ລື້

ຈາກ ວິກິພີເດຍ
Jump to navigation Jump to search

ຊົນເຜົ່າລື້[ແກ້ໄຂ]

ຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງໃນວົງຄະນະຍາດແຫ່ງຊາດລາວ ໂດຍສ່ວນໃຫຍ່ດຳລົງຊີວິດຢູ່ທາງພາກເໜືອຂອງ ສປປ ລາວ ມີພາສາ, ຮີດຄອງປະເພນີທີ່ເປັນເອກະລັກຂອງຕົນເອງ ປະຫວັດຄວາມເປັນມາຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງຂອງ ວົງຄະນະຍາດ ແຫ່ງ ສ.ປ.ປ ລາວ ເຊິ່ງໄດ້ມາຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ປະເທດລາວ ພ້ອມກັນກັບຊົນເຜົ່າໃນໝວດ ພາສາ ລາວ-ໄຕ ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກໃຕ້ ແລະ ພາກຕາເວັນອອກສ່ຽງໃຕ້ຂອງປະເທດຈີນ ບໍລິເວນເຂດປົກຄອງຕົນເອງ 12 ພັນນາ ເຂົ້າສູ່ບັນດາແຂວງ ພາກເໜືອຂອງລາວເຮົາໃນ ຕອນທ້າຍສະຕະວັດທີ XIII ເປັນຕົ້ນມາ. ປະຈຸບັນ ຊົນເຜົ່າລື້ ທີ່ອາໃສຢູ່ ສປປ ລາວ ນັ້ນສ່ວນຫລາຍຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ທາງພາກເໜືອຂອງ ລາວ ເຊັ່ນ: ແຂວງ ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ ເປັນຕົ້ນ. ຖ້າທຽບໃສ່ພົນລະເມືອງໃນປະເທດລາວແລ້ວເຫັນວ່າຊົນເຜົ່າລື້ມີອັດຕາກວມເອົາເກືອບ 3 %. ນອກຈາກມີຢູ່ລາວແລ້ວ, ຊົນເຜົ່າລື້ ຍັງມີຢູ່ ຈີນ, ມຽນມາ,ໄທ ແລະ ຫວຽດນາມ. ຊົນເຜົ່ານີ້ ມີພາສາປາກເວົ້າເປັນຂອງຕົນເອງຈັດຢູ່ໃນໝວດພາສາລາວ-ໄຕ ພ້ອມກັນນີ້ເຂົາເຈົ້າຍັງມີຕົວໜັງສືຂຽນເປັນຂອງຕົນເອງ ເອີ້ນວ່າ ຕົວທຳລື້ , ສ່ວນຫລາຍຈະພົບເຫັນຢູ່ໃນໃບລານ ເຊິ່ງມີລັກຊະນະຄ້າຍຄືຕົວທຳລາວ. ໄທລື້' ຫລື ໄຕລື້ ເປັນ ຊາວໄຕ ກຸ່ມໜຶ່ງ ມີຖິ່ນຖານເດີມຢູ່ໃນແຖບ ສິບສອງປັນນາ ຂອງ ຈີນ ມີເອກະລັກທີ່ໂດດເດັ່ນຄືການໃຊ້ ພາສາໄທລື້ ແລະ ຍັງມີວັດທະນະທຳອັນເປັນເອກະລັກອື່ນໆ ເຊັ່ນ: ການແຕ່ງກາຍສິລະປະ ແລະປະເພນີຕ່າງໆ

ການອົບພະຍົບ[ແກ້ໄຂ]

