ແຂວງບໍ່ແກ້ວ
|
ແຂວງບໍ່ແກ້ວ (ອັງກິດ: Bokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ເຂດນີ້ ເຄີຍມີບົດບາດອັນສຳຄັນອັນຍິ່ງໃຫຍ່ ທາງດ້ານປະຫວັດສາດ ໃນສະໄຫມສັດຕະວັດ ທີ 20. ມີຮ່ອງຮອຍຄວາມຈະເລີນຮຸ່ງເຮືອງ ທາງດ້ານສາດສະຫນາ, ການປົກຄອງ, ກະສັດ, ປະຫວັດດ້ານສົງຄາມ ແລະ ການຄ້າ ໃນສະໄຫມກ່ອນ, ພ້ອມທັງປູຊະນີຍະສະຖານ, ອະຣິຍະທຳອັນລ້ຳຄ່າ, ສະຖາປັດຕະຍະກຳອັນເປັນເອກະລັກ ແລະ ວັດວາອາຮາມທີ່ເກົ່າແກ່ ທີ່ຫນ້າສົນໃຈຫລາຍແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 179,300 ຄົນ ຍິງ 89.300 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີຂາວ ,ມູເຊີດຳ, ກຶມມຸ ຯລຯ
ແຂວງບໍ່ແກ້ວ ມີເສັ້ນທາງ ຫຼວງເຊື່ອມຕໍ່ ລະຫວ່າງ ທິດເຫນືອ-ທິດຕາເວັນຕົກສຽງເໜືອ ທີ່ສຳຄັນ ລະຫວ່າງ ປະເທດ ໄທ ແລະ ສປ ຈີນ. ເສັ້ນທາງດ່ວນ R3 ຖືກກໍ່ສ້າງສຳເລັດໃນປີ 2010,ຕໍ່ມາໃນປີ 2013 ຂົວມິດຕະພາບ ຂ້າມແມ່ນ້ຳຂອງ ແຫ່ງທີ 4 ກໍ່ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ, ເຊິ່ງຈະສາມາດເຊື່ອມຕໍ່ລະບົບຄົມມະນາຄົມຂົນສົ່ງ ລະຫວ່າງ ຂຸນຫມິງ (ສປ ຈີນ) ແລະ ບາງກອກ (ປະເທດໄທ) ຜ່ານເສັ້ນທາງ R3 ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດວ່າ ຈະເປັນໂອກາດ ແລະ ສິ່ງກະຕຸກຊຸກຍູ້ ໃຫ້ບັນດາຂະແຫນງການຕ່າງໆ ທາງດ້ານເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວໄດ້ຢ່າງໄວວາ.
ປະຫວັດເມືອງຫ້ວຍຊາຍ
[ດັດແກ້]
- ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫົວຂອງ ( ແຂວງຫົວຂອງໄດ້ຖຶກຍຸບລົງເປັນ 2 ແຂວງ ) ແມ່ນພື້ນທີ່ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນ ມາຕັ້ງເປັນແຂວງໃໝ່ ແລ້ວຕັ້ງເມືອງຫ້ວຍຊາຍ ເຊິ່ງເປັນເມືອງເອກຂອງແຂວງຫົວຂອງເດີມເປັນເມືອງເອກຂອງແຂວງບໍ່ແກ້ວ ຕໍ່ມາໃນປີ 1991 ໄດ້ມີການໂອນ ເມືອງປາກທາ ແລະ ເມືອງຜາອຸດົມຈາກ ແຂວງອຸດົມໄຊ ມາຂຶ້ນກັບແຂວງບໍ່ແກ້ວ. ຫລັງຈາກສົງຄາມອິນດູຈີນ ໃນຊ່ວງປີ 1960 ແລະ 1970, ບໍ່ແກ້ວໄດ້ກາຍເປັນຖານທີ່ຫມັ້ນ ຂອງກອງທັບຕ່າງຊາດ, ໂດຍສະເພາະ ແມ່ນເຂດນ້ຳຍູ້ ເມືອງ ເມິງເຊິ່ງຢູ່ທາງເຫນືອ ຂອງເມືອງ ຫ້ວຍຊາຍ ແມ່ນຖານທີ່ຫມັ້ນ ຂອງກອງທັບສະຫະລັດ ອະເມລິກາໃນສະໄຫມນັ້ນ, ເຊິ່ງປັດຈຸບັນຮ່ອງຮອຍທີ່ພົບເຫັນມີ ຄ້າຍ ທີປະກອບດ້ວຍ ຫ້ອງຄຸມຂັງນັກໂທດ.
