ສົມເດັດພະເຈົ້າຢູ່ຫົວວະຊິລາລົງກອນບໍດິນທະລະເທບພະຍະວະຮາງກູນ

ຈາກ ວິກິພີເດຍ
Jump to navigation Jump to search
Wikidata-logo.svg ສົມເດັດພະເຈົ້າຢູ່ຫົວວະຊິລາລົງກອນບໍດິນທະລະເທບພະຍະວະຮາງກູນ
ສົມເດັດພະເຈົ້າຢູ່ຫົວວະຊິລາລົງກອນບໍດິນທະລະເທບພະຍະວະຮາງກູນ: imago
ສົມເດັດພະເຈົ້າຢູ່ຫົວວະຊິລາລົງກອນບໍດິນທະລະເທບພະຍະວະຮາງກູນ: subscriptio
ເກີດ: ໒໘ ກໍລະກົດ 1952; ພະລາຊະວັງດຸສິດ
ປະເທດ: ປະເທດໄທ
ຊື່ເກິດ: Maha Vajiralongkorn Bodindradebayavarangkun

ຂໍ້​ມູນຢ່າງເປັນທາງການ

ຕຳແໜ່ງ: King of Thailand
ອາຊີບ: monarch, ນັກການເມືອງ

ສະມາຄົມ

ຄອບຄົວ

ຄວາມຊງຈຳ

ລາງວັນ: Knight Grand Cross of the Royal Victorian Order, Order of the Chrysanthemum, Order of the Royal House of Chakri, Order of Chula Chom Klao, Order of the Nine Gems, Order of the White Elephant, Order of the Crown of Thailand, Order of Aviz, Order of the Elephant, Royal Order of the Seraphim, Grand Cross Special Class of the Order of Merit of the Federal Republic of Germany, collar of the Order of Charles III, Order of the Crown
ສົມເດັດພະເຈົ້າຢູ່ຫົວມະຫາວະຊິລາລົງກອນບໍດິນທະລະເທບພະຍະວະຮາງກູນ
ພະມະຫາກະສັດແຫ່ງລາຊະອານາຈັກໄທ
Reign13 ຕຸລາ ຄ.ສ. 2016 – ປັດຈຸບັນ
ກ່ອນໜ້າພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ
ປະສູດ28 ກໍລະກົດ ຄ.ສ. 1952(1952-ແມ່ແບບ:Pad2digit-ແມ່ແບບ:Pad2digit)
ພະລາຊະວັງດຸສິດ ບາງກອກ ປະເທດໄທ
Spouseໝ່ອມຫຼວງໂສມສະວະລີ ກິຕິຍາກອນ
(ຄ.ສ. 1977-1991)
ຍຸວະທິດາ ຜົນປະເສີດ
(ຄ.ສ. 1994-1996)
ສີລັດ ສຸວະດີ
(ຄ.ສ. 2001-2014)
Houseລາຊະວົງຈັກກີ
ພະລາຊະວົງໄທ
Emblem of the House of Chakri.svg

ສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນ ບໍດິນທະລະເທບພະຍະວະຮາງກູນ (ໄທ: สมเด็จพระเจ้าอยู่หัวมหาวชิราลงกรณ บดินทรเทพยวรางกูร) ແມ່ນພະລາຊະໂອລົດພະອົງດຽວໃນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດແລະສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ (ໝ່ອມລາຊະວົງສິຣິກິດ ກິຕິຍາກອນ) ຊົງເປັນສະຫຍາມມຸງກຸດລາຊະກຸມານພະອົງທີ່ 3 ຂອງໄທ ປະຈຸບັນແມ່ນພະມະຫາກະສັດໄທລຳດັບທີ 10 ແຫ່ງລາຊະວົງຈັກກີ

ຫຼັງພະລາຊະບິດາສະເດັດສະຫວັນຄົດເມື່ອວັນທີ 13 ຕຸລາ ຄ.ສ. 2016 ເປັນທີ່ຄາດໝາຍວ່າພະອົງຈະສືບລາຊະສົມບັດຕໍ່ ທັງພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີກໍຢັ້ງຢືນວ່າ ຈະຊົງເປັນພະມະຫາກະສັດພະອົງໃໝ່[໑] ແຕ່ຊົງຂໍຜ່ອນຜັນ[໒] ພົນເອກ ເປນ ຕິນນະສູລານົນ ປະທານອົງຄະມົນຕີ ຈຶງເປັນຜູ້ສຳເລັດລາຊະການແທນພະອົງໂດຍຕຳແໜ່ງໄປພາງກ່ອນ[໓]

ພະລາຊະປະຫວັດຊ່ວງຕົ້ນພະຊົນຊີບ[ແກ້ໄຂ]

ພະລາຊະສົມພົບ[ແກ້ໄຂ]

