ປະໂລແຕສະຕັງ

ຈາກ ວິກິພີເດຍ

ນິກາຍປະໂລແຕສະຕັງ ຫຼືສະກດ ປະໂຣແຕສະຕັງ ຫຼື ໂປຣແຕສະຕັງ (ຝຣັ່ງ: Protestantisme, ອັງກິດ: Protestantism) ແມ່ນນິກາຍນຶ່ງໃນສາສະໜາຄິດ ໃຊ້ໝາຍເຖິງຄິດຕະສາສະນິກະຊົນໃດໆ ທີ່ບໍ່ແມ່ນໂລມັງກາໂຕລິກແລະອອກໂຕດົກ. ປະໂລແຕສະຕັງແມ່ນຂະບວນການສາສະໜາທີ່ມີຈຸດເລີ່ມຕົ້ນທີ່ປະເທດເຢຍລະມັນຊ່ວງຕົ້ນຄິດຕະສະຕະວັດທີ 16 ເພື່ອຄັດຄ້ານຫຼັກຄວາມເຊື່ອແລະການປະຕິບັດແບບໂລມັງກາໂຕລິກ ໂດຍສະເພາະແມ່ນໃນປະເດັນທີ່ກ່ຽວກັບຄວາມລອດ ການເຮັດໃຫ້ຊອບທຳ ແລະຄິດຕະຈັກວິທະຍາ.

ນິກາຍຍ່ອຍ[ດັດແກ້]

ປະໂລແຕສະຕັງແບ່ງອອກເປັນຫຼາຍນິກາຍຍ່ອຍ ເຊິ່ງຍຶດຫຼັກຄວາມເຊື່ອແຕກຕ່າງກັນໄປ ແຕ່ໂດຍທົ່ວໄປຈະຍອມຮັບຫຼັກການຄືກັນວ່າມະນຸດຈະເປັນຄົນຊອບທຳໄດ້ກໍໂດຍອາໄສພະຄຸນຈາກພະເຈົ້າຜ່ານທາງຄວາມສັດທາເທົ່ານັ້ນ (ເອີ້ນວ່າຫຼັກໂຊລາກາເຊຍແລະໂຊລາຟີເດ) ເຊື່ອວ່າຜູ້ເຊື່ອທຸກຄົນເປັນປຸໂລຫິດ ແລະຄຳພີໄບເບິນມີອຳນາດສູງສຸດໃນການກຳໜົດຫຼັກຄວາມສັດທາແລະສີລະທຳ (ເອີ້ນວ່າຫຼັກໂຊລາສະກິບຕູລາ).

ອ້າງອີງ[ດັດແກ້]

ອ່ານຕື່ມ

ແຫຼ່ງຂໍ້ມູນອື່ນ[ດັດແກ້]