ຂົວມິດຕະພາບລາວ-ໄທ ແຫ່ງທີ 3

ຈາກ ວິກິພີເດຍ

ຂົວມຶດຕະພາບ ລາວ - ໄທ ແຫ່ງທີ 3 ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ຂ້າມແມ່ນ້ຳຂອງ ແຫ່ງທີ່ 3 ເຊື່ອມຕໍ່ ເມືອງທ່າແຂກ ແຂວງຄຳມ່ວນ ສປປ.ລາວ ແລະ ອຳເພີເມືອງນະຄອນະພນົມ ຈັງຫວັດນະຄອນພະນົມ ປະເທດໄທ

ເຖິງປັດຈຸບັນນີ້ ການກໍ່ສ້າງ ແລ້ວໄປປະມານ 60 ສ່ວນຮ້ອຍ. ຈາກການຄາດໝາຍ ຢ່າງບໍ່ເປັນ ທາງການ ເຫັນວ່າອາດແລ້ວ ພາຍໃນເດືອນ ກັນຍາ 2011 ແລະ ຈະເປີດ ໃຊ້ປະມານ ວັນທີ 11 ເດືອນ 11 ປີ 2011. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການກໍ່ສ້າງ ຂົວມິຕພາບ ລາວໄທ ແຫ່ງທີ 3 ເວົ້າວ່າ:

"ຄິດວ່າຈະ ເສັດກ່ອນ ສຳເຣັດຕາມໄດ້ ຫາລືກັບ ໂປຣເຈັກ ຝ່າຍໄທ ຄາດວ່າຈະເສັດ ລະຫວ່າງ ເດືອນ 9 ຂອງ 2011 ນີ້ແຫລ໋ະ ປັດຈຸບັນນີ້ ການກໍ່ສ້າງ ຢູ່ທີ່ກາງ ແມ່ນ້ຳຂອງ ດຳເນີນຢູ່ ການຢູ່ກາງນ້ຳ ພາກສ່ວນເທິງ ແລະ ກໍອາຄານ ດ່ານເຂົ້າອອກ ລະຫວ່າງ ສອງເບື້ອງ".

ທ່ານເວົ້າ ຕໍ່ໄປວ່າ ແຜນການກໍ່ສ້າງຂົວ ດັ່ງກ່າວ ຄືບໜ້າໄປ ໄດ້ໄວກວ່າ ກຳນົດທີ່ ທັງສອງປະເທດ ໄດ້ກະໄວ້ ຊຶ່ງຖືວ່າເປັນ ການດີ. ໃນເວລາດຽວກັນ ທາງການລາວ ກໍໄດ້ ກະຕຽມ ດັດແປງພື້ນທີ່ດິນ ໃກ້ໆກັບຂົວ ເພື່ອຈັດໃຫ້ ເປັນເຂດ ເສຖກິດພິເສດ ໂດຍການຂຍາຍ ຖນົນຫົນທາງໃຫ້ມີ ຄຸນນະພາບ ແລະໃຫ້ສາມາດ ເຊື່ອມຕໍ່ກັບ ເສັ້ນທາງ ທີ່ຈະໄປຮອດ ເຂດຊາຍແດນ ວຽດນາມໄດ້ ແລະ ເພື່ອຮອງຮັບ ຄວາມເຕີບໃຫຍ່ ຂອງເສຖກິດ ໃນອະນາຄົດ. ເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ສຳລັບເຂດ ເສຖກິດ ພິເສດ ກໍດຳເນີນການ ໄປແລ້ວ ກໍມີການ ຈັດສັນເຣື້ອງພື້ນທີ່ ປາກົດວ່າ ສຳເຣັດແລ້ວ 618 ເຮັກຕາ ຢູ່ບໍເວນຕົ້ນຂົວ".

ຂົວມິຕພາບ ລາວໄທ ແຫ່ງທີ 3 ລະຫວ່າງ ຄໍາມ່ວນ ນະຄອນພະນົມ ມີຄວາມຍາວ 780 ແມັດ, ກວ້າງ 13 ແມັດ ແລະມີ 2 ທາງຈະຣາຈອນ. ໂຕຂົວ ຈະເປັນທາງ ປູຊີເມັນ, ຣັຖບານໄທ ໄດ້ຊ່ວຍເຫລືອ ງົບປະມານ ໃນການສ້າງ ມີມູນຄ່າ 60 ລ້ານໂດລາ ສະຫະຣັຖ.