ເດີມຊາວລື້ ຫລື ໄທລື້ ມີຖິ່ນທີ່ຢູ່ບໍລິເວນ ເມືອງລື້ຫລວງ ຈີນຮຽກວ່າ "ລືແຈງ" ຕໍ່ມາໄດ້ເຄື່ອນຍ້າຍລົງມາຢູ່ບໍລິເວນ ເມືອງໜອງແສ ຫລື ທີ່ເອິ້ນວ່າຄຸນໝິງໃນປະຈຸບັນ ແລ້ວຍ້າຍລົງມາສູ່ລຸ່ມແມ່ນ້ຳຂອງ ສິບສອງປັນນາ ປະຈຸບັນ ປະມານສະຕະວັດທີ 12 ຈຶ່ງເກີດມີວີລະບຸລຸດຊາວໄທລື້ ຊື່ ເຈົ້າເຈືອງຫານ ໄດ້ລວບລວມຫົວເມືອງຕ່າງໆ ໃນສິບສອງປັນນາ ປະຈຸບັນ ຕັ້ງເປັນອານາຈັກແຈ່ລື້ (ເຊີລີ່) ໂດຍໄດ້ຕັ້ງສູນອຳນາດການປົກຄອງເອົາໄວ້ ທີ່ຫໍຄຳຊຽງຮຸ່ງດົນ 790 ປີ ຕໍ່ມາເຖິງສະໄໝ ເຈົ້າອິ່ນເມືອງ ຄອງລາດຕໍ່ມາໃນປີ ຄ.ສ. 1579-1583 ໄດ້ແບ່ງເຂດການປົກຄອງເປັນສິບສອງຫົວເມືອງ ແຕ່ລະຫົວເມືອງໃຫ້ມີທີ່ເຮັດນາ 1,000 ຫາບເຂົ້າ (ເຊື້ອພັນເຂົ້າ) ຕໍ່ມາໜຶ່ງທີ່/ໜຶ່ງຫົວເມືອງ ຈຶ່ງເປັນທີ່ມາຈົນເຖິງ ປະຈຸບັນ ເມືອງສິບສອງປັນນາໄດ້ແບ່ງເຂດການປົກຄອງເອົາໄວ້ໃນອະດີດດັ່ງນີ້ (ທີ່ມາຂອງຄຳວ່າ ສິບສອງປັນນາ ຫລື ສິບສອງຈຸໄຕ) ເຜົ່າໄທລື້ອາໄສຢູ່ສອງຝັ່ງ ແມ່ນ້ຳຂອງ ຄື ດ້ານຕາເວັນອອກ ແລະ ຕາເວັນຕົກຂອງແມ່ນ້ຳ ມີເມືອງຕ່າງໆ ດັ່ງນີ້ພາສາໄທລື້ ໄດ້ກ່າວໄວ້ວ່າ "ຫ້າເມີງຕະເວັນຕົກ ຫົກເມີງຕະເວັນອອກ" ລວມເຈງຮຸ່ງ (ຊຽງຮຸ່ງ) ເປັນ 12 ປັນນາ ແລະ ທັງ12 ປັນນານັ້ນ ຍັງມີເມືອງນ້ອຍອີກ 32 ຫົວເມືອງ ເຊັ່ນ:

  • ຝັ່ງຕາເວັນຕົກ: ຊຽງຮຸ່ງ, ເມືອງຮຳ, ເມືອງແຊ່, ເມືອງລູ, ເມືອງອອງ, ເມືອງລວງ, ເມືອງຫຸນ, ເມືອງພານ, ເມືອງຊຽງເຈິງ, ເມືອງຮາຍ, ເມືອງຊຽງລໍ ແລະ ເມືອງມາງ
  • ຝັ່ງຕະເວັນອອກ: ເມືອງລ້າ, ເມືອງບາງ, ເມືອງຮິງ, ເມືອງປາງ, ເມືອງລາ, ເມືອງວັງ, ເມືອງພົງ, ເມືອງຫຍ່ວນ, ເມືອງບາງ ແລະ ເມືອງຊຽງທອງ (ຫລວງພະບາງ)

