Jump to content

ປະເທດມຽນມາ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສະຫະພາບມຽນມາ)
ပြည်ထောင်စု သမ္မတ မြန်မာနိုင်ငံတော်

ສາທາລະນະລັດແຫ່ງສະຫະພາບມຽນມາ
ທຸງຊາດມຽນມາ
ທຸງຊາດ
State sealຂອງມຽນມາ
State seal
Location of Burma (green) and within ASEAN (dark grey)
Location of Burma (green) and within ASEAN (dark grey)
ເມືອງຫຼວງເນປິດໍ
ເມືອງໃຫຍ່ທີ່ສຸດຢ່າງກຸ້ງ (Rangoon)
ພາສາລັດຖະການພາສາພະມ້າ
Jingpho, Kayah, Karen, Chin, Mon, Rakhine, Shan
Official scriptsBurmese script
ເດມະນິມBurmese/Myanma
ການປົກຄອງລະບອບປະທານປະເທດ
ທ່ານ ທີນຈໍ
ທ່ານ ຕຽນ ອອງ ມິນ
ຈາຍໝອກຄຳ(ຄົນໄທໃຫຍ່)
ສະພານິຕິບັນຍັດPyidaungsu Hluttaw
Amyotha Hluttaw
Pyithu Hluttaw
ການລວມຕົວ
23 ທັນວາ ຄ.ສ 849
16 ຕຸລາ ຄ.ສ 1510
21 ມີນາ ຄ.ສ 1752
4 ມັງກອນ ຄ.ສ 1948 (ຈາກ ອັງກິດ)
2 ມີນາ ຄ.ສ 1962
3.06
ປະຊາກອນ
• 2010 ປະມານ
60,280,000 (24)
• ສຳມະໂນປະຊາກອນ 1983
33,234,000
GDP (ອຳນາດຊື້)2010 (ປະມານ)
• ລວມ
$76.473 ຕື້ (59)
$1,250
GDP (ລາຄາຕະຫຼາດ)2010 (ປະມານ)
• ລວມ
$42.953 billion
$702
HDI (2012)0.498
ຕ່ຳ · 149
ສະກຸນເງິນຈຽດ (K) (MMK)
ເຂດເວລາUTC+6:30 (MST)
ຂັບລົດດ້ານຂວາ
ລະຫັດໂທລະສັບ95
ລະຫັດອິນເຕີເນັດ.mm
  1. Some governments recognise Rangoon as the national capital.
ບົດຄວາມນີ້ມີອັກສອນພະມ້າປາກົດຢູ່ ທ່ານອາດເຫັນເຄື່ອງໝາຍຄຳຖາມຫຼືສັນຍາລັກອື່ນແທນຕົວອັກສອນ ຫາກຄອມພິວເຕີຂອງທ່ານບໍ່ສາມາດສະແດງຜົນອັກສອນພະມ້າໄດ້ຢ່າງຖືກຕ້ອງ

ມຽນມາຣ໌ ຫຼື ພະມ້າ (ອັງກິດ: Myanmar, ພະມ້າ: မြန်မာ ເມຍໝ້າ) ມີຊື່ທາງການວ່າ ສາທາລະນະລັດແຫ່ງສະຫະພາບມຽນມາຣ໌ ຫຼື ສາທາລະນະລັດແຫ່ງສະຫະພາບພະມ້າ (ອັງກິດ: Republic of the Union of Myanmar; ພະມ້າ: ပြည်ထောင်စု သမ္မတ မြန်မာနိုင်ငံတော် [pjìdà̀uɴzṵ θà̀ɴməda̯ mjəmà nàiɴŋàɴdɔ̀] ປີ່ເດົ່າງ໌ຊຸ ຕຳມະດະ ມຍະໝ້າ ໄໜ້ຫງັ້ນດໍ່) ແມ່ນລັດເອກະລາດໃນອາຊີຕາເວັນອອກສຽງໃຕ້. ມີພົມແດນຕິດກັບອິນເດຍ ບັງກະລາເທດ ຈີນ ລາວ ແລະໄທ. ໜຶ່ງໃນສາມຂອງພົມແດນພະມ້າທີ່ມີຄວາມຍາວ 1,930 ກິໂລແມັດເປັນແນວຊາຍຝັ່ງຕາມອ່າວເບງກອນແລະທະເລອັນດາມັນ ດ້ວຍພື້ນທີ່ 676,578 ຕາລາງກິໂລແມັດ. ປະເທດມຽນມາແມ່ນປະເທດທີ່ໃຫຍ່ເປັນອັນດັບທີ 40 ຂອງໂລກ ແລະໃຫຍ່ເປັນອັນດັບທີ 2 ໃນອາຊີຕາເວັນອອກສຽງໃຕ້. ມຽນມາຍັງເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 24 ຂອງໂລກ ໂດຍມີປະຊາກອນກວ່າ 60.28 ລ້ານຄົນ. ນັບແຕ່ໄດ້ຮັບເອກະລາດໃນ ຄ.ສ. 1948 ປະເທດມຽນມາຜະເຊີນກັບໜຶ່ງໃນສົງຄາມກາງເມືອງທີ່ຍືດເຍື້ອທີ່ສຸດທ່າມກາງກຸ່ມຊາຕິພັນທີ່ມີຢູ່ຫຼາຍຫຼວງເຊິ່ງຍັງແກ້ບໍ່ຕົກ. ຕັ້ງແຕ່ ຄ.ສ. 1962 ຫາ 2011 ປະເທດມຽນມາຢູ່ພາຍໃຕ້ລະບອບຜະເດັດການທະຫານ. ຄະນະຜູ້ຍຶດອຳນາດການປົກຄອງຖືກຍຸບຢ່າງເປັນທາງການໃນ ຄ.ສ. 2011 ຫຼັງການເລືອກຕັ້ງທົ່ວໄປໃນ ຄ.ສ. 2010 ແລະມີການຕັ້ງລັດຖະບານພົນລະເຮືອນໃນນາມແທນ ແຕ່ທະຫານຍັງມີອິດທິພົນຢູ່ຫຼາຍ.

ອາລະຍະທຳຊ່ວງຕົ້ນຂອງປະເທດພະມ້າມີນະຄອນລັດປະຍູທີ່ເວົ້າພາສາຕະກູນທິເບດ-ພະມ້າໃນພະມ້າຕອນເທິງ ແລະລາຊະອານາຈັກມອນໃນພະມ້າຕອນລຸ່ມ ໃນຄິດສະຕະວັດທີ 9 ຊາວພະມ້າໄດ້ເຂົ້າຄອບຄອງບໍລິເວນລຸ່ມແມ່ນ້ຳອິຣະວະດີຕອນເທິງ ແລະສະຖາປະນາລາຊະອານາຈັກພຸກາມໃນຊ່ວງຄິດທົດສະວັດທີ 1050 ພາສາແລະວັດທະນະທຳພະມ້າພ້ອມດ້ວຍສາສະໜາພຸດນິການເຖຣະວາດຄ່ອຍໆ ຄອບງຳໃນປະເທດ ອານາຈັກພຸກາມລົ່ມສະຫຼາຍເພາະການບຸກຄອງຂອງມອງໂກລແລະລັດຫຼາຍລັດເກີດຂຶ້ນ ໃນຄິດສະຕະວັດທີ 16 ລາຊະວົງຕອງອູສ້າງເອກະພາບອີກຄັ້ງ ແລະຊ່ວງສັ້ນໆ ເປັນຈັກກະວັດໃຫຍ່ສຸດໃນປະຫວັດສາດອາຊີຕາເວັນອອກສຽງໃຕ້[1] ຕົ້ນສະຕະວັດທີ 19 ລາຊະວົງຄອງບອງໄດ້ປົກຄອງພື້ນທີ່ປະເທດພະມ້າແລະຄວບຄຸມມະນີປຸຣະແລະອັດສັມໃນຊ່ວງສັ້ນໆ ດ້ວຍ ອັງກິດພິຊິດພະມ້າຫຼັງສົງຄາມອັງກິດ-ພະມ້າທັງສາມຄັ້ງໃນຄິດສະຕະວັດທີ 19 ແລະປະເທດກາຍເປັນອານານິຄົມບິຕິດ ປະເທດພະມ້າໄດ້ຮັບເອກະລາດໃນ ຄ.ສ. 1948 ຊ່ວງປົກຄອງແບບຊາດປະຊາທິປະໄຕ ແລະຫຼັງລັດຖະປະຫານໃນ ຄ.ສ. 1962 ເປັນການປົກຄອງແບບຜະເດັດການທະຫານ ແມ້ນຜະເດັດການທະຫານສິ້ນສຸດລົງຢ່າງເປັນທາງການໃນ ຄ.ສ. 2011 ແຕ່ຜູ້ນຳພັກການເມືອງສ່ວນໃຫຍ່ຍັງເປັນອະດີດນາຍທະຫານ