- ໃນປີ 1890 ມີຄົນຈາກລັດສານຈາກພະມ້າ ເຊິ່ງເປັນນັກຂຸດຊອກແຮ່ໄດ້ພົບເມັດຫີນສີດຳທີ່ເອີ້ນ ວ່ານິນ ທີ່ເຂດຊຽງຂອງຫ້ວຍຊາຍ, ເຊິ່ງເປັນເຂດທີ່ນ້ຳຂອງໄຫລຜ່ານໄທ ແລະ ລາວ. ດ້ວຍຄວາມອົດທົນພວກເຂົາສືບຕໍ່ຊອກຄົ້ນດ້ວຍຄວາມເອົາໃຈໃສ່ໃນເຂດພື້ນທີ່ດັ່ງກ່າວ ແລະ ກໍໄດ້ພົບແກ້ວໄພລິນ.
ຕາມຂໍ້ມູນບັນທຶກການຄົ້ນພົບແກ້ວໄພລິນທີ່ຫ້ວຍຊາຍຂອງ ທ່ານເຮີເບີກ ວາຣິງຕັນ ສະມິດ Hervert Waringston Smyth ກ່ອນຊຸມປີ 1867 ແລະ ໃນປີ 1943. ທ່ານສະມິດ ເປັນຄົນທີ່ຖືກທາງກົມບໍ່ແຮ່ຂອງສະຫຍາມຈ້າງໃຫ້ມາສຶກສາຕາມຄຳສັ່ງຂອງເຈົ້າຊີວິດໄທ ເພື່ອລາຍງານກ່ຽວກັບການຄົ້ນພົບບໍ່ແກ້ວທີ່ເຂດຊຽງຂອງ, ທ່ານໄດ້ມາເຖິງເຂດບໍ່ຂຸດຄົ້ນໃນເດືອນມັງກອນປີ 1893.
ໃນບົດລາຍງານທ່ານໄດ້ ຂຽນບັນທຶກໄວ້ວ່າ “ເມັດແກ້ວຖືກຄົ້ນພົບໃນແຜ່ນຜະຫນັງຂອງຫີນບາຊານທີ່ເປັນລັກສະນະເປັນແຜ່ນທີ່ພົ້ນຂຶ້ນໃຫ້ເຫັນຕາມພື້ນແມ່ນ້ຳໂງ (Nam Ngau)ເຊິ່ງເປັນສາຂາແມ່ນ້ຳໃຫຍ່ສາຍຫນຶ່ງທີ່ໄຫລມາຈາກທິດເຫນືອ. ບັນດາສັນພູທາງຊ້າຍມືທີ່ເປັນເປີ້ນຄ້ອຍຕ່ຳລົງມາໃນລະຍະທີ່ໄກພໍສົມຄວນ, ແລະ ບໍລິເວນພື້ນທີ່ນີ້ເອງເປັນພື້ນທີ່ປະກອບໄປດ້ວຍຫີນສີດຳທີ່ມີຫີນແຮ່ເກີດຢູ່ນຳ, ບ່ອນທີ່ຫີນມີລັກສະນະຂອງແຮ່ແກ້ວເກີດຢູ່ນຳນັ້ນຍັງບໍ່ທັນສາມາດກຳນົດໄດ້ເທື່ອ, ຄ້າຍຄືວ່າ ບ່ອນເຄົ້າກຳເນີດຂອງຫີນທີ່ມີແກ້ວເກີດຢູ່ນຳນັ້ນຖືກພົບປົນຢູ່ຕາມກ້ອນຫີນທີ່ສາຍນ້ຳໄຫລເຊາະມາຈາກບໍລິເວນເປີ້ນພູ, ຄວາມໜາຂອງຊັ້ນຫີນກວດທີ່ປົນເມັດແກ້ວນັ້ນມີປະມານ 5 ຫາ 20 ນິ້ວ ແລະ ປະກອບດ້ວຍເມັດຫີນຄວັກ ແລະ ຊິ້ນສ່ວນຂອງເມັດແກ້ວປະປົນຢູ່ນຳ. ຊັ້ນຫີນທີ່ປົດຢອງເທິງເປັນດິນດາກສີແດງ ເຊິ່ງມີຄວາມຫນາສະເລ່ຍປະມານ 3 ແມັດອັນ ເປັນບ່ອນທີ່ພວກຄົນພະມ້າພາກັນຂຸດ ແລະ ພົບເມັດແຮ່ທີ່ເປັນແກ້ວດັ່ງກ່າວ. ຂຸມສ້າງທີ່ຂຸດມີຄວາມກວ້າງຂະຫນາດ 