ມະຫານະທີ ສີພັນດອນ

ຈາກ ວິກິພີເດຍ

ເຂດມະຫານະທີ ສີພັນດອນ ທີ່ເປັນເຂດເກາະດອນນ້ອຍໃຫຍ່ທີ່ ຊ່າລືພືຜ້າ ເລື່ອງເລົ່າຂານຕຳນານພື້ນເມືອງລາວ ເຊິ່ງນັບແຕ່ດອນພະກ່ຳ ເມືອງຈຳປາສັກ ໄປຕົ້ນຈົນຮອດຊຸມດອນທີ່ຕັ້ງຢູ່ຫົວຄັນເຫວ ຄອນພະເພັງລ້ວນ ແຕ່ມີຕຳນານພື້ນເມືອງລາວກັນມາຫລາຍ ເຊັ່ນຄົນ: ເລື່ອງດອນນາງໂລງ, ດອນນາງລອຍ, ເລື່ອງສອງບ່າວ ສາວລ່ອງເຮືອລົງ ຄອນພະເພັງຈົນກະທັງຈົນຮອດດອນໄຊ.

  • ໃນຈຳນວນດອນທີ່ກ່າວກັນວ່າ ສີ່ພັນດອນນັ້ນ ຄວາມຈິງກໍ່ອາດຈະເຖິງຖ້າວ່ານັບຫມົດທັງນ້ອຍ ແລະ ໃຫຍ່ແຕ່ຖ້າຈຳແນກອອກເຊັ່ນ: ດອນທີ່ມີຄົນອາໄສຢູ່ດອນທີ່ໃຊ້ລ້ຽງສັດປູກຝັງ ແລະ ດອນທີ່ຟູ ຫລື ພົ້ນນ້ຳແຕ່ຍາມແລ້ງກໍ່ເປັນອີກເລື່ອງຫນຶ່ງຕາມການສຳຫລວດຈາກ ພາກສ່ວນທີ່ກ່ຽວຂ້ອງດອນ ທີ່ມີປະຊາຊົນອາໄສຕັ້ງບ້ານເຮືອນຢູ່ທັງຫມົດ 364 ດອນ, ດອນໃຫຍ່ກວ່າຫມູ່ ກໍ່ແມ່ນດອນໂຂງມີຊາວປາຍ ບ້ານຖັດນັ້ນ ກໍ່ມີດອນເບັງ ຫລື ດອນສົມ, ດອນລົບປາດີ, ດອນຊ້າງໄພ, ດອນພິມານ, ດອນຂະເຫມົາ, ດອນຮີ, ດອນໄຊ, ດອນສັນ, ດອນແດງ, ດອນໂລງ, ດອນຄອນ, ດອນເດດ ແລະ ອື່ນໆ ທີ່ຕັ້ງເກາະກ່າຍກັນໄປ, ເທິງໜ້ານ້ຳແມ່ຂອງຕອນໃຕ້ ເຊິ່ງມີຄວາມກວ້າງ ປະມານ 15 ກິໂລແມັດ ໃນບັນດາບ້ານທີ່ ຢູ່ເທິງດອນ ກໍ່ຍັງມີວັດວາສາດສະຫນາເກືອບທຸກບ້ານ ສ່ວນແບບແຜນດຳລົງຊີວິດກໍບໍ່ຜິດແປກ ຈາກຜູ້ທີ່ຢູ່ເທິງແຜ່ນດິນໃຫຍ່ ແຕ່ປະການໃດຕົ້ນຕໍອາຊີບກໍ່ແມ່ນການປູກຝັງລ້ຽງສັດ ໂດຍສືບທອດມາຈາກເຊັ່ນ: ປູ່, ຍ່າ, ຕາ, ທວດ ສິ່ງທີ່ແຕກຕ່າງແດ່ກໍ່ຄົງການເດີນທາງໄປມາຂອງຊາວບ້ານແຖບນີ້ ໃຊ້ເຮືອເປັນພາຫະນະຕົ້ນຕໍໃນການລຳລຽງຂົນສົ່ງຕິດຕໍ່ພົວພັັນກັບຄົນຢູ່ຝັ່ງ ຫລື ລະຫວ່າງດອນດ້ວຍກັນ.