Vajiralongkorn in 1952

ສົມເດັດພະເຈ້າອຍູ່ຫັວມຫາວຊຶລາລງກອນ ບໍດິນທະລະເທບພະຍະວະລາງກູນ ມີພະນາມແຮກປະສູດວ່າ "ສົມເດັດພະເຈົ້າລູກຢາເທີ ເຈົ້າຟ້າວະຊິລາລົງກອນ ບໍຣົມຈັກກະຢາດິສອນສັນຕະຕິວົງ ເທເວດທຳລົງສຸບໍລິບານ ອະພິຄຸນູປະການມະຫິຕະລາດຸນເດດ ພູມິພົນນະເຣດວະຮາງກູນ ກິຕຕິສິຣິສົມບູນສະວາງຄະວັດ ບໍຣົມຂັດຕິຍະລາຊະກຸມານ" ແມ່ນພະລາຊະໂອລົດພະອົງດຽວໃນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ແລະສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ສະເດັດພະລາຊະສົມພົບ ນະ ພະທີ່ນັ່ງອຳພອນສະຖານ ພະລາຊະວັງດຸສິດ ເມື່ອວັນຈັນທີ່ 28 ກໍລະກົດ ຄ.ສ. 1952 ເວລາ 17.45 ໂມງ

ພະນາມ "ວະຊິລາລົງກອນ" ນັ້ນສົມເດັດພະສັງຄະລາດເຈົ້າ ກົມມະຫຼວງວະຊິລະຍານຊົງຕັ້ງຖະຫວາຍມາຈາກ "ວະຊິລະຍານ" ພະນາມສາຍາຂະນະຜະໜວດໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຜະໜວກກັບ "ອະລົງກອນ" ຈາກພະນາມໃນພະບາດສົມເດັດພະປໍລະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ[໔]

ພະລາຊະພິທີສົມໂພດແລະຂຶ້ນພະອູ່[ແກ້ໄຂ]

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຊົງພະກະລຸນາໂປດເກົ້າຯ ໃຫ້ຈັດພະລາຊະພິທີສົມໂພດແລະຂຶ້ນພະອູ່ຂຶ້ນ ນະ ພະທີ່ນັ່ງອຳພອນສະຖານ ພະລາຊະວັງດຸສິດ ໃນລະຫວ່າງວັນທີ່ 14-15 ກັນຍາ ຄ.ສ.1952 ໂດຍສົມເດັດພະສັງຄະລາດເຈົ້າ ກົມມະຫຼວງວະຊິຣະຍານນະວົງຊົງເປັນປະທານຈະເລີນພະພຸດທະມົນໃນຕອນແລງວັນທີ່ 14 ກັນຍາ ຄ.ສ.1952

ເຊົ້າວັນຕໍ່ມາ (15 ກັນຍາ) ຈຶງມີພິທີສົງແລະພິທີພາມໃນຫ້ອງພິທີ ເລິ່ມດ້ວຍພໍຮອດພະເລີກ ພະບາດສົມເດັດພະເຈົ້າຢູ່ຫົວຊົງຫຍິບພະກັນບິດກິບພະເກສາ (ຜົມ) ຊົງເຈີມ ຊົງຜູກດ້າຍພະຂວັນ ພະສົງສວດໄຊມົງຄົນຄາຖາ ພາມປະກອບພິທີລອຍກຸ້ງ ປາທອງ ໝາກພ້າວເງິນ ໝາກພ້າວທອງລົງໃນພະຂັນສາຄອນ ແລ້ວພະສົງຖະຫວາຍອະດິເຫຼກ ຖະຫວາຍພະພອນລາ ພະມະຫາລາຊະຄູເຊີນສະເດັດຂຶ້ນພະອູ່ແລະເຫ່ກ່ອມເປີດສິວາໄລໄກລາດຕາມປະເພນີພິທີຂອງພາມ ພະບາດສົມເດັດພະເຈົ້າຢູ່ຫົວຊົງວາງພະລາຊະພັນລົງໃນພະອູ່ຕາມພະລາຊະປະເພນີແລ້ວ ພະມະຫາລາຊະຄູເຊິນສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນຯ ຂຶ້ນພະອູ່ແລ້ວ ພະບໍຣົມວົງສານຸວົງແລະຂ້າທູນລະອອງທຸລີພະບາດວຽນຄົບຮອບຕາມປະເພນີ ສະພາວັດທະນະທຳແຫ່ງຊາດໄດ້ຂັບໄມ້ມະໂຫລີຂັບກ່ອມຖະຫວາຍພະພອນໃນວາລະນີ້ດ້ວຍ ໃນການນີ້ມີການຖ່າຍທອດສຽງໃນພະລາຊະພິທີທາງວິທະຍຸໄປທົ່ວປະເທດ

ສົມເດັດພະຍຸພະລາດ[ແກ້ໄຂ]