ປະເທດພະມ້າຢູ່ພາຍໃຕ້ການຕໍ່ສູ້ຊາດພັນທີ່ຮຸນແຮງ ກຸ່ມຊາດພັນມາກມາຍຂອງພະມ້າກ່ຽວກັບສົງຄາມກາງເມືອງທີ່ດຳເນິນຍາວທີ່ສຸດສົງຄາມໜຶ່ງຂອງໂລກ ລະຫວ່າງຊ່ວງນີ້ ສະຫະປະຊາຊາດແລະອີກຫຼາຍອົງການລາຍງານລະເມີດສິດທິມະນຸດສະຍະຊົນຢ່າງຕໍ່ເນື່ອງພາຍໃນປະເທດ[2][3][4] ໃນ ຄ.ສ. 2011 ມີການຍຸບຄະນະທະຫານຜູ້ຍຶດອຳນາດການປົກຄອງຢ່າງເປັນທາງການຫຼັງການເລືອກຕັ້ງທົ່ວໄປ ຄ.ສ. 2010 ແລະມີການຕັ້ງລັດຖະບານໃນນາມພົນລະເຮືອນ ແຕ່ອະດີດຜູ້ນຳທະຫານຍັງມີອຳນາດພາຍໃນປະເທດ ກອງທັບພະມ້າດຳເນິນການສະລະການຄວບຄຸມລັດຖະບານ ລວມເຖິງການປ່ອຍຕົວອອງ ຊານ ຊູຈີແລະນັກໂທດທາງການເມືອງ ມີການປັບປຸງສິດທິມະນຸດສະຍະຊົນແລະຄວາມສັມພັນລະຫວ່າງປະເທດ ຈົນນຳໄປສູ່ການຜ່ອນປົນການລົງໂທດທາງການຄ້າແລະເສດຖະກິດອື່ນໆ[5][6] ແຕ່ຍັງມີການວິຈານການປະຕິບັດຕໍ່ຊຸມຊົນກຸ່ມນ້ອຍໂຣຮິງຍາຂອງລັດຖະບານແລະການສະໜອງຕໍ່ການປະທະກັນທາງສາສະໜາ[7][8][9]

ປະເທດພະມ້າອຸດົມດ້ວຍຫຍົກ ອັນຍະມະນີ ນ້ຳມັນ ແກ໊ສທຳມະຊາດແລະຊັບພະຍາກອນແຣ່ອື່ນໆ ໃນ ຄ.ສ. 2013 ຈີດີພີ (ລາຄາຕະຫຼາດ) ຢູ່ທີ່ 56,700 ລ້ານດອລລາຣ໌ສະຫະລັດ ແລະຈີດີພີ (ອຳນາດຊື້) ຢູ່ທີ່ 221,500 ລ້ານດອລລາຣ໌ສະຫະລັດ.[10] ຊ່ອງວ່າງຮາຍໄດ້ຂອງປະເທດພະມ້າກວ້າງທີ່ສຸດປະເທດໜຶ່ງໃນໂລກ ເພາະເສດຖະກິດສັດສ່ວນໃຫຍ່ຖືກຜູ້ສະໜັບສະໜຸນອະດີດລັດຖະບານທະຫານຄວບຄຸມ[11][12] ໃນ ຄ.ສ. 2014 ຈາກດັດຊະນີການພັດທະນາມະນຸດ (HDI) ປະເທດພະມ້າມີລະດັບການພັດທະນາມະນຸດຕ່ຳ ໂດຍຈັດອັນດັບຢູ່ທີ່ 148 ຈາກ 188 ປະເທດ[13]

