ພະທາດສີໂຄດຕະບອງ

ຈາກ ວິກິພີເດຍ

‪ພະທາດສີໂຄດຕະບອງ‬ (ແຂວງຄໍາມ່ວນ) ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດ ເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13 ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ. ເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກ, ເສດຕະສັດເຮັດ ດ້ວຍ ເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ (ສະເພາະເສດຕະສັດສູງ 2 ແມັດ), ບໍລິເວນຕີນພະທາດ ກ້ວາງດ້ານລະ 25 ແມັດ, ສູງ 30 ແມັດ). ພະທາດນີ້ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ VI–VIII. ພະທາດໜ່ວຍນີ້ເປັນ ບ່ອນບັນຈຸກະດູກອັດ ຖິຂອງພະພຸດທະເຈົ້າ ໃນສັດຕະວັດ ທີ VI. ໃນນີ້ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງຢືນຢ່າງສະຫງ່າລາສີ. ພົງສາວະດານ ກ່າວເຖິງພະທາດ ໜ່ວຍນີ້ວ່າ: ໃນ ສັດຕະວັດທີ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດທະສາສະໜານິກາຍຫິນະຍານໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດໃນສັດຕະວັດທີ່ 16 (ຄ.ສ 15201-1747 ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍ ນີ້). ໃນ ຄ.ສ 1539, ການປະຕິສັງຂອນເປັນແບບສິລະປະລ້ານຊ້າງໂດຍເພີ່ມແບບປະຕິມະກຳທີ່ຕິດດອກບົວໃສ່ ຈອມທາດ. ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປະຈຸບັນນີ້. ມາເຖິງປີ ຄ.ສ 1806. ຕໍ່ ມາ,ໃນສະໄໝການປົກຄອງຂອງເຈົ້າ ອານຸວົງ ພະທາດໜ່ວຍນີ້ກໍ່ໄດ້ຮັບໄພ ແລະ ການທໍາລາຍຈາກສົງຄາມຈົນຖືກປ່ອຍປະລະໃຫ້ພະທາດສີໂຄດເສົ້າໝອງ ຢ່າງສິ້ນເຊີງ. ໃນສະໄໝ ທີ່ຝຣັ່ງຄອບຄອງອິນດູຈີນ ໃນປີຄ.ສ 1893 ຫາ 1949, ປະຊາຊົນຄໍາມ່ວນ ໄດ້ຮ່ວມກັນສ້າງວິຫານ ໃສ່ດ້ານເໜືອຂອງພະທາດແລ້ວກໍ່ນິມົນເອົາພະພິກຂຸສົງ ມາຈໍາວັດຕະຫຼອດມາ. ພາຍຫຼັງປະກາດເອກະລາດລາວ ໃນວັນ ທີ່ 12 ຕຸລາ 1945, ຊາວພຸດກໍ່ໄດ້ພາກັນບູລະນະພະທາດໜ່ວຍນີ້ດ້ວຍຄວາມສັດທາເຫຼື້ອມໃສ. ໃນປີ 1950 ປະຊາຊົນລາວ ເຊິ່ງດໍາລົງຊີວິດໃນບ້ານ ແລະ ເມືອງທີ່ຢູ່ອ້ອມແອ້ມພະ ທາດສີໂຄດຕະບອງໄດ້ພາກັນມາຖາກຖາງ, ອະນາໄມເຄືອໄມ້ໃບຫຍ້າ ແລະ ຂູດໂໝກສີດຳອອກ. ຖັດນັ້ນມາ, ຫຼາຍສິ່ງ ຫຼາຍຢ່າງ ອ້ອມຂ້າງພະທາດໄດ້ຮັບການກໍ່ສ້າງຄືນໃໝ່ ໂດຍສະ ເພາະແມ່ນ “ສິມ” ໃນຊຸມປີ 1970 ແລະ ມີພະໃຫ່ຍອົງພະປະທານສະຖິດຢູ່ພາຍໃນໄວ້ໃຫ້ຄົນສັກກາລະບູຊາ. ໃນຊຸມປີ 2010, ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງ ສະຫງ່າຜ່າເຜີຍໃນບໍລິເວນເດີ່ນພະທາດນີ້. ປະຈຸບັນນີ້, ພະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ກາຍເປັນສັນຍາລັກຂອງແຂວງ. “ຄົນທີ່ເດີນທາງໄປ ແຂວງ ຄຳມ່ວນ ບໍ່ໄດ້ ໄປກາບໄຫ້ວພະທາດສີໂຄດຕະບອງຖືວ່າບໍ່ໄດ້ໄປຮອດ, ໄປເຖິງແຂວງຄຳມ່ວນ”. ຂໍ້ມູນຈາກ: http://www.laogov.gov.la/[dead link]