ເມື່ອມີພະຊົນມາຍຸຄົບ 20 ພັນສາ ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດໂປດໃຫ້ສະຖາປະນາ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າວະຊິຣາລົງກອນຂຶ້ນເປັນສົມເດັດພຣະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາລົງກອນ ສະຫຍາມມຸງກຸດລາຊະກຸມານ ເມື່ອວັນທີ່ 28 ທັນວາ ຄ.ສ.1972 ມີພະນາມຕາມຈາຣຶກໃນພະສຸພັນນະບັດວ່າ "ສົມເດັດພຣະບໍຣົມໂອຣະສາທິລາດ ເຈົ້າຟ້າວະຊິຣາລົງກອນ ບໍດິນທໍລະເທບຍະວະຮາງກູນ ສິຣິກິດສົມບູນສະວາງຄະວັດ ວໍລະຂັດຕິຍະລາຊະສັນຕະຕິວົງ ມະຫິດົນພົງອະດຸນຍະເດດ ຈັກກີນະເຣດຍຸພະລາດວິສຸດ ສະຫຍາມມຸງກຸດລາຊະກຸມານ" ໃນປີ ຄ.ສ.1956

ການສຶກສາ[ແກ້ໄຂ]

ໃນປີ ຄ.ສ.1956 ສົມເດັດພຣະບໍຣົມໂອຣະສາທິລາດຯ ຊົງສຳເລັດການສຶກສາຂັ້ນຕົ້ນໃນລະດັບອະນຸບານ ລຸ້ນທີ່ 2 ຈາກໂຮງຮຽນຈິດລະດາແລ້ວສະເດັດຯ ໄປຊົງສຶດສາຕໍ່ໃນລະດັບປະຖົມທີ່ໂຮງຮຽນຄິງສ໌ມີດ ແຄວ້ນຊັສແຊັກ ແລະສຶກສາລະດັບມັດທະຍົມສຶກສາທີ່ໂຮງຮຽນມິລຟິລດ໌ ແຄວ້ນຊອມເມີແຊັດ ປະເທດອັງກິດ ຫຼັງຈາກນັ້ນຊົງສຶກສາຕໍ່ວິຊາທະຫານທີ່ໂຮງຮຽນຄິງສ໌ສະກູລ ຊິດນີຍ໌ ປະເທດອົດສະຕາລີເສັດແລ້ວຊົງສຶກສາຕໍ່ໃນລະດັບປະລິນຍາຕີສາຂາອັກສໍລະສາດ (ດ້ານການທະຫານ) ຈາກມະຫາວິທະຍາໄລນິວເຊົາທ໌ເວລລ໌ ປະເທດອົດສະຕາລີ ເມື່ອ ຄ.ສ.1976

ເມື່ອສະເດັດກັບປະເທດໄທຊົງຮັບລາຊະການທະຫານແລ້ວຊົງສຶກສາຕໍ່ທີ່ໂຮງຮຽນເສນາທິການທະຫານບົກ ລຸ້ນທີ່ 46 ຄ.ສ. 1977 ຊົງເຂົ້າສຶກສາໃນສາຂາວິຊານິຕິສາດ ລຸ້ນທີ່ 2 ຈາກມະຫາວິທະຍາໄລສຸໂຂໄທທຳມາທິລາດ ເມື່ອ ພ.ສ. 1982 ຊົງສຳເລັດການສຶກສານິຕິສາດບັນດິດ (ກຽດນິຍົມອັນດັບ 2) ແລະປີ ຄ.ສ. 1990 ຊົງໄດ້ຮັບການສຶກສາ ນະ ມະຫາວິທະຍາໄລປ້ອງກັນລາຊະອານາຈັກແຫ່ງສະຫະລາຊະອານາຈັກ ແລະສົມເດັດພະບໍຣົມໂອຣະສາທິລາດຯ ຊົງບວດເມື່ອປີ ຄ.ສ.1978

ພະອົງກັບສາທາລະນະ[ແກ້ໄຂ]