3 ແມັດ ການພົບພໍ້ແຮ່ແກ້ວປະເສີດທີ່ຫ້ວຍຊາຍຮູ້ກັນມາຕັ້ງແຕ່ປີ 1890, ຍ້ອນການພົບພໍ້ໃນປະລິມານທີ່ຫນ້ອຍ, ຈິ່ງບໍ່ຄ່ອຍຮູ້ຈັກຄວາມແທ້ຈິງຂອງມັນສ່ຳໃດ. ມີການເລີ່ມຕົ້ນຂຸດຄົ້ນໃຫມ່ອີກພຽງເລັກນ້ອຍໃນຊຸມປີ 1960. ມີການຂຸດຄົ້ນແຮ່ແກ້ວໄພລິນ ໂດຍບໍລິສັດນ້ອຍໆຢ່າງຫລວງຫລາຍມີທັງການຂຸດຮ່ອນເອົາແບບທັນສະໄຫມປົນເປໄປນຳ. ຈາກນັ້ນໃນປີ 1970 ແລະ 1980 ຈິ່ງມີການຟື້ນຟູການຂຸດຄົ້ນ ແກ້ວໄພລິນຢູ່ເມືອງຫ້ວຍຊາຍເປັນຮູບເປັນຮ່າງແບບອຸດສາຫະກຳຂຶ້ນມາ.
ແຕ່ວ່າ ນັບແຕ່ປີ 1960 ເປັນ ຕົ້ນມາໄດ້ມີຫລາຍບໍລິສັດນ້ອຍໆ ເຂົ້າມາສ່ຽງໂຊກທຳການຂຸດຄົ້ນ, ຮວມທັງບໍລິສັດຂອງປະ ເທດເຊັກໂກສະໂລວາກີ, ເກົາຫລີ ແລະ ໄທເຂົ້າມາ.ສຳ ລັບແກ້ວໄພລິນຂອງລາວສ່ວນຫລາຍເປັນເມັດນ້ອຍ ເມື່ອທຽບໃສ່ກັບແກ້ວໄພລິນຂອງປະເທດສີ ລັງກາ ເຊິ່ງເປັນເມັດໃຫຍ່ ແລະ ຕີຕະຫລາດໄດ້ດີກວ່າ. ໃນປີ 2006 ມີການສືບຕໍ່ຂຸດຄົນໂດຍຄົນທ້ອງຖິ່ນ. ຈາກນັ້ນ ໃນປີ 2009 ບໍລິສັດຈີນຈາກໄຕ້ຫວັນ Sino Resources MiningCo. (SinoRMC) ໄດ້ມາທຳການລົງທຶນຂຸດຄົ້ນໃນເຂດຫ້ວຍນ້ຳຮໍ Nam Hoor, ຫ້ວຍສາລາ Haoy Sala, ຫ້ວຍມອນ Haoy Mone, ແລະ ຫ້ວຍຕາບ Haoy Tab. ແລະ ພື້ນທີ່ຕໍ່ໄປທີ່ຈະທຳການສຳຫລວດແມ່ນໄປສັນພູຂອງຫ້ວຍຫົງແຍງ Hong Nheng.ບໍ ລິສັດດັ່ງກ່າວນີ້ ຄາດວ່າຈະຜະລິດແກ້ວໄພລິນທີ່ບໍ່ທັນເຈັຍລະໄນໃຫ້ໄດ້ 200 ກິໂລຕໍ່ເດືອນ. ແກ້ວໄພລິນຂອງລາວໂດຍທົ່ວໄປມີຂະຫນາດສອງກາຣັດ carats ຫລັງຈາກຕັດ ຫລື ເຈັຍລະໄນສຳເລັດແລ້ວ, ເຊິ່ງສ່ວນໃຫຍ່ຈະມີຂະຫນາດໃຫຍ່ 3 ມິນລີແມັດ ແລະ ນ້ອຍລົງໄປສີຂອງມັນເປັນສີທີ່ຂ້ອນ ຂ້າງງົດງາມ ແຕກຕ່າງກັນໄປ.
- (ຫມາຍເຫດ: ອັດຕາແລກປ່ຽນເງິນບາດສະຫຍາມ ແລະ ເງິນຣູປີ ຂອງອິນເດຍໃນປີ ຄ.ສ 1895 ເທົ່າກັບ: 5 ບາດ ຕໍ່ 7 ຮູປີ.)
