ສະໜາມບິນສາກົນເມືອງຕົ້ນເຜິ້ງ

ຈາກ ວິກິພີເດຍ
  • ສະໜາມບິນເມືອງຕົ້ນເຜິ້ງ ໄດ້ຮັບການລົງນາມກໍ່ສ້າງ ລະຫວ່າງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ທ່ານ ຈ້າວເຫວີຍ ປະທານບໍລິຫານງານເຂດເສດຖະກິດພິເສດສາມຫລ່ຽມຄຳ ໂດຍມີທ່ານ ບຸນມີ ສຸວັນນະລັງສີ ຫົວໜ້າບໍລິຫານງານເຂດເສດຖະກິດພິເສດສາມຫລ່ຽມຄຳ ລົງນາມເປັນສັກຂີພະຍານ.

ພິທີລົງນາມດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 16 ມັງກອນ 2012 ທີ່ໂຮງແຮມລາວພລາຊາ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ. ໂຄງການກໍ່ສ້າງສະໜາມບິນດັ່ງກ່າວເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານ ພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ ເສີມສ້າງການຄົມມະນາຄົມຂົນສົ່ງໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ເຂົ້າກັບສາກົນ ອຳນວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເພິ່ມຂີດຄວາມສາມາດໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ. ສະໜາມບິນທີ່ຈະສ້າງນີ້ ຈະເປັນໄປຕາມກົດ 4C ຂອງອົງການການບິນພົນລະເຮືອນສາກົນ( ICAO ) ຈະມີ ຣັນເວ ຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ. ປະກອບດ້ວຍອາຄານຜູ້ໂດຍສານ, ອາຄານຄວບຄຸມການບິນ ແລະ ສິ່ງອຳນວຍຄວາມສະດວກຢ່າງເປັນລະບົບ. ຮູບແບບຂອງການລົງທຶນນັ້ນ ເປັນແບບກໍ່ສ້າງ ແລ້ວມອບໂອນ (Built and Tranfer) ໂດຍຜູ້ລົງທຶນເປັນຜູ້ຮັບຜິດຊອບການກໍ່ສ້າງ ຫລັງຈາກນັ້ນລັດຖະບານຈະຊຳລະ ຫຼື ທົດແທນການກໍ່ສ້າງ ເຊິ່ງຈະກຳນົດໄວ້ໃນສັນຍາອີກສ່ວນໜຶ່ງ ສ່ວນພື້ນທີ່ການກໍ່ສ້າງລັດຖະບານຈະເປັນຜູ້ຈັດຫາ ແລະ ຊົດເຊີຍທັງໝົດ.