ສີຫນຸກຣີສອດ

ຈາກ ວິກິພີເດຍ

ການ­ທ່ອງ­ທ່ຽວ​ເຂດ​ພາກໃຕ້​ຂອງ​ລາວ​ນັກ​ທ່ອງ​ທ່ຽວ​ສ່ວນໃຫຍ່​ແມ່ນ​ເນັ້ນ​ໃສ່​ການ­ທ່ອງ­ທ່ຽວ ເຂດ​ສີ​ພັນ​ດອນນ້ຳ­ຕົກ­ຕາດ​ຄອນພະ​ເພັງ, ວັດ​ພູ​ຈຳ­ປາ​ສັກ ແລະ ຈຸດ​ທີ​ສາມ​ທີ່​ເດັ່ນ​ຂຶ້ນ​ນັບ​ມື້ ກໍ່​ຄືການ­ທ່ອງ­ທ່ຽວ​ເຂດ​ພູ​ພຽງ​ບໍ​ລະເວນ ຊົມ​ສວນ​ກາ­ເຟ, ນ້ຳ­ຕົກ­ຕາດຕ່າງໆ ທີ່​ລ້ວນ​ແຕ່​ໄດ້​ຮັບ​ຄວາມສົນ­ໃຈ ແລະ ສ້າງ​ລາຍ​ຮັບ​ໃຫ້​ປະເທດ​ໄດ້​ເປັນ​ຢ່າງ​ດີ.

ຍ້ອນ​ແນວ​ນັ້ນ ທ່່ານ ສີ​ຫນຸກ ສີ​ສົມ­ບັດ ປະ­ທານ​ສະ­ມາ­ຄົມ​ກາເຟ​ລາວ, ເຈົ້າ​ຂອງ​ກາ­ເຟ​ຍີ່­ຫໍ້​ສີຫນຸກ ໄດ້​ມີ​ແນວ​ຄວາມ​ຄິດ​ພັດ​ທະນາ​ສວນ​ກາ­ເຟ​ຂອງ​ຕົນ​ໃຫ້​ກາຍເປັນ​ຮ້ານ​ອາ­ຫານ ແລະ ສະ­ຖານທີ່​ພັກ­ຜ່ອນ ບົນ​ພື້ນ­ຖານ​ທີ່​ຕັ້ງ​ເອື້ອອຳ­ນວຍ ແລະເຫມາະ​ສົມ​ທີ່​ສຸດເນື່ອງ​ຈາກ​ທີ່​ຕັ້ງ​ຢູ່​ຈຸດ​ທາງ​ຜ່ານການ­ທ່ອງ­ທ່ຽວ ຄື​ຕັ້ງ​ຢູ່​ກາຍ​ເມືອງປາກ​ຊ່ອງ​ໄປ​ປະ­ມານ 30 ກວ່າກິ­ໂລ­ແມັດ ແລະ ແຕ່​ເມືອງ​ທ່າແຕງ​ລົງ​ມາ​ປາກ​ຊ່ອງ​ປະ­ມານ 8 ກິ­ໂລ­ແມັດ, ແຂກ​ຄົນ ແລະ ນັກທ່ອງ​ທ່ຽວ​ທີ່​ມີ​ຈຸດ­ປະ­ສົງ​ລົງ​ມາ ເມືອງ​ເຊ​ກອງ ແລະ ອັດ​ຕະ​ປືກໍ່​ສາມາດ​ພັກ​ແຮມ​ຄືນ​ໄດ້.

