ສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້: Difference between revisions

ຈາກ ວິກິພີເດຍ
Content deleted Content added
No edit summary
ແຖວ 1: ແຖວ 1:
[[ຮູບ:Flag of ASEAN.svg|thumb|right|ສັນຍາລັກຂອງອາຊຽນ]]
[[ຮູບ:Flag of ASEAN.svg|thumb|right|ສັນຍາລັກຂອງອາຊຽນ]]


'''ສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (Association of South East Asian Nations)'''{{spaces}}ຫຼື{{spaces}}'''ອາຊຽນ''' (ASEAN) ເປັນອົງການຄວາມຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ສະມາຊິກປະຈຸບັນ 10 ປະເທດ ມີສຳນັກງານເລຂາທິການອາຊຽນຕັ້ງຢູ່ເມືອງຈາກາຕາ ປະເທດອີນໂດເນເຊຍ ມີເລຂາທິການອາຊຽນເປັນຜູ້ບໍລິຫານ
'''ສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (Association of South East Asian Nations)'''{{spaces}}ຫຼື{{spaces}}'''ອາຊຽນ''' (ASEAN) ເປັນອົງການຄວາມຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ສະມາຊິກປະຈຸບັນ 10 ປະເທດ ມີສຳນັກງານເລຂາທິການອາຊຽນຕັ້ງຢູ່ເມືອງຈາກາຕາ ປະເທດອີນໂດເນເຊຍ ມີເລຂາທິການອາຊຽນເປັນຜູ້ບໍລິຫານ ເຊິ່ງແມ່ນທ່ານ [[ສຸຣິນ ພິດສຸວັນ]] ຈາກ[[ປະເທດໄທ]] ເປັນເລຂາທິການຄົນປັດຈຸບັນ


== ປະຫວັດ ==
== ປະຫວັດ ==

ລຸ້ນແກ້ໄຂເກົ່າເມື່ອ 20:07, 28 ມີນາ 2008

ຮູບ:Flag of ASEAN.svg
ສັນຍາລັກຂອງອາຊຽນ

ສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (Association of South East Asian Nations) ຫຼື ອາຊຽນ (ASEAN) ເປັນອົງການຄວາມຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ສະມາຊິກປະຈຸບັນ 10 ປະເທດ ມີສຳນັກງານເລຂາທິການອາຊຽນຕັ້ງຢູ່ເມືອງຈາກາຕາ ປະເທດອີນໂດເນເຊຍ ມີເລຂາທິການອາຊຽນເປັນຜູ້ບໍລິຫານ ເຊິ່ງແມ່ນທ່ານ ສຸຣິນ ພິດສຸວັນ ຈາກປະເທດໄທ ເປັນເລຂາທິການຄົນປັດຈຸບັນ

ປະຫວັດ

ມີຈຸດເລີ່ມຕົ້ນໃນເດືອນມັງກອນ ປິ ຄ.ສ 1961 ໂດຍປະເທດໄທ ມາເລເຊີຍ ແລະ ຟິລິບປີນ ໄດ້ຮ່ວມກັນຈັດຕັ້ງສະມາຄົມອາສາ ຫຼື Association of South East Asia ຂື້ນເພື່ອຮ່ວມມືກັນທາງດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງ 2 ກໍ່ຕ້ອງຢຸດຊະງັກລົງ ເນື່ອງຈາກການຜັນແປທາງດ້ານການເມືອງລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ

ໃນໄລຍະຕໍ່ມາ ໄດ້ມີການຟື້ນຟູສາຍສຳພັນລະຫວ່າງປະເທດຂື້ນ ຈຶ່ງໄດ້ຊອກຫາແນວທາງຈັດຕັ້ງ ອົງການຮ່ວມມືທາງດ້ານເສດຖະກິດ ຂື້ນໃນຂົງເຂດ "ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້" ແລະ ພັນເອກ(ພິເສດ) ດຣ.ຖະນັດ ຄໍມັນ ອາດີດລັດຖະມົນຕີກະຊວງການຕ່າງປະເທດສະໄໝລັດຖະບານ ຈອມພົນຖະໜອມ ກິດຕິຂະຈອນ ໂດຍໄດ້ມີການລົງນາມ "ປະລິນຍາບາງກອກ" ທີ່ວັງສະຣານລົມ ໃນຄັ້ງວັນທີ່ 8 ສິງຫາ ຄ.ສ. 1967 ຈາກ ຄຳປະກາດອາຊຽນ (ASEAN Declaration) ເຊິ່ງລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກຜູ້ກໍ່ຕັ້ງ 5 ປະເທດ ໄດ້ແກ່ ໄທ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ ແລະ ສິງກະໂປ [1]

ຕໍ່ມາໃນປີ ຄ.ສ. 1984 ປະເທດບຮູໄນ ໄດ້ເຂົ້າຮ່ວມສະມາຊິກເປັນປະເທດທີ່ຫົກ ແລະ ມີຫວຽດນາມ ລາວ ມຽນມາ ແລະ ກຳປູເຈຍ ເຂົ້າເປັນສະມາຊິກຕາມລຳດັບ

ສັນຍາລັກ

ສັນຍາລັກ ອາຊຽນ ຄື ຕົ້ນເຂົ້າ ສີເຫຼືອງ 10 ຕົ້ນມັດລວມກັນໄວ້ ໝາຍເຖິງປະເທດສະມາຊິກຮ່ວມກັນເພື່ອມິດຕະພາບ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ສີຟ້າ ໝາຍເຖິງ ສັນຕິພາບ ແລະ ຄວາມມັ່ນຄົງ ສີແດງ ໝາຍເຖິງ ຄວາມກ້າຫານ ແລະ ຄວາມກ້າວໜ້າ ສີຂາວ ໝາຍເຖິງ ຄວາມບໍລິສຸດ ແລະ ສີເຫຼືອງ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງ

ປະເທດສະມາຊິກ

ໂດຍມີ ປະເທດປາປົວນິວກີນີ ເປັນປະເທດຜູ້ສັງເກດການ ສ່ວນ ປະເທດຕີມໍຕະເວັນອອກ ນັ້ນ ໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມອາຊຽນໃນຫຼາຍໂອກາດ ແຕ່ຍັງບໍ່ທັນໄດ້ເປັນປະເທດຜູ້ສັງເກດການເທື່ອ

ເບີ່ງຕື່ມ

ອ້າງອິງ

  1. "ສູລິນ ພິດສຸວອນ" ກັບບົດບາດປະທານອາຊຽນຄົນໃໝ່

ແຫຼ່ງຂໍ້ມູນອື່ນ