ປະຫວັດສາດ

[ດັດແກ້]

ປະຫວັດສາດຂອງພະມ້ານັ້ນມີຄວາມຍາວນານແລະຊັບຊ້ອນ ມີປະຊາຊົນຫຼາຍເຜົ່າພັນເຄີຍອາໄສຢູ່ໃນດິນແດນແຫ່ງນີ້ ເຜົ່າພັນເກົ່າແກ່ທີ່ສຸດທີ່ປາກົດໄດ້ແກ່ຊາວມອນ ຕໍ່ມາຮາວພຸດສະຕະວັດທີ 13 ຊາວພະມ້າໄດ້ອົບພະຍົບລົງມາຈາກບໍລິເວນພົມແດນລະຫວ່າງຈີນແລະທິເບດ ເຂົ້າສູ່ທີ່ຣາບລຸ່ມແມ່ນ້ຳອິຣະວະດີ ແລະໄດ້ກາຍເປັນຊົນເຜົ່າເປັນຊົນເຜົ່າສ່ວນໃຫຍ່ທີ່ປົກຄອງປະເທດໃນເວລາຕໍ່ມາ ຄວາມຊັບຊ້ອນຂອງປະຫວັດສາດພະມ້າບໍ່ໄດ້ເກີດຂຶ້ນຈາກກຸ່ມຊົນທີ່ອາໄສຢູ່ໃນດິນແດນພະມ້າເທົ່ານັ້ນ ແຕ່ເກີດຈາກຄວາມສັມພັນກັບເພື່ອນບ້ານໄດ້ແກ່ ຈີນ ອິນເດຍ ບັງກະລາເທດ ລາວ ແລະໄທ

ເບິ່ງຕື່ມຢູ່ ອານາຈັກມອນ

ມະນຸດໄດ້ເຂົ້າມາອາໄສຢູ່ໃນດິນແດນຂອງປະເທດພະມ້າເມື່ອຮາວ 11,000 ປີມາແລ້ວ ແຕ່ມະນຸດທີ່ສາມາດສ້າງອາລະຍະທຳຂຶ້ນເປັນເອກະລັກຂອຝຕົນໄດກໍຄືຊາວມອນ ຊາວມອນໄດ້ອົບພະຍົບເຂົ້າມາອາໄສຢູ່ໃນດິນແດນແຫ່ງນີ້ເມື່ອຮາວ 2,400 ປີກ່ອນພຸດທະການ ແລະສະຖາປະນາອານາຈັກສຸທຳວະດີ ອັນເປັນອານາຈັກແຫ່ງທຳອິດຂຶ້ນໃນຮາວພຸດສະຕະວັດທີ 2 ນະ ບໍລິເວນໄກ້ເມືອງທ່າຕອນ (Thaton) ຊາວມອນໄດ້ຮັບອິດທິພົນຂອງສາສະໜາພຸດຜ່ານທາງອິນເດຍໃນຮາວພຸດສະຕະວັດທີ 2 ເຊິ່ງເຊື່ອວ່າມາຈາກການເຜີຍແຜ່ພະພຸດທະສາສະໜາໃນລັດຊະສະໄໝຂອງພະເຈົ້າອະໂສກມະຫາລາດ ບັນທຶກຂອງຊາວມອນສ່ວນໃຫຍ່ຖືກທຳລາຍໃນລະຫວ່າງສົງຄາມ ວັດທະນະທຳຂອງຊາວມອນເກີດຂຶ້ນຈາກການຜະສົມເອົາວັດທະນະທຳຈາກອິນເດຍເຂົ້າກັບວັດທະນະທຳອັນເປັນເອກະລັກຂອງຕົນເອງຈົນກາຍເປັນວັດທະນະທຳລັກສະນະລູກຜະສົມ

ປະຍູ

[ດັດແກ້]

