ເສັ້ນທາງສາຍ R3A

ຈາກ ວິກິພີເດຍ

ເສັ້ນທາງສາຍ R3A ພາຍໃຕ້ໂຄງການພັດທະນາພື້ນທີ່ເສດຖະກິດຕາມແນວເໜືອ-ໃຕ້ (North-South Economic Corridor) ຂອງພູມີພາກອິນດູຈີນ ເຊື່ອມໄທ, ລາວ ແລະ ສ.ປ ຈີນ. ຊຶ່ງລ່າສຸດ ເມື່ອວັນທີ່ 20 ມີນາ 2008 ທາງການໄທ ແລະ ທາງການ ສປປລາວ ໄດ້ຮ່ວມກັນເປີດໃຊ້ເສັ້ນທາງດັ່ງກ່າວແລ້ວ. ທັງນີ້, ການເປີດໃຊ້ເສັ້ນທາງ R3A ຄາດວ່າຈະຊ່ວຍກະຕຸ້ນໃຫ້ເສດຖະກິດໃນພື້ນທີ່ເສັ້ນທາງດັ່ງກ່າວຕັດຜ່ານ ໂດຍສະເພາະບໍລິເວນຈຸດເຊື່ອມຕໍ່ທີ່ ອຳເພີຊຽງຂອງ ແຂວງຊຽງຣາຍ ຂອງໄທ ແລະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຂອງ ສປປລາວ ຂະຫຍາຍຕົວຂຶ້ນຫລາຍ ອັນເປັນຜົນມາຈາກການຄ້າ, ການລົງທືນ ແລະ ການທ່ອງທ່ຽວທີ່ຈະຫລັ່ງໄຫລເຂົ້າມາ ໂດຍສະເພາະຈາກນັກລົງທືນ ແລະ ນັກທ່ອງທ່ຽວຕ່າງປະເທດ. ນອກຈາກນີ້, ການເປີດໃຊ້ເສັ້ນທາງ R3A ຍັງຊ່ວຍກະຊັບຄວາມສຳພັນທີ່ໃກ້ຊິດລະຫວ່າງໄທ ແລະ ສປປລາວ ທັງໃນດ້ານເສດຖະກິດ ແລະ ສັງຄົມອີກດ້ວຍ. ພາບລວມເສັ້ນທາງ R3A ແບ່ງຕາມປະເທດ ທີ່ຖະໜົນຕັດຜ່ານໄດ້ເປັນ ເສັ້ນທາງ R3A ໃນໄທ ໄລຍະທາງລາວ 110 ກິໂລແມັດ ມີຈຸດເລີ່ມຕົ້ນຊ່ວງລະຫວ່າງຕົວເມືອງຊຽງຣາຍ ກັບ ອຳເພີຊຽງຂອງ ແຂວງຊຽງຣາຍ (ເປັນສ່ວນຫນຶ່ງຂອງເສັ້ນທາງຫລວງ ໝາຍເລກ 1152 ແລະ ເສັ້ນທາງຫລວງໝາຍເລກ 1020) ມີລັກສະນະເປັນຖະໜົນລາດຢາງ ກວ້າງ 10 ແມັດ ລົດແລ່ນສວານກັນ 2 ເລນ ຊຶ່ງໄທມີນະໂຍບາຍທີ່ຈະປັບປຸງຖະໜົນເປັນ 4 ເລນ ໃນຊ່ວງຈາກຕົວເມືອງຊຽງຣາຍ ເຖິງ ອຳເພີພະຍາເມັງຣາຍ ໄລຍະທາງ 50 ກິໂລແມັດ ໃນປີ 2008 ແລະ ຈາກອຳເພພີພະຍາເມັງຣາຍເຖິງອຳເພີຊຽງຂອງອີກ 60 ກິໂລແມັດ ໃນປີ 2009 ເສັ້ນທາງ R3A ໃນ ສປປລາວ ໄລຍະທາງປະມານ 228 ກິໂລແມັດ ມີຈຸດເລີ່ມຕົ້ນທີ່ ຫຼັກກິໂລແມັດທີ 1 (ຫ່າງຈາກສົ້ນຂົວຂ້າມແມ່ນ້ຳຂອງແຫ່ງທີ 4 ຝັ່ງ ສປປລາວ ປະມານ 5.41 ກິໂລແມັດ) ຕໍ່ໄປຮອດ ຫຼັກກິໂລແມັດທີ 84 ບ້ານສອດ ແຂວງບໍ່ແກ້ວ ໄລຍະທາງປະມານ 85 ກິໂລແມັດ, ຫຼັກກິໂລແມັດທີ 159 ບ້ານນ້ຳລັງ ແຂວງຫລວງນ້ຳທາ ໄລຍະທາງປະມານ 74 ກິໂລແມັດ (ພື້ນທີ່ມີລັກສະນະເປັນພູເຂົາສູງຈຶ່ງຕ້ອງກໍ່ສ້າງຖະໜົນລຽບຕາມໄຫລ່ພູເປັນຫລັກ ໃຊ້ເວລາເດິນທາງປະມານ 3 ຊົ່ວໂມງ 30 ນາທີ ຫລື ສະເລ່ຍປະມານ 21 ກິໂລແມັດຕໍ່ຊົ່ວໂມງ). ດ່ານບໍ່ເຕັນ ໄລຍະທາງປະມານ 69 ກິໂລແມັດ (ພື້ນທີ່ສ່ວນໃຫຍ່ເປັນພູພຽງ ໃຊ້ເວລາເດີນທາງປະມານ 1 ຊົ່ວໂມງ) ຢູ່ຕິດກັບຊາຍແດນຈີນທີ່ບໍ່ຫານ (ມົນທົນຍູນນານ). ນອກຈາກນີ້ ປະຈຸບັນກຳລັງມີການກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 4 ເພື່ອສະໜັບສະໜູນໃຫ້ການຄົມນາຄົມຜ່ານເສັ້ນທາງ R3A ຄ່ອງຕົວ ແລະ ສະດວກຍິ່ງຂຶ້ນ ທັງນີ້ ທາງການໄທ ແລະ ທາງການ ສປປລາວ ໄດ້ຮ່ວມກັນກຳນົດຈຸດກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 4 ທີ່ບໍລິເວນບ້ານດອນມະຫາວັນ ອຳເພີຊຽງຂອງ ແຂວງຊຽງຣາຍຂອງໄທ ຊຶ່ງຢູ່ກົງກັນຂ້າມກັບ ທາງໃຕ້ຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຂອງ ສປປລາວ ໂຄງການປະກອບດ້ວຍຕົວຂົວຊຶ່ງມີຄວາມກວ້າງ 13.7 ແມັດ ຍາວ 630 ແມັດ ແລະ ຖະໜົນຊຶ່ງເຊື່ອມຕໍ່ກັບຖະໜົນສາຍຫລັກ (R3A) ໃນຝັ່ງໄທໄລຍະທາງ 4.45 ກິໂລແມັດ ແລະ ໃນຝັ່ງ ສປປລາວ ໄລຍະທາງ 5.41 ກິໂລແມັດ ມູນຄ່າກໍ່ສ້າງລວມ 1,600 ລ້ານບາດ ໂດຍໄທ ແລະ ຈີນ ອະນຸມັດເງີນທືນສະໜັບສະໜູນການກໍ່ສ້າງຝ່າຍລະເຄິ່ງໜຶ່ງ ຂອງມູນຄ່າກໍ່ສ້າງລວມ ໃນເບື້ອງຕົ້ນຄາດວ່າຂົວຈະກໍ່ສ້າງແລ້ວສຳເລັດໃນ ປີ 2012.