ພະສາຍາລັກສົມເດັດພຣະບໍຣົມໂອຣະສາທິລາດຯ ທີ່ຖະໜົນລາຊະດຳເນິນ

ປະມວນກົດໝາຍອາຍາ ມາດຕາ 112 ຫ້າມວິພາກວິຈານລັດຊະທາຍາດ ແຕ່ພະຊົນຊີບສ່ວນພະອົງຂອງສົມເດັດພຣະບໍຣົມໂອຣະສາທິລາດຯ ເປັນທີ່ວິພາກວິຈານໃນໝູ່ຊົນຢ່າງກວ້າງຂວາງ ແຕ່ໂດຍຄວາມງຽບ ວັນທີ່ 10 ມັງກອນ 2545 ນິດຕະຍະສານ "ຟາຣ໌ອີສ ເທີນອີໂຄໂນມິກຣີວິວ" ( Far Eastern Economic Review) ລົງບົດຄວາມວ່າສົມເດັດພຣະບໍຣົມໂອຣະສາທິລາດຯ ຊົງມີຄວາມສັມພັນຢ່າງແນບແໜ້ນກັບພັນຕຳລວດໂທ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ລັດຖະບານໄທໄດ້ສັ່ງຫ້າມຈຳໜ່າຍນິດຕະຍະສານດັງກ່າວແລະລະງັບໜັງສືເດີນທາງຂອງ ຊອວນ໌ ຄຣິສປິນ ( Shawn Crispin) ກັບ ຮອດນີຍ໌ ແທສເກີ ( Rodney Tasker) ຜູ້ສື່ຂ່າວຂອງນິດຕະຍະສານ ໂດຍອ້າງວ່າເປັນໄພຕໍ່ຄວາມມັ່ນຄົງ ຢ່າງໃດກໍດີ ໃນປີ ພ.ສ.2553 ຫຼັງຈາກທີ່ ພ.ຕ.ທ. ທັກສິນພົ້ນຈາກຕຳແໜ່ງໂດຍລັດຖະປະຫານແລ້ວ ພົນເອກ ເປມ ຕິນນະສູລານົນ ອົງຄະມົນຕີຍອມຮັບວ່າ "...ແນ່ນອນວ່າ ເຈົ້າຟ້າຊາຍຍັງຊົງຮັກສາສັມພັນທະພາບບາງຢ່າງກັບອະດີດນາຍົກຯ ທັກສິນເອົາໄວ້ ພະອົງຊົວພົບກັບທັກສິນເປັນຊ່ວງໆ..." ວັນທີ່ 12 ທັນວາ ປີດຽວກັນ ບິລາຮາລີ ເຄົາສິກັນ ( Bilahari Kausikan) ຂ້າລາຊະການກະຊວງການຕ່າງປະເທດສິງຄະໂປ ຖະແຫຼງວ່າພະອົງຊົງຕິດການພະນັນແລະມີອະດີດນາຍົກລັດຖະມົນຕີທັກສິນຄອຍສະນັບສະໜຸນການເງິນໃຫ້ພະອົງ ໂອກາດດຽວກັນ ພົນເອກເປມເສີມວ່າ "...ທັກສິນກຳລັງສ່ຽງທີ່ຈະທຳລາຍຕົວເອງ ເຂົາອາດຄິດວ່າເຈົ້າຟ້າຊາຍຈະຊົງປະຕິບັດກັບເຂົາເໝືອນດັງເຂົາເປັນພະສະຫາຍຫຼືຜູ້ສະນັບສະໜຸນ ພຽງເພາະເຂົາສົ່ງເສີມການເງິນໃຫ້ແກ່ພະອົງ ແຕ່ເຈົ້າຟ້າຊາຍບໍ່ຊົງຊອບພະໄທຄວາມສັມພັນແບບນັ້ນຊັກເທົ່າໃດ

ໃນປີ 2008 ຣາລ໌ຟ ແອລ.ບອຍຊ໌ (Ralph L. Boyce) ນັກການທູດຊາວສະຫະລັດອາເມລິກາລາຍງານຕໍ່ລັດຖະບານສະຫະລັດອາເມລິກາວ່າ ສົມເດັດພະບໍຣົມໂອຣະສາທິລາດຯ ເຄີຍເວົ້າປະຕິເສດກັບເຂົາ ກ່ຽວກັບຂ່າວທີ່ພະອົງຊົງມີຄວາມສັມພັນກັບ ພ.ຕ.ທ. ທັກສິນ ບອຍຊ໌ກ່າວວ່າ

"...[ສົມເດັດພະບໍຣົມໂອຣະສາທິລາດຯ ຊົງ] ເຫັນເປັນເລື່ອງຕະຫຼົກຮ້າຍ ທີ່ນາຍກລັດຖະມົນຕີທັກສິນສາມາດເຮັດຕົວເປັນຜະເດັດການໄດ້ ທັງທີມາຈາກການເລືອກຕັ້ງ...ໃນຊ່ວງທຳອິດ ຂອງລັດຖະບານທັກສິນ ເບິ່ງເໝືອນເຂົາຈະລົງທຸນຢ່າງໜັກເພື່ອສ້າງຄວາມໄກ້ຊິດກັບມຸງກຸດລາຊະກຸມານ ທັງສອງມີເລື່ອງຜິດໃຈກັນຢ່າງສັງເກດເຫັນໄດ້ ໃນເວລາຕໍ່ມາ ເປັນເຫດໃຫ້ມຸງກຸດລາຊະກຸມານຊົງລະທິ້ງພະຕຳໜັກນົນທະບຸລີ ທີ່ທັກສິນຊື້ແລະຕົກແຕ່ງຖະຫວາຍໃຫ້ ແລ້ວຍ້າຍມາປະທັບ ນະ ວັງສຸໂຂໄທ ເຊິ່ງຕັ້ງຢູ່ໃນຍ່ານກາງເມືອງ"...