ການຂະຫຍາຍຕົວຂອງເຜົ່າໄທລື້ສະໄໝລາຊະການທີ 24 ເຈົ້າອິນເມືອງ ໄດ້ເຂົ້າຕີ ເມືອງແຖນ, ຊຽງຕຸງ, ຊຽງແສນ ແລະ ລ້ານຊ້າງ ກອບກູ້ບ້ານເມືອງໃຫ້ເປັນປຶກແຜ່ນ ພ້ອມທັງຕັ້ງຫົວເມືອງໄທລື້ ເປັນສິບສອງເຂດ ເອິ້ນວ່າ ສິບສອງປັນນາ ແລະ ໃນຍຸກນີ້ໄດ້ມີການອົບພະຍົບເຜົ່າໄທລື້ ບາງສ່ວນເພື່ອໄປຕັ້ງບ້ານເຮືອນປົກຄອງຫົວເມືອງປະເທດສະລາດເຫລົ່ານັ້ນ ຈຶ່ງເຮັດໃຫ້ເກີດການກະຈາຍຕົວຂອງຊາວໄທລື້ ໃນລຸ່ມນ້ຳຂອງຕອນກາງ (ລັດສານ ປະຈຸບັນ) ອັນປະກອບດ້ວຍເມືອງຍູ້ ເມືອງຍອງ ເມືອງຫລວຍ ເມືອງຊຽງແຂງ ເມືອງຊຽງລາບ ເມືອງເລນ ເມືອງພະຍາກ ເມືອງໄຮ ເມືອງໂກ ແລະ ເມືອງຊຽງທອງ (ລ້ານຊ້າງ) ເມືອງແຖນ (ດຽນບຽນຟູ) ຊາວໄທລື້ບາງສ່ວນໄດ້ອົບຍົບ ຫລື ຖືກກວາດຕ້ອນ ອອກຈາກເມືອງເຫລົ່ານີ້ເມື່ອປະມານໜຶ່ງຮ້ອຍເຖິງສອງຮ້ອຍປີທີ່ຜ່ານມາ ແລ້ວລົງມາຕັ້ງຖິ່ນຖານໃໝ່ໃນ ປະເທດ ຕອນລຸມ ເຊັ່ນ ພະມ້າ, ລາວ ແລະ ໄທ ໃນສະໄໝລາຊະການທີ I ເຈົ້າຟ້າອັດຖະວອນປັນໂຍ (ເຈົ້າຜູ້ຄອງນະຄອນນ່ານ) ແລະ ເຈົ້າສຸມົນເທວະລາດ (ເຈົ້າຜູ້ຄອງນະຄອນນ່ານ) ຍົກກອງທັບຂຶ້ນໄປກວາດຕ້ອນ ຊາວໄທລື້ ຈາກສິບສອງປັນນາ ມາຍັງເມືອງນ່ານ ແລະ ເມືອງບາງສ່ວນໃນປະເທດລາວ ແລະ ຕໍ່ມາໃນສະໄໝລາຊະການທີ 5 ເຈົ້າສຸລິຍະພົງ (ເຈົ້າຜູ້ຄອງນະຄອນນ່ານ) ກໍໄດ້ຍົກກອງທັບຂຶ້ນໄປກວາດຕ້ອນຊາວໄທລື້ ຈາກສິບສອງປັນນາມາຍັງເມືອງນ່ານ

ໄທຍອງ[ແກ້ໄຂ]

ໃນປະມານພຸດທະຕະວັດທີ 19 ເຈົ້າສຸນັນທະ ໂອລົດເຈົ້າເມືອງ ຊຽງຮຸ່ງ ໄດ້ພາບໍລິວານຊາວໄທລື້ຈາກເມືອງຊຽງຮຸ່ງ ເຂົ້າມາປົກຄອງເມືອງຍອງເໜືອຄົນພື້ນເມືອງ ຊຶ່ງເປັນ ຊາວລົວະ ໂດຍມີທັງປັດໄຈ ສະໜັບສະໜູນ ໄດ້ແກ່

