Jump to content

ຖ້ຳຂຸນນ້ຳໂດນ

ຈາກ ວິກິພີເດຍ

ແຂວງ​ຄຳ​ມ່ວນ ທີ່​ເປັນ​ເຂດລື ຊື່​ທາງ​ດ້ານ​ທຳ​ມະ​ຊາດ ແລະ ວັດ­ທະ­ນະ­ທຳ​ທີ່​ຫລາກ​ຫລາຍບໍ່​ວ່າ​ຈະ​ເປັນ​ພະ­ທາດ​ສີ​ໂຄດ​ຕະບອງ, ຖ້ຳ​ກອງ​ລໍ ແລະ ອື່ນໆ ນອກ­ຈາກ​ນັ້ນ ຍັງ​ມີ​ຖ້ຳ​ອີກ​ແຫ່ງຫນຶ່ງ​ຄື​ກັນ, ແຕ່​ມັນ​ຈະ​ເປັນ​ຖ້້ຳ​ທີ່ກວມ ແລະ ໂອບ​ກອດ​ເອົາ​ແມ່­ນ້ຳຢູ່​ທາງ​ກ້ອງ​ທີ່​ໄຫລ​ຜ່ານ, ນັ້ນ​ກໍ່​ຄືຂຸນ​ນ້ຳ​ໂດນທີ່​ເປັນ​ຊື່​ເອີ້ນ​ຂອງ ຖ້ຳ​ແຫ່ງ​ນີ້​ມາ​ແຕ່​ສະ­ໄຫມ​ບູ­ຮານ ທັງ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວທາງ​ດ້ານ​ທຳ​ມະ​ຊາດ​ທີ່​ມີ​ປາແປກ​ປະ­ຫລາດ​ຫລາຍ​ຊະ­ນິດ​ອາໄສ​ຢູ່​ພື້ນ​ແມ່­ນ້ຳ, ເຮົາ​ອາດ​ຈະ​ໄດ້ເຫັນ​ເມື່ອ​ຜ່ານ​ເຂົ້າ​ໄປ​ໃນ​ຖ້ຳແຫ່ງ​ນີ້.

ໃນ​ລະ­ດູ­ແລ້ງ ສາຍ​ນ້ຳ​ດັ່ງກ່າວ​ໄຫລ​ໃສ​ເຢັນ​ຜ່ານ​ລອດກ້ອງ​ປາກ​ຖ້ຳ​ຂຸນ​ນ້ຳ​ໂດນ ມີຄວາມ​ຍາວ​ປະ­ມານ 3 ກິ​ໂລແມັດ ບາງ​ບ່ອນ​ຕື້ນ​ຈົນ​ແນມ​ເຫັນຮອດ​ໂຕ​ປາ ຫລື ບາງ​ບ່ອນ​ເລິກແນມ ​ລົງ​ໄປ​ເປັນ​ສີ­ຂຽວ​ອຸ່ມ​ທຸ່ມ, ພິ­ເສດເຮົາ​ຈະ​ໄດ້​ເຫັນ​ປາ​ທີ່​ແປກໃຫມ່​ຄ້າຍ­ຄື​ກັນ​ກັບ​ປາ​ກາ​ລັງ, ປາ­ປ່ານ ແລະ ອື່ນໆ. ນອກ​ນັ້ນ ເຮົາ​ຍັງ​ຈະ​ໄດ້​ເຫັນ​ປາ​ບໍ່​ມີ​ຕາຫລືປາ​ຕາ­ບອດ. ປາ​ຊະ­ນິດ​ດັ່ງ­ກ່າວ ຄ້າຍ­ຄື​ກັນ​ກັບ​ປາ­ສ້ອຍ​ມີ​ຂະຫນາດ​ນ້ອຍ ແລະ ໂຕ​ອ່ອນແຫລວ ມັນ​ສາ­ມາດ​ຍຶດ​ເກາະ​ກັບສະ­ຖານ­ທີ່​ໃດ​ກໍ່​ໄດ້​ໃນ​ພື້ນ​ນ້ຳ ເພື່ອ​ຫາ​ອາ­ຫານ ແລະ ຫລົບ​ລີກ ຈາກ​ສັດ​ທີ່​ມາ​ທຳ­ຮ້າຍ​ໄດ້​ດີ, ສ່ວນ​ໂຕ​ຂອງ​ມັນ​ເປັນ​ສີ­ຂາວແຊກ​ເຫລືອງ​ອ່ອນ​ແຕ່​ຫົວ​ຮອດຫາງ, ເຖິງ​ວ່າ​ມັນ​ຈະ​ແນມ​ບໍ່​ເຫັນ ແຕ່​ມັນ​ອາ­ໄສ​ປະ­ສາດ​ສຳ­ຜັດ​ທີ່ມະ­ຫັດ­ສະ­ຈັນ​ຂອງ​ມັນ​ເປັນ​ຕົວຊ່ວຍ​ໃນ​ການ​ຫາ​ອາ­ຫານ, ປາຊະ­ນິດ​ນີ້ ມັນ​ຢູ່​ກັນ​ເປັນ​ຫມູ່ ແລະ ອາ­ໄສ​ໃນ​ຖ້ຳ​ຢູ່​ເຂດ​ນ້ຳ​ເລິກ​ປະມານ 150 ແມັດ ຫລື ຫລາຍກວ່າ​ນັ້ນ ແຕ່​ບາງ​ຄັ້ງ​ມັນ​ຈະ​ຂຶ້ນມາ​ບ່ອນ​ຕື້ນໆ​ໃຫ້​ເຮົາ​ເຫັນ​ ຖ້າຫາກ​ເຮົາ​ບໍ່​ກວນ​ນ້ຳ​ແຮງ, ສາເຫດ​ຄົງ​ເປັນ​ຍ້ອນ​ພວກ​ມັນ​ດຳລົງ​ຊີ­ວິດ​ໃນ​ສະ­ພາບ​ແວດ​ລ້ອມທີ່​ຄວບ​ຄຸມ​ໄປ​ດ້ວຍ​ຄວາມ​ມືດນັ້ນ​ເອງ, ຕາມ​ການ​ບອກ­ເລົ່າຂອງ​ຊາວ­ບ້ານ​ຜູ້​ຊຳ­ນານ​ໃນເຂດ​ນີ້​ເພິ່ນ​ເວົ້າ​ວ່າ ເມື່ອ​ປີ 1998 ນັກ​ສຳ​ຫລວດ ຊາວ​ຝຣັ່ງກຸ່ມ​ຫນຶ່ງ​ໄດ້​ຄົ້ນ​ພົບ​ຕະ­ກຸນ​ສັດ​ຊະນິດ​ຫນຶ່ງ ທີ່​ບໍ່​ມີ​ເຂດ​ໃດ​ຄ້າຍ­ຄື ໂດຍ​ສະ­ເພາະ​ກໍ່​ເປັນ​ປາ​ຕາ­ບອດຊະ­ນິດ​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້ຄົ້ນ​ພົບ​ໃນ​ແຂວງ​ຄຳ​ມ່ວນ ເຊິ່ງເປັນ​ປາ​ສາຍ​ພັນ​ທີ່​ຫາ​ຍາກ​ໃນ ສປປ ລາວ, ພາຍ​ໃນ​ຖ້ຳ​ຈະ​ໄດ້ຍິນ​ສຽງ​ຂອງ​ນົກ ແລະ ເຈຍ​ບາງ ຊະ­ນິດ​ທີ່​ສົ່ງ​ສຽງ​ຮ້ອງ​ໃຫ້​ໄດ້​ຍິນ ແລະ ຈະ​ມີ​ສຽງ​ສະ­ທ້ອນ​ກັບ​ຄືນມາ​ເມື່ອ​ເຮົາ​ລົມ​ກັນ​ແຮງ​ແດ່​ຈັກຫນ້ອຍ, ແຕ່​ກໍ່​ເປັນ­ຕາ​ຢ້ານ​ເພາະຖ້ຳ​ມັນ​ມືດ​ມິດ​ອ້ອມ​ໄປ​ດ້ວຍ​ອຸບມົງ​ຂອງ​ເພ­ດານ​ຖ້ຳ, ບາງ​ຄັ້ງ​ກໍ່ໄດ້​ໃຊ້​ໄຟ​ເຍືອງ​ທາງ​ເຖິງ​ວ່າ​ຈະເປັນ​ຍາມ​ກາງ­ເວັນ​ກໍ່​ຕາມ.

ຫນ້າ­ຜາ​ຫີນ​ປູນ​ສູງ​ຊັນ​ປະມານ 300 ແມັດ ຢູ່​ຂ້າງ​ນອກ​ທາງ ເຂົ້າ​ຖ້ຳບັນ­ດາ​ນັກ​ທ່ອງ​ທ່ຽວ​ສາມາດ​ຂີ່​ເຮືອ​ທ່ຽວ​ປ່າ​ນາໆ​ຊະ­ນິດໄດ້​ໃນ​ລະ­ດູ­ແລ້ງ ສະ­ຖານ­ທີ່​ດັ່ງກ່າວ​ເຫມາະ​ສົມ​ກັບ​ການ​ເຂົ້າ​ໄປໃນ​ຖ້ຳ​ດ້ວຍ​ການ​ລົງ​ອາບ­ນ້ຳ, ລອຍ­ນ້ຳ​ຫລິ້ນ​ຢ່າງ​ສະ­ບາຍ ແລະ ບໍ່​ເປັນ​ເງື່ອນ­ໄຂ​ອັນ​ແສນ​ສຳ­ລານສຳ­ລັບ​ການ​ກິນ​ເຂົ້າ​ປ່າ​ຢູ່​ໃນອ້ອມ​ກອດ​ຂອງ​ທຳ​ມະ​ຊາດ​ທີ່ເຕັມ​ໄປ​ດ້ວຍ​ປ່າ­ໄມ້​ໃຫ້​ຄວາມ​ຮົ່ມເຢັນ ແລະ ສົດ­ຊື່ນ​ຊີ­ວິດ​ຊີ­ວາ. ສະເພາະ​ລະ­ດູ­ຝົນ​ເຊັ່ນ​ນີ້ ປະ­ລິ­ມານນ້ຳ​ເພີ່ມ​ຂຶ້ນ​ອັນ​ເປັນ​ເຫດ​ໃຫ້​ແມ່ນ້ຳ​ກວ້າງ ແລະ ເລິກນັບ​ວ່າ​ເປັນຄວາມ​ສະ­ດວກ​ອີກ​ຢ່າງ​ຫນຶ່ງ​ໃນການ​ຂີ່​ເຮືອ​ເລາະ​ຊົມ ແລະ ກໍ່​ມີ​ຫໍບູ­ຊາ​ຂະ­ຫນາດ​ນ້ອຍ​ຕັ້ງ​ຢູ່​ເປັນຈຸດ​ທີ່​ຊາວ­ບ້ານ​ໃນ​ທ້ອງ­ຖິ່ນ​ເຊື່ອກັນ​ວ່າ ເປັນ​ສະ­ຖານ­ທີ່​ສັກ­ສິດ​ໃນເຂດ​ຖ້ຳ​ແຫ່ງ​ນີ້.