"...ມີເລື່ອງເລົ່າກັນໄປຕ່າງໆ ນານາ ກ່ຽວກັບການພົບປະລະຫວ່າງທັກສິນ

ກັບມຸງກຸດລາຊະກຸມານທີລອນດອນເມື່ອຊ່ວງຕົ້ນປີນີ້ [ຄ.ສ. 2008] ເຊິ່ງເລື່ອງທີ່ເຮົາພິຈາລະນາ ນ່າຈະເປັນໄປໄດ້ຫຼາຍທີສຸດຄືທັກສິນເຂົ້າເຝົ້າ

ມຸງກຸດລາຊະກຸມານແລະບໍ່ໄດ້ຮັບອະນຸຍາດ ເຂົາຈຶງໄປເຂົ້າແຖວຮັບສະເດັດ ນະ ໂຮງແຮມທີມຸງກຸດລາຊະກຸມານປະທັບ ແລະສົນທະນາຢ່າງບໍ່ມີສາລະສຳຄັນອີຫຍັງ ພຽງສິບຫ້າວິນາທີ"...

ປັນຫາການສືບລາຊະສັນຕະຕິວົງ ຫຼັງຈາກລັດຊະສະໄໝພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ກໍເປັນທີ່ກ່າວເຖິງຫຼາຍໃນ ສັງຄົມ ນັກວິຊາການຕັ້ງຂໍ້ສັງເກດວ່າ ຕົວແປ ສຳຄັນໃນເລື່ອງມີຢູ່ສາມສິ່ງ ຄື ອົງຄະມົນຕີ, ກອງທັບ ແລະຄວາມເໝາະສົມຂອງສົມເດັດ ພະບໍຣົມໂອຣະສາທິລາດຯ ໃນປີ ຄ.ສ. 2002 ນິດຕະຍະສານ "ອີ ໂຄໂນມິດຕ໌" ( The Economist) ລົງຂໍ້ຄວາມວ່າ "ຜູ້ຄົນເຄົາຮົບເຈົ້າຟ້າວະຊິຣາລົງກອນໜ້ອຍຫຼາຍ (ກວ່າກະສັດພູມິພົນ) ຊາວບາງກອກພາ ກັນລ່ຳລືເລື່ອງຊີວິດສ່ວນພະອົງອັນມົວໝອງ...ບໍ່ມີຜູ້ສືບລາຊະບັນລັງຜູ້ໃດຈະປະສົບຄວາມສຳເລັດຢ່າງທີ່ກະສັດພູມິພົນຊົງໄດ້ຊາບມາ ໃນຊ່ວງເວລາຄອງລາດ 69 ປີ..." ແລະລັດຖະບານໄທໄດ້ສັ່ງຫ້າມຈຳໜ່າຍນິດຕະຍະສານດັງກ່າວ ໃນປີ ຄ.ສ. 2010 "ດິ ອີໂຄໂນມິດຕ໌" ລົງບົດຄວາມວ່າ ສົມເດັດພະບໍຣົມໂອຣະສາທິລາດຯ ນັ້ນ "ຊົງເປັນທີດຽດສັນແລະຫວັ່ນເກງຢ່າງກວ່າງ" ແລະ "ຊົງຜິດແປກຢ່າງຄາດບໍ່ເຖິງ" ແລະສະບັບນີ້ກໍບໍ່ໄດ້ຈຳໜ່າຍໃນປະເທດໄທເຊັ່ນກັນ ຄັ້ນວັນທີ 1 ເມສາ 2010 ນິດຕະຍະສານອອນໄລນ໌ "ເອເຊຍເຊນທິເນລ" ( Asia Sentinel) ລົງວ່າ "ຖືວ່າຊົງເອົາແນ່ນອນບໍ່ໄດ້ ແລະຊົງບໍ່ສາມາດ ປົກຄອງໄດ້ໂດຍແທ້" ເວັບໄຊຕ໌ນີ້ຖືກສະກັດ ກັ້ນໃນປະເທດໄທຢ່າງຣວດເຣັວ ແຕ່ມີຜູ້ຄົນເຫັນວ່າ ສົມເດັດພະເທບພະຣັດ ລາດສຸດາຯ ສະຫຍາມບໍຣົມລາຊະກຸມາຣີ ຊອບທີຈະໄດ້ສືບລາຊະສົມບັດຫຼາຍ ພົນເອກເປມ ຕິນນະສູລານົນແລະອົງຄະມົນຕີຄົນ ອື່ນໆ ມີຄວາມເຫັນຄ່ອນຂ້າງລົບກ່ຽວກັບສົມ ເດັດພະບໍຣົມໂອຣະສາທິລາດຯ ສ່ວນ ຣາລ໌ຟ ແອລ.ບອຍຊ໌ ເຄີຍລາຍງານຕໍ່ລັດຖະບານຂອງ ຕົນວ່າ "...[ພະເຈົ້າວໍລະວົງເທີ ພະອົງເຈົ້າສີຣັດ ພະວໍລະຊາຍາ] ເບິ່ງອຶດອັດ ພະໄທຢ່າງເຫັນໄດ້ຊັດ ຕໍ່ຄຳຖາມທຳມະດາໆ ກ່ຽວກັບເຈົ້າຟ້າສິຣິນທອນ ເຊິ່ງຖືກມອງວ່າ ເປັນຄູ່ແຂ່ງຂອງມຸງກຸດລາຊະກຸມານ..." ທັງນີ້ທັງນັ້ນ ຕາມກົດໝາຍໄທຂະນະນີ້ ສົມເດັດພະບໍຣົມໂອຣະສາທິລາດຯ ຊົງໄວ້ເຊິ່ງສິດທິທີຈະສືບລາຊະບັນລັງໂດຍຊອບ ນັບແຕ່ຊົງໄດ້ຮັບສະຖາປະນາເປັນມຸງກຸດລາຊະກຸມານ ເມື່ອວັນທີ່ 28 ທັນວາ ຄ.ສ. 1972 ແລ້ວ

ວັນທີ່ 19 ມັງກອນ ຄ.ສ. 2009 ແຮຣີ້ ນິໂຄໄລ (Harry Nicolaides) ຊາວອົດສະຕາລີຖືກສານໄທຈຳຄຸກສາມປີ ເພາະເຜີຍແພ່ໜັງສືວິພາກວິຈານສົມເດັດພຣະບໍຣົມໂອຣະສາທິລາດ ຄວາມຕອນໜຶ່ງວ່າ "ຄັນເຈົ້າຟ້າຊາຍຊົງຮັກໃຄ່ຊອບພໍອະນຸພັນລະຍານາງໃດ ແລະຕໍ່ມານາງທໍລະຍົດພະອົງ ເມື່ອນັ້ນນາງແລະຄອບຄົວກໍຈະຫາຍໄປຈາກໂລກນີ້ ສາບສູນໄປທັງຊື່ສຽງຮຽງນາມ ເທືອກເຖົາເຫຼົ່າກໍ ແລະບັນດາເງື່ອນເຄົ້າຮ່ອງຮອຍ ກ່ຽວກັບຊີວິດຂອງພວກເຂົາຕະຫຼອດການ" ແລະຕໍ່ມາພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດພະລາຊະທານອະໄພຍະໂທດໃຫ້ເຂົາ

ສົມເດັດພະບໍຣົມໂອຣະສາທິລາດ ຊົງຊາບປັນຫາແລະຂ່າວທີ່ກ່າວມາແລ້ວເປັນເບື້ອງຕົ້ນເປັນຢ່າງດີແລະຊົງເຄີຍພະລາຊະທານສັມພາດ ໃນນິດຕະຍະສານ "ດິສັນ" ແກ່ປີ ມາລາກຸນ ນະ ອະຍຸດທະຍາ ຜູ້ໄກ້ຊິດພະອົງວ່າ

"ບາງທີໃນຊາດປາງກ່ອນ ຂ້າພະເຈົ້າອາດບໍ່ໄດ້ເຮັດບຸນກຸສົນຫຼາຍພໍ ຫຼືບາງທີໃນບາງຄັ້ງ ຂ້າພະເຈົ້າເຮັດອີຫຍັງທີ່ນ່າຕຳໜິ ຂ້າພະເຈົ້າຍອມຮັບ...ຖ້າຫາກສະຫວັນຄິດວ່າຂ້າພະເຈົ້າບໍ່ເໝາະສົມຫຼືບໍ່ເປັນປະໂຫຍດຕໍ່ປະເທດຊາດ ໃນການເຮັດໜ້າທີ່ຂອງຂ້າພະເຈົ້າ ກໍຫຍຸດແລະຈົບ ຖ້າທ່ານຄິດໄດ້ແນວນີ້ທ່ານກໍຈະສະບາຍໃຈ ທ່ານບໍ່ໄດ້ຄິດເປັນອີຫຍັງ ຫາກສະຫວັນໃຫ້ທ່ານມີພາລະກິດຕໍ່ແຜ່ນດິນກໍຍອມຮັບ ຖ້າເຂົາບໍ່ຕ້ອງການໃຫ້ເຮັດວຽກ ກໍໂອເຄ"