- ໃນອະດີດ ຊາວງ້ຽວກຸ່ມໜຶ່ງຈາກເມືອງໝອກໃໝ່ ໄດ້ມາຄົ້ນຫາເພັດພອຍ ທີ່ມີຄ່າ ຕາມສອງຝັ່ງແມ່ນ້ຳຂອງ ຈາກປາກນ້ຳເກິ່ງຈົນເຖິງຫ້ວຍຊາຍໃຫຍ່, ຫ້ວຍຊາຍນ້ອຍ ແລະ ປາກຫ້ວຍຫ່າຍ (ຫ້ວຍຜາຄຳ) ເມື່ອພົບແລ້ວໄດ້ກັບໄປລາຍງານເຈົ້າຟ້າຂຸນຈິ່ງ ທີ່ເມືອງໝອກໃໝ່ ໃນເວລາຕໍ່ມາ ເຈົ້າຟ້າຂຸນຈິ່ງ ຈຶ່ງຍ້າຍຜູ້ຄົນ 46 ຄອບຄົວ ມາຕັ້ງຖິ່ນຖານທີ່ເມືອງຫ້ວຍຊາຍ ເພື່ອຂຸດຄົ້ນ ຫີນມີຄ່າ ແລະ ຂາຍເປັນສິນຄ້າ ບໍລິເວນ ດັ່ງກ່າວຈຶ່ງເອີ້ນວ່າ ບໍ່ແກ້ວ.
ທີ່ຕັ້ງ
[ດັດແກ້]• ທິດເໜືອ ຕິດກັບ ແຂວງຫຼວງນ້ຳທາ ຍາວ 100 ກ.ມ
• ທິດຕະເວັນອອກ ຕິດກັບ ແຂວງອຸດົມໄຊ ຍາວ 100 ກ.ມ ແລະ ແຂວງໄຊຍະບູລີ ຍາວ 35 ກ.ມ
• ທິດຕະເວັນຕົກ ຕິດກັບ ລັດສານ ປະເທດມຽນມາ ຍາວ 98 ກ.ມ
• ທິດໃຕ້ ຕິດກັບ ຈັງຫວັດຊຽງຣາຍ ປະເທດໄທ ຍາວ 145 ກ.ມ
ບັນດາເມືອງ
[ດັດແກ້]- 05-01 ເມືອງຫ້ວຍຊາຍ (Hoüayxay)
- 05-02 ເມືອງຕົ້ນເຜິ້ງ (Tonpheung)
- 05-03 ເມືອງເມິງ (Meung)
- 05-04 ເມືອງຜາອຸດົມ (Pha Oudom)
- 05-05 ເມືອງປາກທາ (Paktha)
ສະພາບເສດຖະກິດ-ສັງຄົມ
[ດັດແກ້]ແຂວງບໍ່ແກ້ວ ມີການຜະລິດເຂົ້າ, ສາລີ, ຫມາກເດືອຍ, ພືດຕະກຸນຖົ່ວ. ສຳລັບການຜະລິດເຂົ້າກິນໃນທົ່ວແຂວງບັນລຸໄດ້ 94,134 ໂຕນ, ໃນເນື້ອທີ່ 25.941,26 ເຮັກຕາ, ຖ້າທຽບໃສ່ປີ 2009 ເພີ່ມຂຶ້ນ 2.126 ໂຕນເທົ່າກັບ 2,31% ໃນນັ້ນເຂົ້ານາປີຜົນຜະລິດໄດ້ 63.298,1 ໂຕນ ໃນເນື້ອທີ່ 14.421,5 ເຮັກຕາ, ເຂົ້ານາແຊງຜົນຜະລິດໄດ້ 11,663 ໂຕນ, ໃນເນື້ອທີ່ 2,674,09 ເຮັກຕາ, ເຂົ້າເນີນສູງຜົນຜະລິດໄດ້ 18,436,7 ໂຕນ, ໃນເນື້ອທີ່ 8,779,38 ເຮັກຕາ, ເຂົ້າໄຮ່ເລື່ອນລອຍຜົນຜະລິດໄດ້ 138,66 ໂຕນ, ໃນເນື້ອທີ່ 66,29 ເຮັກຕາ. ທົ່ວ ແຂວງສະເລ່ຍລາຍຮັບເຂົ້າ ເປືອກໄດ້ 524 ກິໂລ/ຄົນ/ປີ. ວຽກງານພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ຂົວແມ່ນໄດ້ຂະ ຫຍາຍອອກຢ່າງຫລວງຫຼາຍປະຈຸບັນບ້ານໃນທົ່ວແຂວງທີ່ມີເສັ້ນທາງເຂົ້າເຖິງກວມ 86,97% ຂອງຈຳນວນບ້ານທັງໝົດ. ໃນນີ້ບ້ານທີ່ມີເສັ້ນທາງໄດ້ 2 ລະດູກວມ 71,91%, ບ້ານທີ່ມີເສັ້ນທາງທຽວໄດ້ລະດູດຽວກວມ 15,06% ແລະ ບ້ານທີ່ບໍ່ມີເສັ້ນທາງເຂົ້າເຖິງ 