  • ສ່ວນຮີດຄອງປະເພນີນີ້ ແມ່ນບໍ່ມີການແຕກຕ່າງກັນປະການໃດຄືເຄົາລົບຮີດສິບສອງຄອງສິບສີ່ນຳກັນ ແລະ ອາດຈະມີການແຕກ ຕ່າງກັນບາງເລັກນ້ອຍ ໂດຍສະເພາະການຕໍ່ສູ້ຫາລ້ຽງຊີບເຊັ່ນ: ສູ້ກັບການພັດທະນາສູ້ກັບການຊອກຮ່ຳຮຽນຄວາມບໍ່ເປັນທຳສູ້ຊີວິດທີ່ຢູ່ ທ່າມກາງທຳມະຊາດກົດດັນເປັນຕົ້ນສາຍນ້ຳໄຫລທັງເລິກ ສາຍຝົນລິນ ແລະ ຄວາມຫຍຸ້ງຍາກລຳບາກຮອບດ້ານໃນກາງດອນ ເຊິ່ງຕັດ ຂາດຈາກໂລກພາຍນອກ ດັ່ງນັ້ນນິດໄສໃຈຄໍຄົນແຖບນີ້ຈິ່ງອ່າວອອກໄປທາງຫ້າວໆແດ່ແຕ່ພວກເຂົາກໍ່ເປັນຄົນຈິງຈັງຈິງໃຈຮັກແພງຊື່ສັດ ຕໍ່ຫມູ່ເພື່ອນ. ຍັງປາກົດໃຫ້ເຫັນອີກສິ່ງຫນຶ່ງນັ້ນກໍ່ຄືຄວາມມັກມ່ວນ, ມັກກີລາ, ຮູ້ແພ້, ຮູ້ຊະນະ ດັ່ງນັ້ນ ບັນພະບູລຸດ ຈິ່ງປະດິດສ້າງລຳສີ ພັນດອນ, ລຳໂສມໄວ້ໃຫ້ເປັນພື້ນຖານສິລະປະທ້ອງຖິ່ນ ສ່ວນກີລາກໍ່ມີຊ່ວງເຮືອເກືອບທຸກບ້ານ ຫລື ທຸກດອນມີເຮືອຊ່ວງເປັນຂອງຕົນ ເອງ ແລະ ສູ້ໃຫ້ມີໂຮງຮຽນຄົບທຸກບ້ານທຸກດອນເຊັ່ນກັນ.
  • ມາເຖິງປະຈຸບັນ ພາຍໃຕ້ແສງສະຫວ່າງການນຳພາຂອງພັກບັນດາເຂດເກາະດອນແຫ່ງມະຫານະທີສີ່ພັນດອນໄດ້ຖືກພັດທະນາເປັນ ລຳດັບເຊັ່ນດຽວກັບຟາກຝັ່ງແຜ່ນດິນໃຫຍ່ຄື: ຊາວບ້ານສາມາດສົ່ງສິນຄ້າທີ່ຜະລິດໄດ້ທ້ອງຖິ່ນຕົນອອກຂາຍໄປຍັງຕົວເມືອງໃນບາງດອນ ມີໄຟຟ້າຖາວອນໃຊ້ມີສຸກສາລາຢູ່ກະໂຕດອນໂຂງ ສາມາດນຳລົດເກັງໄປໄດ້ ເພາະມີເຮືອບັກແລ່ນ 24 ຊົ່ວໂມງ ແລະ ບາງດອນຍັງພັດ ທະນາເປັນເຂດທ່ອງທ່ຽວທີ່ມີແຂກຄົນໄປຢາມບໍ່ຂາດ ດັ່ງນັ້ນດິນແດນຖິ່ນນີ້ຈິ່ງເປັນດິນແດນທີ່ບໍ່ມີຍາມຫລັບໄຫລເປັນບ່ອນທີ່ມີການເຫນັງ ຕີງຕາມການຂະຫຍາຍຕົວຂອງປະເທດຊາດ ດ້ວຍຄວາມຢາກໃຫ້ຮູ້ ໃຫ້ເຫັນວ່າເປັນຈິງ ຫລື ເທັດນັ້ນ ຄວນແທ້ຕ້ອງລົງໄປນັບດອນວ່າ ເປັນສີ່ພັນດອນແທ້ຈິງ ຫລື ຄວນມີການພິສູດກັນລະນໍ.