ສ່ວນ​ນັກ​ທ່ອງ​ທ່ຽວ​ທັງ​ຄົນລາວ ແລະ ຊາວ​ຕ່າງ­ປະ­ເທດ​ທີ່ເດີນ­ທາງ​ແຕ່​ເມືອງ​ປາກ​ເຊ ເພື່ອມຸ່ງ​ຫນ້າ​ໄປ​ທ່ຽວ​ຊົມ​ທຳ​ມະ​ຊາດເຂດ​ພູ​ພຽງ​ບໍ­ລະ­ເວນ ໂດຍ​ສ່ວນໃຫຍ່​ຈຸດ​ເລີ່ມ​ຕົ້ນ​ທີ່​ພະ­ນັກ­ງານ​ນຳທ່ຽວ​ຈະ​ຂຶ້ນ​ແຜນ ໂດຍ​ເລີ່ມ​ຈາກການ​ແວ່​ຊົມ​ທຳ​ມະ​ຊາດ​ຕາດ​ອີ່​ຕູ້ແລ້ວ ຕໍ່​ທີ່​ນ້ຳ­ຕົກ­ຕາດ​ຟານ ເປັນຕາດ​ທີ່​ມີ​ຄວາມ​ສູງ​ສຸດ​ໃນ ສປປ ລາວ ທ່າມ­ກາງ​ແວດ​ລ້ອມ​ພູ­ເຂົາພະ​ເນົາ​ໄພ ອາ­ກາດ​ຊຸມ​ຊື່ນ​ຫນາວ ເຢັນ​ຕະ­ຫລອດ​ປີ, ເປັນ​ເສັ້ນ­ທາງແຫ່ງ​ເມືອງ​ປາກ​ຊ່ອງ ແລະ ສວນກາ­ເຟ​ພືດ​ເສດ­ຖະ­ກິດ​ທີ່​ສົ່ງ​ອອກຂອງ​ປະ­ເທດ, ອອກ​ຈາກ​ນີ້ ກໍ່​ມຸ່ງຫນ້າ​ທ່ຽວ​ຊົມ​ຕໍ່​ທີ່​ນ້ຳ­ຕົກ­ຕາດເຢືອງ​ທຳ​ມະ​ຊາດ​ທີ່​ສວຍ​ງາມຂອງ​ປາກ​ຊ່ອງ.

ຢ່າງ­ໃດ​ກໍ່​ຕາມ ການ​ທ່ອງທ່ຽວ​ທຳ​ມະ​ຊາດ​ໃນ​ສາມ​ແຫ່ງ​ນີ້​ ກໍ່ໃຊ້​ເວ­ລາ​ໄປ​ເກືອບ​ເຄິ່ງ​ມື້ ດັ່ງ­ນັ້ນ ຜູ້​ທີ່​ນຳ​ທ່ຽວ​ກໍ່​ຕ້ອງ​ໄດ້​ເຮັດ​ວຽກບ້ານ ຄື​ການ​ຊອກ​ຫາ​ບ່ອນ​ພັກເຊົາ​ເອົາ​ແຮງ ແລະອາ­ຫານ ​ສະຖານ​ທີ່ໆຖືກ​ໃຈ​ຂອງ​ນັກ​ທ່ອງທ່ຽວ​ໃນ​ຕອນ​ທ່ຽງກ່ອນ​ຈະ​ຂຶ້ນ ແຜນ​ໄປ​ຕໍ່​ທີ່​ຕາດ​ເລາະແລ້ວ​ນ້ຳ ຕົກ​ຜາ​ສ້ວມ​ຈິ່ງ​ຫວນ​ກັບ​ສູ່​ເມືອງປາກ​ເຊ ເຊິ່ງ​ສີ​ຫນຸກ ຣີ​ສອດ ກາຍເປັນ​ສະ­ຖານ­ທີ່ໆ​ຖືກ​ເຂົ້າ​ໄປ​ພັກເຊົາ​ຮັບ​ປະ­ທານ​ອາ­ຫານ​ທ່ຽງຫລາຍ​ທີ່​ສຸດ​ໃນ​ເວ­ລາ​ນີ້.