13,03% ຂອງຈຳນວນບ້ານທັງຫມົດ, ວຽກງານພະລັງງານບໍ່ແຮ່, ມີຫລາຍບ້ານ - ກຸ່ມ ບ້ານໄດ້ຊົມໃຊ້ໄຟຟ້າຖາວອນ. ມາຮອດປະຈຸບັນກຸ່ມບ້ານທີ່ໄດ້ຊົມໃຊ້ໄຟຟ້້າແລ້ວ 42 ກຸ່ມ ບ້ານ, ບ້ານທີ່ໃຊ້ໄຟຟ້າຖາວອນແລ້ວ 198 ບ້ານ ເທົ່າກັບ 70,46% ຂອງຈຳນວນ ບ້ານທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 27 ບ້ານ. ຄົວເຮືອນທີ່ໃຊ້ໄຟຟ້າແລ້ວມີ 19,957 ຄົວເຮືອນ ເທົ່າກັບ 27,29% ຂອງຈຳນວນຄົວເຮືອນທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 3.453 ຄົວເຮືອນ. ດ້ານວຽກງານວັດທະນະທຳ - ສັງ ຄົມທົ່ວແຂວງມີໂຮງຮຽນປະຖົມທັງຫມົດ 363 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 1,9%, ມີໂຮງຮຽນມັດທະຍົມທັງຫມົດ 31 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 2 ແຫ່ງ. ປະຈຸບັນມີບ້ານລຶບລ້າງການກືກຫນັງສືທັງຫມົດ 232 ບ້ານກວມ 82,56% ຂອງຈຳນວນບ້ານໃນທົ່ວແຂວງ, ມີເມືອງປະກາດລຶບລ້າງຈົບປະຖົມຂັ້ນພື້ນຖານແລ້ວ 3 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິງ ແລະ ເມືອງປາກທາ. ວຽກງານສາທາລະນະສຸກໄດ້ຂະຫຍາຍຕາຫນ່າງສາທາລະນະສຸກໄປທົ່ວເຖິງທຸກກຸ່ມບ້ານປະຈຸບັນມີສຸກສາລາປະຈຳກຸ່ມບ້ານລວມທັງຫມົດ 31 ແຫ່ງ ລວມ 25 ກຸ່ມບ້ານມີ 145 ບ້ານ ເທົ່າກັບ 51,6% ຂອງຈຳນວນບ້ານທັງຫມົດ, ໄດ້ປະກາດບ້ານແບບຢ່າງສາທາລະນະສຸກມີ 62 ບ້ານ, 27 ກຸ່ມບ້ານ, ວຽກງານຖະແຫລງຂ່າວ ແລະ ວັດທະນະທຳໄດ້ປັບປຸງຍົກລະດັບ, ຂະຫຍາຍຕາຫນ່າງການພັດ ນາລະບົບວິທະຍຸກະຈາຍສຽງ - ໂທລະພາບ ແລະ ການສ້າງຄອບຄົວ - ບ້ານວັດທະນະທຳ. ມາຮອດປະຈຸບັນມີບ້ານວັດທະນະທຳທັງຫມົດ 11 ບ້ານ, ມີຄອບຄົວວັດທະນະທຳ 3.791 ຄອບຄົວ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 955 ຄອບຄົວ ເທົ່າກັບ 25,86% ຂອງຈຳນວນຄອບຄົວວັດທະນະທຳໃນທົ່ວແຂວງ ແລະ ດ້ານວຽກງານອື່ນໆ. ພ້ອມກັນນີ້ແຂວງບໍ່ແກ້ວຍັງໄດ້ວາງທິດທາງ, ຄາດຫມາຍສູ້ຊົນໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ການພັດທະນາຊົນນະບົດຮອບດ້ານສົກປີ 2010-2011. ເປັນ ຕົ້ນຈະກຳນົດຈຸດສຸມກຸ່ມບ້ານພັດທະນາຂອງແຂວງໃຫ້ໄດ້ຕື່ມອີກ 2 ຈຸດສຸມ, ຈະສູ້ຊົນສ້າງບ້ານພັດທະນາຮອບດ້ານໃຫ້ໄດ້ອີກ 10 ບ້ານເທົ່າກັບ 3,55% ຂອງຈຳນວນບ້ານທັງໝົດທົ່ວແຂວງ ( 5 ບ້ານໃຫ້ກາຍເປັນ 15 ບ້ານໃນປີ 2011), ຈະສູ້ຊົນລຶບລ້າງບ້ານທຸກຍາກໃຫ້ໄດ້ 20 ບ້ານ (ຈາກ 94 ບ້ານປີ 2010 ໃຫ້ຍັງເຫຼືອ 74 ບ້ານ ເທົ່າກັບ 26,33% ຂອງ ຈຳນວນບ້ານທັງຫມົດ), ລຶບລ້າງຄົວເຮືອນທຸກຍາກໃຫ້ໄດ້ 900 ຄົວເຮືອນ (ຈາກ 6.480 ຄົວເຮືອນທຸກຍາກໃຫ້ຍັງເຫຼືອ 5.580 ຄົວເຮືອນເທົ່າກັບ 20,21% ຂອງຈຳນວນຄົວເຮືອນທັງຫມົດພາຍໃນແຂວງ), ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຂອງກຸ່ມບ້ານຢູ່ບັນດາເມືອງ 4 ເນື້ອໃນ 4 ຄາດຫມາຍໃຫ້ສຳເລັດ 135 ໂຄງການໃນມູນຄ່າ 84,03 ຕື້ກີບ ແລະ ດ້ານອື່ນໆຈາກນັ້ນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງຄາດຫມາຍສູ້ຊົນໃນຕໍ່ຫນ້າ. ເພື່ອພ້ອມກັນເສີມຂະຫຍຍຈຸດດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ.
- ລວມຍອດຜະລິດຕະພັນພາຍໃນ GDP ສຳລັບໄລຍະ 2005-2009
- 2005 = 554.04
- 2006 = 629.95
- 2007 = 750.69
- 2008 = 897.32
- 2009 = 1365.72
ໝາຍເຫດ: GDP (ລ້ານກີບ)
ການລົງທຶນ
[ດັດແກ້]ໃນຊ່ວງຫລາຍປີທີ່ຜ່ານມານັບຕັ້ງແຕ່ມີການກໍ່ສ້າງເສັ້ນທາງ R3A ໄດ້ມີນັກລົງທຶນຕ່າງປະເທດເຂົ້າມາສຳຫລວດຊ່ອງທາງການລົງທືນໃນແຂວງບໍ່ແກ້ວຢ່າງຕໍ່ເນື່ອງ ສ່ວນໃຫຍ່ເປັນນັກລົງທືນຈາກຈີນ ແລະ ຫວຽດນາມ ທີ່ສົນໃຈລົງທຶນໂດຍສະເພາະດ້ານການກະສິກຳ (ເຊັ່ນ: ການປູກຢາງພາລາ ແລະ ໄຮ່ອ້ອຍຂະໜາດໃຫຍ່), ອຸດສາຫະກຳເບົາ, ການທ່ອງທ່ຽວ ແລະ ຂຸດຄົ້ນບໍ່ແຮ່. ທັງນີ້, ປະຈຸບັນມີນັກລົງທືນ ຈາກແຂວງຢູນນານ ຂອງ ສປຈີນ ກຽມເຂົ້າມາລົງທືນ ໃນທຸລະກິດທ່ອງທ່ຽວ ແລະ ບໍລິການທີ່ກ່ຽວຂ້ອງ ເຊັ່ນ: ໂຮງແຮມ, ສະໜາມກ໋ອບ ແລະ ສູນການຄ້າ. ມູນຄ່າເກືອບ 90 ລ້ານໂດລາສະຫະລັດ. ນອກຈາກນີ້, ຍັງມີນັກລົງທຶນຈາກເກົາຫຼີ ເຂົ້າມາເຮັດສັນຍາເຊົ່າທີ່ດິນຈຳນວນຫລາຍຮ້ອຍໄຮ່ບໍລິເວນໃກ້ ກັບຂົວຂ້າມແມ່ນ້ຳໂຂງແຫ່ງທີ່ 4 ໂດຍໄດ້ກໍ່ສ້າງໂຮງແຮມ ຂະໜາດໃຫຍ່ ແລະ ຮ້ານຄ້າປອດພາສີ ໄດ້ສຳເລັດໂດຍພື້ນຖານ.
