ປະເທດຕີມໍແລັດສະເຕ
ສາທາລະນະລັດປະຊາທິປະໄຕຕິມໍ-ເລດເຕ Repúblika Demokrátika Timór-Leste (ເຕຕຸມ) República Democrática de Timor-Leste (ປອກຕຸຍການ) | |
---|---|
ເພງຊາດ: ເພງຊາດຕິມໍ-ເລດສະເຕ | |
![]() | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ດິລີ |
ພາສາລັດຖະການ | ເຕຕຸມ ປອກຕຸຍການ |
ການປົກຄອງ | ສາທາລະນະລັດ |
ຟານຊິສໂດ້ ກູເຕີເຣສ | |
ໂຈເຊ່ ມາເຣຍ ວາສຄອນເຊລອສ | |
ໄດ້ຮັບອິດສະລະພາບຈາກປອກຕຸຍການ ແລະອິນໂດເນເຊຍ | |
• ປອກຕຸຍການ ຕິມໍ | ສະຕະວັດທີ່ 16 |
• ປະກາດອິດສະລະພາບຈາກອິນໂດເນເຊຍ | 25 ຕຸລາ 1999 |
• ໄດ້ຮັບອິດສະລະພາບສົມບູນ | 20 ພຶດສະພາ 2002 |
ນ້ອຍຫຼາຍ | |
ປະຊາກອນ | |
• ຄ.ສ. 2020 ປະມານ | 1,299,412 (153) |
• ສຳມະໂນປະຊາກອນ ຄ.ສ. 2015 | 1,183,643 [1] |
GDP (ອຳນາດຊື້) | ຄ.ສ. 2020 (ປະມານ) |
• ລວມ | 1.920 ຕື້ໂດລາສະຫະລັດ |
• ຕໍ່ຫົວ | 1,456 ໂດລາສະຫະລັດ |
HDI (2019) | 0.606 ປານກາງ · 141 |
ສະກຸນເງິນ | ໂດລາສະຫະລັດ ($) (USD) |
ເຂດເວລາ | UTC+9 (Timor-Leste Time TLS) |
ລະຫັດໂທລະສັບ | 670 |
ລະຫັດອິນເຕີເນັດ | .tl c |
ຕິມໍເລດເຕ ຫຼື ຕິມໍເລສເຕ ຫຼື ຕິມໍຕາເວັນອອກ (/ tiˈmɔːr ˈlɛʃteɪ /; ຕິມໍເລດເຕ: Timór Lorosa'e) ມີຊື່ຢ່າງເປັນທາງການວ່າ "ສາທາລະນະລັດປະຊາທິປະໄຕຕິມໍ-ເລສເຕ [2] (ປອກຕຸຍການ: República Democrática de Timor-Leste, ເຕຕຸມ: Repúblika DemokrátikaTimór-Leste) ເປັນປະເທດທີ່ເປັນເກາະໃນອາຊີຕາເວັນອອກສຽງໃຕ້ແລະໂອເຊຍເນຍ ປະກອບດ້ວຍເຄີ່ງຕາເວັນອອກຂອງເກາະຕິມໍ ເກາະໃກ້ຄຽງ ໄດ້ແກ່ເກາະ Atauro ເກາະJaco ແລະເກາະOecusse ເຊີ່ງເປັນພື້ນທີ່ພິເສດທາງດ້ານຕາເວັນຄົຫສຽງເໜືອ ໂດຍມີອານາເຂດທິດຕາເວັນຕົກຕິດກັບອິນໂດເນເຊຍ ແລະທະດໃຕ້ຕິດກັບອອດສະເຕເລຍມີທະເລຕິມໍກັ້ນໄວ້
ຕິມໍຕາເວັນອອກໄດ້ຕົກເປັນອານານິຄົມຂອງໂປຕຸເກດໃນສະຕະວັດທີ່ 16 ເຊີ່ງເປັນທີ່ຮູ້ຈັກໃນຊື່ ໂປຕຸເກດ ຕິມໍຈົນເຖີງວັນທີ່ 28 ພະຈິກ 1975 ເມື່ອແນວຮ່ວມປະຕິວັດເພື່ອຕິມໍຕາເວັນອອກ (Fretilin) ໄດ້ປະກາດເອກະລາດຈາກໂປຕຸເກດ ຫຼັງຈາກນັ້ນເກົ້າວັນໄດ້ຖືກກອງທັບອິນໂດເນເຊຍເຂົ້າຮຸກຮານແລະຍຶດຄອງ ແລະໄດ້ປະກາດໃຫ້ເປັນແຂວງທີ່ 27 ຂອງອິນໂດເນເຊຍໃນປີຕໍ່ມາ ການຍຶດຄອງຕິມໍຕາເວັນອອກຂອງອິນໂດເນເຊຍມີລັກສະນະຂອງຄວາມຂັດແຍ້ງທີ່ຮຸນແຮງແລະດົນນານຫຼາຍທົດສະວັດລະຫວ່າງກຸ່ມແບ່ງແຍກດິນແດນ (ໂດຍສະເພາະ Fretilin) ແລະກອງທັບອິນໂດເນເຊຍ
ໃນປີ 1999 ຫຼັງຈາກສະຫະປະຊາຊາດຫຼື UN ໄດ້ຕັດສິນໃຈເຂົ້າໄປດູແລຄວາມຂັດແຍ້ງທີ່ເກີດຂຶ້ນ ເຮັດໃຫ້ອິນໂດເນເຊຍໄດ້ຍົກເລີກການຄວບຄຸມດິນແດນດັງກ່າວ ຕິມໍ-ເລສເຕຈຶງໄດ້ກາຍເປັນລັດອິດສະລະແຫ່ງໃໝ່ແຫ່ງທຳອິດຂອງສະຕະວັດທີ່ 21 ເມື່ອວັນທີ່ 20 ພຶດສະພາ 2002 ແລະໄດ້ເຂົ້າຮ່ວມກັບອົງການສະຫະປະຊາຊາດ[3] ແລະຊມຊົນປະເທດພາສາປອກຕຸຍການ[4] ໃນປີ 2011 ຕິມໍຕາເວັນອອກມີຄວາມຕັ້ງໃຈທີ່ຈະເປັນສະມາຊິກປະເທດທີ່ 11 ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ)[5] ເປັນໜຶ້ງໃນສອງປະເທດທີ່ນັບຖືສາດສະນາຄິດໃນອາຊີຕາເວັນອອກສຽງໃຕ້ ອີກໜຶ່ງປະເທດຄືຟິລິບປິນ ແລະເປັນປະເທດດຽວໃນທະວີບອາຊີທີ່ມາພື້ນທີ່ທັງໝົດທີ່ຢູ່ໃນຊີກໂລກໃຕ້
ທີ່ມາຂອງຊື່[ດັດແກ້]
"ຕິມໍ" ມາຈາກ "ຕິມູຣ໌" ມີຄວາມໝາຍວ່າ "ຕາເວັນອອກ" ໃນ ມາເລ ເຊີ່ງໄດ້ຮັບການບັນທຶກເປັນ "ຕິມໍ" ໃນ ໂປຕຸເກສ ຈຶງສົ່ງຜົນໃຫ້ຄວາມໝາຍ "ຕາເວັນອອກ ຕາເວັນອອກ": ພາສາປອຍຕຸການ ຕິມໍ-ເລສເຕ (Leste ໝາຍເຖີງ "ຕາເວັນອອກ"); ໃນ ພາສາເຕຕຸມ Timór Lorosa'e (Lorosa'e ໝາຍເຖີງ "ຕາເວັນອອກ" (ຕົວອັກສອນ "ພະອາທິດຂຶ້ນ")) ໃນພາສາອິນໂດເນເຊຍ ເອີ້ນວ່າ Timor Timur ດັງນັ້ນຈຶງໃຊ້ຊື່ໂປຕຸເກສສຳຫຼັບເກາະດ້ວຍຄຳວ່າ "ຕາເວັນອອກ" ເນື່ອງຈາກຄຳຄຸນນະສັບໃນພາສາອິນໂດເນເຊຍໃສ່ຫຼັງຄຳນາມ
ປະຫວັດຄວາມເປັນມາ[ດັດແກ້]
ຍຸກກ່ອນປະຫວັດສາດ[ດັດແກ້]
ວັດຖະນະທຳທີ່ຍັງຄົງຢູ່ທີ່ເມືອງເຍຣິມາໄລ ທາງຕາເວັນອອກສຸດຂອງຕິມໍຕາເວັນອອກ ມີອາຍຸເກົ່າແກ່ເຖີງ 42,000 ປີມາແລ້ວ ເຮັດໃຫ້ສະຖານທີ່ແຫ່ງນີ້ເປັນສະຖານທີ່ທີ່ເກົ່າແກທີ່ສຸດແຫ່ງໜຶ່ງຂອງມະນຸດສະໄໝໃໝ່ທີ່ມີກິດຈະກຳການເດີນເຮືອໃນອາຊີຕາເວັນອອກສຽງໃຕ້[6] ເຊື່ອກັນວ່າໄດ້ມີການອັບພະຍົບຢ່າງນ້ອຍສາມຄັ້ງໃຫຍ່ໆ ໃນຕິມໍຕາເວັນອອກ ນັກມະນຸດສາດຄົນທຳອິດໄດ້ອະທິບາຍວ່າ ຊາວເວັດໂດ-ອອສຕຣາລອຍດ໌ເປັນກຸ່ມທຳອິດທີ່ໄດ້ເຂົ້າມາສູ່ຕິມໍຕາເວັນອອກປະມານ 3,000 ປີ ກ່ອນຄິດຕະການ ການອົບພະຍົບຄັ້ງທີ່ສອງຂອງຊາວເມລານີເຊຍເຮັດໃຫ້ຊາວເວັດໂດ-ອອສຕຣາລອຍດ໌ກ່ອນໜ້ານີ້ໄດ້ຖອຍໄປຢູ່ດ້ານໃນຂອງພູເຂົາ ແລະຄັ້ງລ່າສຸດຊາວໂປໂຕມາເລກໍ່ໄດ້ອົບພະຍົບມາຈາກຈີນຕອນໃຕ້ແລະອິນໂດຈີນຕອນເໜືອ[7] ພໍ່ຄ້າຊາວຮົກກ້ຽນ (Hakka traders) ກໍ່ແມ່ນຢູ່ໃນກຸ່ມສຸດທ້າຍນີ້[8]
ນິທານພື້ນເມືອງຂອງ Timorese ບອກເຖິງບັນພະບຸລຸດຜູ້ທີ່ຂີ່ເຮືອໄປທາງທິດຕາເວັນອອກຂອງປະເທດຕີມໍມາຮອດດິນແດນທາງທິດໃຕ້ ບາງເລື່ອງໄດ້ເລົ່າເຖິງບັນພະບຸລຸດຂອງ Timorese ເດີນທາງຈາກແຫຼມມາເລຫລືເຂດເນີນສູງ Minangkabau ຂອງເກາະ Sumatra. ຊາວ Austronesians ອົບພະຍົບໄປປະເທດ Timor ແລະຄິດວ່າມີສ່ວນກ່ຽວຂ້ອງກັບການພັດທະນາກະສິກຳຢູ່ເທິງເກາະ
ຍຸກສະໄໝຄຼາດສິກ[ດັດແກ້]
ກ່ອນອານານິຄົມເອີຣົບ ຕີມໍໄດ້ຖືກລວມເຂົ້າໃນເຄືອຂ່າຍການຄ້າອິນໂດເນເຊຍ ມາເລເຊຍ ຈີນແລະອິນເດຍ ໃນສະຕະວັດທີ 14 ແມ່ນປະເທດສົ່ງອອກບັນດາແຊນຊາຍທີ່ມີກິ່ນຫອມ ຂ້າທາດ ນໍ້າເຜິ້ງແລະຂີ້ເຜີ້ງ ນັບແຕ່ທົດສະວັດທີ່ 1500 ປະຊາຊົນຕີມໍມີສາຍພົວພັນທາງທະຫານກັບຊາວ Luções ທາງພາກເໜືອຟີລິບປິນໃນປະຈຸບັນ ຄວາມອຸດົມສົມບູນຂອງໄມ້ເກດສະໜາເທິງໃນຕິມໍໄດ້ດຶງດູດນັກສຳຫຼວດຊາວເອີຣົບເຂົ້າມາໃນເກາະໃນຕົ້ນສະຕະວັດທີ 16 ໃນເວລານັ້ນນັກສຳຫຼວດຊາວເອີຣົບລາຍງານວ່າເກາະແຫ່ງນີ້ມີຊົນເຜົ່າຈຳນວນຫລວງຫລາຍທີ່ສຳຄັນ
ອານານິຄົມປອກຕຸຍການ[ດັດແກ້]
ປອກຕຸຍການສ້າງຕັ້ງສະຖານທີ່ຕັ້ງຢູ່ຕິມໍ ແລະມາລຸກູ ການຍຶດຄອງເອີິຣົບມີຜົນໃນສ່ວນນ້ອຍຂອງປະເທດຕີມໍຕາເວັນອອກໄດ້ເລີ່ມຕົ້ນໃນປີ 1769 ເມື່ອເມືອງດິລີໄດ້ຖືກສ້າງຕັ້ງຂຶ້ນແລະຢູ່ໃນອານານິຄົມຂອງປະເທດປອກຕຸຍການ ຊາຍແດນທີ່ແນ່ນອນລະຫວ່າງເກາະເຄິ່ງໜຶ່ງຂອງພາກຕາເວັນຕົກຂອງອານານິຄົມຮອນແລນແລະຕາເວັນອອກທີ່ມີອານານິຄົມປອກຕຸຍການໄດ້ຖືກຈັດສິນໂດຍສານຖາວອນຂອງສານໂລກຊີ້ຂາດປີ 1914 ແລະຍັງຄົງແມ່ນເຂດແດນລະຫວ່າງປະເທດອິນໂດເນເຊຍແລະຕີມໍຕາເວັນອອກຕາມລຳດັບ ສຳລັບຊາວປອກຕຸຍການ ຕີມໍຕາເວັນອອກຍັງຄົງບໍ່ໄດ້ຮັບຄວາມສົນໃຈຈົນຮອດທ້າຍສະຕະວັດທີ 19 ດ້ວຍການລົງທືນທີ່ໜ້ອຍທີ່ສຸດໃນພື້ນຖານໂຄງສ້າງ ສຸຂະພາບ ແລະການສຶກສາ
ອ້າງອິງ[ດັດແກ້]
- ↑ Statistics Timor-Leste : [1]. ສືບຄົ້ນ 12 ກຸມພາ 2021.
- ↑ UNGEGN WG Country Names : [2]. ສືບຄົ້ນ 12 ກຸມພາ 2021.
- ↑ UNANIMOUS ASSEMBLY DECISION MAKES TIMOR-LESTE 191ST UNITED NATIONS MEMBER STATE : [3]. ສືບຄົ້ນ 3 ມີນາ 2021.
- ↑ Community of Portuguese Language Countries : [4]. ສືບຄົ້ນ 3 ມີນາ 2021.
- ↑ TIMOR-LESTE’S ASEAN MEMBERSHIP PROSPECTS IN A TIME OF GEOPOLITICAL AMBIGUITY : [5]. ສືບຄົ້ນ 3 ມີນາ 2021.
- ↑ Maritime Southeast Asia : [6]. ສືບຄົ້ນ 3 ມີນາ 2021.
- ↑ Population Settlements in East Timor and Indonesia : [7]. ສືບຄົ້ນ 3 ມີນາ 2021.
- ↑ ABOUT TIMOR-LESTE : [8]. ສືບຄົ້ນ 3 ມີນາ 2021.
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ | ||
---|---|---|
ປະເທດສະມາຊິກ | ກຳປູເຈຍ · ສິງກະໂປ · ໄທ · ບຣູໄນ · ຟີລິບປິນ · ມາເລເຊຍ · ມຽນມາ · ລາວ · ຫວຽດນາມ · ອິນໂດເນເຊຍ | ![]() |
ປະເທດສັງເກດການ | ຕີມໍແລັດສະເຕ · ປາປົວນິວກິເນ | |
ການບໍລິຫານ | ກົດບັດ · ເຂດການຄ້າເສລີ · Customs union · ປະຊາຄົມເສດຖະກິດ | |
ສັນຍະລັກ | ເພງ · ທຸງ · ຄຳຂວັນ · ກາສັນຍະລັກ · ພາສາອາຊຽນ | |
ການປະຊຸມ | ການປະຊຸມສຸດຍອດ · ອາຊຽນ +3 · AMU · ASEAN Regional Forum · ASEM · ການປະຊຸມສຸດຍອດອາຊີຕາເວັນອອກ · CEPEA · ຂໍ້ລິເລີ່ມຊຽງໃໝ່ | |
ອື່ນໆ | ເວລາມາຕະຖານ · ປະຕິນຍາບາງກອກ · Organizations · ຊີເກມ · ເລຂາທິການ · ສົນທິສັນຍາໄມຕີແລະຄວາມຮ່ວມມື · ຕະຫຼາດຫຼັກຊັບອາຊຽນ |