ທ່ານ ສີ​ຫນຸກ ສີ​ສົມ­ບັດ ເຈົ້າຂອງ​ຣີ​ສອດ ໄດ້​ກ່າວ​ເມື່ອ​ບໍ່​ດົນມາ​ນີ້​ວ່າ: ເພື່ອ​ສ້າງ​ໃຫ້​ເຂດ​ທ່ອງທ່ຽວ​ພູ​ພຽງ​ບໍ­ລະເວນ​ໃຫ້​ມີ​ສະ­ເຫນຫລາຍ​ຂຶ້ນ ແລະ ເພື່ອ​ຕອບ​ສະຫນອງ​ສະ­ຖານ­ທີ່​ພັກ​ເຊົາ, ຮ້ານອາ­ຫານ ແລະ ແຫລ່ງ​ທ່ອງ​ທ່ຽວທຳ​ມະ​ຊາດ​ໃຫ້​ຫລາຍ​ຂຶ້ນ ດັ່ງ­ນັ້ນ ຕົນ​ຈິ່ງ​ໄດ້​ພັດ­ທະ­ນາ​ສວນ​ກາ­ເຟ​ທີ່ມີ​ເນື້ອ­ທີ່​ທັງ​ຫມົດ 35 ກວ່າ​ເຮັກຕາ ພັດ­ທະ­ນາ​ເປັນ​ຣີ​ສອດ ໃນ​ນັ້ນສະ­ເພາະເນື້ອ ­ທີ່ໆ​ຈະ​ພັດ­ທະ­ນາ​ໃຫ້ເປັນ​ຣີ​ສອດ​ແມ່ນ 10 ກວ່າ​ເຮັກຕາ ເຊິ່ງ​ປະ­ກອບ​ມີ​ສວນ​ກາ­ເຟ, ຮ້ານ​ອາ­ຫານ ແລະທີ່​ພັກ​ໃຫ້​ນັກທ່ອງ​ທ່ຽວ​ທີ່​ຕ້ອງ­ການ​ພັກ​ຄ້າງຄືນ ໂດຍ​ໃນ​ບໍ­ລິ­ເວນ​ຣີ​ສອດ​ໄດ້​ປະກອບ ​ໄປ​ດ້ວຍ​ຕົ້ນ­ໄມ້​ຊະ­ນິດ​ນາໆພັນ, ທັງ​ຕົ້ມ​ໄມ້​ໃຫຍ່, ຕົ້ນ​ກາ­ເຟ ແລະ ຕົ້ນ​ດອກ​ໄມ້​ທີ່​ປະ­ດິດ​ສ້າງ​ທີ່ສົດ​ງົດ​ງາມ ແຂກ​ທີ່​ເຂົ້າ​ທ່ອງ​ທ່ຽວຈະ​ໄດ້​ຮັບ​ຊົມ​ການ​ສາ­ທິດ​ການ​ປູກກາ­ເຟ​ຈົນ​ຮອດ​ການ​ໃຫ້​ ບໍ­ລິ­ການການ​ດື່ມ​ກາ­ເຟ ແລະ ຊົມ​ວິ­ຖີ​ຊີ­ວິດການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃນ​ເຂດນັ້ນ.

ທ່ານ ສີ​ຫນຸກ ບອກ​ໃຫ້​ຮູ້​ວ່າ: ຣີ​ສອດ​ໄດ້​ເປີດ​ໃຫ້​ບໍ­ລິ­ການ​ມາ​ໄດ້ 5 ເດືອນ​ກວ່າ ທີ່​ຜ່ານ​ມາ​ກໍ່​ຄື​ປະຈຸ​ບັນ ເຫັນ​ວ່າ​ມີ​ບັນ­ດາ​ນັກ​ທ່ອງທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະເທດ​ໃຫ້​ຄວາມ​ສົນ­ໃຈ​ເປັນ​ຢ່າງ​ດີ ເຊິ່ງ​ບໍ່​ສະ­ເພາະ​ແຕ່​ນັກ​ທ່ອງ​ທ່ຽວທົ່ວ​ໄປ ຜ່ານ​ມາ​ແຂກ​ລະ­ດັບ​ທູດປະ­ຈຳ ສປປ ລາວ ກໍ່​ໄດ້​ເຂົ້າ​ໄປ​ແວ່ຊົມ, ພັກ­ຜ່ອນ ແລະ ຮັບ​ປະ­ທານອາ­ຫານ​ທີ່​ຣີ​ສອດ​ຂອງ​ເພິ່ນ.