  • ການປະສົມປະສານ ລະບົບຄວາມເຊື່ອ ແລະ ພິທີກຳ ແລະ ພະພຸດທະສາດສະຫນາ ທີ່ເຂົ້າມາໃນພາຍຫະຫຼັງ
  • ຄວາມສຳພັນທາງເຄືອຍາດ ແລະ ລະບົບບັນນາການກັບເມືອງ ຊຽງຮຸ່ງ ຊຽງຕຸງ ແລະ ການສ້າງພັນທະມິດທາງການເມືອງກັບກຸ່ມເມືອງໃນທົ່ງຮາບຊຽງຣາຍ ເທິງຝັ່ງແມ່ນ້ຳຂອງຕອນກາງ ເຊັ່ນ ຊຽງແສນ ຊຽງຂອງ ເປັນຕົ້ນ

ດັ່ງນັ້ນ ຊາວໄທຍອງ ກັບ ຊາວໄທລື້ ກໍຄື ຍາດກັນນັ້ນເອງ

ໄທລື້ປະຈຸບັນ[ແກ້ໄຂ]

ປະຈຸບັນ ໄທລື້ກະຈາຍຕົວຢູ່ທີ່

  • ປະເທດມຽນມາ ມີແຖບເມືອງຍອງ, ເມືອງຍູ້, ເມືອງຫລວຍ, ເມືອງຊຽງລາບ ,ເມືອງໄລ, ເມືອງພະຍາກ, ເມືອງໂກ, ເມືອງໂຕ໋ນ, ເມືອງເລນ ແລະ ຊຽງຕຸງ
  • ປະເທດລາວ ແຂວງຫລວງນ້ຳທາ, ແຂວງບໍ່ແກ້ວ, ແຂວງໄຊຍະບຸລີ (ຊຽງຮ່ອນ, ຊຽງລົມ, ຫົງສາ) ແລະ ແຂວງຫລວງພະບາງ
  • ປະເທດໄທ ຊຽງຣາຍ ຊຽງໃໝ່ ລຳພູນ ແມ່ຮ່ອງສອນ ພະເຍົາ ລຳປາງ ແພ່ ນ່ານ
  • ປະເທດຫວຽດນາມ ເມືອງແຖນ

ສ່ວນໃນຕ່າງປະເທດນັ້ນ ມີການກະຈາຍຕົວກັນເກືອບທຸກປະເທດໃນອະນຸພູມີພາກລຸ່ມແມ່ນ້ຳຂອງ ເຊັ່ນໃນ ລັດສານ ປະເທດມຽນມາ ປະເທດລາວ ປະເທດຫວຽດນາມ (ເມືອງແຖນ ແລະ ເມືອງ ດຽນບຽນຟູ ກໍມີການບັນທຶກໄວ້ວ່າມີຊາວໄທລື້ ຢູ່ບ່ອນນັ້ນດ້ວຍ)

ວັດທະນະທຳ[ແກ້ໄຂ]