ຊື່ | ສະຖານທີ່ | ປະເພດໂຄງການ |
Lao Houayxai Neehong Khankeo | 4 ເມືອງ | ກະສິກຳ |
AAC Green City Laos | ຫ້ວຍຊາຍ | ບັນເທີງ, ສວນສະຫນຸກ |
Buhae Industry | ຫ້ວຍຊາຍ | ບໍ່ແຮ່ |
ລາວ ແຊບຟາຍ | ຫ້ວຍຊາຍ | ບໍ່ແຮ່ |
ຢາງພາລາ ຈົງເຊິນ | ຫ້ວຍຊາຍ | ປູກຢາງພາລາ |
ບໍລິສັດ ລີຮັງ ພັດທະນາເສດຖະກິດ ແຂວງບໍ່ແກ້ວ | ຫ້ວຍຊາຍ | ໂຮງແຮມ ແລະ ຮ້ານອາຫານ |
ບໍລິສັດ ຢູນນານ ຣັບເບີ້ | ຫ້ວຍຊາຍ | ປູກຢາງພາລາ |
ບໍລິສັດ ເຂື່ອນໄຟຟ້າ ນ້ຳງອນ | ຫ້ວຍຊາຍ | ສ້າງເຂື່ອນໄຟຟ້ານ້ຳຕົກ |
ໂຮງງານປະກອບລົດຈັກ | ຫ້ວຍຊາຍ | ໂຮງງານປະກອບລົດຈັກ |
ບໍລິສັດ ຢາພາລາ ລາວ-ຊິນສື | ຫ້ວຍຊາຍ | ປູກຢາງພາລາ |
ໂຮງງານໄມ້ຂີດໄຟ | ຫ້ວຍຊາຍ | ໂຮງງານໄມ້ຂີດໄຟ |
Market Building and Organizing | ຫ້ວຍຊາຍ | ສ້າງຕະຫລາດ |
ບໍລິສັດ ບໍ່ແກ້ວ ຣັບເບີ້ | ຫ້ວຍຊາຍ | ປູກຢາງພາລາ |
ກະເບື້ອງ ບໍ່ແກ້ວ | ຫ້ວຍຊາຍ | ໂຮງງານກະເບື້ອງ |
ບໍລິສັດ ເກດເວ | ຫ້ວຍຊາຍ | ໂຮງແຮມ ແລະ ຮ້ານອາຫານ |
ບໍລິສັດ ຈັງຊິນ | ຫ້ວຍຊາຍ | ຜະລິດເຄື່ອງ |
Pocket Factory | ຫ້ວຍຊາຍ | ຜະລິດກະເປົາ |
Rock Company | ຫ້ວຍຊາຍ | ຂຸດຄົ້ນຫີນ |
ອານີໂມ | ຫ້ວຍຊາຍ | ທ່ອງທ່ຽວ |
ດຣິມ ເຊັນເຕີ້ | ຫ້ວຍຊາຍ | ສູນການສຶກສາ |
ບໍລິສັດ ລ້ຽງຫມູ ຫ້ວຍຊາຍ | ຫ້ວຍຊາຍ | ຜະລິດສະບຽບອາຫານ |
ບໍ່ແກ້ວ ປໍຊັນ ຣັບເບີ້ | ເມິງ | ປູກຢາງພາລາ |
ຈົງຊິງຫາງ ລາວ | ເມິງ | ຜະລິດເຈັ້ຍ |
ບໍ່ແກ້ວ ເລີລິງ ຣັບເບີ້ | ເມິງ | ປູກຢາງພາລາ |
ບໍ່ແກ້ວ ທີຊານ ພັດທະນາກະສິກຳ | ເມິງ | ຢາງພາລາ ແລະ ກະສິກຳ |
ຈາຟົງ ມາຍນິງ | ຜາອຸດົມ | ຂຸດຄົ້ນຄຳ |
ຈາຟົງ ບໍ່ແກ້ວ ພັດທະນາ ກະສິກຳ | ຜາອຸດົມ | ຢາງພາລາ |
ດອກງີ້ວຄຳ ກຣຸບ | ຕົ້ນເຜິ້ງ | ເຂດເສດຖະກິດພິເສດ |
ລາວ-ຈີນ ໄບໂອ-ເຕັກໂນໂລຊີ ພັດທະນາ | ຕົ້ນເຜິ້ງ | ຢາງພາລາ |