ຊາວປະຍູເຂົ້າມາອາໄສຢູ່ໃນດິນແດນປະເທດພະມ້າຕັ້ງແຕ່ຮາວພຸດສະຕະວັດທີ 4 ແລະໄດ້ສະຖາປະນານະຄອນລັດຂຶ້ນຫຼາຍແຫ່ງ ເຊັ່ນທີ່ ພິນນາຄາ (Binnaka) ມອງກະໂມ້ (Mongamo) ອານາຈັກສີກະເສດ (Sri Ksetra) ເປຍທະໂນມະໂຍ (Peikthanomyo) ແລະຮະລີນຈີ (Halingyi) ໃນຊ່ວງເວລາດັງກ່າວ ດິນແດນພະມ້າເປັນສ່ວນໜຶ່ງຂອງເສັ້ນທາງການຄ້າລະຫວ່າງຈີນກັບອິນເດຍ ຈາກເອກະສານຂອງຈີນພົບວ່າ ມີເມືອງຢູ່ພາຍໃຕ້ອຳນາດປົກຄອງຂອງຊາວປະຍູ 18 ເມືອງ ແລະຊາວປະຍູເປັນຊົນເຜົ່າທີ່ຮັກສະຫງົບ ບໍ່ປາກົດວ່າມີສົງຄາມເກີດຂຶ້ນລະຫວ່າງຊົນເຜົ່າປະຍູ ຂໍ້ຂັດແຍ້ງມັກຍຸດຕິດ້ວຍການຄັດເລືອກຕົວແທນໃຫ້ເຂົ້າປະລອງຄວາມສາມາດກັນ ຊາວປະຍູສວມໃສ່ເຄື່ອງແຕ່ງກາຍທີ່ເຮັດຈາກຝ້າຍ ອາດຊະຍາກອນມັກຖືກລົງໂທດດ້ວຍການໂບຍຫຼືຈຳຂັງ ເວັ້ນແຕ່ໄດ້ກະທຳຄວາມຜິດອັນຮ້າຍແຮງຈຶ່ງຕ້ອງໂທດປະຫານຊີວິດ ຊາວປະຍູນັບຖືພະພຸດທະສາສະໜານິກາຍເຖຣະວາດ ເດັກໆ ໄດ້ຮັບການສຶກສາທີ່ວັດຕັ້ງແຕ່ອາຍຸ 7 ຂວບຈົນເຖິງ 20 ປີ

ອານາຈັກພຸກາມ

[ດັດແກ້]
ເບິ່ງບົດຄວາມຫຼັກທີ່: ອານາຈັກພຸກາມ
ແຜນທີ່ທະວີບອາຊີໃນ ຄ.ສ. 1200 ສະແດງເຖິງຂອບເຂດອານາຈັກຕ່າງໆ (ພຸກາມຢູ່ໄກ້ກັບເລກທີ່ 34 ທາງຂວາ)

ອ້າງອີງ

[ດັດແກ້]
  1. Lieberman, p. 152
  2. "Burma". Human Rights Watch. Retrieved 6 July 2013.
  3. "Myanmar Human Rights". Amnesty International USA. Retrieved 6 July 2013.
  4. "World Report 2012: Burma". Human Rights Watch. Archived from the original on 30 ມິຖຸນາ 2013. Retrieved 6 July 2013. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  5. Madhani, Aamer. "Obama administration eases Burma sanctions before visit", 16 November 2012
  6. "European Union Suspends Most Myanmar Sanctions", 23 April 2012
  7. Greenwood, Faine (27 May 2013). "The 8 Stages of Genocide Against Burma's Rohingya | UN DispatchUN Dispatch". Undispatch.com. Retrieved 13 April 2014.
  8. "EU welcomes "measured" Myanmar response to rioting", Retuer, 11 June 2012
  9. "Q&A: Communal violence in Burma", BBC. ຮຽກຂໍ້ມູນວັນທີ 14 October 2013
  10. "Burma (Myanmar)". World Economic Outlook Database. International Monetary Fund.
  11. Eleven Media. "Income Gap 'world's widest'", The Nation, 4 September 2013. ຮຽກຂໍ້ມູນວັນທີ 15 September 2014 Archived 2014-09-15 at the Wayback Machine
  12. McCornac, Dennis. "Income inequality in Burma", Democratic Voice of Burma, 22 October 2013. ຮຽກຂໍ້ມູນວັນທີ 15 September 2014
  13. "2015 Human Development Report Summary" (PDF). United Nations Development Programme. 2015. p. 210. Retrieved 9 November 2016.