ເມືອງເຊບັ້ງໄຟ
ເມືອງເຊບັ້ງໄຟ (ອັງກິດ : Xebangfay District) ເປັນເມືອງຕັ້ງຂຶ້ນໃຫມ່ໃນຊຸມທ້າຍປີ ຄ.ສ. 1990 ໂດຍໄດ້ແບ່ງເອົາຫມູ່ບ້ານຈາກເມືອງທ່າແຂກແລະເມືອງໜອງບົກໂຮມເປັນເມືອງເຊບັ້ງໄຟເພ່ືອງ່າຍໃນການປົກຄອງແລະການຕິດຕໍ່ທາງລັດຖະການຂອງປະຊາຊົນ ທິດເຫນືອຕິດກັບເມືອງທ່າແຂກ, ທິດໄຕ້ຕິດກັບເຊບັ້ງໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ, ທິດຕາເວັນຕົກຕິດກັບເມືອງໜອງບົກ, ທິດຕາເວັນອອກຕິດກັບເມືອງມະຫາໄຊ ສະພາບເມືອງເປັນເຂດທົ່ງ, ໂນນແລະພູພຽງ ອາຊີບສ່ວນໃຫຍ່ແມ່ນເປັນຊາວກະສິກອນ ນາປີ ນາແຊງ ປູກຝັງ ສວນຢາງ ອ້ອຍ ມັນຕົ້ນ ແລະລ້ຽງສັດເຮັດນາເປັນຕົ້ນຕໍ ມີສາຍເລກທາງຄົມມະນາຄົມເລກທີ 13 ສາຍໄຕ້ຜ່ານ ແລະເສັ້ນທາງຕິດຕໍ່ລະຫວ່າງບ້ານມີບາງເຂດມີທາງດິນແດງ ມີເຊບັ້ງໄຟແລະເຊໂນໄຫຼພາດຜ່ານ ມີພື້ນທີ່ຊົນລະປະທານ
ປະຊາກອນ
[ດັດແກ້]31,532 ຄົນ (2020) ປະກອບດ້ວຍລາວລຸ່ມ, ຜູ້ໄທແລະມະກອງ (ໂສ້, ໂຊ່).
ບັນດາບ້ານ
[ດັດແກ້]ມີທັງໝົດ ບ້ານ (ຍັງບໍ່ແລ້ວເສັດສົມບູນເລີຍ ໄຜເຜີຍຊ່ວຍຊ່ອຍໄດ້ກະຊ່ອຍແນ່ເດີຊາວລາວເຮົາ.)
- ບ້ານຂົວເຊ
- ບ້ານຫາດຄຳຫຽງ
- ບ້ານຍາງຄຳ
- ບ້ານນາພອກທ່າ
- ບ້ານນາພອກທົ່ງ
- ບ້ານດ້າງທ່າ
- ບ້ານໜອງບອນ
- ບ້ານກະສິ
- ບ້ານເວີນສະໜັ່ນ
- ບ້ານບຶງຫົວນາ
- ບ້ານດົງສະຫວ່າງ
- ບ້ານຕຶງ
- ບ້ານດົງໝາກບ້າ
- ບ້ານສົ້ມ
- ບ້ານຍາງໃຫຍ່
- ບ້ານນາຄອມທົ່ງ
- ບ້ານສັງ
- ບ້ານນາບຶງ
- ບ້ານໂພນສະຫວ່າງ
- ບ້ານໂຄກແກ້ງແຄນ
- ບ້ານແກ້ງແຄນ
- ບ້ານແກ້ງແປ
- ບ້ານປາກເຊນ້ອຍ
- ບ້ານທ່າສີດາ
- ບ້ານເວີນເຊ
- ບ້ານກົກຕ້ອງ
- ບ້ານນາທານ
- ບ້ານໂພນດີທົ່ງ