັນຂອງລະບົບຂົນສົ່ງໃນແຂວງນີ້ ໂດຍສະເພາະການຂົນສົ່ງຜ່ານແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຕ່າງໆ. ແຂວງຄໍາມ່ວນ ຕັ້ງຢູ່ທາງກາງຂອງລາວ ແລະ ມີຊາຍແດນຕິດກັບປະເທດໄທ ແລະ ປະເທດຫວຽດນາມ ເຮັດໃຫ້ການຂົນສົ່ງທາງເຮືອມີບົດບາດສໍາຄັນໃນການຄົມມະນາຄົມ ແລະ ການຄ້າ.
ຈຸດສໍາຄັນຂອງການຂົນສົ່ງທາງເຮືອໃນແຂວງຄໍາມ່ວນ:
- ແມ່ນໍ້າຂອງ: ເປັນເສັ້ນທາງຂົນສົ່ງຫລັກ ເຊື່ອມຕໍ່ກັບແຂວງອື່ນໆ ແລະ ປະເທດເພື່ອນບ້ານ.
- ເຮືອຂົນສົ່ງປະເພດຕ່າງໆ: ລວມມີເຮືອບັນທຸກ, ເຮືອດ່ວນ ແລະ ເຮືອຂອງຊາວບ້ານ.
- ທ່າເຮືອສໍາຄັນ:
- ທ່າເຮືອເມືອງທ່າແຂກ: ໃຊ້ສໍາລັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.
- ທ່າເຮືອເມືອງໜອງບົກ: ໃຊ້ສໍາລັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.
- ທ່າເຮືອເມືອງຫີນບູນ: ໃຊ້ສໍາລັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ
+ ການຂົນສົ່ງທາງອາກາດ
[ດັດແກ້]- ສະໜາມບິນສາກົນທ່າແຂກ(THK): ສະໜາມບິນສາກົນທ່າແຂກ (Thakhek International Airport) ແມ່ນໜຶ່ງໃນສະໜາມບິນສາກົນຂອງລາວ ຕັ້ງຢູ່ໃນເມືອງທ່າແຂກ, ແຂວງຄຳມ່ວນ. ສະໜາມບິນດັ່ງກ່າວ ທີ່ຕັ້ງເດີມຢູ່ບ້ານໂພນສະໜາມ ເຊີ່ງໄດ້ໂຈະການດໍາເນີນການແລ້ວ ແລະ ໄດ້ຍົກຍ້າຍມາທີ່ ບ້ານໂພນພິມ(ຫຼັກ 6 ທາງເລກທີ13ໃຕ້), ເຊີ່ງປັດຈຸບັນກໍາລັງວາງແຜນຄົ້ນຄວ້າການກໍ່ສ້າງ ເພື່ອສົ່ງເສີມການທ່ອງທ່ຽວ, ເສດຖະກິດທ້ອງຖິ່ນ ແລະ ດຶງດູດການລົງທຶນພາຍໃນແຂວງ. ສະໜາມບິນແຫ່ງນີ້ຈະຊ່ວຍເຊື່ອມຕໍ່ພາກກາງຂອງລາວກັບພາກເໜືອ-ໃຕ້ ແລະ ປະເທດອື່ນໆ ໂດຍສະເພາະແມ່ນປະເທດທ່ອງທ່ຽວໃນອາຊີ ເຊັ່ນ: ຫວຽດນາມ, ໄທ, ຈີນ, ກໍາປູເຈຍ...
ການສື່ສານ
[ດັດແກ້]ການສຶກສາ
[ດັດແກ້]ສາທາລະນະສຸກ
[ດັດແກ້]ແຂວງ ຄໍາມ່ວນ ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍທະຫານແຂວງ 1 ແຫ່ງ, ໂຮງໝໍສາກົນຄໍາມ່ວນ 1 ແຫ່ງ, ໂຮງໝໍເມືອງ 10 ຕົວເມືອງ 10 ແຫ່ງ, ນອກນັ້ນ ຍັງມີ ຄລີນິກ ຈໍານວນໜື່ງ.