ເຜົ່າໄທລື້ມີຊີວິດທີ່ຄ້າຍຄືກັບ ເຜົ່າລາວ ຫລື ຊົນເຜົ່າອື່ນໆ ທາງພູມີພາກ ຄືມີການສ້າງບ້ານ-ເຮືອນ ເປັນເຮືອນໄມ້ມີ ຍົກພື້ນສູງ ມີເຮືອນໄຟ(ເຮືອນຄົວ)ເທິງເຮືອນ ຕາລ່າງລ້ຽງສັດ ແຕ່ໃນປະຈຸບັນວິຖີຊີວິດໄດ້ປ່ຽນໄປ ການສ້າງບ້ານ-ເຮືອນກໍປ່ຽນແປງໄປນຳ ເຮືອນທີ່ຍັງຄົງສະພາບເປັນເຮືອນໄມ້ແບບເດີມຍັງພໍຈະມີໃຫ້ເຫັນ ໃນບາງຊຸມຊົນ ເຜົ່າໄທລື້ສ່ວນໃຫຍ່ເປັນພຸດທະສາດສະນິກກະຊົນທີ່ເຄັ່ງຄັດ ນິຍົມສ້າງວັດໃນຊຸມຊົນຕ່າງໆ ເກືອບທຸກຊຸມຊົນຂອງເຜົ່າໄທລື້ ທັງຍັງຕົບແຕ່ງດ້ວຍສິລະປະ ແລະ ສະຖາປັດຕະຍະກຳທີ່ເປັນເອກະລັກງົດງາມ ມີການບູລະນະ ຊ້ອມແຊມ ໃຫ້ຄົງສະພາບດີຢູ່ສະເໝີແມ່ນໃນປະຈຸບັນ ສິລະປະທີ່ໂດດເດັ່ນຂອງເຜົ່າໄທລື້ ໄດ້ແກ່ງານຜ້າຕ່ຳຫູກໄທລື້ ນິຍົມໃຊ້ຜ້າຝ້າຍ ຕ່ຳລວດລາຍທີ່ຮຽກວ່າ ລາຍນ້ຳໄຫລ ປະຈຸບັນມີການຟື້ນຟູ ແລະ ຖ່າຍທອດສິລະປະການຕ່ຳແຜ່ນແບບໄທລື້ ໃນຫລາຍຊຸມຊົນຂອງພາກເຫນືອ ຜູ້ຊາຍໄທລື້ສ່ວນໃຫຍ່ຈະນິຍົມສວມເສື້ອຂາວແຂນຍາວ ສວມທັບດ້ວຍເສື້ອກັ໊ກປັກລວດລາຍດ້ວຍເລື່ອມ, ນຸ່ງສົ້ງ ມໍ່ຮ່ອມ ຂາຍາວ ມັດຫົວດ້ວຍຜ້າສີຂາວ ຫລື ສີບົວ ສ່ວນຜູ້ຍິງໄທລື້ນິຍົມສວມເສື້ອປັ໊ດ (ເປັນເສື້ອທີ່ບໍ່ມີກະດຸມແຕ່ຈະພາຍສະລ່ຽງມາຜູກໄວ້ທີ່ແອວດ້ານຂ້າງ) ນຸ່ງສີ້ນລື້ ພາຍກະເປົ໋າ ແລະ ນິຍົມມັດຫົວດ້ວຍຜ້າຂາວ ຫລື ສີບົວເລື່ອງຂອງ ໄທລື້ ຊຶ່ງບັນພະບຸລຸດໄດ້ອົບຍົບມາຈາກເມືອງຍອງ ເມືອງຍູ້ ເມືອງຊຽງລາບ (ເມືອງທັງໝົດນີ້ຢູ່ໃນ ລັດສານ ປະເທດມຽນມາ) ແລະ ເຜົ່າໄທຍອງ (ຄົນເມືອງຄົົນທີ່ມີຖິ່ນຖານດັ່ງເດີມຢູ່ໃນເຂດລ້ານນາ) ນັ້ນ ມີຄວາມກ່ຽວຂ້ອງກັນຫລາຍ ດັ່ງນັ້ນຈຶ່ງອາດຈະບໍ່ສາມາດແບ່ງແຍກກັນໄດ້ ສົມເດັດພະເຈົ້າຫໍຄຳຊຽງຮຸ່ງທີ I (ພະຍາເຈືອງ) ເປັນປະຖົມກະສັດຂອງຊາວໄທລື້ ແຫ່ງລາຊະວົງອາລະໂວສວນຕານ ຈົນເຖິງສະເດັດພະເຈົ້າຫໍຄຳຊຽງຮຸ່ງທີ 41 ເຈົ້າໝ່ອມຄຳລື (ຕາວຊິນຊື) ກໍ່ສີ້ນສຸດລົງ ເພາະລັດຖະບານຈີນ ໄດ້ຖອດຖອນທ່ານອອກຈາກການເປັນເຈົ້າຯ ສ່ວນພະອະນຸຊາໄດ້ລີ້ໄພມາຢູ່ທີ່ ອຳເພີແມ່ສາຍ ໝ່ອມຕານຄຳ ໄດ້ລີ້ໄພມາຢູ່ກຸງເທບ.