ຈົງຊິນ ນ້ຳຫອມ | ຕົ້ນເຜິ້ງ | ຜະລິດນ້ຳຫອມ |
ບໍ່ແກ້ວ ລີຫາງ ສາງສາລີ | ຕົ້ນເຜິ້ງ | ສາງບັນຈຸສາລີ |
ດ້ານການຂົນສົ່ງ
[ດັດແກ້]ບໍລິການດ້ານການຂົນສົ່ງ ຊຶ່ງລວມທັງ ທຸລະກິດຂົນສົ່ງ, ຄັງສິນຄ້າ, ສູນກະຈາຍສິນຄ້າ ລວມເຖິງທຸລະກິດໃຫ້ບໍລິການຮັບສົ່ງຜູ້ໂດຍສານ ເພື່ອຮອງຮັບ ຄວາມຕ້ອງການໃຊ້ບໍລິການຂົນສົ່ງສິນຄ້າ ແລະ ບໍລິການທີ່ກ່ຽວຂ້ອງ ຊຶ່ງມີທ່າອ່ຽງ ເພີ່ມຂຶ້ນຕາມການຂະຫຍາຍຕົວຂອງການຄ້າ ແລະ ການລົງທືນລະຫວ່າງປະເທດ ເປັນທຸລະກິດທີ່ໜ້າສົນໃຈ ແລະ ຈະທະວີຄວາມສຳຄັນຂຶ້ນເປັນລຳດັບຫາກການຈັດຕັ້ງເຂດເສດຖະກິດພິເສດ ທີ່ອຳເພີຊຽງຂອງ ທາງຝັ່ງໄທ ແລ້ວສຳເລັດ. ທັງນີ້, ປະຈຸບັນມີນັກລົງທຶນຈີນ ເຂົ້າມາລົງທືນ ສ້າງຄັງສິນຄ້າໃນເມືອງຫ້ວຍຊາຍແດ່ແລ້ວ ລວມທັງມີຕະຫລາດ ຈຳໜ່າຍສິນຄ້າຈີນ ເພື່ອຮອງຮັບນັກທ່ອງທ່ຽວ ຊາວໄທ ແລະ ຊາວຕ່າງປະເທດ ທີ່ເດິນທາງເຂົ້າມາ ແຂວງບໍ່ແກ້ວ ການເປີດໃຊ້ເສັ້ນທາງ R3A ບໍ່ພຽງແຕ່ຈະຊ່ວຍໃຫ້ການຄ້າ ແລະ ການລົງທືນໃນພື້ນທີ່ຕ່າງໆ ຕາມເສັ້ນທາງ R3A ແລະ ບໍລິເວນໃກ້ຄຽງຂະຫຍາຍຕົວດີເທົ່ານັ້ນ, ມັນມັນຍັງໝາຍເຖິງການຂະຫຍາຍຕົວທາງເສດຖະກິດຂອງໄທ, ສປປລາວ ແລະ ສປຈີນ ທີ່ເຊື່ອມໂຍງກັນດ້ວຍເສັ້ນທາງຄົມນາຄົມສາຍນີ້ອີກດ້ວຍ.
ສະຖານທີ່ທ່ອງທ່ຽວ
[ດັດແກ້]- ເມືອງເກົ່າສຸວັນນະໂຄມຄຳ
- ເກາະດອນຊາວ
- ເຂດເສດຖະກິດພິເສດສາມຫຼ່ຽມຄຳ
- ວັດຈອມເຂົາມະນີລັດ
- ພະທາດຕາກຜ້າຄຳ
- ອະນຸສອນສະຖານປະທານ ໄກສອນ ພົມວິຫານ
- ສະໜາມບິນບໍ່ແກ້ວ
- ຂົວມິດຕະພາບລາວ - ໄທ ແຫ່ງທີ 4
- ກະຕູບຮັງນົກ
- ເສັ້ນທາງສາຍ R3A
- ຕາດນ້ຳເກິ່ງ
- ຕາດນ້ຳຍອນ
- ສະໜາມບິນສາກົນເມືອງຕົ້ນເຜິ້ງ
ບຸກຄົນທີ່ມີຊື່ສຽງ
[ດັດແກ້]ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
---|---|
ແຂວງ | ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ |
ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |