ແຂວງຈຳປາສັກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ຈໍາປາສັກ)
Jump to navigation Jump to search
ແຂວງຈຳປາສັກ
[[ຮູບ:|100px]] [[ຮູບ:|100px]]
ຂໍ້ມູນທົ່ວໄປ
Montage of Champasak Province, Laos.jpg
ຊື່ພາສາລາວ ແຂວງຈຳປາສັກ
ເມືອງເອກ ປາກເຊ
ISO 3166-2 LA-CH
ຂໍ້ມູນສະຖິຕິ
ເນື້ອທີ່ 15,415 km²
ປະຊາກອນ 694,023 (2015 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 45 ຄົນ/km²
Champasak Province-Laos.svg
Map of Champasak Province, Laos.jpg

ແຂວງຈຳປາສັກ (ຄຳເຄົ້າ: ແຂວງຈຳປາສັກດ໌[໑], ອັງກິດ: Champasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໃໝບູຮານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກໂລກ ຜາສາດຫິນວັດພູ

I. ປະຫວັດແຂວງຈຳປາສັກ[ແກ້ໄຂ]

ແຂວງຈໍາປາສັກໄດ້ມີປະຫວັດສາດອັນຍາວນານຕັ້ງແຕ່ອານາຈັກຟູນານ(Funan) ແລະ ເຈນລະເມື່ອຄັ້ງອານາຈັກໄດ້ເສື່ອມອໍານາດການປົກຄອງຂອງອານາຈັກລົ້ມສະຫຼາຍຄົນລາວເລີຍຍ້າຍຖິ່ນຖານເຂົ້າມາສ້າງຊຸນຊົນ ແລະ ກາຍເປັນເມືອງໃຫມ່ຂຶ້ນເອີ້ນວ່າ ຈໍາປານະຄະບູລີ ຫຼື ຈໍາປານະຄອນ ມີຄວາມໝາຍແປວ່າ ເມືອງ ຫາກຈະກ່າວເຖິງເມືອງລາວທາງພາກໃຕ້ ຈໍາປາສັກເປັນເມືອງທີ່ຄຸ້ນຫູຫຼາຍກວ່າເມືອງອື່ນໆ ທັງນີ້ເພາະວ່າ ຈໍາປາສັກມີຄວາມເປັນມາທີ່ຄູ່ກັບອານາບໍລິເວນລຸ່ມແມ່ນໍ້າຂອງໃນຈຸດພູເກົ້າທີ່ມີແທ່ງຫີນທໍາມະຊາດຕັ້ງຢູ່ເທິງຍອດພູ. ຕໍ່ມາຈໍາປາສັກຖືກອະລິຍະທໍາຂະເໝນຊ່ວງໄລຍະປະມານ ສະຕະວັດທີ 8-18 ເຫັນວ່າ ເຫັນວ່າເປັນສະຖານທີ່ ທີ່ສັກສິດທີ່ຄວນເຄົາລົບ ໂດຍກົງກັບນິກາຍສີວະແຫ່ງສາດສະໜາຮິນດູຈົນເປັນທີ່ມາຂອງການສ້າງເມືອງ ສ້າງອານາຈັກ ແລະ ລວມເຖິງການສ້າງປະສາດໃນຫຼາຍໆແຫ່ງ ດັ່ງນັ້ນເມື່ອກ່າວເຖິງຄວາມເປັນມາຂອງຈໍາປາສັກ ຈຶ່ງສາມາດກ່າວໄດ້ 2 ສ່ວນຄື ຈໍາປາສັກໃນຖານະແຜ່ນດິນໂບຮານພາຍໃຕ້ອິດທິພົນຂອງຂອມ ຫຼື້ ຂະເໝນນັ້ນເອງ ກັບຈໍາປາສັກພາຍໃຕ້ການຄອບຄອງອາໄສຂອງຊາວລາວລຸ່ມຈົນເຖິງປັດຈຸບັນ ເມື່ອຄັ້ງສະຫຍາມປົກຄອງປະເທດລາວນັ້ນ ໄດ້ຈັດໃຫ້ເມືອງຈໍາປາສັກເປັນເມືອງສູນກາງທາງການເມືອງ. ພາຍຫຼັງຝຣັ່ງເຂົ້າມາປົກຄອງລາວໃນປີ ຄສ 1893 ແລະ ດິນແດນຈໍາປາສັກຝັ່ງຂວາໄດ້ກັບມາເປັນຂອງລາວໃນ ຄສ 1946 ຕໍ່ຈາກນັ້ນຝຣັ່ງກໍ່ໄດ້ພັດທະນາເມືອງປາກເຊເປັນຊຸມຊົນທີ່ສາມາດເຊື່ອມຕໍ່ໄປຍັງເມືອງອື່ນໆຂອງລາວ ແລະ ຖືກພັດທະນາໃຫ້ເປັນເມືອງເອກເມືອງສູນກາງທາງດ້ານເສດຖະກິດສັງຄົມ ແລະ ການປົກຄອງຂອງຝຣັ່ງ. ພາຍໃຕ້ຊື່ແຂວງເຊໂດນ ແລະ ຫລັງຈາກລາວໄດ້ເອກະລາດຈາກຝຣັ່ງໄດ້ໃນປີ ຄສ 1954. ແລະ ກໍ່ໄດ້ຮັບການປົດປ່ອຍເປັນເອກະລາດຢ່າງເປັນທາງການໃນປີ ຄສ 1975 ແຂວງຈໍາປາສັກກໍ່ໄດ້ຮັບການພັດທະນາເປັນກ້າວໆມາໂດຍພາຍໃຕ້ການນໍາພາຂອງພັກລັດ.

II.    ລັກສະນະພູມສະຖານ[ແກ້ໄຂ]

1.ພູມສັນຖານ,ເນື້ອທີ່ ແລະ ປະຊາກອນ

   ແຂວງຈຳປາສັກ ຕັ້ງຢູ່ພາກໃຕ້ສຸດ ຂອງສປປລາວ ເປັນແຂວງທີ່ມີແມ່ນ້ຳຂອງໄຫຼຜ່ານ ແລະ ແບ່ງເນື້ອທີ່ອອກເປັນ2ຝັ່ງຄື: ຝັ່ງຕາເວັນອອກມີ6ເມືອງ(ເມືອງຊະນະສົມບູນ, ບາຈຽງ ຈະເລີນສຸກ, ປາກເຊ, ປາກຊ່ອງ, ປະທຸມພອນ ແລະ ເມືອງໂຂງ; ຝັ່ງຕາເວັນຕົກມີ4ເມືອງ(ເມືອງໂພນທອງ, ຈຳປາສັກ, ສຸຂຸມາ ແລະ ເມືອງມຸນລະປະ ໂມກ. ມີເນື້ອທີ່1,541,500 ຮຕ, ປະກອບມີ10ເມືອງ,639ບ້ານ, ມີພົນລະເມືອງ630,868ຄົນ,ຍິງ322,250 ຄົນ                   II.    

ແຂວງຈຳປາສັກ ເປັນແຂວງໜື່ງຂອງປະເທດລາວ ມີຊາຍແດນຕິດຈອດກັບປະເທດກຳປູເຈຍ ແລະ ປະເທດໄທ ແລະ ເປັນເມືອງໃຫ່ຍອັນດັບ3ຂອງລາວ(ຮອງຈາກເມືອງວຽງຈັນ ແລະ ເມືອງໄກສອນ ພົມວິຫານ ຖືເປັນສູນກາງການເມືອງ ການປົກຄອງ ແລະ ເສດຖະກິດ ລວມໄປເຖິ່ງການທ່ອງທ່ຽງຂອງລາວ ໃນພາກໃຕ້ ເປັນບໍລິເວນທີ່ມີຄວາມອຸດົມສົມບູນ ເນື່ອງຈາກມີແມ່ນ້ຳຂອງໄຫຼຜ່ານກາງ ແລະ ມີເກາະດອນ ແລະ ແກ້ງເປັນຈຳນວນຫຼວງຫຼາຍ ຈົນໄດ້ຊື່ວ່າ: "ດິນແດນສີພັນດອນ".

ພື້ນທີ່ແຂວງຈຳປາສັກ ໄດ້ແບ່ງອອກເປັນ2ເຂດຄື: ເຂດທົ່ງພຽງກວມ74%, ເຂດພູພຽງກວມ26%, ໃນນັ້ນໄດ້ແບ່ງເຂດກະສິກຳອອກເປັນ4ບໍລິເວນຄື:

1.       ເຂດພູພຽງບໍລິເວນກວມເອົາໝົດພື້ນທີ່ເມືອງປາກຊ່ອງ.

2.     ເຂດບໍລິເວນເຊື່ອມຕໍ່ລະຫວ່າງພູພຽງ ແລະ ທົ່ງພຽງ ເຊິ່ງກວມເອົາເມືອງບາຈຽງຈະເລີນສຸກ, ສ່ວນໜື່ງຂອງເມືອງຊະນະສົມບູນ ແລະ ສ່ວນໜື່ງ ຂອງເມືອງປະທຸມພອນ.

3.     ເຂດບໍລິເວນທົ່ງພຽງລຽບແຄມແມ່ນ້ຳຂອງ, ບັນດາເກາະດອນກວມເອົາເມືອງຊະນະສົມບູນ, ເມືອງປາກເຊ, ເມືອງປະທຸມພອນ, ຈຳປາສັກ,ສຸຂຸ ມາ, ມຸນລະປະໂມກ ແລະ ເມືອງໂຂງ.

4.     ບໍລິເວນດິນໂຄກ, ດິນເຊື່ອມໂຊມ ສ່ວນຫຼາຍແມ່ນຢູ່ເມືອງຝັ່ງຂວາ ແມ່ນ້ຳຂອງ ມີເມືອງໂພນທອງ, ຈຳປາສັກ, ສຸຂຸມາ ແລະ ເມືອງມຸນລະປະ ໂມກ.

1.1ດ້ານທີ່ຕັ້ງ1ດ້ານທີ່ຕັ້ງ

Ø  ທິດ​ເໜືອ​ຕິ​ດກັບ​ແຂວງ​ສາລະ​ວັນ​ຍາ​ວ 140 ກິ​​ໂລ​ແມັດ

Ø  ທິດ​ໃຕ້​ຕິດ​ກັບ​ລາຊະ​ອານາຈັກ​ກໍາປູ​ເຈຍ ຍາວ 135 ກິ​ໂລ​​ແມັດ

Ø  ທິດຕາ​ເວັນ​ອອກ​ຕິດກັບ​ແຂວງ​ເຊ​ກອງ​ແລະ ອັດ​ຕະປື ຍາວ 180 ກິ​ໂລ​ແມັດ

Ø  ທິດຕາ​ເວັນ​ຕົກ​ຕິດກັບ​ລາຊະ​ອານາຈັກ​ໄທ ຍາວ 233 ກິ​ໂລ​ແມັດ

III. ລະບົບການປົກຄອງຂອງແຂວງ[ແກ້ໄຂ]

ການປົກຄອງແຂວງ,ນະຄອນຫຼວງ     ແມ່ນການຄຸ້ມຄອງບໍລິຫານລັດ ໂດຍເຈົ້າແຂວງເປັນຜູ້ຊີ້ນຳລວມວຽກງານການເມືອງ-ການປົກຄອງ, ສ່ວນຮອງເຈົ້າແຂວງ ແມ່ນຈະຖືກຈັດແບ່ງວຽກໃຫ້ຮັບຜິດຊອບສະເພາະຂະແໜງການເສດຖະກິດ, ວັດທະນະທຳ, ການຮ່ວມມືສາກົນ ຕາມການມອບໝາຍຂອງເຈົ້າແຂວງ, ສ່ວນການລະບົບການປົກຄອງພາຍໃນແຂວງ ແບ່ງອອກເປັນ ສາມ ຂັ້ນຄື: ຂັ້ນແຂວງ, ຂັ້ນນະຄອນ-ຂັ້ນເມືອງ ແລະ ຂັ້ນບ້ານ. ຂັ້ນແຂວງ ມີແຂວງ, ນະຄອນຕົວແທນ, ຂັ້ນເມືອງ ມີເມືອງ, ເທດສະບານ, ສ່ວນຂັ້ນບ້ານມີ ປະກອບມີກຸ່ມ ແລະ ໜ່ວຍ.                    

ໂຄງປະກອບບຸກຄະລາກອນ

ອົງການປົກຄອງແຂວງ ປະກອບດ້ວຍບຸກຄະລາກອນດັ່ງນີ້:                            

  1. ເຈົ້າແຂວງ

2. ຮອງເຈົ້າແຂວງ

3. ຫົວໜ້າຫ້ອງວ່າການ,ຫົວໜ້າພະແນກ ແລະ ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ        

4. ເຈົ້າເມືອງ ແລະ ຮອງເຈົ້າເມືອງ                                                   

5. ຫົວໜ້າກຸ່ມ, ນາຍບ້ານ ແລະ ຮອງນາຍບ້ານ

ແຂວງຈໍາປາສັກປະກອບດ້ວຍ 10 ເມືອງຄື: ເມືອງເອກແມ່ນນະຄອນປາກເຊ

  1. ນະຄອນປາກເຊ
  2. ເມືອງ ຊະນະສົມບູນ
  3. ເມືອງ ບາຈຽງຈະເລີນສຸກ
  4. ເມືອງ ປາກຊ່ອງ
  5. ເມືອງ ປະທຸມພອນ
  6. ເມືອງ ໂພນທອງ
  7. ເມືອງ ຈຳປາສັກ
  8. ເມືອງ ສຸຂຸມາ
  9. ເມືອງ ມູນລະປະໂມກ
  10. ເມືອງ ໂຂງ

IV.  ເສດຖະກິດຂອງແຂວງ[ແກ້ໄຂ]

  ແຂວງຈໍາປາສັກເປັນແຂວງໜຶ່ງທີ່ມີຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດສັງຄົມ ແລະ ເປັນຈຸດສູນກາງທາງດ້ານ ເສດຖະກິດ-ສັງຄົມຂອງສີ່ແຂວງພາກໃຕ້. ແຂວງຈຳປາສັກອຸດົມສົມບູນໄປດ້ວຍແຫລ່ງຊັບພະຍາກອນທຳມະຊາດ, ໃນນັ້ນເນື້ອທີ່ກະສິກຳກວມ 37%, ເນື້ອທີ່ປ່າ 895.500 ເຮັກຕາ ກວມເອົາ 58,09%, ປ່າສະຫງວນແຫ່ງຊາດ 3 ແຫ່ງມີເນື້ອທີ່ເຖິງ 425.600 ເຮັກ ຕາ, ກວມ 47,53% ນອກຈາກນັ້ນຍັງມີເຂດປ່າສະຫງວນຂອງແຂວງອີກ 7 ແຫ່ງ.10% ຂອງພົນລະເມືອງໃນທົ່ວປະເທດ. ທີ່ຕັ້ງພູມສັນຖານໄດ້ແບ່ງອອກເປັນສອງເຂດຢ່າງຈະແຈ້ງຄື: ເຂດທົ່ງພຽງ ແລະ ເຂດພູພຽງ ຈໍາປາສັກ ເປັນດິນແດນໃຕ້ສຸດຂອງປະເທດ ທີ່ເຕັມໄປດ້ວຍອູ່ອະລິຍະທໍາອັນເກົ່າແກ່ທີ່ຫນ້າຄົ້ນຫາ ແລະ ມີທໍາມະຊາດທີ່ສວຍສົດງົດງາມຢ່າງໂດດເດັ່ນແຫ່ງຫນຶ່ງຂອງປະເທດທີ່ບັນດາທ່ານຄວນຍາດໂອກາດໄປທ່ຽວຊົມຈັກຄັ້ງ ຫລື ນັກທ່ອງທ່ຽວຕ່າງຊາດທີ່ມີໂອກາດເດີນທາງມາທ່ອງທ່ຽວສປປ ລາວ ກໍຄວນຈັດຈໍາປາສັກເປັນຫນຶ່ງໃນເປົ້າຫມາຍປາຍທາງການທ່ອງທ່ຽວ. ປັດຈຸບັນການທ່ອງທ່ຽວພວມຂະຫຍາຍຕົວຢ່າງແຮງ ແຕ່ຫລາຍຄົນອາດຍັງບໍ່ຮູ້ຈໍາປາສັກ   ແຂວງຈໍາປາສັກ ອຸດົມດ້ວຍແຮ່ທາດຫລາຍຊະນິດເຊັ່ນ: ບໍ່ເກືອ, ບໍ່ດິນຫນຽວ, ບໍ່ທອງເຫລືອງ, ບໍ່ບົກຊິດ, ບໍ່ບາ ຣິດ, ບໍ່ຊືນ, ບໍ່ແກ້ວອາເມຕິດ, ບໍ່ຖ່ານຕົມ.ແຂວງ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວໃນລະດັບ 8,04% ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 12.711 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 18,02  ລ້ານກີບຕໍ່ຄົນ. ໂຄງປະກອບເສດຖະກິດຫັນປ່ຽນຕາມທິດທີ່ຕັ້ງໜ້າ; ກະສິກໍາກວມ 26%, ອຸດສາຫະກໍາ 35% ແລະ ບໍລິການກວມ 39% ຂອງ GDP.ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ກໍ່ສ້າງຂຶ້ນໃໝ່ຫຼາຍແຫ່ງ, ບ້ານຊົມໃຊ້ໄຟຟ້າກວມ 99%, ຄອບຄົວຊົມໃຊ້ໄຟຟ້າກວມ 96%, ມີເສັ້ນທາງເຊື່ອມຈອດບ້ານຕໍ່ບ້ານ ໄປມາຫາສູ່ກັນສະດວກສະບາຍທັງ 2 ລະດູກວມ 98%; ໜໍ່ແໜງການປູກ-ການລ້ຽງແບບເປັນກຸ່ມ, ເປັນຟາມໄດ້ແຜ່ຫຼາຍ, ບ້ານທຸກຍາກ, ຄອບຄົວທຸກຍາກຫຼຸດລົງເຫຼືອພຽງເລັກນ້ອຍ. ນອກນີ້ແຂວງຈໍາປາສັກ ຍັງມີການພົວພັນຮ່ວມມືກ້ວາງຂວາງກັບ 27 ພາກສ່ວນຂອງ 5 ປະເທດ, 23 ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ. ພິເສດມີການພົວພັນຮ່ວມມືຮອບດ້ານກັບ 15 ແຂວງ 3 ນະຄອນ, 1 ສະຖາບັນທາງພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ. ສຳລັບປີ 2017 ຄວາມຮຽກຮ້ອງຕ້ອງການຂອງການພັດທະນາຍິ່ງສູງຂຶ້ນກ່ວາເກົ່າ ເພື່ອສ້າງແຂວງຈໍາປາສັກ ໃຫ້ເປັນໃຈກາງບໍລິການທາງຜ່ານ, ໃຈກາງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ສ້າງເມືອງໃຫ້ເປັນເມືອງສີຂຽວ, ສະອາດ, ສະຫງົບ, ໜ້າຢູ່ ແລະ ໜ້າທ່ຽວຊົມ; ເຮັດໃຫ້ຈໍານວນຄອບຄົວປະຊາຊົນຫຼາຍກ່ວາເຄິ່ງໜຶ່ງ ກາຍເປັນຄອບຄົວຮັ່ງມີ, ການຈັດຕັ້ງໃນລະບົບການເມືອງມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ, ເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ, ລາຍຮັບງົບປະມານບັນລຸຕາມແຜນການ ເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ.

  ຍ້ອນບັນດາເງື່ອນໄຂ ແລະ ປັດໄຈ ດັ່ງທີ່ໄດ້ກ່າວມາກ່ອນໜ້ານີ້ ຈິ່ງໄດ້ເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ ນັບມື້ມີການປ່ຽນແປງໃໝ່ທີ່ກ້າວໜ້າດີຂຶ້ນ ເຊິ່ງມັນສະແດງອອກຄື: ແຂວງຈຳປາສັກ ສາມາດປະກາດເມືອງພົ້ນທຸກໄດ້ 100%, ບ້ານທຸກຍາກຍັງເຫຼືອ 17 ບ້ານເທົ່າກັບ 2,6% ແລະ ຄອບຄົວທຸກຍາກເຫຼືອພຽງ 743 ຄອບຄົວ ກວມເອົາພຽງ 0,6%; ທົ່ວແຂວງ ມີບ້ານພັດທະນາທັງໝົດ 570 ບ້ານ ກວມ 88,6%; ສ້າງກົມກອງພັດທະນາ ໄດ້ 147 ກົມກອງ, ປະກາດຮັບຮອງແລ້ວ 124 ກົມກອງ.  

 ຜົນສໍາເລັດດັ່ງທີ່ກ່າວມານັ້ນ ໄດ້ຢັ້ງຢືນໃຫ້ເຫັນວ່າ: ແນວທາງປ່ຽນແປງໃໝ່ຂອງພັກເຮົາຖືກຕ້ອງ, ສອດຄ່ອງກັບເງື່ອນໄຂ ແລະ ຈຸດພິເສດຂອງປະເທດເຮົາ; ຄະນະພັກ, ອໍານາດການປົກຄອງ, ກໍາລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ໃນທົ່ວແຂວງຈໍາປາສັກ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນຈັດຕັ້ງປະຕິບັດຕົວເລກຄາດໝາຍມະຕິ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະມີຜົນສໍາເລັດໃຫຍ່ຫຼວງຫຼາຍດ້ານ.

   ຜົນສໍາເລັດທັງໝົດນັ້ນ ແມ່ນຍ້ອນຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດຈາກສູນກາງພັກ, ລັດຖະບານ ສົມທົບກັບຄວາມເປັນເຈົ້າການຂອງພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ, ນັກທຸລະກິດ, ຊາວຄ້າຂາຍ, ຜູ້ຊົງຄຸນວຸດທິ, ຜູ້ອອກພັກຜ່ອນບຳນານ, ສະຫະພັນນັກຮົບເກົ່າ, ກຳມະກອນ, ນັກຮຽນ, ນັກສຶກສາ, ສາສະນິກະຊົນຕ່າງໆ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງຈຳປາສັກ ໄດ້ເຊີດຊູນ້ຳ ໃຈແຫ່ງຄວາມສາມັກຄີ ແລະ ມະຫາສາມັກຄີເປັນປຶກແຜ່ນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາ ແຂວງຈຳປາສັກ ຕະຫຼອດໄລຍະ 41 ປີຜ່ານມາ, ແຂວງຈໍາປາສັກ ຈິ່ງຮັກສາໄດ້ຄວາມສະຫງົບທາງດ້ານການເມືອງ, ຄວາມເປັບລະບຽບຮຽບຮ້ອຍທາງດ້ານສັງຄົມ, ບ້ານ-ເມືອງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.

1. ດ້ານການລົງທຶນທັງພາຍໃນ ແລະ ຕ່າງປະເທດ

  ການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນແຂວງຈໍາປາສັກ ໂດຍພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ຄະນະພັກ-ອໍານາດການປົກຄອງແຂວງ ຈິ່ງເຮັດໃຫ້ແຂວງຈໍາປາສັກສາມາດຍາດໄດ້ຜົນງານໃນຫຼາຍໆດ້ານ ຕົ້ນຕໍແມ່ນແຂວງພວກເຮົາຮັກສາໄດ້ຜືນແຜ່ນດິນອັນຄົບຖ້ວນ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບມີຄວາມຍຸຕິທໍາ ແລະ ມີຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ. ເສດຖະກິດພາຍໃນແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 8,04%, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ມາຮອດປັດຈຸບັນສາມາດປະກາດ 10 ເມືອງ ພາຍໃນແຂວງ ໃຫ້ເປັນເມືອງທີ່ຫຼຸດພົ້ນອອກຈາກເມືອງທຸກຍາກ.

   ສໍາລັບບັນຍາກາດການລົງທຶນຂອງປະຊາຊົນ, ນັກທຸລະກິດ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ໃນ 1 ປີຜ່ານມາ ເຫັນວ່າມີບັນຍາກາດຄຶກຄື້ນ ແລະ ນັບມື້ນັບເພີ່ມຂຶ້ນ. ປັດຈຸບັນມີ 18 ປະເທດເຂົ້າມາລົງທຶນ, ອັນດັບ 1 ແມ່ນມາເລເຊຍ, ຖັດມາແມ່ນຫວຽດນາມ, ໄທ, ຈີນ, ເກົາຫຼີ, ຍີ່ປຸ່ນ, ມົງໂກນ ແລະ ປະເທດອື່ນໆຕາມລໍາດັບ, ສ່ວນໃຫຍ່ແມ່ນລົງທຶນໃນຂົງເຂດກະສິກໍາ, ການທ່ອງທ່ຽວ ແລະ ການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ. ໃນສົກປີ 2015-2016 ໄດ້ມີການອະນຸຍາດລົງທຶນທັງໝົດ 37 ໂຄງການ, ມູນຄ່າຕາມການອະນຸມັດ 5.722 ຕື້ກີບ ຫຼື ເທົ່າກັບ 715,3 ລ້ານໂດລາສະຫະລັດ. ນອກນີ້ວຽກວັດທະນະທໍາ-ສັງຄົມ ກໍ່ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສ່ວນວຽກງານການສຶກສາ ໂດຍສະເພາະແມ່ນການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນກໍ່ໄດ້ມີການພັດທະນາ ເຮັດໃຫ້ການສຶກສາມີຄຸນນະພາບດີຂຶ້ນເລື້ອຍໆ, ປັດຈຸບັນມີ 7 ເມືອງທີ່ໄດ້ປະກາດເປັນເມືອງຈົບມັດທະຍົມຕົ້ນບໍາລຸງ. ຕາໜ່າງສາທາລະນະສຸກກໍ່ໄດ້ຂະຫຍາຍລົງຮອດທ້ອງຖິ່ນຮາກຖານ ເຮັດໃຫ້ປະຊາຊົນສ່ວນຫຼວງຫຼາຍສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກໄດ້ເປັນຢ່າງດີ.

     ຄຽງຄູ່ກັບຜົນງານດ້ານດີທີ່ກ່າວມານັ້ນ ແຂວງພວກເຮົາກໍ່ຍັງມີບາງບັນຫາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ຕົ້ນຕໍແມ່ນບັນຫາຊື້-ຂາຍຢາເສບຕິດ ເຊິ່ງຄົນບໍ່ດີໃຊ້ແຂວງພວກເຮົາເປັນທາງຜ່ານ. ບັນຫາຂີ້ລັກງັດແງະ, ນັກເລງອັນທະພານ, ການລັກລອບຕັດໄມ້ທໍາລາຍປ່າ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ບັນຫາຄວາມສະອາດສວຍງາມ.  ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜຽວ, ມູນເຊື້ອດຸໝັ່ນ-ອົງອາດກ້າຫານ ພ້ອມພຽງກັນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີ່ພັກ-ລັດຂັ້ນເທິງ ກໍ່ຄືຄະນະພັກ-ອໍານາດການປົກຄອງແຂວງວາງອອກ ລວມທັງການຮັກສາຄວາມສະອາດສວຍງາມ ເພື່ອປະກອບສ່ວນສ້າງແຂວງຈໍາປາສັກ ໃຫ້ກາຍເປັນສູນກາງບໍລິການທາງຜ່ານດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ແລະ ການບໍລິການ, ສ້າງແຂວງຈໍາປາສັກໃຫ້ເປັນສະຖານທີ່ໜ້າຢູ່ໜ້າອາໄສຂອງແຂກຄົນທັງພາຍໃນ ແລະ ຕ່າງປະເທດ.

2.ເຂດເສດຖະກິດພິເສດຄອນພະເພັງ

     ເຂດເສດຖະກິດພິເສດຄອນພະເພັງ ທີ່ຕັ້ງຢູ່ໃນເຂດເມືອງໂຂງ ແຂວງຈໍາປາສັກ ມີບໍລິເວນກວ້າງເຖິງ 39,000 ເຮັກຕາ ໂດຍທາງການແຂວງຈໍາປາສັກໄດ້ຈັດແບ່ງພື້ນທີ່ອອກເປັນ 5 ເຂດຄື ພື້ນທີ່ອ້ອມນໍ້າຕົກຄອນພະເພງ ຈະຖືກພັດທະນາໃຫ້ເປັນເຂດຮອງຮັບການທ່ອງທ່ຽວ ແລະ ທຸລະກິດທີ່ກ່ຽວຂ້ອງກັບ ການທ່ອງທ່ຽວ ໂດຍສະເພາະ ແລະ ໂຮງແຮມ, ຣີສອດ, ບ້ານພັກຕາກອາກາດ ແລະ ສວນສາທາລະນະທີ່ຢູ່ພາຍໃນເຂດສວນປ່າ ຫລື ເຂດອຸດທິຍານແຫ່ງຊາດ.ສ່ວນນອກນັ້ນ ກໍຈະເປັນເຂດສູນການຄ້າປອດພາສີ ສະໝາມບິນຮອງຮັບ ທັງເຮືອບິນສ່ວນຕົວ ແລະ ເຮືອບິນໂດຍສານ ສະໜາມກ໊ອບລະດັບມາດຕະຖານສາກົນ ແລະ ສູນບໍລິການທາງທຸລະກິດ ຢ່າງຄົບວົງຈອນທີ່ຈະມີ ຕະຫລາດການຄ້າເສລີ ເປັນສ່ວນປະກອບທີ່ສໍາຄັນອີກດ້ວຍ. ກຸ່ມນັກທຸລະກິດຈາກຈີນ, ເກົາຫລີໃຕ້ ແລະ ມາເລເຊຍລວມເຖິງ ນັກທຸລະກິດໃນລາວເອງ ໄດ້ພາກັນສະແດງຄວາມຕັ້ງໃຈ ທີ່ຈະເຂົ້າໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພັງ ດັ່ງກ່າວນີ້ແລ້ວ 4 ບໍລິສັດດ້ວຍກັນ ແລະ ໃນເມື່ອວ່າລັດຖະບານລາວ ໄດ້ອະນຸມັດແຜນການພັດທະນາເຂດເສດຖະກິດພິເສດຄອນພະເພັງ ຢ່າງເປັນທາງການແລ້ວນັ້ນ ຈຶ່ງເຊື່ອວ່າບັນດາບໍລິສັດຕ່າງຊາດ ຈະພາກັນຫລັ່ງໄຫລເຂົ້າໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພັງ ດັ່ງກ່າວນີ້ເພີ່ມຫລາຍຂຶນຢ່າງຕໍ່ເນື່ອງ.

3. ການຫັນຂະແໜງກະສິກໍາເປັນທັນສະໃໝ ແລະ ກ້າວໜ້າສູ່ການພັດທະນາແບບຍືນຍົງ

  ແນ່ນອນທຸກຄົນຖ້າວ່າໄດ້ຍິນຊື່ແຂວງປາສັກກໍ່ຕ້ອງຄິດເຖິງຜະລິດຕະພັນທີ່ລືຊື່ກໍຄືກາເຟ ເພາະວ່າແຂວງຈໍາປາສັກເປັນແຂວງໜຶ່ງທີ່ມີພື້ນຖານໃນການພັດທະນາທາງດ້ານກະສິກໍາ ກາເຟເປັນພືດທີ່ປະຊາຊົນເຂດເມືອງປາກຊ່ອງປູກເປັນອາຊີບເນື່ອງຈາກວ່າເປັນພື້ນທີ່ພູພຽງ ດິນທີ່ອຸດົມສົມໄປດ້ວຍແຮ່ທາດຕ່າງໆທີ່ເກີດຈາກພູໄຟລະເບີດຜ່ານມາຫຼາຍລ້ານປີ  ນອກຈາກນັ້ນຍັງມີພືດຫລາຍຊະນິດທີ່ປະຊາຊົນໄດ້ປູກເພື່ອຂາຍເປັນສິນຄ້າສົ່ງອອກ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນ  ຜັກກະລໍ່າປີ່ ແລະ ພືດອື່ນໆອີກຫຼາຍຊະນິດ. ນອກຈາກນີ້ຍັງມີອີກຫຼາຍຕົວເມືອງທີ່ເປັນທົ່ງພຽງທີ່ມີພື້ນຖານທາງດ້ານປູກເຂົ້າໂດຍສະເພາະ ແມ່ນ ເມືອງ ໂພນທອງ, ເມືອງ ຊະນະສົມບູນ, ເມືອງ ຈໍາປາສັກ, ເມືອງ ສຸຂຸມາ, ເມືອງ ມຸນລະປາໂມກ ແລະ ເມືອງອື່ນໆ.

    ໃນນີ້ກາານພັດທະນາແບບຍືນຍົງນອກຈາກການພັດທະນາການປູກກາເຟແລ້ວ ຍັງມີອີກຫຼາຍແນວທາງໃນການພັດທະນາໂດຍສະເພາະ ແມ່ນການພັດທະນາທາງດ້ານກະສິກໍາ ກໍ່ຄືການປູກເຂົ້າ . ເນື່ອງຈາກວ່າເຂົ້າເປັນຜະລິດຕະພັນທີ່ທຸກຄົນຂາດບໍ່ໄດ້.ເພາະເປັນແຂວງຈໍາປາສັກເປັນເຂດທົ່ງພຽງເປັນສ່ວນໃຫຍ່.

  ‘’ເຂົ້າ‘’ ຢູ່ໃນໂລກນີ້ຢ່າງໜ້ອຍມີຢູ່ 130  ລ້ານປີຜ່ານມາ. ເປັນພືດຕະກຸນຫຍ້າ, ເຂົ້າເປັນພືດ ອາຫານທີ່ສໍາຄັນຊະນິດໜຶ່ງຂອງໂລກ ໂດຍສະເພາະປະເທດໃນພູມິພາກອາຊຽນທີ່ນິຍົມບໍລິໂພກເຂົ້າເປັນອາຫານປະຈໍາວັນຫຼາຍກວ່າທະວີບອື່ນໆໃນໂລກ. ການຜະລິດບໍລິໂພກ ແລະ ການຄ້າເຂົ້າສ່ວນໃຫຍ່ແມ່ນຢູ່ທະວີບອາຊີ . ການປູກເຂົ້າເປັນການປູກພືດສະບຽງອາຫານທີ່ສໍາຄັນສໍາລັບປະຊາຊົນຂອງໂລກ. ໂດຍສະເພາະທະວີບອາຊີກວມເອົາ 90% ຂອງເຂົ້າທົ່ວໂລກທີ່ຜະລິດ  ແລະ ບໍລິໂພກພາຍໃນພາກພື້ນ. ນອກນີ້ ການການປູເຂົ້າເປັນອາຫານຫຼັກສໍາລັບ 2.4 ຕື້ຄົນໃນອາຊີ, ຍົກເວັ້ນປາກິດສະຖານ ແລະ ບາງພາກສ່ວນຂອງປະເທດອິນເດຍ  ແລະ ປະເທດ ຈີນ, ຢ່າງໃດກໍຕາມເນື່ອງຈາກ ສປປ ລາວ ມີຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ມີການປັບປຸງເສັ້ນທາງຄົມມະນາຄົມຂົນສົ່ງພາຍໃນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້, ສປປ ລາວ ຈະກາຍເປັນຜູ້ຕອບສະໜອງສະບຽງອາຫານ ແລະ ວັດຖຸດິບ ພ້ອມທັງເປັນສູນກາງປະສານງານທາງດ້ານຂົນສົ່ງທາງບົກໃນຂົງເຂດ ( UNIDO, 2004) ເຂົ້າເປັນອາຫານຫຼັກສໍາລັບປະຊາຊົນໃນເຂດອາຊີ .

   ດັ່ງນັ້ນ  ການເນັ້ນໃສ່ການຜະລິດເພື່ອຕອບສະຫນອງໃຫ້ແກ່ຊາວອຸດສາຫະກໍາໃນຂົງເຂດ ASEAN ແລະ ສປປ ຈີນ ອາດເປັນທາງເລືອກທີ່ເໝາະສົມສໍາລັບ ສປປ ລາວ. ຢາກເຮັດໄດ້ດັ່ງນັ້ນ ສປປ ລາວ ຈໍາເປັນຕ້ອງລົງທຶນໃສ່ການປັບປຸງສະມັດຕະພາບໃນການຜະລິດເຂົ້າໄປຄຽງຄູ່ກັບປັບປຸງການເກັບກູ້, ການເກັບຮັກສາ ແລະ ການຈໍາໜ່າຍຫຼັງການເກັບກູ້.  ເຖິງແມ່ນວ່າອາຊີຍັງມີສູນກາງຕົ້ນຕໍຂອງການຜະລິດ ແລະ ການບໍລິໂພກຂອງເຂົ້າ, ຄວາມສໍາຄັນຂອງເຂົ້າແມ່ນໄດເພີ້ມຂຶ້ນຢ່າງໄວວາໃນອາຟຣິກາ ແລະ ອາເມລິກາລາຕິນ, ແລະ ການສົ່ງເຂົ້າຈາກອາເມລິກາ ແລະ ອົດສະຕາລີ ແມ່ນມີຄວາມສໍາຄັນທີ່ສໍາຄັນຕໍ່ການຄ້າເຂົ້າຂອງໂລກ.

  ຈາກບັນຫາດັ່ງກ່າວທາງແຂວງຈໍາປາສັກ ໂດຍສະເພາະແມ່ນ ເມືອງໂພນທອງ, ເມືອງສຸຂຸມາ, ເມືອງມຸນລະປາໂມກ ແລະ ເມືອງ ຈໍາປາສັກ ຕັ້ງຢູ່ກໍ້າຂວາມືຂອງແມ່ນໍ້ຂອງ, ມີທົ່ງພຽງໃຫຍ່ອຸດົມສົມບູນເໜາະແກ່ການປູກພືດກະສິກໍາ, ເວົ້າລວມເວົ້າສະເພາະເມືອງໂພນທອງ  ມີເນື້ອທີ່ທັງໝົດ 35.000 ເຮັກຕາ. ເນື້ອທີ່ນາແຊງ 1.200 ເຮັກຕາ  ການປັກດໍາເຂົ້າ 2 ລະດູຄື: ນາແຊງ ແລະ ນາປີ. ປະຊາຊົນເມືອງໂພນທອງຍຶດຖືອາຊີບຊາວນນາເປັນສ່ວນໃຫຍ່ເປັນເມືອງທີ່ຜະລິດເຂົ້າເປັນສິນຄັາອັນດັບຕົ້ນຂອງປະເທດ. ເມືອງ ໂພນທອງກໍຄືແຂວງຈໍາປາສັກເປັນອູ່ເຂົ້າອູ່ປາແຫ່ງໃຫຍ່ໃຫ້ລ້ຽງຊີບປະຊາຊົນບໍ່ແມ່ນແຕ່ ສີ່ແຂວງພາກໃຕ້ເທົ່ານັ້ນ. ເມືອງ ໂພນທອງ ແມ່ນຜະລິດເຂົ້າເປັນສະບຽງໃຫ້ບາງແຂວງພາກກາງ ແລະ ແຂວງອື່ນໆອີກທົ່ວປະເທດ. ເຂົ້າປູກຈາກເມືອງໂພນທອງຍັງສົ່ງອອກໄປຍັງຫຼາຍປະເທດທົວໂລກ.ພາຍໃນເມືອງມີໂຮງສີຫຼາຍບ່ອນມີທັງຂະໜາດໃຫຍ່ຮອດຂະໜາດນ້ອຍ. ທ່າແຮງລາຍຮັບໄດ້ຈາກສິນຄ້າເຂົ້າສູງ. ເປັນເຊັ່ນນັ້ນຈຶ່ງມີນັກລົງທຶນຜູ້ທີມີທຶນກ້ອນໃຫຍ່ຄື: ຈີນ,ໄທ ໄດ້ເຂົ້າມາລົງທຶນເຮັດທຸລະກິດດ້ານຂາຍສົ່ງສິນຄ້າເຂົ້າ.

ສະພາບປັດຈຸບັນ : ຊາວກະສິກອນຜູ້ປູກເຂົ້າປະມານ 70% ຍັງບໍ່ທັນມີນໍ້າຊົນລະປະທານຮັບໃຊ້ຜົນຜະລິດ ເຊິ່ງມີຄວາມສ່ຽງຕໍ່ອາຊີບການປູກເຂົ້າ ໃນເງື່ອນໄຂທີດິນຟ້າອາກາດມີການປ່ຽນແປງ

o   ໄພທໍາມະຊາດທີ່ເກີດຂຶ້ນທຸກປີນັ້ນຍັງນັບເປັນປຸປະສັກທີ່ສໍາຄັນຕໍ່ການບັນລຸເປົ້າໝາຍຜົນຜະລິດ

o   ຊາວນາ ຊາວສວນ ບໍ່ມີເງິນຊໍາລະໜີ້ ທີ່ເກີດຈາກການຊົມໃຊ້ຟ້າເພື່ອສູບນໍ້າເຂົ້ານາ.

o   ຂໍ້ມູນລະອຽດໃນການຄໍ້າປະກັນລາຄາເຂົ້າຍັງບໍ່ມີ


IV.   ວັດທະນະທໍາ ແລະ ຮີດຄອງປະເພນີ

  1. ວັດທະນະທຳ

ແຂວງຈໍາປາສັກເປັນແຂວງໜຶ່ງທີ່ມີວັດທະນະທໍາທາງດ້ານວັດຖຸ ແລະ ຈິດໃຈອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການອະນຸລັກຮັກສາພັດທະນາ ໄປຄຽງຄູ່ກັບການພັດທະນາປະເທດຊາດ ໃນແຕ່ລະຍຸກສະໄໝ. - ວັດທະນະທໍາທາງດ້ານວັດຖຸ ທີ່ສະແດງໃຫ້ເຫັນເຖິງເອກະລັກພິເສດ ຂອງວັດທະນະທໍາລາວ ທີ່ຄົນລາວເປັນຜູ້ສ້າງຂຶ້ນປະກອບມີອາຄານ, ບູຮານນາສະຖານຕ່າງໆ ໃນນັ້ນສຳຄັນແມ່ນ ວັດວາອາຮາມທີ່ມີຊື່ສຽງ ເຊັ່ນ: ວັດພູຈຳປາສັກ, ພຣະທາດສາມປາງ, ວັດຈອມເພັດ, ວັດຫລວງ, ວັດພຣະບາດ ແລະ ອື່ນໆ. ປະເພດເຄື່ອງດົນຕີ ທີ່ເປັນສັນຍາລັກ ຂອງລາວຄືແຄນ, ລະນາດ, ຄ້ອງ, ສີຊໍ, ກະຈັບປີ, ກອງໄຊ..ມີເຄື່ອງຫັດຖະກຳຈັກສານ, ຄວັດລວດລາຍ, ຕ່ຳຫູກທໍໄໝຕ່າງໆ.    

- ວັດທະນະທໍາທາງດ້ານຈິດໃຈ ໄດ້ສະແດງອອກໃນການດໍາລົງຊິວິດຂອງຄົນລາວ ດ້ວຍຄວາມປອດໃສຂາວສະອາດ, ມີຄວາມໂອບເອື້ອອາລີ ຍີ້ມແຍ້ມຕໍ່ແຂກຄົນ, ນັບຖືຜູ້ອາວຸໂສ, ຮັກແພງເດັກນ້ອຍ, ມີສີລະທໍາ, ມີຄວາມຊື່ສັດໃນຄໍາສອນຂອງພະພຸດທະເຈົ້າ, ມີພາສາລາວເປັນພາສາຊາດ; ພິເສດມີພິທີກຳຕ່າງໆເຊັ່ນ: ການເກີດກໍຈະມີພິທີຢູ່ກຳ-ອອກກຳ; ການບວດ, ການແຕ່ງດອງ, ການຕາຍ ແລະ ອື່ນໆ.II.    

2. ຮີດຄອງປະເພນີ

   ແຂວງຈໍາປາສັກກໍຄືສປປ ລາວ ມີຮີດ 12 ຄອງ 14 ເປັນປະເພນີທີ່ບັນພະບູລຸດໄດ້ປະຕິບັດສືບທອດກັນມາແຕ່ບູຮານ. ຮີດ 12  ໝາຍເຖິງການເຮັດບຸນຕ່າງໆ ໃນແຕ່ລະເດືອນຂອງປີ. ຄອງ 14 ໝາຍເຖິງກົດທີ່ປະຊາຊົນລາວກຳນົດຂຶ້ນ ແລະ ປະຕິບັດມາແຕ່ດົນນານຈົນກາຍເປັນຮີດຄອງ ຂອງຄົນລາວ. ກົດດັ່ງກ່າວນີ້ ໄດ້ປະຕິບັດເປັນປະຈຳແຕ່ລະມື້ແຕ່ລະວັນ ລະຫວ່າງຄອບຄົວ, ຜົວເມຍ, ຕໍ່ພະສົງ, ຕໍ່ຕົນເອງ ແລະ ຕໍ່ທຸກຄົນ. ແຕ່ລະເຜົ່າ ກໍມີປະເພນີອັນດີງາມ ປະຈຳເຜົ່າຂອງຕົນເຊັ່ນ: ບຸນຫໍ່ເຂົ້າສະຫຼາກ, ເຂົ້າປະດັບດິນເວລາເຂົ້າພັນສາ, ບຸນຫົດນ້ໍາປີໃໝ່ລາວ, ບຸນຊ່ວງເຮືອ, ບຸນບັ້ງໄຟ. ເປັນບຸນປະເພນີຂອງເຜົ່າລາວລຸ່ມ ແລະ ອື່ນໆ.  ແຕ່ລະເຜົ່າ ມີຄວາມແຕກຕ່າງທາງດ້ານຄວາມນັບຖື ແລະ ວິຖີດໍາລົງຊິວິດ, ຕະຫຼອດຮອດເຮືອນຢູ່ ແລະ ເຄື່ອງນຸ່ງກໍແຕກຕ່າງກັນ ເຊັ່ນ: ແມ່ຍິງບາງເຜົ່ານຸ່ງກະໂປ່ງ ແລະ ບາງເຜົ່ານຸ່ງໂສ້ງ. ເຜົ່າຕ່າງໆຈຳນວນຫຼາຍມັກຢູ່ເຮືອນຮ້ານ, ແມ່ຍິງນຸ່ງສີ້ນ ແລະ ເກົ້າຜົມ; ແບບຟ້ອນ, ສຽງຂັບລໍາຂອງແຕ່ລະເຜົ່າກໍຕ່າງກັນ. ແຕ່ອັນລວມ ສຳລັບທຸກໆເຜົ່າທີ່ດໍາລົງຄົງຕົວຢູ່ ສປປ ລາວ ແມ່ນການມີສິດສະເໝີພາບກັນ ຕໍ່ໜ້າກົດໝາຍ. ມີສິດສະເໝີພາບໃນການເລືອກທີ່ຕັ້ງພູມລໍາເນົາ, ມີສິດເຊື່ອຖື ແລະ ບໍ່ເຊື່ອຖືທາງສາດສະໜາ ແລະ ອື່ນໆ ຊຶ່ງໄດ້ກຳນົດໄວ້ ໃນລັດຖະທໍາມະນູນຂອງ ສປປ ລາວ.II.    

3.ມູນເຊື້ອ:    

 ຊາດລາວເປັນຊາດໜຶ່ງ ທີ່ຕັ້ງຖິ່ນຖານພູມລໍາເນົາຢູ່ແຫຼມອິນດູຈີນ ມາແຕ່ດົນນານ. ຜ່ານຂະບວນວິວັດໃນການອອກແຮງງານ, ແບບວິຖີຊິວິດ ແລະ ການຕໍ່ສູ້ຫຼາຍຍຸກຫຼາຍສະໄໝສືບທອດກັນມາ ເຮັດໃຫ້ປະຊາຊົນລາວສ້າງໄດ້ມູນເຊື້ອຫຼາຍຢ່າງເຊັ່ນ:II.    

- ມູນເຊື້ອດຸໝັ່ນໃນການອອກແຮງງານ, ການອອກແຮງງານແມ່ນຄວາມຈຳເປັນ ຂອງມວນມະນຸດທຸກຄົນ ຊຶ່ງທໍາອິດກໍແມ່ນເພື່ອຄວາມຢູ່ລອດຂອງ ຊິວິດ, ຕໍ່ມາກໍເພື່ອຄອບຄົວ, ເພື່ອສັງຄົມ ແລະ ເພື່ອປະເທດຊາດ. ປະຊາຊົນລາວ ບໍ່ວ່າຍຸກສະໄໝໃດກໍລ້ວນແລ້ວແຕ່ມີຄວາມອົດທົນ ໃນການອອກ ແຮງງານ, ມີຫົວຄິດປະດິດສ້າງ ແລະ ດຸໝັ່ນຂະຫຍັນພຽນ ຈົນມີຄໍາສຸພາສິດ, ໝວດຄໍາໂຕ່ງໂຕຍ ແລະ ຄໍາພະຫຍາຕ່າງໆ ເຊັ່ນ:     “ ຫຼັງສູ້ຟ້າໜ້າສູ້ດິນ, ໄປຢຽບມາມາຢຽບຂຽດ” ຊຶ່ງມັນສະແດງໃຫ້ເຫັນທາດແທ້ຄວາມດຸໝັ່ນ ໃນການອອກແຮງງານຂອງປະຊາຊົນລາວ.II.    

4.ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

   ວຽກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີການຂະຫຍາຍຕົວ ແລະ ພັດທະນາໃຫ້ໃກ້ຄຽງລະດັບພາກພື້ນ, ໂທລະພາບແຂວງ ໄດ້ຮັບ-ສົ່ງສັນຍານຈາກລະບົບອານາລ໋ອກ ມາເປັນລະບົບດີຈິຕອນ, ມີໜ່ວຍບໍລິການສັນຍານໂທລະພາບເຄເບິລທີວີ ແລະ ດີຈິຕອນທີວີ 3 ບໍລິສັດ; ວິທະຍຸກະຈາຍສຽງຂອງແຂວງ ສາມາດສົ່ງສັນ ຍານກວມພື້ນທີ່ໄດ້ 80%; ໜັງສືພິມຈໍາປາໃໝ່ ສາມາດແຈກຢາຍຂໍໍ້ມູນຂ່າວສານກ້າວສູ່ປີທີ 16; ດ້ານວັດທະນະທໍາ ແມ່ນໄດ້ຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາຂອງຊາດ, ຂອງທ້ອງຖິ່ນ ໃຫ້ມີຄຸນຄ່າສູງຂຶ້ນ; ດ້ານການທ່ອງທ່ຽວຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງແຂວງພວກເຮົາໄດ້ຈັດງານມະຫະກໍາ ການທ່ອງທ່ຽວແບບອະນຸລັກອາຊຽນ ຄັ້ງທີ 1 ແລະ ກອງປະຊຸມທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ຂຶ້ນ ແລະ ສໍາເລັດລົງຢ່າງຈົບງາມ, ໃນ 1 ປີ ຜ່ານມາມີແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມແຂວງຈໍາປາສັກເກືອບ 6 ແສນຄົນ.II.    

5.ວຽກງານການຕ່າງປະເທດ.    

   ດ້ານການພົວພັນຮ່ວມມືກັບຕ່າງປະເທດ, ແຂວງພວກເຮົາ ສືບຕໍ່ຮັກສາສາຍພົວພັນບ້ານໃກ້ເຮືອນ ຄຽງກັບ ລາຊະອານາຈັກໄທ ແລະ ກຳປູເຈຍ, ມີການພົວພັນຮ່ວມມືແບບພິເສດຮອບດ້ານ ກັບສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເປັນຢ່າງດີ ແລະ ກັບບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ກໍໄດ້ຮັບການພົວພັນ ດີຂຶ້ນ ເປັນກ້າວໆ, ພິເສດ ໄດ້ມີການພົວພັນຮ່ວມມືເສດຖະກິດກັບສາກົນຢ່າງເປີດກວ້າງ ເຊິ່ງມີ 33 ປະເທດ, 11 ອົງການ, 2 ສະຖາບັນ, 1 ອົງການທີ່ບໍ່ຂຶ້ນກັນລັດຖະບານ (NGO) ຊຶ່ງໄດ້ກາຍເປັນກໍາລັງແຮງສໍາຄັນໃນການພັດທະ ນາເສດຖະກິດ-ສັງຄົມ ຂອງແຂວງເຮົາເປັນຢ່າງດີ.

6. ອາຫານປະຈໍາແຂວງ.    

  ສໍາລັບແຂວງຈໍາປາສັກກໍ່ເປັນອີກແຂວງໜຶ່ງທີ່ມີອາຫານການກິນທີ່ລືຊື່ນັ້ນກໍ່ຄື: ແຈວປາກະເຕົາ,ກ້ອຍປາເພ້ຍ, ສົ້ມປາພອນ ແລະ ອີກຫຼາຍໆເມນູ. ຄືກັບປະເທດອາຊີອື່ນໆ, ອາຫານບໍ່ພຽງແຕ່ເປັນເຄື່ອງກິນປະຈຳວັນເທົ່ານັ້ນ ຍັງແມ່ນສ່ວນໜຶ່ງທີ່ສຳຄັນ ຂອງ ວັດທະນະທຳອີກດ້ວຍ. ການຮັບປະທານອາຫານ ແຕ່ລະຄັ້ງ ແມ່ນການເຕົ້າໂຮມ ຂອງຄອບຄົວ ແລະໝູ່ຄູ່ທີ່ຮັກແພງ ກໍ່ຄືແຂກຄົນທີ່ມາຢ້ຽມຢາມ. ອາຫານຫຼາຍຊະນິດທີ່ມີກິ່ນຫອມ, ມີລົດຊາດອັນແຊບນົວ, ສົດໆຮ້ອນໆ ບໍ່ວ່າຈະເປັນ ເຂົ້າໜຽວ, ລາບ, ແຈ່ວບອງ ແລະອື່ນໆ  ແມ່ນມີຊື່ສຽງ ຢູ່ໃນວົງການ ອາຫານຂອງອາຊີ. ເຖິງວ່າລາວ ຈະເປັນປະເທດດຽວເທົ່ານັ້ນ ຢູ່ໃນອາຊີຕາເວັນອອກສຽງໄຕ້ ທີ່ບໍ່ມີ ຊາຍແດນຕິດກັບທະເລ, ແຕ່ອາຫານລາວ ໃນຫຼາຍສະຕະວັດຜ່ານມາ ກໍ່ໄດ້ຮັບຜົນສະທ້ອນ ມາຈາກອາຫານ ຂອງປະເທດເພື່ອນບ້ານ ຫຼືວ່າກົງກັນຂ້າມ. ແນວນັ້ນກໍ່ຕາມ ອາຫານລາວ ກໍ່ໄດ້ມີການພັດທະນາ ແລະມີຄວາມແຕກຕ່າງຢ່າງເດັ່ນຊັດ ຈາກອາຫານ ຂອງປະເທດເພື່ອນບ້ານ.II.    

7.ດ້ານການສຶກສາ ແລະ ກິລາ.    

 ໄປຄຽງຄູ່ກັບການພັດທະນາດ້ານເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ກໍໄດ້ເອົາໃຈໃສ່ຢ່າງມີຈຸດສຸມ ໂດຍເອົາການສຶກສາ ເປັນໃຈກາງຂອງການພັດທະນາ ແລະ ໄປກ່ອນກ້າວໜຶ່ງຂອງທຸກວຽກງານ, ວຽກງານສຶກສາ ຈິ່ງຂະຫຍາຍຕົວໄວ ນັບທັງປະລິມານ ແລະ ຄຸນນະພາບ; ຈຳນວນໂຮງຮຽນ, ຫ້ອງຮຽນ, ຄູສອນ ແລະ ນັກຮຽນ ເພີ່ມຂຶ້ນຢ່າງໄວວາ; ອັດຕາການຮູ້ໜັງສືຂອງປະຊາກອນໃນເກນອາຍຸ 15-24 ປີ ກວມ 99%, ໃນເກນອາຍຸ 15-40 ປີ ກວມ 99% ແລະ ໃນເກນອາຍຸ 15 ປີຂຶ້ນໄປ ກວມ 98%. ມາຮອດປັດຈຸບັນນີ້, ໄດ້ສໍາເລັດການ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງແລ້ວ 7 ເມືອງ: ເມືອງປາກເຊ, ໂພນທອງ, ຊະນະສົມບູນ, ຈໍາປາສັກ, ໂຂງ, ມູນລະປະໂມກ ແລະ ສຸຂຸມາ.   

  ວຽກງານກິລາກາຍະກໍາ ກໍໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ເຮັດໃຫ້ຊາວໜຸ່ມ-ໄວໜຸ່ມຫັນມາໃສ່ໃຈຕໍ່ສຸຂະພາບຫຼາຍຂຶ້ນ; ສາມາດພັດທະນາ ກ້າວໄປເຖິງການເປັນຕົວແທນຂອງແຂວງ, ຂອງປະເທດ ໄປແຂ່ງຂັນລະດັບພາກພື້ນ ແລະ ກັບສາກົນ.II.    

   ແຂວງຈໍາປາສັກເປັນອີກແຂວງໜຶ່ງທີ່ມີສະຖານທີ່ສຶກສາຫຼາຍແຫ່ງພໍສົມຄວນ ມີທັງໂຮງຮຽນລັດ ແລະ ໂຮງຮຽນຂອງເອກະຊົນ ໃນນັ້ນມີ ມະຫາວິທະຍາໄລແຫ່ງໜຶ່ງຄື: ມະຫາວິທະຍາໄລແຂວງຈໍາປາສັກທີ່ເປີດສອນມາມາແຕ່ປີ 2001 ເປັນຕົນມາ, ແລະ ຍັງມີ ວິທະຍາໄລ ສ້າງຄູປາກເຊ, ວິທະຍາໄລການເງິນພາກໃຕ້, ວິທະຍາໄລແພດສາດ,ວິທະຍາໄລເຕັກນິກວິຊາຊີບ, ວິທະຍາໄລກະເສດສາດ, ວິທະຍາໄລສ້າງຄູສົງ ແລະ ຍັງມີອີກຫຼາຍໆວິທະຍາໄລ ທີ່ເປັນສະຖານທີ່ຕອນຮັບນັກຮຽນພາຍໃນແຂວງ ແລະ ຕ່າງແຂວງທີ່ມາສຶກສາຮໍ່າຮຽນເພື່ອຕອບສະນອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດໃນການພັດທະນາຂອງການສຶກສາທີ່ທາງກະຊວງສຶກສາໄດ້ວາງອອກເພື່ອໃຫ້ປະຊາຊົນທຸກຊັ້ນຄົນໃຫ້ຫຼຸດພົ້ນອອກຈາກການກືກໜັງສືໃນນັ້ນ ແຂວງຈໍາປາສັກກໍ່ເປັນແຂວງໜຶ່ງທີ່ໄດ້ປະກາດເປັນແຂວງທີ່ຈົບຊັ້ນປະຖົມບໍາລຸງໃນທຸກໆເມືອງ ແລະ ສາມາດປະຕິບັດຕາມແຜນການທີ່ທາງກະຊວງສຶກສາໄດ້ວາງອອກ.II.    

8.ວຽກງານສາທາລະນະສຸກ

   ປະຊາຊົນໄດ້ເຂົ້າຊົມໃຊ້ການບໍລິການສາທາລະນະສຸກ ຢ່າງທົ່ວເຖິງ, ທົ່ວແຂວງມີໂຮງໝໍ 10 ແຫ່ງ (ບໍ່ໄດ້ນັບທັງໂຮງໝໍທະຫານ), ໃນນີ້ ໂຮງໝໍແຂວງ 1 ແຫ່ງມີ 250 ຕຽງ, ໂຮງໝໍເມືອງ 9 ແຫ່ງມີ 180 ຕຽງ, ສຸກສາ ລາ 65 ແຫ່ງມີ 231 ຕຽງ, ໂຮງງານຜະລິດຢາ 1 ແຫ່ງ, ມີວິທະຍາໄລວິທະຍາສາດສຸຂະພາບ 1 ແຫ່ງ, ມີຫ້ອງກວດພະຍາດ (ຄລີນິກ) 84 ແຫ່ງ, ມີພະນັກງານແພດ 1.598 ຄົນ, ຍິງ 1.102 ຄົນ; ຍ້ອນແນວນັ້ນ ຂະບວນການກັນພະຍາດ-ຕ້ານໂລກລະບາດ ຈິ່ງມີບາດກ້າວຫັນປ່ຽນທີ່ຕັ້ງໜ້າ ແລະ ອາຍຸຍືນສະເລ່ຍຂອງປະຊາຊົນ 65 ປີ.

    ປັດຈຸບັນ  ການບໍລິການດ້ານ ສາທາລະນະສຸກ ໄດ້ຮັບການປັບປຸງ ແລະ ພັດທະນາທັງດ້ານ ປະລິມານ ແລະ ຄຸນນະພາບ, ການບໍລິການ ໄດ້ຂະຫຍາຍໄປສູ່ທ້ອງຖິ່ນ, ຮາກຖານ; ນະໂຍບາຍປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່າ ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ປະຊາຊົນມີສຸຂະພາບແຂງແຮງ ແລະ ສາມາດ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ.

   ຜ່ານການປັບປຸງ ແລະ ຂະຫຍາຍຕາໜ່າງສາທາລະນະສຸກ ເຫັນໄດ້ວ່າອັດຕາ ການຕາຍຂອງແມ່ໄດ້ມີການຫລຸດລົງ 80% ແຕ່ 1.100/100.000 ເປັນ 220/100.000 ເຊິ່ງໄດ້ບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ທີ່ອົງການສະຫະປະຊາຊາດ ກຳນົດໄວ້ໃນປີ 2015 (260/100.000) ສ່ວນອັດຕາການເກີດ ລູກໂດຍມີແພດຊ່ວຍ ແມ່ນຢູ່ລະດັບ 58% ຄາດໝາຍ ປີ 2016 ແມ່ນ 50% ເຫັນວ່າບັນລຸເກີນຄາດໝາຍແລ້ວ. ສຳລັບອັດຕາການ ຕາຍຂອງເດັກລຸ່ມ 1 ປີ ນັບແຕ່ 1990 ເຖິງປັດຈຸບັນ ໄດ້ຫລຸດລົງ 54,2% ຈາກ 110 ຄົນ ຄາດໝາຍປີ 2016 ແມ່ນ 45% ແລະ ອັດຕາການຕາຍຂອງເດັກລຸ່ມ 5 ປີ ໄດ້ຫລຸດລົງ 72,1% ຈາກ 160 ຄົນ ຄາດໝາຍປີ 2016 ແມ່ນ 68%

9.ດ້ານສະພາບສິ່ງແວດລ້ອມ

   ອໍານາດການປົກຄອງແຂວງຈໍາປາສັກ ໄດ້ແຕ່ງຕັ້ງຄະນະກໍາມະການຈັດສັນຄວາມເປັນລະບຽບຮຽນຮ້ອຍ, ຮັກສາຄວາມສະອາດສວຍງາມ ແລະ ຮັກສາສະພາບແວດລ້ອມພາຍໃນຕົວເມືອງ ເພື່ອສ້າງຕ ແຂວງຈໍາປາສັກ ໃຫ້ເປັນແຂວງພັດທະນາ 3 ສໍ ຄື: ເປັນເມືອງສີຂຽວ-ສະອາດສວຍງາມ, ເປັນສູນລວມຂອງພາກໃຕ້ລາວ ແລະ ເປັນເມືອງມີຄວາມສີວິໄລ.

   ແຂວງຈໍາປາສັກ ຍົກສູງຄວາມເອົາໃຈໃສ່ຕໍ່ບັນຫາຄວາມສະອາດສວຍງາມ ແລະ ມີສະພາບແວດລ້ອມທີ່ດີ ໃນເທດສະບານແຂວງ. ຫຼ້າສຸດໄດ້ອອກແຈ້ງ ການເລກທີ 02/ຈຂ.ຈສ ລົງວັນທີ 6 ກຸມພາ 2017 ເລື່ອງ ການຮັກສາຄວາມສະອາດ, ສວຍງາມ ແລະ ຄວາມ ເປັນລະບຽບຮຽບຮ້ອຍໃນເຂດເທດສະບານແຂວງ.

   ໂດຍແຈ້ງການສະບັບນີ້ ມອບໃຫ້ ເມືອງປາກເຊ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງລົງສົມທົບກັບບ້ານ, ກຸ່ມບ້ານທີ່ຕັ້ງຢູ່ແຄມທາງຫຼວງ ໃນຂອບເຂດເທດສະບານແຂວງ ຈົ່ງ ເພີ່ມທະວີຄວາມເອົາໃຈໃສ່ ຕິດຕາມກວດກາ ການຈັດຕັ້ງປະຕິບັດແຈ້ງການຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບ ຜົນດີ. ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດແຈ້ງການສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຢ່າງເຂັ້ມງວດ.II.    

  ເນື້ອໃນຕົ້ນຕໍຂອງແຈ້ງການສະບັບນີ້ມີລາຍລະອຽດດັ່ງນີ້: 1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນເທດສະບານຂອງແຂວງຈຳປາສັກ ( ເມືອງປາກເຊ ) ຕ້ອງເປັນເຈົ້າການຮັກສາອະນາໄມຄວາມສະອາດ ສວຍງາມຂອງຕົວເມືອງ, ເສັ້ນທາງ, ດອກໄມ້+ຕົ້ນໄມ້ປະດັບ, ສວນຫຍ້າຢູ່ດອນກາງທາງ ທີ່ຕິດພັນກັບອາ ຄານ, ຫ້າງຮ້ານ, ຄອບຄົວ, ບ້ານເຮືອນ, ໂຮງໝໍ, ໂຮງຮຽນ, ເຮືອນໃຫ້ເຊົ່າ, ເຮືອນພັກ, ໂຮງແຮມ, ສຳນັກງານ ແລະ ສະຖານທີ່ສາທາລະນະຕ່າງໆ ຕ້ອງມີພາຊະນະເກັບມ້ຽນ ແລະ ແຍກປະເພດຂີ້ເຫຍື້ອ ( ໂລຫະ, ຢາງ, ເຈ້ຍ, ແກ້ວ ແລະ ອື່ນໆ ). 2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງມີພັນທະ ແລະ ມີສ່ວນຮ່ວມ ໃນການປົກປັກຮັກສາ ອະນາໄມຕະຄອງຮ່ອງນຳ້, ເສັ້ນທາງ, ທາງຍ່າງ, ປູກ ແລະ ບົວລະບັດຕົ້ນໄມ້ ອ້ອມ ຮອບທີ່ຢູ່ອາໄສ ໃຫ້ມີຄວາມຂຽວງາມຢູ່ສະເໝີ. ທຸກການຜະລິດ ແລະ ການດຳເນີນກິດຈະການຕ່າງໆ ໃນເທດສະບານຂອງແຂວງ ຕ້ອງມີການຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເພື່ອບໍ່ໃຫ້ທຳລາຍສະ ພາບແວດລ້ອມຕົວເມືອງເຊັ່ນ: ກິ່ນ, ຄວັນ, ຝຸ່ນລະອອງ, ແສງ, ສີ, ສຽງ, ການສັ່ນສະເທືອນ ແລະ ອື່ນໆ.3. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສັດລ້ຽງປະເພດ: ງົວ, ຄວາຍ, ແບ້, ໝູ, ໝາ ຕ້ອງມີການຮັກສາ ແລະ ຄຸ້ມຄອງໃຫ້ດີ, ຫ້າມຜູກ ຫຼື ປ່ອຍສັດລ້ຽງຊະຊາຍ ຕາມເສັ້ນທາງ ຫຼື ແຄມທາງຫຼວງ, ຕາມສະຖານ ທີ່ສາທາລະນະ, ສະຖານທີ່ຫວງຫ້າມຕ່າງໆ ໃນເທດສະບານຂອງແຂວງຢ່າງເດັດຂາດ, ຖ້າລະເມີດຈະຖືກ ສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝເຈົ້າຂອງສັດລ້ຽງ ຕາມແຕ່ລະປະເພດສັດດັ່ງນີ້: ສັດລ້ຽງ ປະເພດງົວ, ຄວາຍ ປັບໃໝຄັ້ງລະ 2.000.000 ກີບ/ໂຕ, ສັດລ້ຽງແບ້, ໝູ ປັບໃໝຄັ້ງລະ 300.000 ກີບ/ໂຕ. 4. ລົດຂົນສົ່ງ, ລົດໂດຍສານ, ລົດປະຈຳສຳນັກງານອົງການ ແລະ ລົດສ່ວນຕົວທຸກປະເພດ ຕ້ອງມີພາຊະນະເກັບ ມ້ຽນຂີ້ ເຫຍື້ອ. ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ຈູດ, ຖອກ ຫຼື ຖິ້ມຂີ້ເຫຍື້ອ, ສິ່ງເສດ ເຫຼືອ ແລະ ວັດສະດຸກໍ່ສ້າງຕ່າງໆຕາມລຳພັງໃຈ ຊຶ່ງເປັນການທຳລາຍສິ່ງແວດລ້ອມ, ສ້າງຄວາມເປິເປື້ອນ ຕາມເສັ້ນ ທາງຫຼວງ. 5. ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທຳລາຍດອກໄມ້+ຕົ້ນໄມ້ປະດັບ, ສວນຫຍ້າ, ຫ້າມສ້າງ ຄວາມເປິເປື້ອນ, ຄວາມບໍ່ສະອາດໃສ່ດອນກາງທາງ, ຫ້າມທຳລາຍກີບບົວ, ສາລານັ່ງລໍຖ້າລົດເມ, ຫ້າມວາງ ເຄື່ອງຂາຍ ໃສ່ຕົວໜອນຕາມທາງຍ່າງ ອັນເປັນການກີດຂວາງການສັນຈອນ ແລະ ບໍ່ເປັນລະບຽບຮຽບຮ້ອຍ.6. ຫ້າມບຸກຄົນ ຫຼື ການຈັດຕັ້ງຖອກດິນ, ຖອກແຮ່ - ຊາຍ, ເສດວັດສະດຸກໍ່ສ້າງ ແລະ ສິ່ງກີດຂວາງອື່ນໆ ໃສ່ເສັ້ນທາງຫຼວງ, ແຄມທາງຫຼວງ, ຮ່ອງລະບາຍນຳ້ຂ້າງທາງ ລວມທັງຝາຮ່ອງ ຊຶ່ງເປັນການກີດຂວາງ ການສັນຈອນ ແລະ ເກີດການອຸດຕັນຮ່ອງນໍ້າ. 7. ຫ້າມນຳໃຊ້ເສັ້ນທາງ, ບ່າທາງ ຫຼື ເຂດສະຫງວນທາງ ເປັນບ່ອນດຳເນີນການບໍລິການຕ່າງໆ, ການສ້ອມແປງລົດທຸກປະເພດ ແລະ ຖິ້ມຂີ້ເຫຍື່ອ ຫຼື ປ່ອຍນໍ້າເປື້ອນ, ຖອກນຳ້ມັນ, ລ້າງລົດ ແລະ ອື່ນໆ ໃສ່ທາງ ຫຼື ແຄມທາງຫຼວງ. 8. ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕັດຮອນ ຫຼື ທຳລາຍຕົ້ນໄມ້ແຄມທາງ ຫຼື ໃນເຂດສວນສາທາລະນະ ໃນຂອບເຂດເທດສະບານຂອງແຂວງ, ໃນກໍລະນີມີຄວາມຈຳເປັນຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວ ຂ້ອງເສຍກ່ອນ.II.    

  ແຈ້ງການສະບັບນີ້ ນັບວ່າເປັນບາດກ້າວໃໝ່ ທີ່ຈະເຮັດໃຫ້ເທດສະບານແຂວງມີຄວາມສະອາດສວຍ ງາມ ເປັນທີ່ເອກອ້າງແຂກຄົນທີ່ເດີນທາງມາຢ້ຽມຢາມ ແລະ ທ່ອງທ່ຽວໄດ້ມີຄວາມປະທັບໃຈ. ແນ່ນອນວ່າ ເນື້ອໃນແຈ້ງການຈະເປັນຮູບປະທຳໄດ້ ແມ່ນເກີດຈາກການຮ່ວມມືຮ່ວມໃຈຂອງຄົນເມືອງປາກເຊທຸກຄົນ ຕ້ອງເປັນເຈົ້າການ ແລະ ປະຕິບັດຢ່າງຈິງຈັງແທ້. ສິ່ງສຳຄັນອີກອັນໜຶ່ງທີ່ຂາດບໍ່ໄດ້ ກໍ່ຄືການກວດກາການ ຈັດຕັ້ງປະຕິບັດ ແລະ ນຳໃຊ້ມາດຕະການຕໍ່ຜູ້ລະເມີດແຈ້ງການນີ້ຢ່າງເຂັ້ມງວດ.

VI. ດ້ານການທ່ອງທ່ຽວ

   ດ້ານສະຖານທ່ອງທ່ຽວແຂວງຈໍາປາສັກກໍ່ເປັນແຂວງໜຶ່ງທີ່ມີຄວາມອຸດົມສົມໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ມີສະຖານທີທ່ອງທ່ຽວຫຼາຍໆແຫ່ງເຊັ່ນ:

·         ມະຫານະທີ ສີພັນດອນ

·         ເຂດເສດຖະກິດພິເສດຄອນພະເພັງ

·         ຜາສາດຫີນວັດພູ

·         ນ້ຳຕົກຕາດຄອນພະເພັງ

·         ນ້ຳຕົກຕາດຫຼີ່ຜີ

·         ຕາດຜາສ້ວມ

·         ຕາດຟານ

·         ຕາດເຍືອງ

·         ຕາດກ້ວຍຫົວຊ້າງ

·         ພູພຽງບໍລະເວນ

·          ວັດພູສະເຫຼົາ

·         ຂົວມິດຕະພາບລາວ-ຍີ່ປຸ່ນ

·         ຂົວຂ້າມນ້ຳຂອງດອນໂຂງ

·         ວັດຈອມເພັດ

·         ວັດຫລວງປາກເຊ

·         ວັງເຈົ້າບຸນອຸ້ມ

·         ປ່າສະຫງວນແຫ່ງຊາດເຊປ່ຽນ

·         ປ່າສະຫງວນແຫ່ງຊາດພູຊຽງທອງ

·         ສີຫນຸກຣີສອດ

   ເຂດມະຫານະທີ ສີພັນດອນ  ທີ່ເປັນເຂດເກາະດອນນ້ອຍໃຫຍ່ທີ່ ຊ່າລືພືຜ້າ ເລື່ອງເລົ່າຂານຕຳນານພື້ນເມືອງລາວ ເຊິ່ງນັບແຕ່ດອນພະກ່ຳ ເມືອງຈຳປາສັກໄປຈົນຮອດຊຸມດອນທີ່ຕັ້ງຢູ່ຫົວຄັນເຫວ ຄອນພະເພັງລ້ວນ ແຕ່ມີຕຳນານພື້ນເມືອງລາວກັນມາຫລາຍ ເຊັ່ນຄົນ: ເລື່ອງດອນນາງໂລງ, ດອນນາງລອຍ,ເລື່ອງສອງບ່າວ ສາວລ່ອງເຮືອລົງ ຄອນພະເພັງຈົນກະທັງຈົນຮອດດອນໄຊ.ໃນຈຳນວນດອນທີ່ກ່າວກັນວ່າ ສີ່ພັນດອນນັ້ນ ຄວາມຈິງກໍ່ອາດຈະເຖິງຖ້າວ່ານັບຫມົດທັງນ້ອຍ ແລະ ໃຫຍ່ແຕ່ຖ້າຈຳແນກອອກເຊັ່ນ: ດອນທີ່ມີຄົນອາໄສຢູ່ດອນທີ່ໃຊ້ລ້ຽງສັດປູກຝັງ ແລະ ດອນທີ່ຟູ ຫລື ພົ້ນນ້ຳແຕ່ຍາມແລ້ງກໍ່ເປັນອີກເລື່ອງຫນຶ່ງຕາມການສຳຫລວດຈາກ ພາກສ່ວນທີ່ກ່ຽວຂ້ອງດອນ ທີ່ມີປະຊາຊົນອາໄສຕັ້ງບ້ານເຮືອນຢູ່ທັງຫມົດ 364 ດອນ, ດອນໃຫຍ່ກວ່າຫມູ່ ກໍ່ແມ່ນດອນໂຂງມີຊາວປາຍບ້ານຖັດນັ້ນ ກໍ່ມີດອນເບັງ ຫລື ດອນສົມ, ດອນລົບປາດີ,ດອນຊ້າງໄພ, ດອນພິມານ, ດອນຂະເຫມົາ,ດອນຮີ, ດອນໄຊ, ດອນສັນ, ດອນແດງ, ດອນໂລງ, ດອນຄອນ, ດອນເດດ ແລະ ອື່ນໆ ທີ່ຕັ້ງເກາະກ່າຍກັນໄປ,ເທິງໜ້ານ້ຳແມ່ຂອງຕອນໃຕ້ ເຊິ່ງມີຄວາມກວ້າງ ປະມານ 15 ກິໂລແມັດ ໃນບັນດາບ້ານທີ່ ຢູ່ເທິງດອນ ກໍ່ຍັງມີວັດວາສາດສະຫນາເກືອບທຸກບ້ານ ສ່ວນແບບແຜນດຳລົງຊີວິດກໍບໍ່ຜິດແປກ ຈາກຜູ້ທີ່ຢູ່ເທິງແຜ່ນດິນໃຫຍ່ ແຕປະການໃດຕົ້ນຕໍອາຊີບກໍ່ແມ່ນການປູກຝັງລ້ຽງສັດ ໂດຍສືບທອດມາຈາກເຊັ່ນ: ປູ່, ຍ່າ,ຕາ,ທວດ ສິ່ງທີ່ແຕກຕ່າງແດ່ກໍ່ຄົງການເດີນທາງໄປມາຂອງຊາວບ້ານແຖບນີ້ ໃຊ້ເຮືອເປັນພາຫະນະຕົ້ນຕໍໃນການລຳລຽງຂົນສົ່ງຕິດຕໍ່ພົວພັັນກັບຄົນຢູ່ຝັ່ງ ຫລື ລະຫວ່າງດອນດ້ວຍກັນ.ສ່ວນຮີດຄອງປະເພນີນີ້ ແມ່ນບໍ່ມີການແຕກຕ່າງກັນປະການໃດຄືເຄົາລົບຮີດສິບສອງຄອງສິບສີ່ນຳກັນ ແລະ ອາດຈະມີການແຕກ ຕ່າງກັນບາງເລັກນ້ອຍໂດຍສະເພາະການຕໍ່ສູ້ຫາລ້ຽງຊີບເຊັ່ນ: ສູ້ກັບການພັດທະນາສູ້ກັບການຊອກຮ່ຳຮຽນຄວາມບໍ່ເປັນທຳສູ້ຊີວິດທີ່ຢູ່ ທ່າມກາງທຳມະຊາດກົດດັນເປັນຕົ້ນສາຍນ້ຳໄຫລທັງເລິກ ສາຍຝົນລິນ ແລະ ຄວາມຫຍຸ້ງຍາກລຳບາກຮອບດ້ານໃນກາງດອນ ເຊິ່ງຕັດ ຂາດຈາກໂລກພາຍນອກ ດັ່ງນັ້ນນິດໄສໃຈຄໍຄົນແຖບນີ້ຈິ່ງອ່າວອອກໄປທາງຫ້າວໆແດ່ແຕ່ພວກເຂົາກໍ່ເປັນຄົນຈິງຈັງຈິງໃຈຮັກແພງຊື່ສັດ ຕໍ່ຫມູ່ເພື່ອນ. ຍັງປາກົດໃຫ້ເຫັນອີກສິ່ງຫນຶ່ງນັ້ນກໍ່ຄືຄວາມມັກມ່ວນ, ມັກກີລາ, ຮູ້ແພ້, ຮູ້ຊະນະດັ່ງນັ້ນ ບັນພະບູລຸດ ຈິ່ງປະດິດສ້າງລຳສີພັນດອນ, ລຳໂສມໄວ້ໃຫ້ເປັນພື້ນຖານສິລະປະທ້ອງຖິ່ນ ສ່ວນກີລາກໍ່ມີຊ່ວງເຮືອເກືອບທຸກບ້ານ ຫລື ທຸກດອນມີເຮືອຊ່ວງເປັນຂອງຕົນ ເອງ ແລະ ສູ້ໃຫ້ມີໂຮງຮຽນຄົບທຸກບ້ານທຸກດອນເຊັ່ນກັນ. ມາເຖິງປະຈຸບັນ ພາຍໃຕ້ແສງສະຫວ່າງການນຳພາຂອງພັກບັນດາເຂດເກາະດອນແຫ່ງມະຫານະທີສີ່ພັນດອນໄດ້ຖືກພັດທະນາເປັນ ລຳດັບເຊັ່ນດຽວກັບຟາກຝັ່ງແຜ່ນດິນໃຫຍ່ຄື: ຊາວບ້ານສາມາດສົ່ງສິນຄ້າທີ່ຜະລິດໄດ້ທ້ອງຖິ່ນຕົນອອກຂາຍໄປຍັງຕົວເມືອງໃນບາງດອນ ມີໄຟຟ້າຖາວອນໃຊ້ມີສຸກສາລາ. ສາມານໍາລົດເກັງໄປໄດ້ ເພາະມີເຮືອບັກແລ່ນ 24 ຊົ່ວໂມງ ແລະ ບາງດອນຍັງພັດ ທະນາເປັນເຂດທ່ອງທ່ຽວທີ່ມີແຂກຄົນໄປຢາມບໍ່ຂາດດັ່ງນັ້ນດິນແດນຖິ່ນນີ້ຈິ່ງເປັນດິນແດນທີ່ບໍ່ມີຍາມຫລັບໄຫລເປັນບ່ອນທີ່ມີການເຫນັງຕີງຕາມການຂະຫຍາຍຕົວຂອງປະເທດຊາດ ແລະ ຖ້າໃຜຍາກຂີ່ເຮືອ ລ່ອງເຮືອທີ່ທ່າເຮືອບ້ານນາກະສັງ ລັດເລາະ ເກາະດອນ ມະຫານະທີ ສີ່ພັນດອນ ສຳຜັດ ທຳມະຊາດ ວິຖີຊີວິດ ການເປັນຢູ່ເກາະດອນ (ດອນຄອນ) ຊາກຫົວລົດໄຟອາຍນ້ຳຂົວລົດໄຟ ໃນຍຸກຂອງ ລ່າເມືອງຂຶ້ນຝລັ່ງ ແລະ ລີ່ຜີ ຫົວລົດໄຟຮ້າງ ດອນຄອນ ເປັນເກາະນ້ອຍໆ ໜຶ່ງໃນ ມະຫານະທີສີ່ພັນດອນ ຕັ້ງຢູ່ທາງຕອນເໜືອຂອງ ດອນຄອນ ມີເຮືອຫາງຍາວລຳນ້ອຍໃຫ້ບໍລິການ ຂຶ້ນລົງຕາມຮ່ອງນ້ຳແຄບໆລະຫວ່າງດອນເດດ ແລະ ດອນຄອນ ທັງສອງເກາະນີ້ ເມື່ອສະໄໝຝຣັ່ງຍຶດຄອງອິນດູຈີນ ຈຳເປັນຕ້ອງສົ່ງສິນຄ້າ ແລະ ສິ່ງຂອງຕ່າງໆ ຂຶ້ນໄປຕອນກາງປະເທດແຕ່ຕ້ອງຕິດຂັດກັບເກາະແກ້ງຂະໜາດໃຫຍ່ ເຮັດໃຫ້ເຮືອສິນຄ້າ ບໍ່ສາມາດແລ່ນຜ່ານໄປໄດ້ ຈຶ່ງໄດ້ສ້າງທ່າເຮືອ ແລະ ທາງລົດໄຟເທິງດອນຄອນ ໄວ້ສຳລັບເປັນທ່າເຮືອ ເພື່ອຂົນຖ່າຍສິນຄ້າລົງເຮືອໃໝ່ ຫົວຈັກລົດໄຟອາຍນ້ຳ ແລະ ລາງລົດໄຟໃນປັດຈຸບັນຍັງມີຊາກປະຫຼັກຫັກພັງໃຫ້ເຫັນກ່ອນເຖິງນ້ຳຕົກຫຼີ່ຜີ ບັນຍາກາດອ້ອມຮອບເກາະງຽບສະຫງົບ ວິຖີການເປັນຢູ່ຂອງຊາວບ້ານແຄມຝັ່ງນ້ຳອັນລຽບງ່າຍ ຕະຫລອດຈົນຄວາມຮົ່ມເຢັນຂອງ ຕົ້ນໝາກພ້າວຫລາຍໆ ຕົ້ນ ບໍລິເວນທົ່ວດອນ ກໍເຮັດໃຫ້ເກາະດອນແຫ່ງນີ້ເປັນເກາະດອນທີ່ໜ້າຢູ່ ແລະ ໄດ້ຮັບຄວາມນິຍົມຂອງຕ່າງຊາດ(ເອີຣົບ ແລະ ອາຊີ) ທີ່ມາພັກ ແລະ ທ່ອງທ່ຽວ ຢູ່ອາໄສຫລາຍໆ ມື້ ແບບ long term ຖືໄດ້ວ່າເປັນສະຫວັນ ຂອງຄົນຮຽບງ່າຍ ບໍ່ຕ້ອງການຄວາມສິີວິໄລ ຂໍຕິດ ແລະ ເກາະທຳມະຊາດໄວ້ນ້ຳຕົກຫຼີ່ຜີ ຫລື ຫຼີ່ຜີ ເອີ້ນອີກຊື່ໜຶ່ງຄືຕາມດສົມພະມິດ. ນ້ຳຕົກຫຼີ່ຜີຕັ້ງຢູ່ໃນເຂດດອນຄອນ ນ້ຳຕົກລີ່ຜີ ເກີດຈາກນ້ຳທີ່ໄຫລຖາໂຖມຜ່ານເກາະ ເນີນຫິນ ຊຶ່ງເປັນໂງ່ນຫິນ  ແກ້ງຫີນອັນແຂງແກ່ນຕົກລົງມາດ້ວຍກຳລັງແຮງແຕກເປັນລະອອງສີຂາວໄປທົ່ວ ລະຫວ່າງ ລະອອງນ້ຳຕົກ ກະທົບແກ້ງຫີນ ເກີດເປັນ ລະອອງປຸຍ ສີຄາມ ເບິ່ງສວຍງາມຕື່ນຕາ ຕື່ນໃຈ ສຳລັບຜູ້ພົບເຫັນ ເປັນຢ່າງດີຫຼີ່ຜີນັ້ນ ມີເລື່ອງລາວ ປະຫວັດສາດຕ່າງໆ   ລ້ວນມີຄວາມສຳຄັນ ແລະ ກ່ຽວຂ້ອງກັບຫຼີ່ຜີ ແລະ ຄວາມອຸດົມສົມບູນຂອງ ສັດນ້ຳ ທີ່ແຫ່ງນີ້  ຍັງອຸດົມສົມບູນຢູ່ໃນປັດຈຸບັນ. ຫຼີ່ ເປັນພາສາລາວ ໝາຍເຖິງ ເຄື່ອງມືຫາປາຊະນິດໜຶ່ງມີລັກສະນະຄ້າຍລອບ ຊຶ່ງ ມີໃຫ້ເຫັນກັນທົ່ວໄປ ສ່ວນຄຳວ່າ ຜີ ໝາຍເຖິງສົບຄົນຕາຍ ຊຶ່ງບໍລິເວນ ນ້ຳຕົກລີ່ຜີ ຈະມີກະແສນ້ຳໄຫລບ່າຕາມພື້ນທົ່ງຮາບຜ່ານແຜ່ນຫິນ ແລ້ວໄຫລຕົກລົງມາກົງຊ່ອງຊອກພວກເຂົາ ທີ່ແຕກແຍກ ອອກຈາກກັນ ກະແສນ້ຳສີຂຽວເຂັ້ມໃນລະດູແລ້ງ ຫຼືສີຊາໃນລະດູຝົນ ຈະໄຫລບ່າຕົກລົງມາເບື້ອງລຸ່ມ ຈາກນັ້ນຈຶ່ງໄຫລໄປຕາມຮອຍແຍກ ຂອງຊອກພວກເຂົາເປັນທາງຍາວຫຼາຍກິໂລແມັດ ຈຸດທີ່ພົບສົບ (ທີ່ມາຂອງຄຳວ່າຜີ ແລະ ສົນທິກັນ ເປັນ ຫຼີ່ຜີ) ຫລາຍໆ ຄື ບໍລິເວນຮ່ອງຫີນຂອງ ນ້ຳຕົກຫຼີ່ຜີ ບໍລິເວນນີ້ກະແສນ້ຳຈະໄຫລມາລວມຕົວກັນເປັນແອ່ງຂະໜາດໃຫຍ່ ຈາກນັ້ນນ້ຳຈະວົນໄປມາແລ້ວຈຶ່ງໄຫລຕົກລົງໄປ ດ້ານລຸ່ມຜ່ານຊອກ ແລະ ຫລືບຫິນແຄບໆ ເຮັດໃຫ້ສົບຂອງທະຫານ ໃນສະໄໝສົງຄາມອິນດູຈີນຈຳນວນຫລາຍຟູມາຕິດໃນ ລີ່ຫາປາປະຊາຊົນຈຶ່ງເອີ້ນນ້ຳຕົກຕາດແຫ່ງນີ້ວ່າ ລີ່ຜີ.  ດ້ວຍຄວາມຢາກໃຫ້ຮູ້ໃຫ້ເຫັນວ່າເປັນຈິງ ຫລື ບໍ່ຈິງນັ້ນ ຄວນແທ້ຕ້ອງລົງໄປສໍາພັດດ້ວຍຕົນເອງ ຫລື ຄວນມີການພິສູດນໍາກັນເນາະ.

ຕາດຜາສ້ວມ.    

       ຖ້າເວົ້າເຖິງນ້ຳຕົກຕາດແລ້ວ, ຕາດຜາສ້ວມກໍເປັນອີກແຫ່ງໜຶ່ງທີ່ມີຄວາມສວຍງາມເປັນເອກະລັກໄປອີກແບບໜຶ່ງທີ່ໃຜໆໄດ້ໄປປາກເຊແລ້ວບໍ່ຄວນພາດທີ່ຈະໄປຢ້ຽມຊົມ. ນອກຕາດຜາສ້ວມແລ້ວໃກ້ໆນັ້ນຍັງມີບ້ານຊົນເຜົ່າທີ່ຜູ້ຈັດການອຸທິຍານທ້າວບາຈຽງ ໄດ້ຈັດຕັ້ງອະນຸລັກໄວ້ໃຫ້ນັກທ່ອງທ່ຽວໄດ້ສຳຜັດກິ່ນອາຍອັນດັ້ງເດີມຂອງວິຖີຊີວິດຂອງຊົນເຜົ່າທ້ອງຖິ່ນດິນຈຳປາສັກ.ຄຳວ່າສ້ວມ ເປັນພາສາລາວໝາຍເຖິງຫ້ອງຫໍ ຫຼື ຫ້ອງນອນ ເຊິ່ງລັກສະນະຂອງຕາດສ້ວມຄ້າຍຄືຫ້ອງຫໍຂອງຄູ່ສົມລົດໃໝ່.ຈຸດເດັ່ນຂອງນ້ຳຕົກຕາດຜາສ້ວມຄື ສາຍນ້ຳທີ່ໄຫຼຜ່ານຫິນຜາຂະໜາດໃຫຍ່ທີ່ມີລັກສະນະເປັນແທ່ງໆ ຮູບຮ່າງຄ້າຍຫ້ອງຫໍ.ຢູ່ໃກ້ໆນັ້ນຍັງມີຮ້ານອາຫານ ສະຖານທີ່ພັກຜ່ອນຢ່ອນອາລົມທີ່ຕົກແຕ່ງເຂົ້າກັບບັນຍາກາດເອົາແທ້ໆ ຢູ່ບ່ອນນີ້ຜູ້ຈັດການ ວິມົນ ກິດບຳລຸງ ເພິ່ນໄດ້ເລົ່າໃຫ້ຟັງວ່າໃນຮ້ານອາຫານແຫ່ງນີ້ຫ້າມດື່ມເຄື່ອງດື່ມທີ່ມີທາດເຫຼົ້າ, ເຄື່ອງດື່ມລ້ວນແຕ່ແມ່ນສະໝູນໄພ, ນ້ຳໝາກໄມ້ປັ່ນປະເພດຕ່າງໆ ແລະ ຍັງບໍລິການເຄື່ອງທີ່ລະນຶກ ເປັນຕົ້ນແມ່ນເສື້ອຢືດ ທີ່ພິມຂໍ້ຄວາມ “ອຸດທະຍານບາຈຽງຈຳປາສັກ”, “ເຮົາຮັກທຳມະຊາດ” ແລະອື່ນໆນອກຈາກນີ້ພາຍໃນອຸດທະຍານຍັງມີພິພິທະພັນທີ່ຮວບຮວມເອົາໝູ່ບ້ານບູຮານຂອງຫຼາຍຊົນເຜົ່າມາຈັດສະແດງໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ສຳຜັດວາດດຳລົງຊີວິດອັນດັ້ງເດີມຂອງຊົນເຜົ່າທ້ອງຖິ່ນ, ການນຸ່ງຖື, ສີໄມ້ລາຍມືແລະ ແຜ່ນແພຂອງຊົນເຜົ່າ,ລັກສະນະຕ່າງໆ ຂອງເຮືອນ, ຟັງສຽງເພງປະສານດົນຕີທ້ອງຖິ່ນໃນຈັງຫວະສາລະວັນ ແລະ ສີພັນດອນ ຟັງແລ້ວອອນຊອນໃຈອີ່ຫຼີ ເຊັ່ນ ເຮືອນຊົນເຜົ່າກະຕາງ ເຊິ່ງເປັນຊົນເຜົ່າທີ່ອາໄສຢູ່ໃນພື້ນທີ່ໃກ້ໆ ນ້ຳຕົກຕາດຜາສ້ວມ,ເຮືອນຂອງຊົນເຜົ່າອາລັກ, ເຮືອນຂອງຊົນເຜົ່າກະຕູ, ຫໍກວນທີ່ໃຊ້ເປັນສະຖານທີ່ປະກອບພິທີກຳຂອງເຜົ່າລະແວ ພາຍໃນຈັດສະແດງພິພິທະພັນຂອງເຜົ່າຕ່າງໆໃຫ້ຊົມເປັນຈຳຫຼວງຫຼາຍ ແລະ ຫໍເສົາດຽວຂອງຊາວໜຸ່ມເຜົ່າລະແວ ເຊິ່ງຕາມການເລົ່າຂອງຊົນເຜົ່າເຂົາບອກວ່າ ເປັນບ່ອນທີ່ບ່າວສາວຂອງເຜົ່າລະແວໄວ້ລົມກັນ(ຈີບກັນ)ແລະທີ່ໜ້າສົນໃຈທີ່ສຸດຄືເຮືອນພັກ(ລີສອດ)ຂອງທາງອຸດທະຍານທີ່ຕົກແຕ່ງໄດ້ສວຍງາມລົງຕົວດ້ວຍວັດຖຸທີ່ຊອກໄດ້ຕາມປ່າຕາມດົງ ໃນເຂດນັ້ນ.

ນ້ຳຕົກຕາດຟານ

        ນ້ຳຕົກຕາດຟານ ຕາດທີ່ສູງທີ່ສຸດໃນລາວ" ນ້ຳຕົກຕາດຟານ ນ້ຳຕົກຝາແຝດ ແຫ່ງດົງຫົວສາວ ທີ່ສູງທີ່ສຸດຂອງລາວ ທ່າມກາງ ແລະ ສະພາບແວດລ້ອມ ຫຸບເຂົາ ປ່າທຳມະຊາດ "ນ້ຳຕົກຕາດຟານ (ຕາດ ຄື ນ້ຳຕົກ ຟານ ຄື ຊື່ຂອງ ສັດປ່າຊະນິດໜຶ່ງ ) ນ້ຳຕົກຕາດຟານ ຫລື ຮຽກອີກ ຊື່ໜຶ່ງວ່າ ນ້ຳຕົກຕາດດົງຫົວສາວ ນ້ຳຕົກຕາດຟານແຫ່ງນີ້ເປັນນ້ຳຕົກຕາດ ທີ່ສູງທີ່ສຸດຂອງປະເທດລາວ ຊຶ່ງເປັນນ້ຳຕົກຕາດທີ່ມີຄວາມສູງ ປະມານ 200 ແມັດ ບັນຍາກາດໂດຍຮອບ ຂອບນ້ຳຕົກຕາດຟານ ເປັນສະພາບອາກາດຊຸ່ມຊື່ນ ໜາວເຢັນຕະຫລອດປີ ເປັນເສັ້ນທາງສູ່ ເມືອງປາກຊ່ອງ ເມືອງແຫ່ງຂຸນເຂົາ ແລະ ສວນກາເຟ ເປັນພືດເສດຖະກິດ ທີ່ສົ່ງອອກຂອງປະເທດ ນ້ຳຕົກຕາດຟານເປັນນ້ຳຕົກຕາດທີ່ເກີດຈາກການໄຫລມາລວມກັນ ຂອງສາຍນ້ຳ ຂອງ ພູເຂົາ 2 ໜ່ວຍ ຊຶ່ງໄຫລຕະຫລອດໝົດປີ ອ້ອມຮອບນ້ຳຕົກຕາດຟານ ຈະເຕັມໄປດ້ວຍປ່າໄມ້ ນານາພັນ ອັນສົມບູນ ຂຽວຂະຈີ ອັນສວຍສົດງົດງາມ ຂອງທຳມະຊາດ ລຳເນົາໄພເປັນສະເໜ່ ປ່າພວກເຂົາທຳມະຊາດຕໍ່ແຂກຜູ້ມາຢ້ຽມຢາມ ໄດ້ຊື່ນຊົມ ແລະ ພາຍໃນບໍລິເວນດັ່ງກ່າວ ຍັງມີຕາດຟານຣີສອດ ໃກ້ຊິດຕິດຂອບນ້ຳຕົກຕາດຟານ ລ້ອມຮອບໄວ້ສຳລັບທ່ານທີ່ມັກສະຖານທີ່ພັກຜ່ອນ ແບບຣີສອດທຳມະຊາດລາວໃຕ້ ເມືອງປາກຊ່ອງ ທີ່ຕິດທຳມະຊາດນັ້ນຄືຕາດຟານຣີສອດ. ອີກໜຶ່ງຣີສອດ ທີ່ທ່ານພັກແລ້ວ ຈະບໍ່ຜິດຫວັງກັບ ຣີສອດທີ່ແວດລ້ອມທຳມະຊາດນ້ຳຕົກປ່າພວກເຂົາລຳເນົາໄພຂອງລາວໃຕ້.

ຕາດເຍືອງ

   ຕາດເຍືອງ ຢຼ່ໃນຄວາມຮັບຜິດຊອບຂອງ ບ້ານພັດທະນາັກ 40 ເຂດ 2 ເມືອງປາກຊ່ອງ ຫ່າງຈາກບ້ານໄປທາງທິດຕາເວັນຕົກສຽງໃຕ້ 1,3 ກິໂລແມັດ, ສູງປະມານ 50 ແມັດ, ປະກອບດ້ວຍ 2 ຖ້ານ, ພັກເທິງສູງ 10 ແມັດ, ພັກລຸ່ມສູງ 4,5 ແມັດ. ສອງຟາກຕາດເປັນຜາເຫວຊັນ ມີໄມ້ເຮັ້ຍປ່າກ້ວຍ ແລະ ປ່າສັບປົນຕົ້ນໄມ້ໃຫຍ່ຈຳນວນໜຶ່ງ. ຕາດເຍືອງປະກອບມີ 3 ຕາດນ້ອຍ ແລະ ແກ້ງ 1 ຍ່ານຄື: ລຸ່ມຕາດມີ 1 ຕາດນ້ອຍ ສູງ 3 ແມັດ ເປັນພະລານຫີນຍາວຈົນຮອດຫົວຕາດໄຮເບື້ອງເທິງ ຫຼື ຫຼື ຕາດຂື້ນໄປກວມກວ້າງ 10-12 ແມັດ. ນອກນີ້ຍັງມີ 2 ສາຂາທີ່ຊາວບ້ານເອີ້ນ "ຕາດຜັນ" ສູງ 2-6 ແມັດ.


VII.ສະຫຼຸບ   

   ຜ່ານການລວບລວມຂໍ້ມູນມາຂ້າງເທິງກໍ່ເຫັນໄດ້ວ່າແຂວງຈໍາປາສັກກໍ່ເປັນແຂວງຫນຶ່ງທີມີທ່າແຮງໃນການຂັບເຄື່ອນໃນການພັດທະນາປະເທດຊາດ.ເພາະວ່າ ແຂວງ ຈໍາປາສັກມີຄວາມຈະເລີນເຕີບໂຕທາງດ້ານເສດຖິດ-ສັງຄົມເປັນອັນດັບຕົ້ນໆຂອງປະເທດລາວຮອງຈາກນະຄອນຫຼວງວຽງຈັນ. ໂດຍເສດຖະກິດຂະຫຍາຍຕົວລະດັບ 8,04% ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 12.711 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 18,02  ລ້ານກີບຕໍ່ຄົນ.ໂຄງປະກອບເສດຖະກິດຫັນປ່ຽນຕາມທິດທີ່ຕັ້ງໜ້າ; ກະສິກໍາກວມ 26%, ອຸດສາຫະກໍາ 35% ແລະ ບໍລິການກວມ 39% ຂອງ GDP.ພື້ນຖານໂຄງລ່າງໄດ້ຮັບການປັບປຸງ ກໍ່ສ້າງຂຶ້ນໃໝ່ຫຼາຍແຫ່ງ, ບ້ານຊົມໃຊ້ໄຟຟ້າກວມ 99%, ຄອບຄົວຊົມໃຊ້ໄຟຟ້າກວມ 96%,   ມີເສັ້ນທາງເຊື່ອມຈອດບ້ານຕໍ່ບ້ານ   ໄປມາຫາສູ່ກັນສະດວກສະບາຍທັງ 2 ລະດູກວມ 98%;   ໜໍ່ແໜງການປູກ-ການລ້ຽງແບບເປັນກຸ່ມ, ເປັນຟາມໄດ້ແຜ່ຫຼາຍ, ບ້ານທຸກຍາກ, ຄອບຄົວທຸກຍາກຫຼຸດລົງເຫຼືອພຽງເລັກນ້ອຍ. ນອກຈາກນີ້ຍັງລວມໄປເຖິງການທ່ອງທ່ຽວຂອງລາວທາງພາກໃຕ້ ເປັນບໍລິເວນທີ່ມີຄວາມອຸດົມສົມບູນ ເນື່ອງຈາກມີແມ່ນໍ້າຂອງໄຫລຜ່ານກາງ ແລະ ເກີດເກາະດອນ ແກ້ງເປັນຈໍານວນຫລວງຫຫລາຍຈົນໄດ້ຊື່ວ່າ ມະຫານະທີສີພັນດອນ ຫຼື ສີ່ພັນດອນ ແລະ ເຂດເມືອງປາກຊ່ອງກໍ່ເປັນອີກເຂດໜຶ່ງທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ ເພາະວ່າເຂດປາກຊ່ອງເປັນເຂດທີ່ອຸດົມສົມບູນ ອາກາດເຍັນຕະຫຼອດປີ ມີສະຖານທີ່ທ່ອງທ່ຽວແບບທໍາມະຊາດຢ່າງຫຼວງຫຼາຍ ເຊັ່ນ ນໍ້າຕົກຕາດຕ່າງໆ. ນອກຈາກການທ່ອງທ່ຽວແບບທໍາມະຊາດແລ້ວກໍ່ຍັງມີການທ່ອງທ່ຽວແບບວັດທະນະທໍາ ແລະ ບູຮານສະຖານທີ່ບູຮານຕ່າງໆໂດຍສະເພາະ ແມ່ນຜາສາດຫີນວັດພູ ແລະ ພະທາດສາມປາງ ພູອາສາ ແລະ ອື່ນໆອີກຫຼາຍແຫ່ງ. ດ້ານກະສິກໍາແຂວງຈໍາປາສັກກໍ່ເປັນອີກແຂວງໜຶ່ງທີ່ມີທ່າແຮງໃນການສົ່ງເສີມເສດຖະກິດຂອງແຂວງ ກໍ່ຄືປະເທດຊາດ . ໃນນັ້ນການປູກພືດເປັນສິນຄ້າສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ກາເຟ, ຜັກກະລໍ່າປີ ແລະ ເຂົ້າ .

   ດັ່ງນັ້ນຈຶ່ງສາມາດເວົ້າໄດ້ວ່າແຂວງຈໍາປາສັກເປັນແຂວງໜຶ່ງທີ່ມີທ່າແຮງໃນຫຼາຍໆດ້ານບໍ່ວ່າທາງດ້ານເສດຖະກິດ-ສັງຄົມ, ດ້ານການສຶກສາ, ດ້ານການຄົມມະນາຄົມ ແລະ ດ້ານອື່ນໆ. ທີ່ເປັນຕົວຂັບເຄື່ອນໃຫ້ພໍ່ແມ່ປະຊາຊົນໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເວົ້າລວມແລ້ວກໍຄືປາຊາຊົນທົ່ວປະເທດ.

ອ້າງອີງ[ແກ້ໄຂ]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

2. ບົດຄົ້ນຄວ້າຂອງ ພະສຳນຽງ ບຸບຜາວົງ ປີ2017