ປ່າສະຫງວນແຫ່ງຊາດຫີນໜາມໜໍ່

ຈາກ ວິກິພີເດຍ

ແຂວງຄຳມ່ວນ ເປັນແຂວງຫນຶ່ງທີ ມີຊັບພະຍາກອນທຳມະຊາດອຸດົມສົມ ທີ່ສຸດ ເປັນດິນແດນທີ່ມີພູມສັນຖານແບບຫລາກຫລາຍເຊັ່ນ: ພື້ນທີ່ມີທັງທົ່ງພຽງ, ເຂດພູຜາ, ເຂດສາຍນ້ຳລຳທານ ປ່າສະຫງວນແຫ່ງຊາດ ເປັນເຂດປົກປັກຮັກສາ ຊັບພະຍາກອນທຳມະຊາດທຸກອັນ ບໍ່ວ່າຊິເປັນປ່າໄມ້ ສາຍນ້ຳລຳທານ ສັດປ່າ ເຄື່ອງປ່າຂອງດົງ ດີນດອນຕ່ອນຫຍ້າ ປ່າຫີນຫນາມຫນໍ່ກະເປັນ ສັນຍາລັກອີກອັນຫນຶ່ງທີ່ ເປັນເອກະລັກ ເປັນບ່ອນທອ່ງທ່ຽວທຳມະຊາດແບບດັ້ງເດີ່ມ, ການປົກປັກຮັກສາ ຖ້າຫາກຜູ້ນຳຮູ້ຄູນຄ່າ ບໍ່ອະນຸຍາດໃຫ້ ນາຍທືນຫລືກຸ່ມຄົນເຂົ້າໄປບຸກລຸກແມ່ນ ຈະເຮັດໃຫ້ຍືນຍົງຄົງຄູ່ ກັບ ຊຸມຊົນຕະຫລອດໄປ ຍ້ອນການພັດທະນາທີ່ ຂາດການອານຸລັກທຳມະຊາດຈິ່ງເຮັດໃຫ້ປ່າໄມ້ດົງດອນ ນັບມື້ຫລູດນ້ອຍລົງເລື້ອຍໆ ການຈັດສັນໃຫ້ມິປ່າສະຫງວນ ກໍເປັນເຫດອັນດີ ເພື່ອເປັນການປົກປັກຮັກສາຄູ້ມຄອງ ເຮັດໃຫ້ການຕັດໄມ້ທຳລາຍປ່າ ເປັນລະບຽບຫລາຍຂຶ້ນ.