ວັນທີ່ 15 ທັນວາ ຄ.ສ. 2010 ອີຣິກ ຈີ. ຈອນ (Eric G. John) ເອກອັກຄະລາຊະທູດສະຫະລັດອາເມລິກາປະຈຳປະເທດໄທ ລາຍງານໄປຍັງລັດຖະບານອາເມລິກາວ່າ ເຂົາໄດ້ເວົ້າກັບພົນເອກເປມ ຕິນນະສູລານົນວ່າ "ເວລານີ້ ເຈົ້າຟ້າຊາຍຊົງຢູ່ບ່ອນໃດ" ພົມເອກເປມຕອບວ່າ "ເຈົ້າກໍຮູ້ວ່າຊົງໃຊ້ຊີວິດສ່ວນພະອົງແບບໃດ...ເຈົ້າຟ້າຊາຍພໍພະໄທໃຊ້ເວລາລອບສະເດັດໄປຍັງມິວນິກ ເພື່ອຢູ່ກັບພັນລະຍາເກັບຂອງພະອົງຫຼາຍກວ່າຈະປະທັບຢູ່ໃນປະເທດໄທກັບພະວໍລະຊາຍາແລະພະໂອລົດ" ພົນອາກາດເອກສິດທິ ສະເຫວດສິລາ ອົງຄະມົນຕີທີ່ຮ່ວມວົງສົນທະນາ ກ່າວເສີມວ່າ "...ຂ່າວເລື່ອງເມຍນ້ອຍຂອງພະອົງທີ່ເປັນແອໂຮສະເຕດ ມີຢູ່ເຕັມເວັບໄຊຕ໌ໄປໝົດ...ນ່າເສົ້າທີ່ດຽວນີ້ ທ່ານທູດໄທທີ່ເຢຍລະມັນ ຕ້ອງອອກຈາກເບີລິນໄປມິວນິກ ເພື່ອເຂົ້າເຝົ້າພະອົງເປັນປະຈຳ..."

ພະລາຊະກິດ[ແກ້ໄຂ]

ທາງລາຊະການ[ແກ້ໄຂ]

ດ້ານການບິນ[ແກ້ໄຂ]

  • 4 ພຶດສະພາ ຄ.ສ. 1994 ຊົງປະຕິບັດໜ້າທີ່ຄູການບິນເຄື່ອງບິນຂັບໄລ່ແບບເອຟ-5 ອີ/ເອຟ
  • ຄ.ສ. 2011 ຊົງປະຕິບັດໜ້າທີ່ນັກບິນທີ່ 1 ເຄື່ອງບິນໂບອິ້ງ 737 - 400 ໃນທ່ຽວບິນສາຍໃຍຮັກແຫ່ງຄອບຄົວ ຊ່ອຍເຫຼືອຜູ້ປະສົບອຸທົກກະໄພ ແລະຈັດຫາອຸປະກອນດ້ານການແພດ ສຳລັບໂຮງໜໍໃນ 3 ຈັງຫວັດຊາຍແດນພາກໃຕ້ (ທ່ຽວບິນທີ່ ທີຈີ 8870 ບາງກອກຮອດຈັງຫວັດຊຽງໃໝ່ ແລະ ທ່ຽວບິນທີ່ ທີຈີ 8871 ຈັງຫວັດຊຽງໃໝ່ຮອດບາງກອກ)

ດ້ານການທະຫານ[ແກ້ໄຂ]

ສົມເດັດພະບໍລົມໂອຣະສາທິລາດ ສະເດັດພະລາຊະດຳເນິນໄປຍ້ຽມຍາມທີ່ຕັ້ງກອງທະຫານໜ່ວຍຕ່າງໆ ຢູ່ສະເໝີ ຈາກການທີ່ໄດ້ຊົງສຶກສາດ້ານວິຊາທະຫານມາດົນ ຊົງມີຄວາມຮູ້ຊ່ຽວຊານຢ່າງຫຼາຍແລະໄດ້ພະລາຊະທານຄວາມຮູ້ເຫຼົ່ານັ້ນແກ່ທະຫານ 3 ເຫຼົ່າທັບ ຊົງປະຕິບັດພະອົງເປັນແບບຢ່າງແກ່ນາຍທະຫານ ເອົາພະໄທໃສ່ໃນຄວາມຢູ່ທຸກສຸກຂອງທະຫານຜູ້ຢູ່ໃຕ້ບັງຄັບບັນຊາຢ່າງທົ່ວເຖິງ ຮວມທັງພະລາຊະທານພະລາຊະຊັບສ່ວນພະອົງເປັນທຸນການສຶກສາແກ່ບຸດຂອງທະຫານ ສິ່ງເຫຼົ່ານີ້ລ້ວນກໍ່ໃຫ້ເກີດຄວາມເທີດທູນແລະຄວາມຈົງຮັກພັກດີແກ່ເຫຼົ່າທະຫານເປັນຢ່າງຍິ່ງ

ດ້ານການສຶກສາ[ແກ້ໄຂ]

ພະອົງພະລາຊະທານພະລາຊານຸຍາດໃຫ້ໃຊ້ອາຄານຂອງກົມທະຫານມະຫາດເລັກລາຊະວັນລົບຮັກສາພະອົງ ເປັນທີ່ຕັ້ງຂອງໂຮງຮຽນອະນຸບານຊື່ວ່າ ໂຮງຮຽນອະນຸບານທະຫານມະຫາດເລັກລາຊະວັນລົບ ໂດຍໃນໄລຍະທຳອິດໄດ້ຈັດການຮຽນການສອນສະເພາະຊັ້ນອະນຸບານ ຕໍ່ມາ ໂຮງຮຽນໄດ້ຍ້າຍໄປທີ່ຈັງຫວັດນົນທະບຸລີແລະໄດ້ຮັບພະລາຊະທານຊື່ໃໝ່ວ່າ ໂຮງຮຽນອະນຸລາຊະປະສິດ[໗]

