ປະເທດປອກຕຸຍການ
ປອກຕຸຍການ[໑] (ປອກຕຸຍການ: Portugal) ຫຼືຊື່ທາງການແມ່ນ ສາທາລະນະລັດປອກຕຸຍການ (ປອກຕຸຍການ: República Portuguesa) ແມ່ນສາທາລະນະລັດເຊິ່ງມີລະບອບການປົກຄອງແບບປະຊາທິປະໄຕ. ຕັ້ງຢູ່ໃນພາກຕາເວັນຕົກແລະຕາເວັນຕົກສຽງໃຕ້ຂອງຄາບສະໝຸດອີເບລີທາງຕອນໃຕ້ຂອງທະວີບເອີລົບ ແລະຖືວ່າເປັນປະເທດທີ່ຢູ່ທາງທິດຕາເວັນຕົກຫຼາຍທີ່ສຸດໃນບັນດາປະເທດໃນທະວີບເອີລົບທັງຫຼາຍ (ຍົກເວ້ນໝູ່ເກາະບະເຣຕາຍໃຫຍ່ແລະໝູ່ເກາະໃກ້ຄຽງ). ປອກຕຸຍການມີພົມແດນຕິດກັບແອສະປາຍໃນທາງທິດເໜືອແລະທິດຕາເວັນອອກ ແລະຢູ່ຕິດກັບມະຫາສະໝຸດອັດລັງຕີກໃນທາງທິດຕາເວັນຕົກແລະທິດໃຕ້. ນອກຈາກນີ້ ປອກຕຸຍການຍັງປະກອບໄປດ້ວຍອານາເຂດໝູ່ເກາະຢູ່ຫຼາຍໝູ່ເກາະດ້ວຍກັນໃນມະຫາສະໝຸດອັດລັງຕີກ ເຊັ່ນ ອາຊອກ (Azores ຫຼື Açores) ແລະເກາະມາເດລາແລະປອກຕຸຍຊັນຕູ (ລວມເຖິງໝູ່ເກາະຊາເວດດ້ວຍ).
ປະຊາກອນສາດ[ແກ້ໄຂ]
ປອກຕຸການມີປະຊາກອນປະມານ 10,927,250 ຄົນ (ປີ ຄ.ສ. 2013) ໃນຈຳນວນນີ້ 3.13 % ເປັນຜູ້ຍ້າຍຖີ່ນເຂົ້າປະເທດຢ່າງຖືກກົດໝາຍ ເຊິ່ງສ່ວນຫຼາຍມາຈາກ ບະເຣຊິນ ອູກະແລນ ແລະ ອັງໂກລາ ໂດຍສ່ວນຫຼາຍນັບຖືສາສະໜາຄະຣິດນິກາຍໂລມັງກາໂຕລິກມີຄົນນັບຖືປະມານ 94 % ແລະຍັງມີນິກາຍປະໂລແຕສະຕັງແລະອື່ນ ໆ ລວມ 6 % ໂດຍທຸກສາສະໜາຢູ່ດ້ວຍກັນຢ່າງສະຫງົບ.
ພາສາ[ແກ້ໄຂ]
ພາສາປອກຕຸຍການແມ່ນພາສາທາງການຂອງປະເທດປອກຕຸຍການ. ແມ່ນພາສາຈັດຢູ່ໃນກຸ່ມພາສາໂຣມັງ ເຊິ່ງໃນກຸ່ມພາສານີ້ມີແອສະປາໂຍນ ຝະລັ່ງ ແລະ ອິຕາລີ ນຳ. ມີຜູ້ເວົ້າປະມານ 10,000,000 ຄົນ ພາຍໃນປະເທດປອກຕຸຍການ (ປີ ຄ.ສ. 2012) ແລະປະມານ 203,349,200 ຄົນ ທົ່ວໂລກ.[໒]
ອ້າງອີງ[ແກ້ໄຂ]
- ↑ ຈາກ ຝຣັ່ງ: Portugal, ປອກຕຸຍກາລ
- ↑ Lewis, M. Paul, Gary F. Simons, and Charles D. Fennig (eds.). 2014. Ethnologue: Languages of the World, Seventeenth edition. Dallas, Texas: SIL International. Online version: http://www.ethnologue.com.
ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]
- ລັດຖະບານ
- ລັດຖະບານປອກຕຸຍການ (ພາສາອັງກິດ)/(ປອກຕຸຍການ)
- ປະທານປະເທດປອກຕຸຍການ
- ລັດຖະສະພາປອກຕຸຍການ
- ປະເທດປອກຕຸຍການ ຈາກ CIA - The World Factbook
- ການທ່ອງທ່ຽວ
ປະເທດໃນທະວີບເອີລົບ |
||
---|---|---|
ກະແລັດ • ໂກໂຊໂວ • ກະໂລອາຊີ • ສະວິດ • ສະຫະລາຊະອານາຈັກ • ສະໂລວາກີ • ສະໂລເວນີ • ສາທາລະນະລັດແຊັກ • ຊີບ1 • ຊູແອດ • ເຊອັອກຊີ1 • ແຊກບີ • ແຊັງມາແລງ • ດານມາກ • ຕວກກີ2 • ນອກແວດ • ນະຄອນລັດວາຕິກັງ3 • ບີເອໂລລຸດ • ບູນກາລີ • ແບນຊິກ • ບົດສະນີແຮກເຊໂກວີນ • ປອກຕຸຍການ • ໂປໂລຍ • ຝະລັ່ງ • ແຟງລັງ • ມາເຊດວນ • ໂມນດາວີ • ໂມນາໂກ3 • ມົງເຕເນໂກ • ມານ • ເຢຍລະມັນ •
ລິກເຕນສະຕາຍ • ລີຕົວນີ • ລູກຊຳບວກ3 • ລູມານີ • ແລດໂຕນີ • ລັດເຊຍ2 • ອາກເມນີ1 • ອານບານີ • ອາແຊກບາຍຊັງ1 • ອິຕາລີ • ອີສະລັງ • ອູກະແລນ • ແອສະປາຍ • ແອສະໂຕນີ • ໂອຕະລີດ • ອຽກລັງ • ອັງດອກ • ໂຮນລັງ • ຮົງກະລີ | ![]() | |
1. ທາງພູມິສາດຢູ່ໃນທະວີບອາຊີ ແຕ່ມັກຖືກຈັດຢູ່ໃນທະວີບເອີລົບ ເນື່ອງຈາກມີວັດທະນະທຳທີ່ຄ້າຍຄືກັນ; 2. ມີພື້ນທີ່ທັງໃນທະວີບເອີລົບແລະໃນທະວີບອາຊີ; 3. ມີລັກສະນະເປັນນະຄອນລັດ |
ສະຫະພາບເອີລົບ | ||
---|---|---|
ລັດສະມາຊິກ | ເກຣັກ • ກຣົວຊີ • ສະຫະຣາຊອານາຈັກ • ສະໂລວາກີ • ສະໂລເວນີ • ເຊັກກີ • ໄຊປຣັດ • ຊູແອດ • ດານມາກ • ບູນກາລີ • ແບນຊິກ • ປອກຕຸຍການ • ໂປໂລຍ • ຝຣັ່ງ • ແຟງລັງ • ມານຕາ • ເຢຍລະມັນ • ລິດຕັວນີ • ລຸກຊຳບວກ • ຣູມານີ • ລັດເວຍ • ອິຕາລີ • ແອັດສະປາຍ • ແອັດສະໂຕນີ • ໂອຕຣິດ • ອຽກລັງ • ໂຮນລັງ • ຮົງກາລີ | ![]() |
ປະເທດທີ່ສະໝັກເຂົ້າຮ່ວມ | ໂກໂຊໂວ • ແຊັກບີ • ຕວັກກີ • ບົດສະນີ ແຮກເຊໂກວິນາ • ມົງເຕເນໂກຣ• ມາເຊໂດນີເໜືອ • ອານບານີ | |
ລາຍຊື່ລັດສະມາຊິກ | ລຽນຕາມການເຂົ້າຮ່ວມ • ລຽນຕາມການປົກຄອງ • ລຽນຕາມປະຊາກອນ • ລຽນຕາມຈີດີພີ | |
ໜ່ວຍງານທີ່ກ່ຽວຂ້ອງ | ສະພາເອີລົບ • ຄະນະມົນຕີເອີລົບ • ຄະນະກຳມາທິການເອີລົບ • ສານຍຸຕິທຳແຫ່ງສະຫະພາບເອີລົບ • ສວນຄວບຄຸມແລະປ້ອງກັນພະຍາດແຫ່ງສະຫະພາບເອີລົບ • ສຳນັກງານເພື່ອຄວາມຊ່ວຍເຫຼືອດ້ານມະນຸສະຍທຳແຫ່ງສະຫະພາບເອີລົບ | |
ຫົວຂໍ້ທີ່ກ່ຽວຂ້ອງ | ປະຊາຄົມເອີລົບ • ທຳມະນູນເອີລົບ • ເຂດເສດຖະກິດເອີລົບ • ເອີໂຣ • ສະມາຄົມການຄ້າເສລີເອີລົບ • ຄວາມຕົກລົງເຊງເກນ • ການລວມກຸ່ມໃນພູມິພາກເອີລົບ • ການຂະຫຍາຍສະຫະພາບເອີລົບ • ການສະໜັບສະໜູນສະຫະພາບເອີລົບ • ຄວາມເຄືອບແຄງສະຫະພາບເອີລົບ |