ສະຖານທີ່ທ່ອງທ່ຽວ
[ດັດແກ້]- ພະທາດສີໂຄດຕະບອງ
- ຖະໜົນສິງກະໂປຈຸລະມະນີ
- ຖະໜົນສຸພານຸວົງ
- ພະທາດເມືອງພອນ
- ຕາດຄອນແກ້ວ
- ຂຸນກອງແລງ
- ກຳແພງຍັກ
- ນ້ຳຕົກຕາດສະນາມ
- ນໍ້າຕົກຕາດສຽງລື
- ຜາກະຕ່າຍ
- ຖ້ຳຜາແຂ້
- ທ່າຝຣັ່ງ ວັງສີຄາມ
- ຖ້ຳຊຽງລຽບ
- ຖ້ຳພະຈັນ
- ຖ້ຳພະອິນ
- ຖ້ຳພະ(ຖ້ຳຜາຊ້າງ)
- ຖ້ຳຂຸນນ້ຳໂດນ
- ຖໍ້າປາເຊືອມ-ໜອງເທົາ
- ຫ້ວຍນໍ້າໄສ
- ຖໍ້ານໍ້າລອດເຊບັ້ງໄຟ
- ຖ້ຳກອງລໍ
- ຖ້ຳນົກແອ່ນ(ຖ້ຳນາງແອ່ນ)
- ຂຸນນໍ້າຄໍາດິບ
- ຕາດວັງຢ້ຽມ
- ປ່າສະຫງວນແຫ່ງຊາດພູຫີນປູນ
- ເຂື່ອນໄຟຟ້ານ້ຳເທີນ 2
- ຂົວມິດຕະພາບລາວ-ໄທ ແຫ່ງທີ 3
- ວັດຖຸບູຮານວັດບ້ານທ່າຫມີ
- ປ່າສະຫງວນແຫ່ງຊາດຫີນໜາມໜໍ່
- ຕະຫຼາດຫຼັກສອງ
- ຕະຫຼາດຫຼັກສາມ
- ທາດຕຸມພະວັງ(ບ້ານນາວາງ)
- ດິນຈີ່ກາຍເປັນຫີນ(ວັດປ່າໂຊກຄຳແສນ)
- ພູຜາມ່ານ(The Rock View)
- ແປວນຽມ
ບຸກຄົນທີ່ມີຊື່ສຽງ
[ດັດແກ້]ດ້ານການປົກຄອງ
- ພະຍາສີໂຄດຕະບອງ
ນັກປະພັນ
ນັກຮ້ອງ
- ກິດາວເພັດ ໜູຫ່ວງ
- ບຸນເກີດ ໜູຫ່ວງ
- ໂກສິນ ໜູຫ່ວງ
- ແອນ້ອຍ ນິພົນ
- ຕ໋ອຍ ນິພົນ
- ທອງດໍາ ກອງດວງດີ
- ກ້ອງ ໄຊຍະວົງ
- ກູດ GX2
- T' JAME UNO
- ສະຫງ່າ
- ຊຽງເໝີ ໂຄກໝາກນໍ
- ກິໂລ້ ລູກສີໂຄດ
ນັກກິລາ
ງານປະເພນີປະຈໍາປີ
[ດັດແກ້]- ເທສະການປີໃໝ່ສາກົນ
- ງານບຸນກຸດຈີນ-ຫວຽດນາມ
- ງານບຸນພະທາດສີໂຄດຕະບອງ
- ງານບຸນພະທາດຕຸ້ມພະວັງ
- ງານບຸນພະທາດເມືອງພອນ
- ບຸນປີໃໝ່ລາວ
- ບຸນພະເວດ ຫຼື ບຸນມະຫາຊາດ
- ບຸນບັ້ງໄຟ
- ບຸນເຂົ້າພັນສາ
- ບຸນເຂົ້າປະດັບດິນ
- ບຸນເຂົ້າສະຫລາກ
- ບຸນອອກພັນສາ ຫຼື ງານບຸນຊ່ວງເຮືອ
ຄວາມສໍາພັນລະຫວ່າງປະເທດ
[ດັດແກ້]ແຂວງ ຄໍາມ່ວນ ມີຄວາມສໍາພັນໃນຖານະເມືອງພີ່ນ້ອງກັບເມືອງຕ່າງປະເທດດັ່ງນີ້:
ແຂວງ ກວາງບິງ ປະເທດຫວຽດນາມ
ແຂວງ ຮາຕິງ ປະເທດຫວຽດນາມ
ມົນທົນກວ່າງຊີ ປະເທດຈີນ
ແຂວງນະຄອນພະນົມ ປະເທດໄທ
ແຂວງສະກົນນະຄອນ ປະເທດໄທ
ແຂວງຄຳມ່ວນປະ¬ກອບມີ 10 ເມືອງມີ 574 ບ້ານ, ມີ 84.933 ຄອບຄົວ, ພົນ¬ລະ¬ເມືອງ 455.669 ຄົນ, ຍິງ 235.093 ຄົນ, ມີບ້ານທຸກຍາກ 90 ບ້ານ, ມີຄອບ¬ຄົວທຸກຍາກ 11.553 ຄອບ¬ຄົວ. ມີ 74 ກຸ່ມບ້ານມີ 3 ຈຸດສຸມພັດທະນາຂອງແຂວງຄື: ຈຸດສຸມປ່າໜາມ ເມືອງ ມະຫາໄຊ ຈະສ້າງເປັນຕົວເມືອງໃນອະນາຄົດ, ຈຸດສຸມຫລັງຄັງ-ວັງມະເນີ ເຊິ່ງເປັນເຂດທີ່ຫມັ້ນຂອງການປະ¬ຕິ¬ວັດໃນເມື່ອກ່ອນ ແລະ ເຂດວີ¬ລະຊົນຈະສ້າງເປັນຕົວເມືອງນ້ອຍຢູ່ຊົນ¬ນະ¬ບົດ, ຈຸດສຸມຫນອງມ້າ-ນ້ຳຈະຫລາ ເມືອງບົວລະພາ ແມ່ນຈຸດສຸມຈັດສັນພູມລຳເນົາ ແລະ ແກ້ໄຂຄວາມ-ທຸກຍາກ ແລະ ຈຸດສຸມບຶງຫົວນາ ເມືອງເຊບັ້ງ¬ໄຟແມ່ນຈຸດສຸມໃນການທົດລອງຜະ¬ລິດສິນ¬ຄ້າ.
- ↑ ອານາຈັກສີໂຄດຕະປອງ ໂດຍ ດວງໄຊ ຫລວງພະສີ