ແມ່ແບບ:ເລິ່ມກ່ອງ/ລາຊະສົມບັດ

ອ້າງອິງ[ແກ້ໄຂ]

1.ส.พลายน้อย. พระบรมราชินีและเจ้าจอมมารดาแห่งราชสำนักสยาม. พิมพ์ครั้งที่ 5. กรุงเทพฯ:ฐานบุ๊คส์, 2554. หน้า 233

2.มหาวิทยาลัยมหาสารคาม, สยามมกุฎราชกุมารในราชวงศ์จักรี

3.ส.พลายน้อย. พระบรมราชินีและเจ้าจอมมารดาแห่งราชสำนักสยาม. พิมพ์ครั้งที่ 5. กรุงเทพฯ:ฐานบุ๊คส์, 2554. หน้า 233

4.มหาวิทยาลัยมหาสารคาม, สยามมกุฎราชกุมารในราชวงศ์จักรี

5.ส.พลายน้อย. พระบรมราชินีและเจ้าจอมมารดาแห่งราชสำนักสยาม. พิมพ์ครั้งที่ 5. กรุงเทพฯ:ฐานบุ๊คส์, 2554. หน้า 234

6.ราชกิจจานุเบกษา, ประกาศสำนักนายกรัฐมนตรี เรื่อง ให้หยุดราชการและชักธงชาติเนื่องในการที่พระราชกุมารประสูติ, เล่ม 69, ตอนที่ 49, 12 สิงหาคม พ.ศ. 2495, หน้า 2434

7.ราชกิจจานุเบกษา, หมายกำหนดการ ที่ 15/2495 พระราชพิธีสมโภชเดือนและขึ้นพระอู่สมเด็จพระเจ้าลูกยาเธอ 2495, เล่ม 69, ตอน 54 ง, 9 กันยายน พ.ศ.2495, หน้า 3031

8.หอจดหมายเหตุแห่งชาติ, พระราชพิธีสมโภชเดือนและขึ้นพระอู่สมเด็จพระเจ้าลูกยาเธอ

9.ประมวลพระบรมฉายาลักษณ์และพระราชประวัติ.

10.ลาวัณย์ โซตามระ. สี่เจ้าฟ้า. กรุงเทพมหานคร: บริษัท กัตนา ดิสทริบิวชั่น จำกัด

11.พระราชประวัติสมเด็จพระบรมโอรสาธิราช เจ้าฟ้ามหาวชิราลงกรณ สยามมกุฎราชกุมาร. พระไตรปิฎกฉบับสำหรับประชาชน ตอนว่าด้วยพระสูตร. กรุงเทพมหานคร: กรมการศาสนา กระทรวงวัฒนธรรม

12.ราชกิจจานุเบกษา, พระบรมราชโองการ ประกาศ สถาปนาสมเด็จพระบรมโอรสาธิราชฯ สยามมกุฎราชกุมาร, เล่ม 89, ตอน 200 ก ฉบับพิเศษ, 28 ธันวาคม พ.ศ. 2515, หน้า 1

  1. "Thailand's King Bhumibol Adulyadej dead at 88". BBC News. 13 October 2016. ສືບຄົ້ນເມືອ 13 October 2016. 
  2. AFP (2016-10-13). "Thai Prime Minister Prayuth says Crown Prince seeks delay in proclaiming him King". Coconut.co. Bangkok: Coconuts BKK. ສືບຄົ້ນເມືອ 2016-10-14. 
  3. "Thai king death: Thousands throng streets for procession". BBC. 2016-10-14. ສືບຄົ້ນເມືອ 2016-10-14. 
  4. "‘องค์รัชทายาท-เจ้าฟ้านักบิน’ เผยพระราชกรณียกิจ ตามเบื้องพระยุคลบาท". มติชน. 14 ตุลาคม 2559. ສືບຄົ້ນເມືອ 14 ตุลาคม 2559. 
  5. พระราชประวัติสมเด็จพระบรมโอรสาธิราช เจ้าฟ้ามหาวชิราลงกรณ สยามมกุฎราชกุมาร. พระไตรปิฎกฉบับสำหรับประชาชน ตอนว่าด้วยพระสูตร. กรุงเทพมหานคร: กรมการศาสนา กระทรวงวัฒนธรรม (ประเทศไทย)
  6. ราชอาณาจักรสยาม ,พระราชภาระหน้าที่ของสมเด็จพระบรมโอรสาธิราช เจ้าฟ้าชายมหาวชิราลงกรณ สยามมกุฎราชกุมาร,http://www.kingdom-siam.org
  7. ประวัติโรงเรียนอนุราชประสิทธิ์, เข้าถึงวันที่ 26 สิงหาคม พ.ศ. 2554