ເມືອງໄຊບົວທອງ

ຈາກ ວິກິພີເດຍ

ເມືອງໄຊບົວທອງເປັນເມືອງທີ່ 9 ຂອງ ແຂວງຄຳມ່ວນ ເຊິ່ງແຍກອອກຈາກເມືອງມະຫາໄຊ ຕັ້ງຢູ່ພາກຕາເວັນອອກຂອງແຂວງຄຳມ່ວນ.ທິດເໜືອຕິກັບເມືອງບົວລະພາ,ທິດໄຕ້ຕິດກັບເມືອງອາດສະພອນເຊິ່ງຂັ້ນກັນດ້ວຍສາຍນ້ຳເຊນ້ອຍທິດຕາວັນອອກຕິກັບຕອນເໜືອຂອງເມືອງມະຫາໄຊ ,ທິດຕາວັນຕົກ ຕິດກັບເມືອງ ເຊບັ້ງໄຟ, ມີເນື້ອທີ່ທັງໝົດ ກິໂລຕາແມັດ, ມີ40ບ້ານ ຈຳນວນພົນ 26.019ຄົນ, ຍິງ 13.019ຄົນ, ເມືອງໄຊບົວທອງເປັນເມືອງທີ່ຮາບພຽງເໝາະແກ່ການທຳການຜະລິດກະສິກຳ ແລະ ລ້ຽງສັດ,ປະຊາຊົນປູກເຂົ້າຖືເປັນອາຊີບຫຼັກ,ນອກຈາກນັ້ນກໍ່ມີການປູກພືດລະດູແລ້ງ.ບໍ່ຕ້ອງການເຮັດນາແຊງເພີ່ມກໍ່ສາມາດກຸ້ມກິນແລ້ວ.ດ້ານເສດຖະກິດຂອງເມືອງຍັງໄດ້ສືບຕໍ່ການຂະຫຍາຍຕົວຢ່າງຕໍ່ເນືອງ ແລະ ໝັ້ນທ່ຽງຢູ່ໃນລະດັບ 9,5 % ການລົງທຶນຂອງລັດ ແລະ ເອກະຊົນກໍ່ໄດ້ມີປັດໃຈອັນໃໝ່ເພີ້ມຂຶ້ນແຕ່ລະຂົງເຂດ,ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 671.864.032 ກີບເທົ່າກັບ 24,71% ການຜະລິດເປັນສິນຄ້າກໍ່ມີໜໍ່ແໜງເປັນຂະບວນອັນກ້ວາງຂວາງ ແລະ ທາງດ້ານສະບຽງອາຫານ,ກໍ່ສາມາດກຸ້ມກິນທັງຕອບສະໜອງໄດ້ກັບຕະຫຼາດພາຍໃນແລະ ສົ່ງອອກຈຳນວນໜຶ່ງເຊິ່ງສະແດງອອກຜະລິດເຂົ້າໄດ້ 31.558 ໂຕ່ນ,ສະເລຍໃສ່ຫົວຄົນໄດ້ 31.558 ກິໂລ/ຄົນ/ປີ,ມີສ່ວນແຮໄວ້ມີ 21,285 ໂຕ່ນ,ທາງດ້ານພື້ນຖານໂຄງລ່າງໄດ້ຮັບການພັດທະນາຢ່າງຕໍ່ເນືອງ ແລະ ມີຜົນສຳເລັດພຽງເລັກໜ້ອຍ.