ສຳ­ລັບ​ໂອ­ກາດ​ດີ​ທີ່​ທາງ​ທີມງານ​ນັກ​ຂ່າວ​ຂອງ​ພວກ​ເຮົາ​ໄດ້ເຂົ້າ​ໄປ​ທ່ຽວ​ຊົມ ຍອມ­ຮັບ​ວ່າ​ສະຖານ​ທີ່​ເຫມາະ​ສົມ ແລະ ງົດ​ງາມອີ່­ຫລີ ບໍ່​ວ່າ​ເປັນ​ທຳ​ມະ​ຊາດ​ສິ່ງແວດ​ລ້ອມ​ອ້ອມ​ຂ້າງ​ຕົ້ນ­ໄມ້​ຊະນິດ​ນາໆພັນ​ອ້ອມ​ຂ້າງ, ມີ​ສາຍນ້ຳ​ຮ່ອງ​ໄຫລ​ເຢັນ​ເປັນ​ທີ່​ປະ​ທັບໃຈ,ສ່ວນ​ບໍ­ລິ­ເວນ​ເດີ່ນ​ສະ­ຖານປະ­ດິດ​ສ້າງ​ຂອງ​ຕົ້ນ​ດອກ​ໄມ້​ຊະນິດ​ນາໆພັນ​ຈາກ​ຫົວ­ຄິດ​ປະ­ດິດສ້າງ​ຂອງ​ເພິ່ນ ເມື່ອ​ເຫັນ​ແລ້ວ​ສະດຸດ​ຕາ​ຕໍ່​ແຂກ​ຄົນ​ທີ່​ຜ່ານ​ໄປŒມາ ເຊິ່ງ​ການ​ໄປ​ແວ່​ຊົມ​ຣີ​ສອດ​ຂອງທ່ານ ສີ​ຫນຸກ ສີ​ສົມ­ບັດ ໃນ​ຄັ້ງ​ນີ້ ເຖິງ​ວ່າ​ຈະ​ເປັນ​ເວ­ລາ​ສັ້ນໆ ແຕ່ຄວາມ​ປະ​ທັບ​ໃຈ​ນຳ​ທຳ​ມະ​ຊາດຄວາມ​ງົດ​ງາມ ແລະ ການ​ບໍ­ລິ­ການທີ່​ໄວວາ​ທັນ­ໃຈ​ຂອງ​ເພິ່ນ​ທີມງານ​ຂອງ​ພວກ​ເຮົາ​ອອກ­ປາກຫລາຍ​ຄົນ ວ່າ​ຕ້ອງ​ຊອກ​ຫາ​ໂອກາດ​ມາ​ໃຫມ່​ໃຫ້​ໄດ້​ວ່າ​ຊັ້ນ.

ສຳ­ລັບ​ທ່ານ​ໃດ​ທີ່​ໄດ້​ຜ່ານ​ໄປŒມາ​ທາງ​ນັ້ນ​ຄື ກາຍ​ເມືອງ​ປາກຊ່ອງ ລົງ​ເມືອ​ທ່າ​ແຕງ, ລົງ​ໄປແຂວງ​ເຊ​ກອງ, ອັດ​ຕະ​ປື ຫລື ເມືອ​ສາ­ລະ​ວັນ ກໍ່​ສາ­ມາດ​ເຂົ້າ​ທ່ຽວຊົມ​ກັບ​ທຳ​ມະ​ຊາດ​ທີ່​ຫນ້າ​ສະແຫວງ​ຫາ​ໄດ້​ກັບ ສີ​ຫນຸກ ຣີ​ສອດ ສະ­ຖານ­ທີ່​ທ່ອງ​ທ່ຽວ​ພູ​ພຽງ​ບໍ​ລະເວນ​ກັບ​ຕົວ​ທ່ານ​ເອງ.